ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດທ່ານ ທອງຄູນ ພັດທະນາ ເຈົ້າຂອງຮ້ານ ຜະລິດ ສົ້ມໝູ ທີ່ລັດ ເທັກຊັສ


ຫໍ່ສົ້ມໝູ ທີ່ໜ້າຮັບປະທານ ຜະລິດຕະພັນລາວ-ອາເມຣິກັນ ທີ່ ເມືອງ Dallas ລັດ Texas.
ຫໍ່ສົ້ມໝູ ທີ່ໜ້າຮັບປະທານ ຜະລິດຕະພັນລາວ-ອາເມຣິກັນ ທີ່ ເມືອງ Dallas ລັດ Texas.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວ ປະຈຳ​ວັນພະຫັດ
ມື້​ນີ້ເຮົາ​ຈະ​ນຳ​ເອົາ​ການ​ສຳພາດທ່ານທອງຄູນ ພັດທະນາອະດີດ
​ນັກວິ​ສະວະ​ກອນ ນັກລົງທຶນເຮັດ​ໄມ້ອັດ​ພື້ນ​ເຮືອນ ​ແລະ​ບັດ​ນີ້​ໄດ້
​ກາຍ​ມາ​ເປັນເຈົ້າ​ຂອງ​ບໍລິສັດ ​ຜະລິດ​ສົ້ມໝູ ​ຂຽບ​ໝູ​ແລະ​ອາຫານ
​ພື້ນ​ເມືອງ​ລາວ​ອື່ນໆ ຢູ່​ທີ່​ນະຄອນ Dallas ລັດ Texas ​ແລະສົ່ງ​
ອອກ​ຂາຍຕາມ​ຕະຫລາດ ຢູ່​ທົ່ວສະຫະລັດ. ຊິວິດ​ຄວາມ​ເປັນ​ມາ ຂອງທ່ານ​ຄູນ ພັດທະນາ
​ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ພົບ​ກັນ​ອີກ​ຕາມ​ນັດ​ໝາຍ​ ກັບລາຍການ​ຊີວິດ​ຊາ​ວ ປະຈຳ
​ວັນ​ພະຫັດ​. ມື້​ນີ້ ຂ້າພ​ະ​ເຈົ້າ ຈະນຳ​ພາ​ທ່ານ​ໄປ ​ຢ້ຽມຢາ​ມຖາມ​ຂ່າວ ທ່ານທອງ​ຄູນ ພັດທະ
ນາ ລູກ​ຫລານ​ເຊື້ອ​ສາຍ​ລາວ-ອ​າ​ເມຣິກັນ ສຳ​ເລັດ​ການ​ສຶກສາຝ່າຍ ວິ​ສະວະ​ກອນ ເຄີ​ຍ​ໄດ້ນຳໃຊ້​ວິຊາ​ທີ່​ໄດ້​ຮຽນ​ມາ ​ຮັບ​ໃຊ້​ປະຊາ​ຄົມ​ລາວ-ອາ​ເມຣິກັນ ​ໂດຍອອກ​ແບບສິນລະປະ
ການປຸກ​ວັດວາ​ອາ​ຮາມ. ຫລັງ​ຈາກ​ນັ້ນຕໍ່​ມາ ທ່ານ​ທອງຄູນ​ ​ໄດ້ມີ​ແນວ​ຄິດ​ປະ​ດິດຄິດສ້າງ
ຂຶ້ນ​ມາໃໝ່ ​ທ່ານ​ໄດ້ເດີນ ທາງ​ໄປ​ສຶກສາ​ທີ່​ປະ​ເທດ​ຈີນ ຮຽນ​ຮູ້ກ່ຽວ​ກັບການ​ປູກຕົ້ນໄມ້​ໄຜ່
ເພື່ອ​ນຳ​ເອົາມາ​ເຮັດແຜ່ນໄມ້ປູ​ພື້ນ​ເຮື​ອນ. ທ່ານ​ໄດ້​ລົງທຶນ​ກັບ​ຊາວ​ຈີນ ​ເລີ້ມເຮັດສວນ​ປູກ
ໄມ້​ໄຜ່ຢູ່​ໃນ ສປປ ລາວ. ​ຫລັງ​ຈາກ​ນັ້ນຕໍ່​ມາ​ ທ່ານໄດ້​ຂາຍ​ໃຫ້ແກ່ນັກ​ລົງ​ທຶນ​ຈີນ ແລ້ວກັບ​
ຄືນ​ມາຢູ່ ສະຫະລັດ ອາ​ເມຣິກາ ຄືນ​ຄື​ເກົ່າ. ບັດ​ນີ້​ໄດ້ເລີ້ມ​ບໍລິຫານ ບໍລິສັດ​ເຮັດສົ້​ມໝູ
ຂຽບ​ໝູ ​ໃສ້​ອົ່ວ ​ແລະ​ອາຫານ​ພື້ນເມືອງ​ລາວ​ຕ່າງໆຢູ່​ທີ່​ນະຄອນ Dallas ລັດ Texas ແລະ
ສົ່ງ​ອອກ​ຈຳໜ່າຍຕາມຕະຫລາດ​ຕ່າງໆ ຢູ່ໃນ​ສະຫະລັດ ​ໃນ​ຂະນະ​ປັດ​ຈຸ​ບັນ​ນີ້.

ຂຽບໝູກອບ
ຂຽບໝູກອບ

ສົ້ມໝູ ​ແລະຂຽບ​ໝູ ແມ່ນ​ອາຫານ​ພື້ນ​ເມືອງ​ເອ​ເຊຍ ຊະ​ນິດ​ໜຶ່ງ
ທີ່ມີຄວາມນິຍົມຮັບ​ປະທານ​ກັນທີ່​ສຸດຢູ່​ໃນ ສະຫະລັດ. ຖ້າ​ຫາກ
​ທ່ານ​ເຂົ້າ​ໄປ​ຮ້ານ​ຄ້າ ຕະຫລາດ​ເອ​ເຊຍ ທ່ານ​ຈະບໍ່​ຜິດ​ຫວັງ ​ແລະ
ຈະສັງ​ເກ​ດ​ເຫັນຫໍ່​ຂຽບ​ໝູ ​ແລະ​ສົ້ມໝູ ຂຽນ​ເປັນ​ພາສາ​ລາວ ​ແລະ​
ອັງກິດ ວາງ​ຂາຍຊຶ່ງ​ຜະ​ລິດ​ຕະພັນ​ເຫລົ່າ​ນີ້ ​ແມ່ນຝີ​ມື​ຂອງ​ຄົນ​ລາວ​
ເປັນ​ເຈົ້າ​ຂອງ​ຢູ່​ໃນ​ຫລາຍໆລັດ ​ໃນ​ສະຫະລັດ. ການ​ຜະລິດ​ສົ້ມ
ໝູ ​ແລະ​ຂຽບ​ໝູອອກ​ຂາຍ​ດັ່ງກ່າວ​ນີ້ ຕ້ອງ​ມີ​ຂັ້ນ​ຕອນ ​ມີໃບ​ອະນຸ​
ຍາດ ​ແລະ​ຮຽນຮູ້​ພື້ນຖານດ້ານ​ອະນາ​ໄມ ​ຄວາ​ມປອດ​ໄພ​ຂອງ​
ອາຫານ ແລະ​ສິ່ງແວດ​ລ້ອມ​ອື່ນໆ.

ບັດ​ນີ້ເຮົາ​ມາ​ຟັງ​ການ​ໂອ້​ລົມ​ກັບ ທ່າ​ນທອງຄູນວ່າ ​ການ​ດຳລົງຊີວິດໃນ​ເບື້ອງຕົ້ນຂອງ​ການ
​ເປັນ​ນັກວິ​ສະວະ​ກອນ ມາ​ເປັນນັກຄົ້ນຄວ້າການ​ຄ້າ​ປູກ​ຕົ້ນ​ໄມ້​ໄຜ່ ກ່ອນ​ຈະໄດ້​ກາຍ​ມາ​ເປັນຜູ້​ຊ່ຽວຊານຜະ​ລິດ​ສົ້ມໝູ ​ຂຽບ​ໝູ ແລະ​ອາຫານ​ພື້ນ​ເມືອງ​ລາວ​ອື່ນໆອອກ​ຂາຍ​ຢູ່​ຕາມ
​ຕະຫລາ​ດໃນ ສະຫະລັດ ຊຶ່ງ​ທ່ານ​ຄູນ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ດັ່ງ​ນີ້ :

ໄສ້ອົ່ວໝູ ປິ້ງແລ້ວນໍ້າມັນຍ້ອຍອອກມາ ແຊບອີຫລີ
ໄສ້ອົ່ວໝູ ປິ້ງແລ້ວນໍ້າມັນຍ້ອຍອອກມາ ແຊບອີຫລີ

ຫລັງ​ຈາກ​ທ່ານ​ທອງ​ຄູນ ​ໄດ້​ກັບຄືນມາ ສະຫະລັດ ທ່ານ​ໄດ້ສຶກສາ​ເລີ້ມ​ເປີດ​ທຸລະ​ກິດ ​ບໍລິ​
ສັດ​ເຮັດ​ສົ້ມໝູ ​ຂຽບ​ໝູ ແລະ​ອາຫານ​ພື້ນ​ເມືອງ​ລາວ ຫລາຍ​ຊະ​ນິດ​ ອອກ​ຂາຍ​ຢູ່​ທົ່ວ ສະຫະ
ລັດ ​ທ່ານທອງ​ຄູນ ​ໄດ້​ເລົ່າ​ເຖິງ​ຂັ້ນ​ຕອນ​ຕ່າງໆຂອງການຜະ​ລິດ ການ​ບໍລິຫານ​ ລາຄາ ແລະການ​ສົ່ງ​ໃຫ້​ເຖິງ​ຈຸດໝາຍ​ຂອງ​ຜູ້​ບໍລິ​ໂພ​ກດັ່ງນີ້ :

ບັນດາພະນັກງານ ກຳລັງຫໍ່ສົ້ມໝູ
ບັນດາພະນັກງານ ກຳລັງຫໍ່ສົ້ມໝູ

ທຸລະ​ກິດ​ທຸກ​ໆຢ່າງ​ຢູ່​ໃນ ສະຫະລັດ ​ຕ້ອງ​ມີ​ການ​ແຂ່ງຂັນ​ກັນ ​ໃຊ້​ເວລາ​ທົດ​ລອງ ຕ້ອງມີ
ຄວາ​ມມານະອົດທົນ ກ່ອນ​ຈະ​ເຫັນ​ຜົນສຳ​ເລັດ ທ່ານ​ທອງ​ຄູນ ​ໄດ້ບໍລິຫານ​ວຽກ​ງານ​ດັ່ງ
ກ່າວ​ມາ​ໄດ້​ປີ​ປາຍ​ແລ້ວ ​ແລະ​ໄດ້​ ກ່າ​ວ​ສະຫລຸບ​ກ່ຽວ​ກັບ​ທຸລະ​ກິດ​ຂອງ​ທ່ານດັ່ງ​ນີ້ :

ທ່ານທອງຄູນ ພັດທະນາ ແລະພັນລະຍາ ຍານາງຣາຊນີ ກາແກ້ວ ເຈົ້າຂອງບໍລິສັດ Lao Chareun Foods.
ທ່ານທອງຄູນ ພັດທະນາ ແລະພັນລະຍາ ຍານາງຣາຊນີ ກາແກ້ວ ເຈົ້າຂອງບໍລິສັດ Lao Chareun Foods.

ຫໍ່ສົ້ມໝູ ທີ່ຕຽມສົ່ງອອກໄປໃຫ້ຜູ້ສັ່ງຊື້
ຫໍ່ສົ້ມໝູ ທີ່ຕຽມສົ່ງອອກໄປໃຫ້ຜູ້ສັ່ງຊື້

ທ່ານ​ຜູ້​ຟັງທີ່​ເຄົາ​ລົບ ກະລຸນາ​ຢ້ຽມຢາມ​ ແວັບ​ໄຊ​ທ໌ ຂອງວີໂອເອ
​ເພື່ອ​ຕິດ​ຕາມ​ເບິ່ງ​ຮູບ​ພາບ ການ​ຜະລິດ​ສົ້ມໝູ ຂຽບ​ໝູ​ ​ແລະ​ອາ
ຫານ​ພື້ນ​ເມືອງ​ລາວ​ຕ່າງໆຂອງ​ ທ່ານ​ທອງ​ຄູນ ພັດທະນາ ​ແລະ ​
ຍານາງຣາຊນີ ກາ​ແກ້ວ. ຢ່າ​ລືມອຸດໜູນຜະລິດຕະພັນ ລາວ-
ອາເມຣິກັນ ແລະສັ່ງຊື້ມາ​ຊີ​ມ​ໄດ້.

XS
SM
MD
LG