ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ປ່ອນບັດ ສຫລ ຕັດສິນໃຈ ເລື່ອງຕ່າງໆ ນັບແຕ່ກັນຊາ ຫາການຄວບຄຸມປືນ

ພວກສະໜັບສະໜູນ ເລື່ອງທີ 7 ຂອງລັດ ອາແຄນຊໍ, ຂໍ້ສະເໜີ ທີ່ຈະອະນຸຍາດໃຫ້ ພວກຄົນປ່ວຍ ທີ່ມີສະພາບບາງຊະນິດ ມີໂອກາດທີ່ຈະນຳເອົາມາ ຫຼືປູກກັນຊາ ໃຊ້ໃນດ້ານການແພດ ເພື່ອບັນເທົາອາການເຈັບປ່ວຍຂອງພວກເຂົາເຈົ້າໄດ້, ຊຸມນຸມປະທ້ວງ ຢູ່ນອກຕຶກສານສູງສຸດ ຂອງລັດອາແຄນຊໍ ໃນເມືອງ Little Rock, ວັນທີ 28 ຕຸລາ 2016.

ນອກເໜືອໄປຈາກການປ່ອນບັດ ເລືອກເອົາປະທານາທິບໍດີ ໃນວັນອັງຄານແລ້ວ ພວກມີສິດປ່ອນບັດອອກສຽງ ໃນ 35 ລັດ ຂອງສະຫະລັດ ຍັງໄດ້ຕັດສິນ​ໃຈ ກ່ຽວ​ກັບ ນະໂຍບາຍຕ່າງໆຫຼາຍກວ່າ 150 ນະໂຍບາຍ ທີ່ປະກອບດ້ວຍ ການນຳໃຊ້ກັນຊາ ເພື່ອເປັນການພັກຜ່ອນ ຍ່ອນອາລົມ ທີ່ຖືກຕ້ອງຕາ​ມກົດໝາຍ ແລະ ການຈຳກັດ ການຊື້ປືນ ແລະລູກກະສຸນ. ພວກມີສິດປ່ອນບັດອອກສຽງ ແມ່ນຍັງຈະໄດ້ຕັດສິນ​ໃຈ
​ກ່ຽວ​ກັບວ່າ ຈະອະນຸມັດ ໃຫ້ຂຶ້ນຄ່າຈ້າງຂັ້ນຕ່ຳ ແລະ ບັງຄັບໃຫ້ພວກນັກສະແດງ ໃນອຸດສາຫະກຳ​ເພດ ​ທີ່​ເປີດ​ເຜີຍ ຂອງລັດແຄລິຟໍເນຍ ໃຊ້ຖົງຢາງອານາໄມ ຫຼືບໍ່.

ສ່ວນພວກມີສິດປ່ອນບັດອອກສຽງ ຂອງລັດຟໍລີດາ ໃນວັນອັງຄານວານນີ້ ໄດ້ເຮັດໃຫ້ ການໃຊ້ກັນຊາທາງການແພດ ຖືກກົດໝາຍ ຊຶ່ງເຮັດໃຫ້ລັດຂອງພວກເຂົາເຈົ້າ ເປັນ
ລັດທີ 26 ທີ່ອະນຸຍາດໃຫ້ໃຊ້ກັນຊາ ສຳລັບການປິ່ນປົວ​ທາງ​ການແພດບາງຊະນິດ. ໃນຂະນະດຽວກັນ ພວກມີສິດປ່ອນບັດອອກສຽງ ໃນລັດ ດາໂຄຕາເໜືອ ແລະ ອາແຄນຊໍ ກໍ​ໄດ້​ດຳ​ເນີ​ນການ​ແບບ​ດຽວ​ກັນນັ້ນ. ສ່ວນພວກມີສິດປ່ອນບັດ ໃນລັດ ມອນທານາ ໃນຂໍ້ລິເລີ່ມ​ແບບດຽວກັນນັ້ນ ແມ່ນຍັງນັບຄະແນນສຽງກັນຢູ່.

ຜູ້ສະໜັບສະໜູນ ຄົນໜຶ່ງ ຖືປ້າຍຂໍ້ສະເໜີ 1433, ເປັນມາດຕະການໜຶ່ງ ເພື່ອຍົກຄ່າຈ້າງຂັ້ນຕ່ຳຂຶ້ນ ຂອງລັດ ວໍຊິງຕັນ ແລະ ອະນຸຍາດໃຫ້ ພະນັກງານໝົດທຸກຄົນ ໃນລັດ ໄດ້ຮັບຄ່າຈ້າງສຳລັບ ວັນພັກຢາມເຈັບເປັນ, ວັນທີ 22 ມີນາ 2016, ໃນເມືອງ Everett ຂອງລັດວໍຊິງຕັນ.

ລັດ California ແລະ Massachusetts ໄດ້ລົງຄະແນນສຽງ ເຮັດໃຫ້ການນຳໃຊ້ກັນຊາ ເພື່ອເປັນການພັກຜ່ອນຍ່ອນອາລົມ ສຳລັບພວກຄົນທີ່ມີອາຍຸ 21 ປີຂຶ້ນໄປ ຖືກກົດໝາຍ ແລະ ລັດ Maine ໄດ້ປາກົດວ່າ ກຳລັງຈະ​ໃຫ້ການ​ອະນຸມັດ​ກ່ຽວ​ກັບ​ເລື້ອງນີ້. ການລົງຄະ ແນນສຽງ ແມ່ນຍັງຈະຕ້ອງໄດ້ຖືກນັບກັນ ຢູ່ໃນລັດ Nevada ແລະ Arizona.

ລັດ California ມີກົດໝາຍທີ່ກ່ຽວຂ້ອງກັບອາວຸດປືນ ທີ່ເຄັ່ງຄັດທີ່ສຸດຂອງປະເທດ ຢູ່ແລ້ວ ໄດ້ຮັບຮອງເອົາມາດຕະການໜຶ່ງ ທີ່ຈະຫ້າມໃຫ້ມີການຄອບຄອງ ລູກປືນ​ເປັນ​ຈຳນວນ​ຫຼວງຫຼາຍ, ​ໂດຍກຳນົດໃຫ້ມີໃບອະນຸຍາດ ເພື່ອທີ່ຈະຊື້ລູກປືນ ແລະ ເສີມ ຂະຫຍາຍໂຄງການສະເພາະ ຂອງລັດ California ທີ່ອະນຸຍາດໃຫ້ບັນດາເຈົ້າໜ້າທີ່ ສາມາດຍຶດປືນທັງຫຼາຍ ຈາກພວກເຈົ້າຂອງ ຜູ້ທີ່ໄດ້ຊື້ປືນຢ່າງຜິດກົດໝາຍ ແຕ່ບໍ່ໄດ້ອະນຸຍາດ ໃຫ້ເປັນເຈົ້າຂອງອີກຕໍ່ໄປ.

ຢູ່ໃນລັດ Maine ແລະ Nevada ກຸ່ມໜຶ່ງທີ່ໄດ້ກໍ່ຕັ້ງຂຶ້ນໂດຍ ອະດີດ ຜູ້ປົກຄອງ ນະຄອນ New York ທ່ານ Michael Bloomberg ໄດ້ໃຊ້ທຶນຫຼາຍລ້ານໂດລາ ເພື່ອສົ່ງເສີມ ການລົງຄະແນນສຽງ ກ່ຽວ​ກັບມາດຕະການຕ່າງໆ ທີ່ຈະກຳນົດໃຫ້ມີການກວດເບິ່ງ ປະຫວັດເກືອບໝົດທຸກຄົນ ທີ່ຊື້ປືນ ແລະ ໂອນປືນໃຫ້ຜູ້ອື່ນ. ການລົງຄະແນນ ໃນ ທັງສອງລັດ ແມ່ນສູສີກັນຫຼາຍ ທີ່ຈະຕັດສິນໄດ້ ໃນຕອນເຊົ້າວັນພຸດມື້ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG