ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຳພາດ ທ່ານຄຳອອນ ແກ້ວປຣະເສີດ ອະດີດເຈົ້າໜ້າທີ່ ສັງຄົມສົງເຄາະ ແລະ ຜູ້ແນະນຳຈິດຕະແພດ


ທ່ານຄຳອອນ ແກ້ວປຣະເສີດ ອະດີດເຈົ້າໜ້າທີ່ສັງຄົມສົງເຄາະ ແລະຜູ້ແນະນຳຈິດຕະແພດ ທີ່ລັດ Oregon ສະຫະລັດ ອາເມຣີກາ.
ທ່ານຄຳອອນ ແກ້ວປຣະເສີດ ອະດີດເຈົ້າໜ້າທີ່ສັງຄົມສົງເຄາະ ແລະຜູ້ແນະນຳຈິດຕະແພດ ທີ່ລັດ Oregon ສະຫະລັດ ອາເມຣີກາ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈໍາແລງວັນພະ
ຫັດມືນີ້ ເຮົາຈະນຳພາທ່ານຟັງການສຳພາດກັບ ທ່ານຄຳອອນ ແກ້ວປຣະເສີດ ອາເມ
ຣິກັນເຊື້ອສາຍລາວ ອະດີດເຈົ້າໜ້າທີ່ສັງຄົມສົງເຄາະ ແລະຜູ້ບໍຣິຫານໂຄງການປິ່ນ
ປົວໂຣກຈິດ ໃຫ້ແກ່ມະຫາວິທະຍາໄລ Health Science ຢູ່ທີ່ນະຄອນ Portland
ລັດ Oregon ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງສະຫະລັດ. ສຳລັບຄວາມເປັນມາ
ຂອງທ່ານຄຳອອນ ວ່າເປັນຢ່າງໃດ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານຄຳອອນ ແກ້ວປຣະເສີດ
ທ່ານຄຳອອນ ແກ້ວປຣະເສີດ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຈະຂໍແນະ
ນຳໃຫ້ທ່ານຮູ້ຈັກກັບ ທ່ານຄຳອອນ ແກ້ວປຣະເສີດ ອະດີດລູກບ້ານຫລານ ເມືອງປາກ
ເຊ. ທ່ານໄດ້ເຂົ້າມາຢູ່ສະຫະລັດໃນປີ 1972 ໃນນາມນັກສຶກສາຈາກພະແນກພາສາ
ອັງກິດ ຂອງອະດີດໂຮງຮຽນອົບຮົມຄູດົງໂດກ. ຫລັງຈາກການປ່ຽນແປງລະບອບການ
ປົກຄອງຢູ່ໃນປະເທດລາວໃນປີ 1975 ແລ້ວ ທ່ານຄຳອອນ ກໍໄດ້ຕົກຄ້າງຢູ່ໃນສະຫະ
ລັດມາ ແລະໄດ້ດຳເນີນການສຶກສາຕໍ່. ໃນໄລຍະເວລາການຕັ້ງຖິ່ນຖານຂອງອົບພະ
ຍົບອິນດູຈີນຢູ່ໃນສະຫະລັດນັ້ນ ທ່ານຄຳອອນ ໄດ້​ເຂົ້າຮັບໃຊ້ ລັດຖະບານທ້ອງຖິ່ນ
ເປັນເຈົ້າໜ້າທີ່ສັງຄົມສົງເຄາະ ຊ່ວຍເຫຼືອ​ໃນ​ການ​ຕັ້ງ​ຊີວິດ​ໃໝ່ ແລະ​ໃຫ້ການ​ອົບ​ຮົມ
ປິ່ນປົວບັນຫາໂຣກຈິດ ຫລື mental health ທີ່ນະຄອນ Portland ລັດ Oregon ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ.

ບັດ​ນີ້ເຮົາຈະກັບ​ຄືນ​ໄປ​ສັງ​ເກດເບິ່ງ​ການ​ຕັ້ງ​ຖິ່ນ​ຖານ​ໃໝ່​ຂອງ​ອົບ​ພະຍົບອິນດູຈີນແຕ່
ປີ 1975 ຫາ​ຊຸມປີ 1980 ຊຶ່ງເປັນ​ໄລຍະ​ເວລາ​ ທີ່​ຊາວລາວ ຫວຽດນາມ ​ແລະ ​ກຳປູ​
ເຈຍ ພາກັນເຂົ້າ​ມາຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່ໃນ ​ສະຫະລັດ​ອາ​ເມ​ຣິກາ ຢ່າງ​ຫລວງຫລາຍ ​
ແລະ​ຢ່າງກະທັນຫັນ​. ສະພາບ​ການ​ດັ່ງກ່າວ​ນີ້ ໄດ້​ເຮັດ​ໃຫ້ລັດຖະບານ ​ມີ​ຄວາມ​ເປັນ​
ຫ່ວງ​ກ່ຽວ​ກັບ​ບັນຫາ​ໂຣກຈິດ ທີ່​ອາດ​ເກີດ​ຂຶ້ນ​ ຢູ່​ໃນ​ປະຊາ​ຄົມອົບ​ພະ​ຍົບ ທີ່​ໄດ້​ພາກັນ
​ແຕກ​ບ້ານ​ແຕກ​ເມືອງ ​ເສຍ​ທຸກ​ສິ່ງ​ທຸກ​ຢ່າງ ບໍ່ຮູ້​ພາສາ ບໍ່​ຮູ້​ວັດທະນາ​ທຳ ແລະບັນຫາ
​ຂັດ​ແຍ້​ງຕ່າງໆ ທີ່​ຈະ​ຕ້ອງ​ໄດ້​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ສັງຄົມ​ຊີວິດ​ໃໝ່. ທ່ານ​ຄຳ​ອອນ ​ໄດ້
ເລົ່າປະສົບ​ການ​ຊີວິດ​ຂອງ​ທ່ານ ກ່ອນ​ທີ່ໄດ້​ມາ​ພົວພັນ​ກັບການ​ເປັນ​ເຈົ້າ​ໜ້າ​ທີ່​ສັງຄົມ​
ສົງ​ເຄາະ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

Mental health ຫລື​ໂຣກຈິດ ແມ່ນໂຣກປະສາດ ທີ່​ສັງຄົມປະ​ເພນີຂອງ​ປະ​ເທດກຳລັງ​ພັດທະນາ​ບໍ່​ມັກຮັບ​ຮູ້ ບໍ່​ມີຜູ້​ຊ່ຽວຊານ​ ​ບໍ່​ມີ​ຢາ​ປິ່ນ​ປົວ ​ແລະ​ເປັນ​ເລື່ອງ​ອັບອາຍ​ສຳລັບ
ສ່ວນບຸກ​ຄົນ ​ແລະຄອບຄົວ. ແຕ່​ວ່າ​ຢູ່​ໃນ​ປະ​ເທດ​ອຸດ​ສາ​ຫະກຳ​ທີ່​ຮັ່ງມີ ຄວາມ​ຄິດ​ດັ່ງ
ກ່າວນີ້ແມ່ນ​ກົງກັນຂ້າມ​ ​ເຂົາເຈົ້າມີຫລັກສູດ​ການ​ຮຽນ ​ມີນາ​ຍ​ແພດ ຫລື psychiatrist
ທີ່​ເປັນນັກວິຊາການ ​ມີຄລິ​ນິກ ມີຢາ​ປິ່ນປົວ ​ແລະ​ເປັນເລື່ອງ​ທີ່ສົນທະນາ​ກັນ​ຢ່າງ​ເປີດ​
ເຜີຍ. ຈິ​ດຕະສາດການ​ແພດ​ເປັນ​ວິຊາ​ທີ່​ຮຽນ​ຍາກ ​ໂດຍ​ສະ​ເພາະຊອກ​ຫາຜູ້​ຊ່ຽວຊານ
​ທີ່​ເປັນ​ຄົນລາວ​ນັ້ນກໍ​ເກືອບວ່າ​ບໍ່​ມີ. ໃນ​ໄລຍະ​ການ​ປະຕິບັດ​ງານ​ຕັ້ງ​ຖິ່ນ​ຖານອົບ​ພະຍົບ
ຢູ່ນັ້ນ ທ່ານ​ຄຳ​ອອນ ​ໄດ້​ກ່າວ​ເຖິງ​ປະສົບ​ການ ​ແລະຄວາມ​ສົນ​ໃຈ​ກ່ຽວ​ກັບຄວາມ​ເປັນ
​ຫ່ວງ​ເລື່ອງ​ໂຣກຈິດ​ນີ້ວ່າ:

ອີງຕາມລາຍງານການແພດ ທຸກໆປີໃດ ຊາວອາເມຣິກັນ ທີ່ເປັນຜູ້ໃຫຍ່ປະມານ 42
ລ້ານ 5 ແສນຄົນໄດ້ຮັບຄວາມທຸກທໍລະມານ ຈາກພະຍາດໂຣກຈິດແນວໃດແນວນຶ່ງ
ເຊັ່ນວ່າ depression ໂສກເສົ້າເຫງົາໃຈ​ໄຮ້​ຄວາມ​ຫວັງ, anxiety ຫົນ​ຫວຍ​ຈິດ​ໃຈ​ຢູ່​
ບໍ່​ປົກກະຕິ, bipolar ມີອາລົມດີ ແລະອາລົມຮ້າຍຂຶ້ນໆລົງໆ, schizophrenia ​ໂຣກ
ປະສາດ​ຢູ່​ໃນ​ສະໝອງ ແລະ suicide ການຂ້າໂຕຕາຍ. ​ທ່ານ​ຄຳ​ອອນໄດ້​ຊ່ວຍອົບ​ຮົມ
​ແນະນຳ​ໃຫ້ແກ່ບັນດາ​ຜູ້​ມີ​ບັນຫາ​ດັ່ງກ່າວ ​ແລະໄ​ດ້ຮັບ​ໃຊ້​ສັງ​ຄົມ​ມາ​ເປັນ​ເວລາ​ຫຼາຍ
ກວ່າ​ສາມ​ທົດ​ສະ​ວັດ. ​ທ່ານ​ໄດ້ເລົ່າ​ເຖິງປະສົບ​ການ ສູ່ຟັງດັ່ງ​ນີ້.

ລິງໂດຍກົງ

ເຖິງ​ແມ່ນ​ວ່າ​ປັດຈຸບັນ​ນີ້​ມະນຸດເຮົາຢູ່​ໃນສັດຕະວັດ​ທີ 21 ກໍຕາມ ກ້າວໜ້າ​ທາງດ້ານ​
ເທັກໂນ​ໂລຈີ ​ແລະ​ດ້ານ​ການ​ແພດຫລາຍໆ​ຢ່າງ ​ແຕ່ວ່າ​ຢູ່​ໃນ​ບັນດາປະເທດທີ່ກຳລັງ
ພັດທະນາ ​ເຂົາ​ເຈົ້າກໍຍັງບໍ່​ທັນເຫັນຄວາມສຳຄັນດ້ານຈິດຕະແພດເທື່ອ. ​ຫລາຍໆ​ຄົນ​
ຍັງ​ພາກັນ​ເຊື່ອຖືປະ​ເພນີພື້ນ​ເມືອງ ​ຍັງ​ບໍ່ເຂົ້າໃຈວ່າພະຍາດນີ້ເກີດມາຈາກໃສ ແລະ
ຍ້ອນຫຍັງ. ເພາະສະນັ້ນຖ້າຫາກວ່າ ສະມາຊິກຄົນໃດຄົນນຶ່ງຢູ່ໃນຄອບຄົວຫາກມີ
ປະຕິກິລິຍາທີ່​ເຫັນວ່າບໍ່ປົກກະຕິ ຄື​ຄົນ​ທຳ​ມະ​ດາ​ ເຊັ່ນວ່າ​ເກີດຮ້ອງໄຫ້ໂສກເສົ້າເຫງົາ​
ໃຈ ໂດຍທີ່ບໍ່ຮູ້ເຫດຜົນ ​ຕາມຄວາມເຊື່ອຖືຂອງພວກ​ເຂົາ​ເຈົ້າ​ນັ້ນກໍ​ຄື ຜີ​ເຂົ້າ​ເຈົ້າ​ສູນ
​ການ​ປິ່ນປົວ​ກໍແມ່ນຢາ​ພື້ນ​ເມືອງ ​ແລະຮ້ອງຫາຜູ້ມີເວດມົນກົນຄາຖາມາໄລ່ຜີອອກ
ຈາກ​ຮ່າງກາຍ ອັນ​ເປັນ​ຄວາມ​ເຊື່ອ​ຖື​ທີ່ກົງ​ກັນ​ຂ້າມ ກັບ​ດ້ານ​ວິທະຍາສາດ ຊຶ່ງ​ທ່ານ
​ຄຳ​ອອນ ​ໄດ້ວິເຄາະສູ່​ຟັງ​ດັ່ງ​ນີ້.

ລິງໂດຍກົງ

ທ່ານ​ຄຳ​ອອນ ​ໄດ້​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າ​ທີ່​ສັງຄົມ​ສົງ​ເຄາະມາ​ເປັນ​ເວລາ​ດົນກວ່າ​ສາມທົດ
​ສະ​ວັດ ​ແລະ​ໄດ້​ອອກ​ກິນ​ເບ້ຍ​ບຳນານ​ໄປ​ແລ້ວ. ທ່ານ​ໄດ້​ກ່າວ​ເຖິງ​ຄວາມ​ຮູ້ສຶກ​ຕອນ
​ທ້າຍ​ນີ້​ວ່າ:

ລິງໂດຍກົງ

ວີ​ໂອ​ເອ ຂໍ​ສ​ະແດງ​ຄວາມ​ຂອບ​ໃຈ​ມາ​ຍັງ ​ທ່ານ​ຄຳ​ອອນ ​ແກ້ວ​ປຣະ​ເສີດ ທີ່​ໄດ້​ຮັບ​ໃຊ້ສັງຄົມ ​ແລະແບ່ງປັນ​ປະສົບ​ການຂອງ​ທ່ານໃຫ້ພວກເຮົາຟັງ.

XS
SM
MD
LG