ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການ​ນັບ​ຄະ​ແນນ​ສຽງ ກຳລັງ​ດຳ​ເນີນໄປ​ຢູ່ ​ໃນ​ບຸຣຸນດີ


ເຈົ້າໜ້າທີ່ເລືອກຕັ້ງຄົນໜຶ່ງ ເປີດຫີບປ່ອນບັດ ເພື່ອນັບບັດ ຢູ່ໃນນະຄອນຫຼວງ Bujumbura ຂອງປະເທດບຸຣຸນດີ ໃນລະຫວ່າງ ການເລືອກຕັ້ງປະທານາທິບໍດີ ຂອງປະເທດ, ວັນທີ 21 ກໍລະກົດ 2015.
ເຈົ້າໜ້າທີ່ເລືອກຕັ້ງຄົນໜຶ່ງ ເປີດຫີບປ່ອນບັດ ເພື່ອນັບບັດ ຢູ່ໃນນະຄອນຫຼວງ Bujumbura ຂອງປະເທດບຸຣຸນດີ ໃນລະຫວ່າງ ການເລືອກຕັ້ງປະທານາທິບໍດີ ຂອງປະເທດ, ວັນທີ 21 ກໍລະກົດ 2015.

ການ​ນັບ​ຄະ​ແນນ​ສຽງ ກຳລັງ​ດຳ​ເນີນ​ຢູ່ ​ໃນ​ບຸຣຸນດີ ບ່ອນ​ທີ່ເກີດ
​ຄວາມ​ຮຸນ​ແຮງ ​ກ່ອນ​ການ​ເລືອກ​ຕັ້ງ ທີ່ເປັນ​ຜົນເຮັດໃຫ້ ຫຼາຍພັນ
​ຄົນ​ໄດ້​ພາກັນ​ໜີອອກ​ໄປ​ຈາກ​ປະ​ເທດ ​ໃນພຽງສອງ​ສາມ​ເດືອນ
ຜ່ານ​ມາ.

ການ​ເລືອກ​ຕັ້ງປະທານາທິບໍດີ ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່​ມີ​ການ
​ຖົກ​ຖຽງ​ກັນ​ມານັ້ນ ​ແມ່ນ​ເ​ຊື່​ອກັນ​ວ່າ ມີ​ຄົນ​ໄປປ່ອນບັດບໍ່ຫຼາຍ
​ໃນ​ຂະນະ​ທີ່ ປະທານາທິບໍດີ Pierre Nkurunziza ລົງ​ແຂ່ງຂັນ
ເປັນສະ​ໄໝ​ທີ​ສາມ ​ໂດຍ​ປາດ​ສະ​ຈາກ ຝ່າຍ​ຄ້ານ​ທີ່​ສຳຄັນ​ໆ.

ຜົນ​ຂອງ​ການ​ນັບ​ບັດທີ່​ເປັນ​ທາງ​ການ ​ແມ່ນ​ຄາດ​ກັນ​ວ່າ ຈະອອກ​ມາ​ໃນ​ວັນ​ພະຫັດ​ມື້​ອື່ນ​ນີ້. ​ແຕ່​ການ​ເລືອກ​ຕັ້ງ ​ໄດ້​ຖືກ​ຕຳ​ນິຕິ​ຕຽນ​ຢ່າງ​ກວ້າງ​ຂວາງ ວ່າ ບໍ່​ເສລີ ຫຼື ຍຸດຕິ​ທຳ ຫຼັງຈາກ​ລັດຖະບານ ບໍ່​ຫົວຊາ​ນຳ​ການ​ ບໍ່​ເຂົ້າຮ່ວມ ຂອງພັກ​ຝ່າຍ​ຄ້ານ ​ແລະການຮຽກຮ້ອງ​ຈາກ​ປະຊາ​ຄົມນາໆ​ຊາດ ໃຫ້ເລື່ອນ​ການ​ເລືອກຕັ້ງອອກ​ໄປ ຍ້ອນ​ຄວາມ​ບໍ່​ສະຫງົບ.

Nkurunziza Set to Win Third Term as Burundi’s President
please wait

No media source currently available

0:00 0:01:57 0:00

ບັນດາ​ເຈົ້າໜ້າ​ທີ່ ລັດຖະບານ ລາຍ​ງານ​ວ່າ ຢ່າງ​ໜ້ອຍ 3 ຄົນ ​ເສຍ​ຊີວິດ ຄື ​ເຈົ້າໜ້າ​ທີ່​ຕຳຫລວດ 2 ຄົນ ​ແລະ ​ເຈົ້າໜ້າ​ທີ່​ຝ່າ​ຍຄ້ານ ຄົນ​ໜຶ່ງ ​ໃນ​ຄ່ຳ​ຄືນ​ຂອງ​ການ​ຍິງ​ກັນ ​ແ​ລະ ການວາງ​ລະ​ເບີດ ກ່ອນ​ໜ້າການ​ເ​ລື​ອກຕັ້ງ.

ວີ​ໂອ​ເອ ພະ​ແນ​ກພາສາອາ​ຟຣິກາ​ກາງ ລາຍງານ​ວ່າ ນະຄອນຫຼວງມີ​ຄວາມ​ງຽບສະຫງົບ ​ໃນ​ລະຫວ່າງ​ ​ຊ່ວງເວລາປ່ອນ​ບັດ​ເລືອກ​ຕັ້ງ ​ໃນ​ວັນ​ອັງຄານ​ວານ​ນີ້. ບັນດາ​ຜູ້​ເຫັນ​ເຫດການ ກ່າວ​
ວ່າ ໜ່ວຍ​ປ່ອນ​ບັດ​ເ​ລື​ອກຕັ້ງຫຼາຍ​ແຫ່ງ ຢູ່​ໃນ​ເຂດ​ໝູ່​ບ້ານ​ Buye ຂອງ​ປະທານາທິບໍດີ ແລະ ​
ໃນ​ເຂດພາກ​ສ່ວນ​ອື່ນໆ​ຂອງປະ​ເທດ ທີ່​ສະໜັບສະໜູນ ທ່ານ Nkurunziza ນັ້ນ ມີ​ຜູ້​ຄົນ​
ໄປ​ອອກສຽງຫຼາຍກວ່າ​ບ່ອນອື່ນ.

ພວກ​ຕິຕຽນ​ກ່າວ​ວ່າ ທ່ານ Nkurunziza ບໍ່​ຄວນ​ມີ​ສິດ ເຂົ້າ​ຮັບ​ຕຳ​ແໜ່​ງສະ​ໄໝທີ​ສາມ
ແຕ່​ວ່າ​ ສານລັດຖະທຳ​ມະນູນ​ຂອງ​ບຸຣຸນ​ດີ ​ໄດ້​ຕັດສິນວ່າ ທ່ານ​ມີ​ສິດ ​ເພາະວ່າ ທ່ານ​ເປັນ
​ຜູ້​ຖືກ​ເລືອກໂດຍ ​ລັດຖະສະພາ ແທນ​ທີ່​ຈະ​ເປັນ​ການ​ເລືອກເອົາ​ໂດຍ​ຜູ້​ມີ​ສິດ​ປ່ອນ​ບັດ ໃນ
ສະ​ໄໝ​ທີ 1 ຂອງ​ທ່າ​ນ ​ໃນ​ປີ 2005.

Burundi Elections
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG