ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາ ເກົາຫລີເໜືອ ສັ່ງໃຫ້ ທະຫານ ເພີ້ມການ ຕຽມພ້ອມ


Park Sang Hak ຜູ້ໂຕນໜີຈາກເກົາຫລີເໜືອ (ຂວາ) ກໍາລັງຖືປ້າຍປະທ້ວງ ຕໍ່ຕ້ານຜູ້ນໍາເກົາຫລີເໜືອ ທ່ານ King Jong Un.
Park Sang Hak ຜູ້ໂຕນໜີຈາກເກົາຫລີເໜືອ (ຂວາ) ກໍາລັງຖືປ້າຍປະທ້ວງ ຕໍ່ຕ້ານຜູ້ນໍາເກົາຫລີເໜືອ ທ່ານ King Jong Un.
ຜູ້​ນໍາ​ເກົາຫລີເໜືອ ທ່ານ Kim Jong Un ​ໄດ້​ມີ​ຄຳ​ສັ່ງ ​ໃຫ້ທະ
ຫານ​ຂອງ​ທ່ານ ຈົ່ງ​ເພີ້ມການ​ຕຽ​ມພ້ອມ ​ໃນ​ການ​ສູ້​ລົບ ໂດຍ
ເຕືອນ​ວ່າ ສົງຄາມ​ອາດ​ຈະ​ເກີດ​ຂຶ້ນ “​ໂດຍ​ປາດ​ສະ​ຈາກ​ການ
​ເຕືອນ​ລ່ວງ​ໜ້າ​ໃດໆ.”

ອົງການ​ຂ່າວສູ​ນກາງ ​ຂອງລັດຖະບານ​ເກົາຫລີເໜືອ ​ໄດ້​ລາຍ​
ງານໃນ​ວັນ​ພຸດ​ມື້​ນີ້ວ່າ ທ່ານ Kim ​ໄດ້ໃຫ້​ຄວາມ​ເຫັນ​ດັ່ງກ່າວ
​ໃນ​ລະຫວ່າງທີ່​ທ່ານ​ໄປຢ້ຽມຢາມກຳລັງສູ້​ລົບໜ່ວຍ​ນຶ່ງ ​ໃນ​ວັນ​
ອັງຄານວານ​ນີ້.

ການ​ເຄື່ອນ​ໄຫວທີ່​ວ່າ​ນີ້ມີຂື້ນ​ໃນ​ຂະນະ​ທີ່​ບັນດາປະ​ເທດ​ເພື່ອນ
​ບ້ານຂອງ ​ເກົາຫລີ​ເໜືອພວມ​ຈັບ​ຕາ​ເບິ່ງ​ຮ່ອງ​ຮອຍຂອງຄວາມ​ບໍ່​ມີ​ສະຖຽນ​ລະ​ພາບ​ຢູ່​ໃນ
ປະ​ເທດ​ຄອມມິ​ວນິສດັ່ງກ່າວຫຼັງຈາກ​ໄດ້​ມີ​ການ​ກຳຈັດ​ຜູ້ນຳ​ອະ​ວຸ​ໂສ​ຄົນ​ນຶ່ງໃນ​ກຸງ​ພຽງ​ຢາງ
ທີ່​ສ້າງ​ຄວາມ​ຕື່ນ​ຕົກ​ໃຈນັ້ນ.

ອາວ​ເຂີຍ​ຂອງ​ທ່ານ Kim ຄືທ່ານ Jang Song Thaek ຄິດວ່າ​ເປັນ​ຜູ້​ໃຫ້​ຄໍາ​ແນະ​ນໍາ ​ທີ່​
ໃກ້ຊິດ​ຂອງທ່ານ ແລະ​ເປັນ​ຜູ້​ມີ​ອຳນາດ​ອັນ​ດັບ​ສອງ​ ​ໄດ້​ຖືກ​ປະຫານ​ຊີວິດ ​ໃນ​ຕົ້ນ​ເດືອນ
​ນີ້ ຫລັງ​ຈາກ​ໄດ້​ຖືກ​ກ່າວ​ຫາ​ວ່າ ພະ ຍາ​ມທີ່​ຈະ​ໂຄ່ນ​ລົ້ມ​ລັດຖະບານ.

​ໃນ​ວັນ​ອັງຄານ​ວານ​ນີ້ ​ປະທານາທິບໍດີເກົາຫລີໃຕ້ ທ່ານ​ນາງ Park Geun-hey ກໍໄດ້
ເດີນທາງໄປຍັງ​ປ້ອມ​ທະຫານ​ແຫ່ງ​ນຶ່ງ​ໃນ​ເຂດແນວ ໜ້າດ້ວຍຕົນເອງ ​ໂດຍ​ກ່າວ​ຕໍ່ກອງ
ທະຫານວ່າ ກຸງໂຊລ ຈະຕອບໂຕ້ “ຢ່າງບໍ່ປານີ ຕໍ່ການທ້າ​ທາຍ​ເກາະ​ຜິດໃດໆກໍ​ຕາມ.”
XS
SM
MD
LG