ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນສຳເລັດ ໃນການຕັ້ງຖິ່ນຖານ ຂອງ ທ່ານໄກຄຳ ອຸດົມ ຢູ່ໃນ ສະຫະລັດ


ທ່ານໄກຄຳ ແລະພັນລະຍາ ຍານາງສົມໃຈ ອຸດົມ
ທ່ານໄກຄຳ ແລະພັນລະຍາ ຍານາງສົມໃຈ ອຸດົມ

ພົບ​ກັນ​ອີກຕາມ​ເຄີຍ​ເໜາະທ່ານ​ຜູ້​ຟັງ ​ໃນ​ລາຍ​ການ ​ຊີ​ວິດ​ຊາວ​
ລາວ ປະຈຳ​ແລງ​ວັນ​ພະຫັດ​ຂອງ​ ສຽງ​ອະ​ເມຣິກາ. ປີ 2015
ແມ່ນ​ເວລາຄົບຮອບ 40 ປີ ​ຂອງ​ການ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ
ສະຫະລັດ ຂອງ​ຊາວ​ອົພຍົບຈາກ ເ​ອ​ເຊຍອາຄະ​ເນ. ​ໃນ​ຈຳນວນ
​ຝູງ​ຊົນ​ດັ່ງກ່າວ ຜູ້​ໜຶ່ງ​ກໍ​ແມ່ນ ທ່ານໄກ​ຄຳ ອຸ​ດົມ ອະ​ດີດ ຮ້ອຍ​ເອກ
​ທະ​ຫານກອງທັບແຫ່ງ ພະ​ລາ​ຊາ​ອາ​ນາ​ຈັກ​ລາວ. ທ່ານຜູ້​ນີ້​ໄດ້​
ນຳ​ຄອບ​ຄົວເຂົ້າ​ມາ​ຢູ່ໃນເມືອງ San Diego ລັດ California
ໃນ​ປີ 1976. ທຸກ​ມື້ນີ້ ທ່ານ​ໄກ​ຄຳ ກຳ​ລັງ​ຊົມ​ຊຶ່ນ​ກັບ​ຊີວິດ​ບຳ​
ນານຢູ່. ສຳລັບ​ເຣື່ອງລາວກ່ຽວ​ກັບຜົນສຳ​ເລັດຂອງ​ການ​ຕັ້ງ
ຕົ້ນ​ຊີ​ວິດ​ໃໝ່ ຂອງ​ ທ່ານ​ໄກຄຳ​ ແລະເຣື່ອງອື່ນໆ ເຣົາຂໍ​ເຊີນ
​ທ່ານທ່ານ​ພົບ​ກັບ ກິ່ງ​ສະ​ຫວັນ​ໄດ້ ​ໃນ​ອັນ​ດັບ​ຕໍ່​ໄປ.

ຜົນສຳ​ເລັດຂອງການ​ຕັ້ງ​ຊີ​ວິດ​ໃໝ່ ຂອງ​ທ່ານ​ໄກ​ຄຳ ອຸ​ດົມ ໃນ​ຊ່ວງເວ​ລາ​ສີ່ທົດ​ສະ​ວັດທີ່
ຜ່ານ​ມາ ​ ນັບ​ແຕ່​ປີ 1975 ຈົນ​ເຖິງ​ ປີ 2015 ທີ່ ປະ​ຊາຊົນ​ລາວ ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ປ​ະ​
ເທດ ​ທີ​ສາມ​ທົ່ວ​ໂລກ ​ໂດຍ​ສະ​ເພາະ ຢູ່​ທີ່ ສະຫະລັດ ອາ​ເມຣິກາ. ການເດີນ​ທາງມາ​ເຖິງ​
ແຜ່ນ​ດິນ​ໃໝ່​ຂອງ​ປະຊາກອນ​ລາວເຫລົ່າ​ນີ້ ຕ່າງ​ກໍ​ມີ​ປະ​ສົບ​ການ​ຕ່າງໆ​ນາໆ​. ເຂົ​າ​ເຈົ້າ​
ໄດ້​ລິເລີ້ມຈາກ​ພື້ນ​ຖານ ​ໃຊ້ມັນ​ສະ​ໝອງ ຄວ​າມຊຳ​ນິ​ຊຳ​ນານຂອງ​ໃຜ​ລາວ ເພື່ອປະ​ກອບ
​ວິ​ຊາ​ຊີບ ນຳ​ພາຄອບ​ຄົວ​ໃຫ້​ໄດ້​ຢູ່​ດີ​ເປັນ​ສຸກ ​ແລະປອດ​ໄພ ເປັນ​ເອກ​ກະ​ລາດ ຈະ​ເລີນ​ຮຸ່ງ​ເຮືອງ ແລະ​ເປັນ​ພົນ​ລະ​ເມືອງ​ດີຂອງ​ປະ​ເທດ.

ທ່ານ​ໄກ​ຄຳ ອຸ​ດົມ ກໍແມ່ນຜູ້​ນຶ່ງທີ່ເປັນ​ໂຕ​ຢ່າງອັນ​ດີ ໃນຈຳ​ນວນອົບ​ພະ​ຍົບ​ລາວ ຫລາຍ
​ແສນ​ຄົນທີ່ໄດ້​ ນຳ​ພາ​ຄອບ​ຄົວເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ ສະ​ຫ​ະ​ລັດ ຢ່າງ​ປອດ​ໄພ ແລະ
ເປັນຜົນ​ສຳ​ເລັດ. ເພື່ອໃຫ້ເປັນ​ທີ່​ເຂົ້າ​ໃຈ​ເຖິງຄວາມ​ເປັນ​ມາ​ຂອງ ​ທ່ານ​ໄກ​ຄຳ ເຮົາ​ຕ້ອງ​
ໄດ້​ກັບ​ຄືນ​ໄປຫາບັ້ນ​ທ້າຍຂອງ​ການປົກ​ຄອງ​ໃນ ອະ​ດີດ​ພະ​ລາ​ຊາ​ອາ​ນາ​ຈັກ​ລາວ ກ່ອນ
​ໜ້ອຍ​ໜຶ່ງ.

ທ່ານ​ໄກ​ຄຳ ອຸ​ດົ​ມ ​ແມ່ນອະ​ດີດ​ຮ້ອຍ​ເອກທະ​ຫານ ກອງ​ທັບ​ແຫ່ງ​ພະ​ລ​າ​ຊະ​ອາ​ນາ​ຈັກ​ລາວ
ນັກ​ກິ​ລາ​ບານ​ສົ່ງ ຫຼືໂວ​ໄລ​ບານທິມຊາດ ທັງ​ເປັນນັກ​ປະ​ພັນ​ ແລະ​ຮ້ອງ​ເພງກ່ອມ​ອາ​ຣົມ
ພີ່​ນ້ອງ​ຊາວ​ລາວ ໃຫ້​ແກ່​ກອງ​ທັບ​ພາກ​ຫ້ານຳ. ຫລາຍໆ​ທ່ານອາດຍັງ​ມີ​ຄວາມ​ຊົງ​ຈຳກ່ຽວ​
ກັບ ​ສັງຄົມ​ຊີວິດ​ລາວ​ຢູ່ໃນ​ບັ້ນ​ນີ້ ຊຶ່ງ​ທ່ານ​ໄກ​ຄຳ ໄດ້​ທວນຄືນ​ ຊີ​ວິດເບື້ອງ​ຕົ້ນສູ່ ວີ​ໂອ​ເອ
ຟັງ ດັ່ງ​ນີ້

ທິມຊາດ ບານສົ່ງ ຫລື ໂວໄລບານ ແຫ່ງອະດີດ ພະລາຊາອານາຈັກລາວ
ທິມຊາດ ບານສົ່ງ ຫລື ໂວໄລບານ ແຫ່ງອະດີດ ພະລາຊາອານາຈັກລາວ

ລິງໂດຍກົງ

ໃນ ​ປີ 1974 ອະດີດຮ້ອຍ​ເອກໄກ​ຄຳ ອຸ​ດົມ ໄດ້​ມ​າຮັບ​ການ​ອົບ​ຮົມ​ກ່ຽວ​ກັບ​ສະ​ມຸດ​ບັນ​ຊີຢູ່
ສະຫະລັດ ອາ​ເມຣິກາ. ເວ​ລາ​ນັ້ນ ປະ​ເທດ​ລາວ​ມີການ​ປົກຄອງ​ແບບລັດ​ຖະ​ບານ​ປະ​ສົມ
ອັນ​ປະກອບ​ດ້ວຍ ຄະ​ນະ​ປະ​ເທດ​ລາວ ແລະ​ລັດ​ຖະ​ບານ ພະ​ລາ​ຊະ​ອາ​ນາ​ຈັກ​ລາວ ​ຊຶ່ງ​
ເປັນ​ເວລາ​ທີ່ ​ສະຫະລັດ ​ກຳລັງເລີ້ມ​ຖອນ​ທະຫານ​ອອກ​ຈາກ ອິນດູຈີນ ຊຶ່ງທາງ​ການຈ່ຶງ​
ໄດ້​ແຈ້ງ​ໃຫ້ທ່ານ​ໄກ​ຄຳ ຊາບ​ວ່າ​ປະ​ເທດ​ລາວ ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງລັດ
ຖະບານ​ຄອມ​ມິ​ວນິສແລ້ວ ແລະ​ວ່າ "ຖ້າທ່ານ​ຢາກ​ຈະ​ຢູ່ ສະຫະລັດ ຕໍ່ ຫລື​ກັບ​ບ້ານກໍ
​ແລ້ວ​ແຕ່​ໃຈ” ຊຶ່ງທ່ານ​ໄກ​ຄຳ ໄດ້​ເລົ່າ​ເຖິງການ​ຕັດ​ສີນ​ໃຈ​ຄັ້ງ​ສຳຄັນຕອນ​ນີ້​ວ່າ :

ນະຄອນ San Diego
ນະຄອນ San Diego

ລິງໂດຍກົງ

ສະຫະລັດ ​ເປັນ​ປະ​ເທດ​ທີ່ກວ້າງ​ໃຫຍ່ໄພສານ ​ເປີດກວ້າງ​ໃຫ້​ແກ່​ທຸກໆຄົນ ທີ່​ເຂົ້າ​ມາ​ຕັ້ງ
​ຖິ່ນ​ຖານຢູ່ ​ເກືອບເວົ້າ​ໄດ້​ວ່າ ​ບໍ່​ມີ​ປ​ະ​ເທດ​ໃດ​ຢູ່​ໃນ​ໂລກ ສະ​ເໝີ​ເໝືອນ ທີ່​ໃຫ້​ສິດ​ເສ​ຣີພາບ
ສະ​ເມີ​ພາບ ​ໃນການ​ປະ​ກອບວິ​ຊາ​ອາ​ຊີບ ​ໃຊ້ສະຕິ​ປັນຍາ ​ມັນສະໝອງ ພ້ອມ​ທັງ​ໃຫ້​
ໂອກາດ​ດ້ານການ​ສຶກສາ​ເປັນ​ຢ່າງ​ດີ ຊຶ່ງ​ທ່ານໄກ​ຄຳ ​ໄດ້​ເລົ່າ​ການເລີ້ມ​ຕົ້ນຕັ້ງ​ຊີວິດ​ໃໝ່
ຕອນ​ນີ້ສູ່​ຟັງ​ວ່າ :

ນະຄອນ San Diego ຕັ້ງຢູ່ລຸຸ່ມສຸດຂອງ ລັດ California ພາກຕາເວັນຕົກຂອງ ສະຫະລັດ
ນະຄອນ San Diego ຕັ້ງຢູ່ລຸຸ່ມສຸດຂອງ ລັດ California ພາກຕາເວັນຕົກຂອງ ສະຫະລັດ

ລິງໂດຍກົງ

ນອກຈາກຈະ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ທຳ​ມາ​ຫາ​ກິນ​ແລ້ວ ທ່ານ​ໄກ​ຄຳ ກໍບໍ່​ໄດ້​ລົດລະ
​ຄວາມ​ມັກ​ຂອງ​ການ​ຫລິ້ນ​ດົນຕີ ​ແລະ​ຮ້ອງ​ເພງ​ກ່ອມ​ອາລົ​ມ ບັນດາ​ພີ່ນ້ອງ​ຊາວ​ລາວ​ໃນ​
ນະຄອນ San Diego ຢູ່​ໃນ​ພິທີ​ຕ່າງໆ ຊຶ່ງ​ທ່ານ​ໄກ​ຄຳ​ກ່າວ​ຕໍ່​ໄປ​ອີກ​ວ່າ:

ທ່ານໄກຄຳ ອຸດົມ ອະດີດນັກສິນລະປິິນ ກອງທັບພາກຫ້າ
ທ່ານໄກຄຳ ອຸດົມ ອະດີດນັກສິນລະປິິນ ກອງທັບພາກຫ້າ

ລິງໂດຍກົງ

ທ່ານ​ໄກ​ຄຳ ​ໄດ້​ອອກ​ກິນ​ເບ້ຍ​ບຳນານແລ້ວ ​ແລະທ່ານ​ໄດ້​ໃຫ້​ຄວາມ​ຮູ້ສຶກ​ກ່ຽວ​ກັບຊີ​ວິດ
ບັ້ນ​ປາຍ​ນີ້​ວ່າ :

ທຳມະຊາດຂອງ ນະຄອນ San Diego
ທຳມະຊາດຂອງ ນະຄອນ San Diego

ລິງໂດຍກົງ

ທ່ານ ​ໄກ​ຄຳ ​ພ້ອມພັນ​ລະ​ຍາ ​ຍານາງ​ສົມ​ໃຈ ອຸ​ດົມ ​ກຳລັງ​ມ່ວນ​ຊື່ນ​ກັບ​ການ​ໃຊ້​ຊີວິດຢູ່ຢ່າງ​
ສະຫງົບ​ສຸກ ລູກ​ເຕົ້າ​ແຕ່ລະຄົນ​ໃຫຍ່​ກ້າ​ໜ້າບານ​ ເປັນເອກ​ກະລາດ​ຂອງ​ໃຜລາວ ລູກ​ຊາຍ
ຜູ້ ​ທີ່​ໜຶ່ງ​ມີ​ຮ້ານ​ອາຫານ ລູກ​ສາວ​ຜູ້​ທີ່​ສອງ​ເຮັດ​ວຽກ​ກ່ຽວ​ກັບການ​ປຸງ​ແຕ່ງ​ຢາ ​ແລະ​ລູກ​ສາວ
​ຫລ້າຜູ້ທີ່ສາມ ​ເປັນ​ຜູ້​ຊ່ວຍ​ຢູ່ໃນ​ຫ້ອງການ​ທະນາຍຄວາມ ​ແລະ​ນັ້ນ​ແມ່ນ​ໂຕ​ຢ່າງຂອງຄອບ
ຄົວ ລາວ-ອາ​ເມຣິກັນ ຄອບຄົວ​ໜຶ່ງ ທີ່​ປະສົບ​ຜົນສຳ​ເລັດ​ຂອງ​ການ​ສ້າງ​ຊີວິດ​ໃໝ່ຢູ່​ໃນ ສະຫະລັດ ອາ​ເມຣິກາ ​ໃນ​ລະຍະ ສີ່​ສິບ​ປີ​ທີ່​ຜ່ານ​ມາ.

XS
SM
MD
LG