ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຸດເພ່ງເລັງຂອງວໍຊິງຕັນ ໃນສັບປະດານີ້ ແມ່ນຈະແນ ໄປໃສ່ ຊີເຣຍ (ວີດິໂອ)


Washington Week: Focus on Syria
please wait

No media source currently available

0:00 0:02:26 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ໃນ​ອາທິດ​ນີ້ ວໍ​ຊິງ​ຕັນ​ແມ່ນ​ຈະເນັ້ນ​ໜັກ​ໃສ່ການພິຈາລະນາ
ເລື້ອງການ​ຕອບ​ໂຕ້​ຂອງສະຫະລັດ ຕໍ່ຫລັກ​ຖານການ​ນໍາໃຊ້
​ອາວຸດ​ເຄມີ​ໃນຊີ​ເຣຍ.

ກອງທັບ​ເຮືອ ສະຫະລັດ ​ໄດ້​ເຄື່ອນ​ຍ້​າຍ​ເຂົ້າ​ໄປ​ໃກ້​ກັບຊີ​ເຣຍ
​ແລະ​ລັດຖະບານທ່ານ Obama ກໍາລັງ​ສັ່ງ​ຊາ​ກ່ໜວກັບທາງ
ເລືອກ​ຕ່າງໆ ທ່າ​ມກາງ​ຄວາມ​ພະພາ​ຍາມ​ຂອງ​ສະຫະ​ປະຊາ​
ຊາດ ທີ່​ຈະ​ຊອກ​ຫາ​ສາ​ເຫດ​ຂອງ​ການ​ເສຍ​ຊີວິດຂອງ​ຫລາຍ
​ຮ້ອຍ​ຄົນ ​ໃນ​ອາທິດ​ແລ້ວ​ນີ້​ໃກ້​ກັບ ກຸງ Damuscus.

ລັດຖະມົນຕີປ້ອງ​ກັນ​ປະ​ເທດ Chuck Hagel ກ່າວ​ວ່າ ກອງ
ທັບສະຫະລັດ ຕຽມພ້ອມ​ແລ້ວ​ທີ່​ຈະ​ປະຕິບັດ​ຕາມ​ ຄໍາ​ສັ່ງ​ໃດໆ​
ທີ່​ອາດ​ຈະ​ມາຈາກ​ປະທານາທິບໍດີ Barack Obama ​ໃນ​ການ​ຕອບ​ໂຕ້​ຕໍ່​ເຫດການ​ຢູ່ໃນຊີ​ເຣຍ ຊຶ່ງ​ທ່ານ​ໄດ້​ກ່າວ ຕື່ມວ່າ.

“ປະທານ​າທິບໍດີ Obama ​ໄດ້​ບອກ​ໃຫ້ ກະຊວງ​ປ້ອງ​ກັນ​
ປະ​ເທດ ກຽມ​ທາງ​ເລືອກ​ສໍາລັບ​ກໍລະນີ​ສຸກ​ເສີນ​ຕ່າງໆ. ພວກ​ເຮົາ​ກໍໄດ້ເຮັດ​ແລ້ວ ​
ແລະກໍ​ກຽມພ້ອມ​ແລ້ວ​ທີ່ນໍາ​ໃຊ້​ ທາງ​ເລືອກ​ໃດໆກໍ​ຕາມ ຖ້າ​ຫາກ​ວ່າ ທ່ານ​ໂອ​ບາ​ມາ
ຕັດສິນ​ໃຈ​ທີ່​ຈະ​ໃຊ້​ນຶ່ງ​ໃນ​ຈໍານວນ​ທາງ​ເລືອກເຫລົ່າ​ນັ້ນ.”


​ໃນ​ມື້ວັນ​ເສົາ​ ທ່ານປະທານາທິບໍດີ ​ໄດ້​ພົບ​ປະ​ກັບ ທີມງານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທ່ານ ​ແລະ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron. ຄໍາ​ຖະ​ແຫລ​ງສະບັບນຶ່ງຈາກກຸງລອນ​ດອນ ກ່າວ​ວ່າ ຜູ້​ນໍາ​ທັງ​ສອງຕົກລົງເຫັນ​ພ້ອມ​ນໍາກັນ​ວ່າ “ການ​ໃຊ້ອາວຸດ​ເຄມີ​ຢ່າງ​ຫລວງຫລາຍ ແມ່ນສົມຄວນທີ່​ຈະ​ໄດ້​ຮັບ​ການ​ຕອບ​ໂຕ້ຢ່າງ​ແຮງ ​ຈາກປະຊາ​ຄົມນາໆ​ຊາດ.”
XS
SM
MD
LG