ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ວີໂອເອ ນຳສະເໜີ ລາຍການ ສອນພາສາ ອັງກິດ ໃນ ລາວ


ຜູ້ຈັດລາຍການຮຽນ ພາສາ ອັງກິດ ກັບ ຕຸ້ຍ (ຊ້າຍ) ແລະ ມານີ ກຳລັງລົມກັນ ໃນລະຫວ່າງການຖ່າຍທຳ.
ຜູ້ຈັດລາຍການຮຽນ ພາສາ ອັງກິດ ກັບ ຕຸ້ຍ (ຊ້າຍ) ແລະ ມານີ ກຳລັງລົມກັນ ໃນລະຫວ່າງການຖ່າຍທຳ.

ວິທະຍຸສຽງອາເມຣິກາ ຫຼື VOA ໄດ້ເປີດຕົວລາຍການສອນພາສາ ອັງກິດ ໃໝ່ທີ່ສະຖານີ ໂທລະພາບແຫ່ງຊາດ ໃນວັນທີ 5 ມີນາທີ່ ຜ່ານມາເພື່ອສອນພາສາອັງກິດໃນຮູບແບບ ຂອງອາເມຣິກາ.

ລາຍການຮຽນພາສາອັງກິດ ກັບ ຕຸ້ຍ ແລະ ມານີ ຈັດໂດຍນັກ ຂ່າວວີໂອເອ ພະແນກພາ ສາລາວ ພຸດທະສອນ ດວງພູມີ ຫຼື ຕຸ້ຍ ແລະ ຜູ້ຈັດລາຍການອີກຄົນໜຶ່ງແມ່ນຈາກ ວີໂອເອ ພະແນກພາສາ ຂະເໝນ ຊື່ວ່າ ມານີ. ລາຍການເຊິ່ງປະກອບດ້ວຍ ຫຼາຍຕອນ ຈະສອນ ພາສາອັງກິດໃຫ້ກັບບັນດາຜູ້ຊົມໃນ ລາວ ກ່ຽວ​ກັບການນຳໃຊ້ ແລະ ຮຽນຮູ້ຄວາມໝາຍ ຂອງສຳນວນ ອາເມຣິກັນ ແລະ ສະໜອງຂໍ້ ມູນກ່ຽວກັບວັດ ທະນະທຳ ສະຫະລັດ.

ຜູ້ອຳນວຍການ​ເຂດເອເຊຍຕາເວັນອອກແລະປາຊີຟິກ ທ່ານ William Baum ໄດ້ກ່າວວ່າ “ຜູ້ຈັດລາຍການທັງສອງເປັນຄູ່ເຮັດວຽກ ຮ່ວມກັນໄດ້ດີຫຼາຍ ໃນການອະທິບາຍເຖິງຊີວິດ ການເປັນຢູ່ໃນ ສະຫະລັດ ໃນຂະນະທີ່ພວກເຂົາເຈົ້າສອນພາສາອັງກິດ ດັ່ງກັບທີ່ ປະຊາຊົນຢູ່ໃນ ອາເມຣິກາ ລົມກັນ. ລາຍການຮຽນພາສາອັງກິດກັບ ຕຸ້ຍ ແລະ ມານີ ເປັນລາຍການທີ່ມ່ວນໃນການຮັບຊົມ.”

ສະຖານີໂທລະພາບແຫ່ງຊາດລາວ ເປັນເຄືອຂ່າຍໂທລະພາບທີ່ມີຜູ້​ຊົມ ຫຼາຍທີ່ສຸດໃນ ລາວ. ລາຍການຮຽນພາສາອັງກິດກັບ ຕຸ້ຍ ແລະ ມານີ ຈະອອກອາກາດທຸກໆວັນເສົາ ແລະ ອາທິດ ເວລາ 18 ໂມງ 25 ຫາ 18 ໂມງ 30 ໃນ ລາວ, ລາຍການນີ້ຈະອອກອາກາດ ກ່ອນຂ່າວພາກຄ່ຳຂອງທາງສະຖານີ.

ທ້າວ ຕຸ້ຍ ຜູ້ຈັດລາຍການ ກ່າວວ່າ "ພວກເຮົາເພັ່ງເລັງລາຍການຂອງພວກເຮົາໃສ່ ບັນດາຜູ້ຮັບຊົມ ທີ່ມີຢູ່ຢ່າງກວ້າງຂວາງ, ເຊັ່ນບັນດານັກ ຮຽນ, ບໍລິສັດເອກະຊົນ ແລະ ລັດຖະບານ. ພາສາອັງກິດແມ່ນ ກຳລັງເຕີບໂຕຢ່າງວ່ອງໄວຢູ່ໃນປະເທດ ແລະ ນີ້ກໍ ເປັນໂອກາດທີ່ດີຫຼາຍ ສຳ ລັບປະຊາຊົນລາວທີ່ຈະໄດ້ຮຽນຮູ້ກ່ຽວກັບມັນ.”

ທ່ານນາງ ຄີລູ ຈາວ ຜູ້ອຳນວຍການຮັກສາການ ແຫ່ງວິທະຍຸວີໂອເອ ກ່າວເພີ່ມເຕີມວ່າ “ປະຊາຊົນທີ່ເບິ່ງລາຍການຮຽນພາສາອັງກິດ ກັບ ຕຸ້ຍ ແລະ ມານີ ຈະໄດ້ຮັບຜົນປະ ໂຫຍດຈາກການຮຽນຮູ້ພາສາອັງກິດ ​ແບບອາເມຣິກາ, ມັນຈະເຮັດໃຫ້ພວກເຂົາເຈົ້າ ຢາກມາຮຽນຢູ່ອາເມຣິກາ ຫຼື ໃຊ້ພາສາອັງກິດໃນການເຮັດວຽກຂອງພວກເຂົາເຈົ້າຢູ່ໃນ ລາວ.”

ລາຍການ ວິທະຍຸ ວີໂອເອ ​ເປັນລາຍການວິທະຍຸສາກົນ ທີ່ມີຄວາມນິ ຍົມທີ່ສຸດລາຍການ​ໜຶ່ງໃນ ລາວ, ເຊິ່ງເປັນບ່ອນທີ່ຂ່າວສື່ມວນຊົນຍັງມີການຄວບຄຸມຢູ່. ລາຍການວິທະຍຸ ວີໂອເອ ພາກ​ພາສາລາວ ອອກອາ ກາດທາງຄື້ນສັ້ນ ສະຖານີວິທະຍຸທ້ອງຖິ່ນທີ່ຢູ່ໃນເຄືອ ຂ່າຍດຽວ ກັນ ແລະ ອິນເຕີແນັດໃນ ລາວ ແລະ ພາກພາກເໜືອຂອງໄທ ບ່ອນທີ່ມີຄົນເວົ້າ ພາສາລາວ ຈຳນວນ​ຫຼວງຫຼາຍອາໄສຢູ່.

The Voice of America will launch a new English-language learning program on Lao National Television March 5th to teach American-style English.

English Lessons with Toui and Mani is hosted by VOA Lao Service’s Phouthasone Douangphoumy, known on the program as “Toui,” and VOA Khmer Service’s Manilene Ek, known as “Mani.” The program series teaches television audiences in Laos the use and meaning of American idioms, and provides information about the U.S. culture.

“The hosts make a great team explaining life in the United States while they teach English as it is spoken in America,” said East Asia and Pacific Division Director William Baum. “Toui and Mani are fun to watch.”

Lao National TV is the most-watched television network in Laos, with an audience share of 53 percent. English Lessons with Toui and Mani will air Saturdays and Sundays from 6:25 p.m. to 6:30 p.m. in Laos, airing just prior to the network’s evening newscast.

“We are aiming this show at a wide audience, such as students, private companies, and government,” said host Toui. “English is booming, and this is a very good opportunity for people in Laos to learn about it.”

Added Kelu Chao, acting Director of VOA, “People watching English Lessons with Toui and Mani will have a head start learning American English, should they want to come to the U.S. to go to school, or use English in their business at home in Laos.”

VOA radio broadcasts rank among the most popular international programs in Laos, where local news media are subject to censorship. VOA Laos transmits on shortwave, local affiliate radio stations, and the Internet in Laos and northern Thailand, where many Lao-speakers live.

XS
SM
MD
LG