ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວີໂອເອ ສຳພາດ ທ້າວທາຣາທິບ ນັກທຸລະກິດ ຜະລິດຊີ້ນສະຫວັນ ທີ່ນະຄອນ Los Angeles


ທ້າວທາຣາທິບ ສຸລິສັກ ນັກທຸລະກິດ ຜະລິດຊີ້ນສະຫວັນ ສົ່ງຂາຍ
ທາງອິນເຕີແນັດ ແລະຕາມຕະຫລາດ.
ທ້າວທາຣາທິບ ສຸລິສັກ ນັກທຸລະກິດ ຜະລິດຊີ້ນສະຫວັນ ສົ່ງຂາຍ ທາງອິນເຕີແນັດ ແລະຕາມຕະຫລາດ.

ທ່ານຜູ້ຟັງທີ່ເຄົາລົບທັງຫຼາຍ ໃນລາຍການຊີວິດຊາວລາວຂອງ ວີໂອເອ ແລງວັນພະຫັດ
ມື້ນີ້ ເຮົາຈະແນະນຳໃຫ້ທ່ານຮູ້ຈັກກັບ ທ້າວທາຣາທິບ ສຸລິສັກ ລູກຫລານອາເມຣິກັນເຊື້ອ
ສາຍລາວ ຊຶ່ງແຕ່ກ່ອນເປັນນັກວາງແຜນ ພິທີກຳຕ່າງໆ. ບັດນີ້ ທາຣາທິບ ໄດ້ຫັນປ່ຽນວິ ຊາອາຊີບ ມາເປັນ ຜູ້ຜະລິດຊີ້ນສະຫວັນ ມີລົດຊາດເພັດຫວານ ແລະໄດ້ກາຍມາເປັນທີ່
ນິຍົມ ວາງຂາຍທາງອິນເຕີແນັດ ແລະຢູ່ຕາມທ້ອງຕະຫລາດໃນສະຫະລັດ. ສຳລັບຄວາມ
ເປັນມາຂອງທາລາທິບວ່າ ເປັນຢ່າງໃດນັ້ນ ກະລຸນາພົບກັບ ກິ່ງສະຫວັນໄດ້ ໃນອັນດັບຕໍ່ ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຈະຂໍແນະນຳທ່ານ ໃຫ້ຮູ້ຈັກກັບ ທ້າວທາຣາ ທິບ ສຸລິສັກ ເຊື້ອສາຍລາວ ເກີດຢູ່ໃນສະຫະລັດ ອາຍຸ 31 ປີ ຜູ້ຜະລິດຊີິ້ນສະຫວັນ ທີ່ກຳ ລັງໄດ້ຮັບຄວາມນິຍົມຊົມຊອບ ຂາຍທາງອິນເຕີແນັດ ແລະສົ່ງຂາຍຢູ່ຕາມທ້ອງຕະຫລາດ ໃນສະຫະລັດ. ເຖິງແມ່ນທາຣາທິບ ໄດ້ມາເກີດແລະເຕີບໃຫຍ່ຢູ່ໃນສະຫະລັດກໍຕາມ ແຕ່
ຜູ້ກ່ຽວໄດ້ຖືກລ້ຽງດູ ຢູ່ໃນບັນຍາກາດຄອບຄົວທີ່ຮັກສາການປາກເວົ້າພາສາລາວ ຮູ້ຈັກ
ຂະນົບທຳນຽມລາວ ມັກກິນອາຫານພື້ນເມືອງລາວ ແລະໃນທີ່ສຸດກໍໄດ້ກາຍມາເປັນນັກ
ຜະລິດອາຫານລາວ ຢູ່ໃນສະຫະລັດ.

ບັດນີ້ເຮົາມາເວົ້າກັນເຖິງອາຫານພື້ນເມືອງລາວກ່ອນຈັກໜ້ອຍເນາະທ່ານ. ນັບແຕ່ອົບ
ພະຍົບຈາກປະເທດລາວໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ເປັນເວລາ ດົນກວ່າສີ່ທົດ
ສະວັດຜ່ານມາ ເຂົາເຈົ້າໄດ້ນຳເອົາຮິດຄອງປະເພນີເກົ່າແກ່ໂບຮານ ອັນດີງາມຫລາຍໆ
ຢ່າງມາເພີິ້ມພູນ ຄືກັນກັບແຜ່ນແພທີ່ນຳມາປັກຫຍິບຕື່ມເຂົ້າ ໃຫ້ສວຍງາມປະກອບໃສ່
ກັບຄວາມອຸດົມຮັ່ງມີ ຂອງປະເທດ ທີ່ໃຫ້ຄວາມອຸປະກາລະ ແລະ ອິດສະຫລະພາບແກ່ ພວກເຂົາເຈົ້າ.

ເວລານີ້ ເຮົາຈະສັງເກດເຫັນ ບັນດານັກທຸລະກິດອາເມຣິກັນເຊື້ອສາຍລາວ ພາກັນເປີດ
ຮ້ານອາຫານເອເຊຍຢູ່ຕາມໂຕເມືອງຕ່າງໆ ຢູ່ທົ່ວສະຫະລັດ ຊຶ່ງແຕກຕ່າງກັບໃນເມື່ອ
ກ່ອນ ທີ່ມີຄວາມເປັນຫ່ວງຢ້ານກົວ ບໍ່ກ້າສ່ຽງວ່າ ຖ້າໃສ່ຊື່ວ່າເປັນຮ້ານອາຫານລາວນັ້ນ ຈະບໍ່ມີຄົນກິນ. ມາບັດນີ້ ສິ່ງເຫລົ່ານັ້ນໄດ້ເຫືອດຫາຍໄປ ເພາະມັນໄດ້ພິສູດໃຫ້ເຫັນເຖິງ ຜົນສຳເລັດຕ່າງໆ. ຊື່ຮ້ານອາຫານລາວ ແລະຄວາມລີ້ລັບຂອງອາຫານພື້ນເມືອງລາວໄດ້
ໂພ່ໂຕອອກມາໃຫ້ເຫັນ ແລະໄດ້ຮັບຄວາມນິຍົມຊົມຊອບຢ່າງໜ້າສັນລະເສີນ. ທ້າວທາ ຣາທິບຜູ້ສົ່ງເສີມຜະລິດອາຫານພື້ນເມືອງລາວ ໄດ້ເລົ່າຄວາມເປັນມາຂອງການຕັ້ງທຸລະ ກິດຂອງຜູ້ກ່ຽວສູ່ ວີໂອເອ ຟັງດັ່ງນີ້:

ຜະລິດຕະພັນ ຊີ້ນສະຫວັນ ອາຫານພື້ນເມືອງລາວ ໃນສະຫະລັດ.
ຜະລິດຕະພັນ ຊີ້ນສະຫວັນ ອາຫານພື້ນເມືອງລາວ ໃນສະຫະລັດ.

ທາຣາທິບ ໄດ້ເຕີບໃຫຍ່ຢູ່ໃນບັນຍາກາດຄອບຄົວ ທີ່ແມ່ເປັນຜູ້ມັກຄົວກິນ ແລະຍັງນຳເອົາ
ໄປຂາຍໃຫ້ສະມາຊິກໃນສັງຄົມລາວອາເມຣິກັນ ເພື່ອເປັນລາຍໄດ້ເຂົ້າມາໃນຄອບຄົວ ເລັກນ້ອຍ. ທາຣາທິບ ອະດີດນັກວາງແຜນພິທີກຳຕ່າງໆໃນນະຄອນ Los Angeles ລັດ
California ມາເປັນເວລາຫລາຍປີ ແລະມາບັດນີ້ິໄດ້ຫັນປ່ຽນມາເປັນຜູ້ຜະລິດອາຫານພື້ນ
ເມືອງລາວອອກຂາຍ ຊຶ່ງທາຣາທິບໄດ້ກ່າວຕໍ່ ວີໂອເອ ວ່າ:

ການປຸງແຕ່ງອາຫານລາວ ຍັງລີ້ລັບສະລັບສັບຊ້ອນ ບໍ່ມີບັນທຶກ ຫລັກສູດບອກສອນ ແຕ່
ຖືກເກັບກຳໄວ້ຢູ່ ໃນຄວາມຊົງຈຳ ແລະການປຸງແຕ່ງນັ້ນມີວິທີ ຄວາມລັບຂອງໃຜລາວ ຊຶ່ງທາຣາທິບກ່າວຕໍ່ໄປດັ່ງນີ້:

ທຸລະກິດຜະລິດອາຫານຢູ່ໃນສະຫະລັດ ມີກົດລະບຽບດ້ານອະນາໄມເຄັ່ງຄັດທີ່ສຸດ ແລະ
ຖືກກວດກາຢູ່ເປັນປະຈຳ. ເພາະສະນັ້ນ ເຮົາຈະບໍ່ເຫັນການນຳເອົາຊີ້ນວາງຕາກໃຫ້ແຫ້ງ
ໂດຍອາໄສແສງຕາເວັນ ທີ່ມີແມງວັນຕອມ ຊຶ່ງທາຣາທິບໄດ້ກ່າວເຖິງຂັ້ນຕອນວິທີ ເຮັດໃຫ້ ຊີ້ນແຫ້ງດັ່ງນີ້:

ຜະລິດຕະພັນ ຊີ້ນສະຫວັນ ອາຫານພື້ນເມືອງລາວ ທີ່ຫລາຍລົດຊາດ.
ຜະລິດຕະພັນ ຊີ້ນສະຫວັນ ອາຫານພື້ນເມືອງລາວ ທີ່ຫລາຍລົດຊາດ.

ການຂໍອະນຸຍາດເປີດທຸລະກິດຜະລິດອາຫານ ບໍ່ເປັນສິ່ງທີ່ງ່າຍດາຍ ຕ້ອງມີທຶນຮອນຫຼາຍ ສົມຄວນ ຂໍອະນຸຍາດຕາມຂັ້ນຕອນຕ່າງໆ ແລະໃຊ້ເວລາເຖິງປີ ຈຶ່ງໄດ້ຮັບອະນຸຍາດ ຊຶ່ງ
ທິບທາຣາກ່າວບັ້ນທ້າຍດັ່ງນີ້ວ່າ:

ຊີ້ນ​ສະຫວັນ ກິນ​ກັບ​ເຂົ້າໜຽວຮ້ອນໆ ຈໍ້າ​ແຈ່ວ​ບອງ ​ແມ່ນ​ແຊບ​ອີ່ຫລີ ຫລື​ບໍ່​ດັ່ງ​ນັ້ນ ກໍ​ກິນ​ແກ້ມ​ກັບ​ເບຍ​ເຢັນໆ​ ​ເຖິງ​ຈະນັ່ງ​ຢູ່​ບ່ອນໃດກັບ​ໃຜ ຫລື​ນັ່ງ​ຢູ່​ຄົນ​ດຽວກໍ​ແມ່ນ​ຄັກແທ້ໆ. ກະລຸ ນາ​ຢ້ຽມຢາມ​ໜ້າ​ເວັບ​ໄຊ​ຂອງ ວີ​ໂອ​ເອ ​ເພື່ອເບິ່ງຮູບ​ພາບ ​ແລະຕິດຕາມ​ກ່ຽວ​ກັບທຸລະ​ກິດ​ຂອງ​ທ້າວ​ທາຣາທິບ ສຸລິ​ສັກໄດ້.

ຫຍີ່ຫໍ້ ຊີ້ນສະຫວັນ ຜະລິດຢູ່ໃນສະຫະລັດ.
ຫຍີ່ຫໍ້ ຊີ້ນສະຫວັນ ຜະລິດຢູ່ໃນສະຫະລັດ.

XS
SM
MD
LG