ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອ ສຳພາດ ທ່ານແສງໄຊ ຣາສະຫວັດ ເຈົ້າຂອງຟາມລ້ຽງໄກ່ ເກັບເອົາໄຂ່


ທ່ານແສງໄຊ ຣາສະຫວັດ ເຈົ້າຂອງຟາມລ້ຽງໄກ່ ເກັບເອົາໄຂ່ ຢູ່
ທີ່ເມືອງ Huntington ລັດ Arkansas ສະຫະລັດ ອາເມຣິກາ.
ທ່ານແສງໄຊ ຣາສະຫວັດ ເຈົ້າຂອງຟາມລ້ຽງໄກ່ ເກັບເອົາໄຂ່ ຢູ່ ທີ່ເມືອງ Huntington ລັດ Arkansas ສະຫະລັດ ອາເມຣິກາ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ເຮົາຈະນຳພາທ່ານ ໄປຢ້ຽມ
ຢາມຖາມຂ່າວ ທ່ານແສງໄຊ ຣາສະຫວັດ ຄົນອາເມຣິກັນເຊື້ອສາຍລາວ ຕັ້ງຖິ່ນຖານ
ຢູ່ເມືອງ Huntington ລັດ Arkansas ທາງທິດຕາເວັນອອກສຽງໃຕ້ຂອງສະຫະລັດ.
ທ່ານແສງໄຊ ແມ່ນເຈົ້າຂອງຟາມ ຮັບເອົາໄກ່ມາລ້ຽງ ເພື່ອເກັບເອົາໄຂ່ ສົ່ງຂາຍ​ຄືນ
ໃຫ້ແກ່ໂຮງງານໄກ່. ຢູ່ໃນສະຫະລັດມີລະບົບການ​ລ້ຽງໄກ່​ຢູ່​ຫລາຍຂັ້ນຕອນ​ ​ແລະ​ມີ​ລະ
ບຽບການຢ່າງ​ໃດ​ແດ່​ນັ້ນ ກິ່ງສະວັນ ຈະນຳ​ເອົາ​ລາຍ​ລະອຽດ ມາລົມ​ສູ່​ທ່ານຟັງ ໃນອັນ
ດັບຕໍ່ໄປ.

ຟາມໄກ່ ລ້ຽງເອົາໄຂ່ ທ່ານແສງໄຊ ຣາສະຫວັດ.
ຟາມໄກ່ ລ້ຽງເອົາໄຂ່ ທ່ານແສງໄຊ ຣາສະຫວັດ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ໃນຕ່າງແດນຂອງວີ​ໂອ​ເອ
ມື້ນີ້ ຂ້າພະເຈົ້າຂໍແນະນຳໃຫ້ທ່ານຮູ້ຈັກ ກັບທ່ານແສງໄຊ ຣາສະຫວັດ ຄົນອາເມຣິກັນ
ເຊື້ອສາຍລາວ ເຈົ້າຂອງຟາມລ້ຽງໄກ່ທີ່​ຮັບ​ເອົາ​ໄກ່​ມາລ້ຽງເພື່ອເກັບເອົາໄຂ່ ສົ່ງ​ຄືນ​ໄປ​
ຂາຍ ​ໃຫ້​ແກ່​ໂຮງງານ ​ອຸດສາຫະກຳ​ໄກ່ ຢູ່ທີ່ເມືອງ Huntington ລັດ Arkansas ຕັ້ງຢູ່
ພາກກາງຕາເວັນອອກສຽງໃຕ້ຂອງສະຫະ ລັດ. ຢູ່ໃນເຂດນີ້ ມີປະຊາຄົມອາເມຣິກັນ
ເຊື້ອສາຍລາວ ເປັນເຈົ້າຂອງຟາມໄກ່ຢູ່ສິບແຫ່ງ ​ແຕ່ລະ​ຟາ​ມ​ໄດ້ຮັບເອົາໄກ່ຫລາຍໆ
ໝື່ນໂຕມາລ້ຽງ ​ແລະແຕ່ລະຟາມ ແບ່ງແຍກການ​ລ້ຽງ​ໄກ່ ​ອອກ​ເປັນສາມຊະ​ນິດ ທີ່
ສຳຄັນດັ່ງນີ້:

ຊະນິດ​ທີ​ 1 ​ແມ່ນຟາມລ້ຽງໄກ່ເນື້ອເພື່ອບໍລິໂພກແບ່ງອອກ​ເປັນສອງຢ່າງຄື ລ້ຽງໄກ່ນ້ອຍ
ໃຊ້ເວລາ 35 ຫາ 40 ມື້ ແລະ ລ້ຽງໄກ່ໃຫຍ່ ​ໃຊ້​ເວລາ 52 ຫາ 60 ມື້. ໄກ່ເຫລົ່ານີ້ຈະກິນ
ອາຫານຢູ່ຕະຫລອດ​ເວລາເພື່ອໃຫ້ໃຫຍ່ໄວແລະ​ມີ​ເນື້ອ​ໜັງ​ອ້ວນ​ພີ ເມື່ອເຖິງກຳນົດໂຮງ
ງານໄກ່ ຈະມາຂົນເອົາ​ໄປ​ໂຮງ​ຂ້າ​ໄກ່ ​ເພື່ອ​ນຳ​ອອກສູ່​ຕະຫລາດ.

ຊະນິດ​ທີ 2 ​ແມ່ນຟາມລ້ຽງໃຫ້ໄກ່ໃຫຍ່​ໃຫ້ເປັນບ່າວເປັນສາວນັບຈາກມື້​ໄກ່ເບາະອອກ
ມາ ໄກ່ຈະຖືກລ້ຽງຢູ່ແປດເດືອນ ຫລັງຈາກນັ້ນ ໄກ່ເຫລົ່ານີ້ຈະຖືກສົ່ງໃຫ້ບັນດາຟາມ ທີ່ຈະນຳໄກ່ໄປປະສົມພັນ ເພື່ອເກັບເອົາແຕ່ໄຂ່ເທົ່ານັ້ນ.

​ແລະ​ຊະນິດ​ທີ 3 ​ແມ່ນ​ຊະນິດຟາ​ມ​ລ້ຽງ​ໄກ່​ຂອງທ່ານແສງໄຊ ທີ່ມີໜ້າລ້ຽງ​ເພື່ອເກັບເອົາ
ໄຂ່ ​ແ​ລະ​ໄກ່​ຈະໃຊ້​ເວລາປະສົມພັນກັນຢູ່ສິບເດືອນ ທີ່ກຳລັງເປັນບ່າວ 700 ໂຕແລະ
ກຳລັງເປັນສາວ 8000 ໂຕ. ສະເຫຼ່ຍແລ້ວໄກ່ຜູ້ໂຕນຶ່ງຈະປະສົມ ພັນກັບໄກ່ແມ່ສິບກວ່າ
ໂຕ. ຫລັງຈາກເດືອນເຄິ່ງ ໄກ່ແມ່ຈະເລີ້ມອອກໄຂ່ ແລະທີ່​ໄກ່​ອອກ​ໄຂ່ຫຼາຍທີ່​ສຸດ​ນັ້ນ ​ແມ່ນປະມານ 15 ຫາ 16 ພັນໜ່ວຍຕໍ່ມື້.

ນີ້ແມ່ນໜ້າທີ່ຂອງທ່ານແສງໄຊ ຜູ້ເປັນເຈົ້າຂອງຟາມທີ່ຈະເກັບໄຂ່​ໃນແຕ່ລະມື້ເຈັດມື້ຕໍ່
ອາທິດ ​ເພື່ອໃຫ້ໂຮງງານໄກ່ມາຂົນເອົາໄປທຳການເບາະຕໍ່​ໄປ. ບັນດາໄຂ່ເຫລົ່ານີ້ສາ
ມາດບໍລິໂພກໄດ້ ແຕ່ວ່າ​ໄຂ່ໄກ່​ສຳ​ລັບ​ບໍລິ​ໂພ​ກນັ້ນມີຟາມລ້ຽງອີກຕ່າງຫາກ. ທ່ານແສງ
ໄຊ ໄດ້ກ່າວຕໍ່ວີໂອເອ ກ່ຽວກັບຊີວິດຄວາມຣັບຜິດຊອບ​ໃນການເປັນເຈົ້າຂອງຟາມໄກ່
ດັ່ງນີ້:

ໜ່ວຍໄຂ່ທີ່ເກັບມາຮັກສາໄວ້.
ໜ່ວຍໄຂ່ທີ່ເກັບມາຮັກສາໄວ້.

ການ​ເຮັດ​ວຽກ​ເປັນ​ເຈົ້າ​ຂອງສາ​ຟາ​ມ​ໄກ່ ຢູ່ບ້ານ​ກັບ​ຄອບຄົວ​ ແມ່ນ​ກຳ​ໄລ​ຢ່າງ​ນຶ່ງ​ ​ແຕ່​ວ່າ​
ມີ​ຄວາມ​ຮັບຜິດຊອບ​ສູງ ​ໃນ​ການ​ດູ​ແລ​ລົກ​ໄກ່​ສອງ​ຫລັງ ທີ​ມີຈຳນວນ​ໄກ່​ຢູ່​ກວ່າ 8000
ໂຕ. ທ່ານ​ແສງ​ໄຊ ຕ້ອງຮັກສາ​ອຸ​ນຫະພູມ​ລົກ​ໄກ່ໃຫ້​ສະໝໍ່າສະ​ເໝີ ​ເກືອ​ໄກ່​ດ້ວຍ​ເຄື່ອງ​
ຈັກ​ມື້​ນຶ່ງ​ເທື່ອ​ນຶ່ງ ມີນໍ້າ​ໄວ້​ໃຫ້​ຢູ່​ຕະຫລອດ​ເວລາແລະ​ເບິ່ງ​ແຍງ​ຮັກສາທົ່ວໆໄປ ​ແລະ​ເຝົ້າ​
ເກັບ​ໄຂ່​ຫລາຍ​ເທື່ອ​ຕໍ່​ມື້ ຖ້າ​ຫາກວິ​ທີລ້ຽງ​ເຮັດ​ໃຫ້​ໄຂ່​ໄກ່ສົມ​ບູນ​ດີ ​ໄຂ່​ໃຫຍ່ ​ແລະ​ອອກ
​ຫລາຍ ທ່ານ​ແສງ​ໄຊ​ຍັງ​ຈະໄດ້​ຮັບ​ລາງວັນ​ອີກ ດັ່ງທ່ານແສງ​ໄຊ ​ໄດ້​ກ່າວ​ຕໍ່​ໄປ​ວ່າ.

ໄຂ່ໄກ່ ທີ່ເກັບມາໄວ້.
ໄຂ່ໄກ່ ທີ່ເກັບມາໄວ້.

ທ່ານແສງໄຊ ຣາສະຫວັດ ແມ່ນລູກບ້ານ​ຊາວ​ທ່າ​ແຂກ ​ແຂວງ​ວຽງ​ຈັນ ໄດ້ເຂົ້າມາ
ຕັ້ງຖິ່ນຖານຢູ່ໃນສະຫະລັດໃນປີ 1980 ທີ່ລັດ Massachusetts ທາງພາກຕາເວັນ
ອອກສຽງເໜືອຂອງສະຫະລັດ. ທ່ານໄດ້ເລີ້ມປະກອບວິຊາອາຊີບເປັນພໍ່ ຄົວປາດິບ
ຢູ່​ຮ້ານ​ອາຫານຍີ່ປຸ່ນ Sushi Sashimi ເປັນ​ເລາ 14 ປີ ຫລັງຈາກນັ້ນໄດ້ຍົກຍ້າຍ
ຄອບຄົວໄປຕັ້ງຮ້ານອາຫານ Sushi Sashimi ຫລື​ຮ້ານປາດິບຍີ່ປຸ່ນອີກ 13 ປີ ຢູ່
ລັດ Florida ຕັ້ງຢູ່ໃຕ້ສຸດຂອງສະຫະລັດ. ການເປັນເຈົ້າຂອງຮ້ານອາຫານ ມີຄວາມ
ຮັບຜິດຊອບສູງ ເປີດເຈັດມື້ເຈັດຄືນ ຈົນເກືອບບໍ່ມີເວລາພັກຜ່ອນ ດັ່ງທີ່ທ່ານກ່າວ
ຕໍ່ວີໂອເອດັ່ງນີ້:

ໄກ່ນ້ອຍ
ໄກ່ນ້ອຍ

ການປະກອບອາຊີບຢ່າງດຽວເປັນເວລາດົນນານ ມັກຈະເຮັດໃຫ້ເກີດມີຄວາມເບື່ອ
ນາຍ ​ແລະອິດເມື່ອ. ດ້ວຍເຫດນີ້ ທ່ານແສງໄຊ ຈຶ່ງໄດ້ຕັດສິນໃຈຫັນປ່ຽນວິຊາອາຊີບ
ມາເຮັດທຸລະກິດຟາ​ມໄກ່ ​ແລະເກັບໄຂ່ໄກ່ມາເປັນເວລາສອງປີແລ້ວ. ທ່ານ​ໄດ້​ຊື້​ຟາ​ມ​
ແຫ່ງ​ນີ້​ ປະກອບ​ດ້ວຍ​ລົກ​ໄກ່​ໃຫຍ່​ສອງ​ຫລັງ ​ເຮືອນຢູ່ ​ແລະມີເນື້ອ​ທີ່​ທັງໝົດ 50 ​ເຮັກ​
ຕາມູນ​ຄ່າຫົກ​ແສນ​ໂດ​ລາ. ​ແຕ່ລະ​ປີ ທ່ານ​ສາມາດ​ສ້າງ​ລາຍ​ໄດ້​ແສນ​ກວ່າ​ໂດ​ລາ ທີ່​ຍັງ​
ບໍ່​ທັນ​ໄດ້​ຕັດ​ຄ່າ​ໃຊ້​ຈ່າຍ​ຕ່າງໆ ​ແລະ​ເສຍ​ພາ ສີ ​ແລະ​ນັ້ນ​ແມ່ນ​ໂຕ​ຢ່າງ​ວິຊາ​ອາຊີບ​ຢ່າງ
ນຶ່ງ​ຂອງ​ຊາວອາ​ເມຣິກັນ​ເຊື້ອສາຍ​ລາວ​ຢູ່​ໃນ​ສະຫະລັດ.

XS
SM
MD
LG