ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການລາວ ຍອມຮັບວ່າ ມີເຍົາວະຊົນລາວ ຕິດຢາເສບຕິດ ເພີ້ມຂຶ້ນຢ່າງຕໍ່ເນື່ອງ


Maya Meri, 8, waits at a prosthetic center in Istanbul, Turkey, July 5, 2018. Merhi was born with no legs due to a congenital condition. After pictures of her plight in Syria were seen around the world, she was brought to Istanbul for treatment.
Maya Meri, 8, waits at a prosthetic center in Istanbul, Turkey, July 5, 2018. Merhi was born with no legs due to a congenital condition. After pictures of her plight in Syria were seen around the world, she was brought to Istanbul for treatment.

ທາງການລາວຍອມຮັບວ່າ ມີເຍົາວະຊົນລາວຕິດຢາເສບຕິດເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍຢູ່ ສູນສົມສະຫງ່າ ໃນນະຄອນວຽງຈັນ ມີເຍົາວະຊົນຫຼາຍກວ່າ 1,500 ຄົນເຂົ້າຮັບການບຳ ບັດ ອາການຕິດຢາເສບຕິດ.

ທ່ານຊື່ນຊວງ ດວງຕາວິໄລ ຫົວໜ້າຫ້ອງການຄະນະກຳມະການກວດກາ ແລະຄວບຄຸມຢາ ເສບຕິດ ໃນເຂດນະຄອນຫຼວງວຽງຈັນ ຖະແຫລງຍອມຮັບວ່າ ການຊົມໃຊ້ຢາເສບຕິດ ໃນ ກຸ່ມເຍົາວະຊົນລາວ ຍັງເປັນບັນຫາທີ່ມີຄວາມຮຸນແຮງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍເຖິງແມ່ນ ວ່າ ທາງການລາວຈະໄດ້ດຳເນີນມາດຕະການປ້ອງກັນ ແລະປາບປາມຢ່າງເຂັ້ມງວດ ຫາກ ແຕ່ຍັງບໍ່ສາມາດ ທີ່ຈະສະກັດກັ້ນບັນຫາໄດ້ ຢ່າງມີປະສິດທິຜົນ ເນື່ອງຈາກຂະບວນການ ຄ້າຢາເສບຕິດກໍໄດ້ຂະຫຍາຍເຄືອຂ່າຍເພີ້ມຂຶ້ນ ຢ່າງກວ້າງຂວາງເຊັ່ນດຽວກັນ ດັ່ງທີ່ທ່ານ ໄດ້ໃຫ້ການອະທິບາຍວ່າ:

ພວກເຍົາວະຊົນລາວ ຜູ້ຫັນໄປຄ້າຢາເສບຕິດ ຖືກທາງການລາວ ຈັບໄດ້ ພ້ອມດ້ວຍຂອງກາງ.
ພວກເຍົາວະຊົນລາວ ຜູ້ຫັນໄປຄ້າຢາເສບຕິດ ຖືກທາງການລາວ ຈັບໄດ້ ພ້ອມດ້ວຍຂອງກາງ.

“ຢາເສບຕິດນີ້ ຍັງແຜ່ລາມຫຼາຍທີ່ສຸດ ມັນສະແດງອອກຢູ່ບ່ອນວ່າ ລູກຫຼານຊາວ ໜຸ່ມຂອງພວກເຮົາ ມີຕົວເລກເພີ້ມຂຶ້ນຢ່າງບໍ່ຢຸດຢັ້ງ ໃນການສົ່ງເຂົ້າບຳບັດປິ່ນປົວ ຢູ່ສູນສົມສະຫງ່າ ໂດຍໃນປັດຈຸບັນນີ້ ກະ 1,400-1,500 ຄົນ ເພດຍິງກະ 480 ຄົນ ລວມທົ່ວນະຄອນວຽງຈັນ ຫລະໄປບຳບັດຢູ່ຫັ້ນ.”

ຍິ່ງໄປກວ່ານັ້ນ ການທີ່ຂະບວນການຄ້າຢາເສບຕິດຂ້າມຊາດໄດ້ຫັນມາໃຊ້ລາວ ເປັນເສັ້ນ ທາງລັກລອບຂົນສົ່ງຢາເສບຕິດຫຼາຍຂຶ້ນດັ່ງກ່າວນີ້ ກໍຍັງເປັນປັດໄຈສຳຄັນທີ່ຊຸກຍູ້ ໃຫ້ເຍົາ ວະຊົນລາວພາກັນຫັນໄປຊົມໃຊ້ຢາເສບຕິດເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍການສຳຫຼວດ ຫຼ້າສຸດ ພົບວ່າ ມີເຍົາວະຊົນລາວກວ່າ 5 ແສນຄົນ ທີ່ຢູ່ໃນສິ່ງແວດລ້ອມ ທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍູ້ງກ່ຽວກັບຢາເສບຕິດໃນປັດຈຸບັນ.

ທາງດ້ານທ່ານກຸ ຈັນສີນາ ປະທານຄະກຳມະການຄວບຄຸມ ແລະກວດກາຢາເສບຕິດແຫ່ງ ຊາດ ໄດ້ຖະແຫລງຢືນຢັນວ່າ ໃນປີ 2015 ທາງການລາວສາມາດຈັບກຸມ ແກ້ງຄ້າຢາ ເສບຕິດໄດ້ເຖິງ 2,258 ກໍລະນີ ໂດຍມີຜູ້ຕ້ອງຫາ ທີ່ຖືກຄວບຄຸມຕົວທັງໝົດ 3,346 ຄົນ ຊຶ່ງໃນນີ້ມີຕ້ອງຫາ ຊາວຕ່າງຊາດຮວມຢູ່ດ້ວຍ 90 ຄົນ ທັງຍັງເປັນການຈັບກຸມແກ້ງຄ້າຢາ ເສບຕິດໄດ້ເພີ້ມຂຶ້ນກວ່າ 600 ກໍລະນີ ທຽບກັບປີ 2014 ອີກດ້ວຍ.

ສ່ວນຢາເສບຕິດຂອງກາງທີ່ຢຶດໄດ້ ຈາກການຈັບກຸມດັ່ງກ່າວນີ້ ກໍປະກອບດ້ວຍຢາບ້າຫຼາຍ ກວ່າ 6,330,000 ເໝັດ ເຮໂຣອິນ 134 ກິິໂລກຣາມ ກັນຊາແຫ້ງ 3,257 ກິໂລກຣາມ ຢາໄອຊ໌ 176 ກິໂລກຣາມ ຝິ່ນດິບເກືອບ 50 ກິໂລກຣາມ ສານເຄມີ ແລະສ່ວນປະສົມຂອງ ຢາເສບຕິດອີກ 8,242 ກິໂລກຣາມ ໂດຍພື້ນທີ່ ທີ່ມີການຈັບກຸມ ແລະຢຶດຢາເສບຕິດໄດ້ ຫຼາຍທີ່ສຸດ ກໍຄືເຂດນະຄອນຫຼວງວຽງຈັນ.

ນອກຈາກນີ້ ການຮ່ວມມືຢູ່ເຂດຊາຍແດນ ລະຫວ່າງທາງການຕຳຫຼວດລາວ ກັບຫວຽດນາມ ໃນປີຜ່ານມາ ກໍຍັງສາມາດຈັບກຸ່ມສະມາຊິກແກ້ງຄ້າຢາເສບຕິດໄດ້ 11 ຄົນ ໂດຍຢຶດກັນຊາ ແຫ້ງໄດ້ເຖິງ 1,998 ຫໍ່ ຫານເຄມີທີ່ເປັນສ່ວນປະສົມຂອງຢາບ້າ 2,220 ລິດ ແລະເຄື່ອງ ສຳລັບອົບແຫ້ງກັນຊາ ສ່ວນຕຳຫຼວດຢູ່ແຂວງອຸດົມໄຊ ກໍສາມາດຈັບກຸມນັກຄ້າຢາເສບຕິດ ລາຍໃຫຍ່ 2 ຄົນ ແລະຢຶດເຮໂຣອິນໄດ້ 200 ແທ່ງ ນ້ຳໜັກລວມເຖິງ 77.6 ກິໂລກຣາມ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນໜ່ວຍປາບປາມຢາເສບຕິດໃນລາວ ຍອມຮັບວ່າ ມີເຈົ້າໜ້າທີ່ ຂັ້ນສູງຈຳນວນບໍ່ນ້ອຍ ທັງໃນວົງການທະຫານ ຕຳຫຼວດ ແລະລັດຖະບານ ທີ່ໄດ້ເຂົ້າໄປ ພົວພັນ ແລະກ່ຽວຂ້ອງກັບການຄ້າຢາເສບຕິດ ໂດຍສະເພາະການເຂົ້າໄປມີຜົນປະໂຫຍດ ໃນການຄ້າຢາບ້ານັ້ນ ກໍຍັງຖືເປັນສາເຫດ ສຳຄັນທີ່ເຮັດໃຫ້ການລັກລອບຂົນສົ່ງ ແລະການ ຄ້າຢາບ້າໃນລາວ ໄດ້ມີການຈັດຕັ້ງເປັນຂະບວນທີ່ມີເຄືອຂ່າຍຢ່າງກວ້າງຂວາງທັງໃນລາວ ແລະປະເທດເພື່ອບ້ານອີກດ້ວຍ.

ທັງນີ້ ໂດຍເຂດທີ່ຂະບວນການຄ້າຢາເສບຕິດ ໄດ້ສວຍໃຊ້ເປັນເສັ້ນທາງລັກລອບ ຂົນສົ່ງຢາ ເສບຕິດຈາກເຂດສາມຫລ່ຽມຄຳໄປຕ່າງປະເທດຫຼາຍຂຶ້ນນັບມື້ ຄືຊາຍແດນລາວກັບ ຫວຽດນາມ ໂດຍເສັ້ນທາງ ທີ່ແກ້ງຄ້າຢາເສບຕິດນຳໃຊ້ຫຼາຍທີ່ສຸດໃນລາວ ກໍຄືຖະໜົນເລກ 13 ຈາກພາກເໜືອ ຕໍ່ມາຍັງຖະໜົນເລກ 9 ໃນແຂວງສະຫວັນນະເຂດ ຕໍ່ໄປຍັງຫວຽດນາມ ແລະປະເທດທີ 3 ຕາມລຳດັບ.

XS
SM
MD
LG