ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນະຄອນວຽງຈັນຄາດວ່າ GDP ຈະເພີ່ມຂຶ້ນເຖິງ 12% ຕໍ່ປີ ໃນປີ 2015


ທ່ານສຸກັນ ມະຫາລາດ ເຈົ້າຄອງກໍາແພງນະຄອນວຽງຈັນ
ທ່ານສຸກັນ ມະຫາລາດ ເຈົ້າຄອງກໍາແພງນະຄອນວຽງຈັນ

ເຈົ້າຄອງນະຄອນຫຼວງວຽງຈັນຄາດໝາຍວ່າ ຍອດຜະລິດຕະພັນລວມຂອງນະຄອນຫຼວງວຽງ ຈັນຈະເພີ່ມຂຶ້ນເຖິງ 12% ຕໍ່ປີເຊິ່ງຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນເພີ່ມຂຶ້ນເປັນ 4,000 ໂດລາຕໍ່ຄົນໃນປີ 2015.

ທ່ານ ສຸກັນ ມະຫາລາດ ເຈົ້າຄອງກໍາແພງນະຄອນຫຼວງວຽງຈັນຄົນໃໝ່ ໄດ້ຖະແຫຼງ
ຢືນຢັນຕໍ່ກອງປະຊຸມໃຫຍ່ຄັ້ງທີ 9 ຂອງແນວລາວສ້າງຊາດໃນທ້າຍອາທິດທີ່ຜ່ານມາວ່າ
ການພັດທະນານະຄອນຫຼວງວຽງຈັນ ໃນໄລຍະຈາກປີ 2011-2015. ນອກຈາກຈະ
ເນັ້ນໜັກໃນການ ຮັກສາຄວາມສະຫງົບຮຽບຮ້ອຍ ແລະສະກັດກັ້ນໄພຂົ່ມຂູ່ຕ່າງໆໃນສັງຄົມ
ໃຫ້ໄດ້ຢ່າງ ຄັກແນ່ແລ້ວກໍຍັງແນໃສ່ການພັດທະນາທາງເສດຖະກິດເພື່ອຮັກສາລະດັບການ
ເຕີບໂຕຂອງຍອດຜະລິດຕະພັນລວມພາຍໃນ (GDP) ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ບໍ່ຕໍ່າ
ກວ່າ 12% ໃນແຕ່ລະປີຍິ່ງໄປກວ່ານັ້ນ ຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການ
ແລະເປົ້າໝາຍທີ່ວາງໄວ້ດັ່ງກ່າວກໍບໍ່ພຽງແຕ່ຈະເຮັດໃຫ້ມູນຄ່າ GDP ໃນປີ 2015 ສາ
ມາດວັດສະເລ່ຍເປັນລາຍໄດ້ຂອງປະຊາກອນລາວໃນນະຄອນຫຼວງວຽງຈັນໄດ້ເຖິງ 4,000
ໂດລາຕໍ່ຄົນ/ຕໍ່ປີເທົ່ານັ້ນ.

ຫາກແຕ່ຍັງຈະເປັນພື້ນຖານທີ່ສໍາຄັນ ໃຫ້ກັບການພັດທະນານະຄອນຫຼວງວຽງຈັນໄປສູ່
ຄວາມທັນສະໄໝອີກດ້ວຍ ດັ່ງທີ່ ທ່ານສຸກັນໄດ້ຖະແຫຼງເນັ້ນຢໍ້າວ່າ:

"ສູ້ຊົນສ້າງເສດຖະກິດນະຄອນຫຼວງວຽງຈັນໃຫ້ມີຄວາມໜັກແໜ້ນ, ມີການຂະ
ຫຍາຍຕົວຕໍ່ເນື່ອງ ແລະໝັ້ນທ່ຽງ. ແຕ່ລະປີເສດຖະກິດຂະຫຍາຍຕົວບໍ່ໃຫ້ຫຼຸດ
12% ສ້າງໂຄງປະກອບເສດຖະກິດທີ່ສົມສ່ວນ ກ້າວສູ່ການຫັນເປັນອຸດສາຫະ
ກໍາທັນສະໄໝ ລວມຍອດຜະລິດຕະພັນໃນບໍ່ໃຫ້ຫຼຸດ 23 ພັນຕື້ກີບ ສະເລ່ຍລາຍ
ຮັບພົນລະເມືອງບໍ່ໃຫ້ຫຼຸດ 4,000ໂດລາ."

ສູນການຄ້າຂອງກຸ່ມອາຊຽນ ໃນນະຄອນຫລວງວຽງຈັນ
ສູນການຄ້າຂອງກຸ່ມອາຊຽນ ໃນນະຄອນຫລວງວຽງຈັນ

ສໍາລັບໃນໄລຍະ 5 ປີທີ່ຜ່ານມາ
ກໍຄືຈາກປີ 2006-2010 ນັ້ນ
GDP ຂອງນະຄອນຫຼວງວຽງ
ຈັນໄດ້ຂະ ຫຍາຍຕົວເພີ່ມຂຶ້ນໃນ
ອັດຕາສະເລ່ຍເຖິງ 12.1% ຕໍ່
ປີ ຈຶ່ງເຮັດໃຫ້ທ່ານສຸກັນ ມີ
ຄວາມເຊື່ອໝັ້ນວ່າ ໃນຕະຫຼອດ
ໄລຍະຈາກປີ 2011-2015 ນັ້ນ
GDP ຂອງນະຄອນຫຼວງວຽງ
ຈັນ ກໍຈະຍັງຄົງມີການຂະຫຍາຍ
ຕົວເພີ່ມຂຶ້ນຕໍ່ໄປໃນອັດຕາສະເລ່ຍບໍ່ຕໍ່າກວ່າ 12% ຕໍ່ປີດັ່ງກ່າວ ແລະໃນຂະນະດຽວກັນລາຍ
ໄດ້ສະເລ່ຍຂອງປະຊາຊົນໃນເຂດນະຄອນຫຼວງວຽງຈັນໃນປີ 2015 ກໍຍັງຈະເພີ່ມຈາກປັດຈຸ
ບັນນີ້ເກີນກວ່າ 2 ເທົ່າອີກດ້ວຍ.

ສ່ວນໃນໄລຍະແຜນການປະຈໍາປີ 2009–2010 ທີ່ຜ່ານມາເສດຖະກິດຂອງນະຄອນ
ຫຼວງວຽງຈັນໄດ້ຂະ ຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 12.1% ເຊິ່ງເຮັດໃຫ້ GDP
ມີມູນຄ່າລວມເກີນກ່ວາ 12,083 ຕື້ກີບ ທີ່ສາມາດດັດສະເລ່ຍເປັນລາຍໄດ້ຂອງປະຊາ ຊົນໃນນະຄອນຫຼວງວຽງຈັນໄດ້ເຖິງ 1,755 ໂດລາຕໍ່ຄົນຕໍ່ປີ ຊຶ່ງນອກຈາກຈະຖືເປັນ ລະດັບລາຍຮັບສະເລ່ຍທີ່ສູງທີ່ສຸດໃນປະເທດລາວແລ້ວ ກໍຍັງເປັນລະດັບລາຍຮັບ ທີ່ເກີນ ລະດັບຄາດໝາຍຂອງທາງການລາວເຖິງ 455 ໂດລາອີກດ້ວຍ.

ພາບຈໍາລອງເຂດຍ່ານອຸດສາຫະກໍາ ທີ່ຈະສ້າງຂຶ້ນໃນອານາ​ຄົດ​ອັນໝໍ່ໆນີ້ ທີ່ນະຄອນຫລວງວຽງຈັນ
ພາບຈໍາລອງເຂດຍ່ານອຸດສາຫະກໍາ ທີ່ຈະສ້າງຂຶ້ນໃນອານາ​ຄົດ​ອັນໝໍ່ໆນີ້ ທີ່ນະຄອນຫລວງວຽງຈັນ

ທັງນີ້ ໂດຍໂຄງປະກອບທາງ
ເສດຖະກິດຂອງນະຄອນຫຼວງ
ວຽງຈັນນັ້ນ ພາກກະສິກໍາ-ປ່າ
ໄມ້ກວາມເອົາ 19.72%, ພາກ
ອຸດສາຫະກໍາ ແລະກໍ່ສ້າງ
43.38% ແລະພາກບໍລິການ
36.9% ຂອງມູນຄ່າ GDP
ໃນປີທີ່ຜ່ານມານັ້ນ ພາກກະ
ສິກໍາ-ປ່າໄມ້ຂະຫຍາຍຕົວ
8.39% ພາກອຸດສາຫະກໍາ
ແລະກໍ່ສ້າງຂະຫຍາຍຕົວ
14.24% ແລະພາກບໍລິການ ຂະຫຍາຍຕົວເຖິງ 22% ຕາມລໍາດັບ.

ແຕ່ຢ່າງໃດກໍຕາມ ທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດ ແລະເລຂາທິການ
ໃຫຍ່ພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຮຽກຮ້ອງຕໍ່ຄະນະກໍາມະການບໍລິຫານ
ງານພັກນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້ວ່າ ການທີ່ຈະສາມາດບັນລຸເປົ້າໝາຍສະ
ຫັດສະວັດຂອງການພັດທະນາ ເພື່ອເຮັດໃຫ້ປະຊາຊົນລາວຫຼຸດພົ້ນຈາກຄວາມທຸກຈົນ
ໄດ້ຢ່າງແທ້ຈິງພາຍໃນປີ 2015 ນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງມີການພັດ
ທະນາ ປັບປຸງການບໍລິຫານງານ ແລະຍົກລະດັບຄວາມຮູ້ ຄວາມສາມາດຂອງບຸກຄະ
ລາກອນໃນໜ່ວຍງານຕ່າງໆ ຂອງພັກ ແລະລັດຖະບານຄວບຄູ່ກັນໄປ.

ເຈົ້າຄອງນະຄອນຫຼວງວຽງຈັນຄາດໝາຍວ່າ ຍອດຜະລິດຕະພັນລວມຂອງນະຄອນຫຼວງວຽງຈັນຈະເພີ່ມຂື້ນ ເຖິງ 12% ຕໍ່ປີ ເຊິ່ງຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນເພີ່ມຂື້ນເປັນ 4,000 ໂດລາ ຕໍ່ຄົນໃນປີ 2015.

ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຖະແຫຼງຢືນຢັນຕໍ່ກອງປະຊຸມໃຫຍ່ຄັ້ງທີ 9 ຂອງແນວລາວສ້າງຊາດໃນທ້າຍອາທິດທີ່ຜ່ານມາວ່າ ການພັດທະນານະຄອນຫຼວງວຽງຈັນ ໃນໄລຍະຈາກປີ 2011-2015. ນອກຈາກຈະເນັ້ນໜັກໃນການຮັກສາຄວາມສະຫງົບຮຽບຮ້ອຍ ແລະສະກັດກັ້ນໄພຂົ່ມຂູ່ ຕ່າງໆໃນສັງຄົມ ໃຫ້ໄດ້ຢ່າງຄັກແນ່ແລ້ວກໍຍັງແນໃສ່ການພັດທະນາທາງເສດຖະກິດ ເພື່ອຮັກສາລະດັບການ ເຕີບໂຕຂອງຍອດຜະລິດຕະພັນລວມພາຍໃນ (GDP) ໃຫ້ຂະຫຍາຍຕົວເພີ່ມຂື້ນບໍ່ຕໍ່າກວ່າ 12%ໃນແຕ່ລະປີ

ຍິ່ງໄປກວ່ານັ້ນ ຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້ດັ່ງກ່າວກໍບໍ່ ພຽງແຕ່ຈະເຮັດໃຫ້ມູນຄ່າ GDP ໃນປີ 2015 ສາມາດວັດສະເລ່ຍເປັນລາຍໄດ້ຂອງປະຊາກອນລາວໃນນະ ຄອນຫຼວງວຽງຈັນໄດ້ເຖິງ 4,000 ໂດລາຕໍ່ຄົນ/ຕໍ່ປີເທົ່ານັ້ນ. ຫາກແຕ່ຍັງຈະເປັນພື້ນຖານທີ່ສໍາຄັນໃຫ້ກັບການ ພັດທະນານະຄອນຫຼວງວຽງຈັນໄປສູ່ຄວາມທັນສະໄໝອີກດ້ວຍ ດັ່ງທີ່ ທ່ານສຸກັນ ໄດ້ຖະແຫຼງເນັ້ນຢໍ້າວ່າ:

ສູ້ຊົນສ້າງເສດຖະກິດນະຄອນຫຼວງວຽງຈັນໃຫ້ມີຄວາມໜັກແໜ້ນ, ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນ ທ່ຽງ ແຕ່ລະປີເສດຖະກິດຂະຫຍາຍຕົວບໍ່ໃຫ້ຫຼຸດ12% ສ້າງໂຄງປະກອບເສດຖະກິດທີ່ສົມສ່ວນກ້າວສູ່ການຫັນ ເປັນອຸດສາຫະກໍາຫັນເປັນທັນສະໄໝລວມຍອດຜະລິດຕະພັນໃນບໍ່ໃຫ້ຫຼຸດ 23 ພັນຕື້ກີບ ສະເລ່ຍລາຍຮັບ ພົນລະເມືອງບໍ່ໃຫ້ຫຼຸດ ໂດລາ4,000

ສໍາລັບໃນໄລຍະ 5 ປີທີ່ຜ່ານມາ ກໍຄືຈາກປີ 2006-2010 ນັ້ນ GDP ຂອງນະຄອນຫຼວງວຽງຈັນໄດ້ຂະ ຫຍາຍຕົວເພີ່ມຂື້ນໃນອັດຕາສະເລ່ຍເຖິງ 12.1% ຕໍ່ປີ ຈຶ່ງເຮັດໃຫ້ທ່ານ ສຸກັນ ມີຄວາມເຊື່ອໝັ້ນວ່າ ໃນຕະ ຫຼອດໄລຍະຈາກປີ 2011-2015 ນັ້ນ GDP ຂອງນະຄອນຫຼວງວຽງຈັນ ກໍຈະຍັງຄົງມີການຂະຫຍາຍຕົວ ເພີ່ມຂຶ້ນຕໍ່ໄປໃນອັດຕາສະເລ່ຍບໍ່ຕໍ່າກວ່າ 12% ຕໍ່ປີດັ່ງກ່າວ ແລະໃນຂະນະດຽວກັນລາຍໄດ້ສະເລ່ຍຂອງ ປະຊາຊົນໃນເຂດນະຄອນຫຼວງວຽງຈັນໃນປີ 2015 ກໍຍັງຈະເພີ່ມຈາກປະຈຸບັນນີ້ເກີນກວ່າ 2 ເທົ່າອີກດ້ວຍ.

ສ່ວນໃນໄລຍະແຜນການປະຈໍາປີ 2009–2010 ທີ່ຜ່ານມາເສດຖະກິດຂອງນະຄອນຫຼວງວຽງຈັນໄດ້ຂະ ຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 12.1% ເຊິ່ງເຮັດໃຫ້ GDP ມີມູນຄ່າລວມເກີນກ່ວາ 12,083 ຕື້ກີບ ທີ່ສາມາດດັດສະເລ່ຍເປັນລາຍໄດ້ຂອງປະຊາຊົນໃນນະຄອນຫຼວງວຽງຈັນໄດ້ເຖິງ 1,755 ໂດລາຕໍ່ຄົນຕໍ່ປີ ຊຶ່ງ ນອກຈາກຈະຖືເປັນລະດັບລາຍຮັບສະເລ່ຍທີ່ສູງທີ່ສຸດໃນປະເທດລາວແລ້ວ ກໍຍັງເປັນລະດັບລາຍຮັບ ທີ່ເກີນ ລະດັບຄາດໝາຍຂອງທາງການລາວເຖິງ 455 ໂດລາອີກດ້ວຍ.

ທັງນີ້ ໂດຍໂຄງປະກອບທາງເສດຖະກິດຂອງນະຄອນຫຼວງວຽງຈັນນັ້ນພາກກະສິກຳ-ປ່າໄມ້ ກວາມເອົາ 19.72%, ພາກອຸດສາຫະກໍາ ແລະກໍ່ສ້າງ 43.38% ແລະພາກບໍລິການ 36.9% ຂອງມູນຄ່າ GDP ໃນປີທີ່ຜ່ານມານັ້ນ ພາກກະສິກໍາ-ປ່າໄມ້ຂະຫຍາຍຕົວ 8.39% ພາກອຸດສາຫະກໍາ ແລະກໍ່ສ້າງຂະຫຍາຍ ຕົວ 14.24% ແລະພາກບໍລິການຂະຫຍາຍຕົວເຖິງ 22% ຕາມລໍາດັບ.

ແຕ່ຢ່າງໃດກໍຕາມ ທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດ ແລະເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຮຽກຮ້ອງຕໍ່ຄະນະກໍາມະການບໍລິຫານງານພັກ ນະຄອນຫຼວງວຽງຈັນເມື່ອບໍ່ດົນມາ ນີ້ວ່າ ການທີ່ຈະສາມາດບັນລຸເປົ້າໝາຍສະຫັດສະວັດຂອງການພັດທະນາ ເພື່ອເຮັດໃຫ້ປະຊາຊົນລາວຫຼຸດພົ້ນ ຈາກຄວາມທຸກຈົນໄດ້ຢ່າງແທ້ຈິງພາຍໃນປີ 2015 ນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງມີການພັດທະນາ ປັບປຸງການບໍລິຫານງານ ແລະຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນໃນໜ່ວຍງານຕ່າງໆ ຂອງພັກ ແລະລັດຖະບານຄວບຄູ່ກັນໄປ.

ໂດຍສະເພາະແມ່ນເຂດນະຄອນຫຼວງວຽງຈັນນັ້ນ ກໍມີຄວາມຈຳເປັນຢ່າງຍິ່ງທີ່ຄະນະພັກນະຄອນຫຼວງວຽງ ຈັນຈະຕ້ອງໃຫ້ຄວາມສຳຄັນກັບບັນຫາດັ່ງກ່າວນີ້ຫຼາຍເປັນພິເສດ ເນື່ອງຈາກວ່າ ນະຄອນຫຼວງວຽງຈັນບໍ່ພຽງ ແຕ່ຈະມີສະຖານະເປັນເມືອງຫຼວງຂອງປະເທດລາວເທົ່ານັ້ນ, ຫາກແຕ່ຍັງຈະຕ້ອງດຳເນີນການພັດທະນາ ໃຫ້ເປັນສູນກາງທາງເສດຖະກິດ-ການເມືອງ ແລະສັງຄົມວັດທະນະທຳຂອງຊາດໃນໄລຍະຕໍ່ໄປອີກດ້ວຍ.

XS
SM
MD
LG