ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວິໂອເອ ສຳພາດ ເຈົ້າຄຳຜາຍ ກຸນລະວຸດ ນັກປະພັນ ເພງລາວສະໄໝ ທີ່ ແບລຢ້ຽມ


ເຈົ້າຄຳຜາຍ ກຸນລະວຸດ ນັກປະພັນເພງລາວສະໄໝ ຍອດນິຍົມ.
ເຈົ້າຄຳຜາຍ ກຸນລະວຸດ ນັກປະພັນເພງລາວສະໄໝ ຍອດນິຍົມ.

ທ່ານ​ຜູ້​ຟັງທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ ຂອງ​ວີ​ໂອ​ເອມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​
ການ​ສຳພາດ ​ກັບເຈົ້າ​ຄຳ​ຜາຍ ກຸນ​ລະ​ວຸດ ນັກ​ດົນ​ຕີ ​ແລະ​ນັກ​ປະ​ພັນ​ເພງ​ລາວທີ່​ມີ​ຊື່​
ສຽງ ​ແລະ​ເປັນ​ທີ່​ນິຍົມ ຢູ່​ໃນ​ສັງຄົມ​ລາວ ທັງ​ໃນ ​ແລະ​ນອກ​ປະ​ເທດ. ຄະນະ​ດົນຕີ
“Mekong Vert” ຫຼື ແມ່ຂອງຂຽວ​ ​ໄດ້​ເລີ້ມວາງ​ບົດບາດ​ໃນ​ຊຸມ​ປີ​1980 ທີ່​ປະ​ເທດ
​ຝຣັ່ງ ​ແລະ​ຕໍ່​ມາໄດ້​ງຽບຫາຍ​ໄປ​. ​ແຕ່​ສຽງ​ເພງ​ ຂອງເຈົ້າ​ຄຳ​ຜາຍ ທັງ​ເກົ່າ​ ແລະ​ໃໝ່
ຍັງ​ເປັນ​ທີ່​ນິຍົມ​ຮ້ອງກັນ​ໂດຍບັນດາ​ນັກ​ສິນລະ​ປີນ​ຫຼາຍໆ​ຄົນຢູ່. ​ເຈົ້າ​ຄຳ​ຜາຍ ​ແມ່ນ​
ໃຜ ​ແລະ​ປັດຈຸບັນ​ນີ້​ຢູ່​ໃສ​ ກິ່ງ​ສະຫວັນ ຈະ​ໃຫ້ຄຳຕອບແກ່ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ພົບ​ກັນ​ອີກ​ຕາ​ມນັດ​ໝາຍ ​ກັບ​ລາຍການ​ຊີວິດ​ຊາວ​
ລາວ ຂອງ​ວີ​ໂອ​ເອ. ມື້​ນິ້ຂ້າພະ​ເຈົ້າ​ຈະນຳ​ພາ​ທ່ານໄປ​ຟັງ​ການ​ສຳພາດ​ກັບເຈົ້​າຄຳ​ຜາຍ
ກຸນ​ລະ​ວຸດ ນັກປະພັນ​ເພງ​ລາວ​ສະ​ໄໝ. ໃນ​ຊຸມ​ປີ1980 ​ທ່ານ​ອາດ​ໄດ້​ຍິນ​ຊື່ຄະນະວົງ​
ດົນ​ຕີ “Mekong Vert” ຫລື​ແມ່​ຂອງ​ຂຽວ ທີ່​ໄດ້​ສ້າງ​ຄວາມ​ບັນ​ເທີ​ງ​ກ່ອມ​ອາລົມຈາກ​
ປະ​ເທດ​ຝຣັ່ງ ໃຫ້​ແກ່​ບັນດາ​ອົບ​ພະ​ຍົບລາວ​ຢູ່​ທົ່ວ​ໂລກ​ໃນເວລາ​ນັ້ນ. ເປັນ​ເວລາສາມ
​ທົດ​ສະ​ວັດ​ຜ່າ​ນມາ ບົດ​ເພງ​ຂອງ​ເຈົ້າ​ຄຳ​ຜາຍຍັງ​ດັງ​ກ້ອງ ​ແລະ​ເປັນ​ທີ່​ນິຍົມ​ຮ້ອງກັນ
​ໂດຍ​ບັນດາ​ນັກ​ສິນລະປິນເຊື້ອສາຍລາວ​ຢູ່​ທົ່ວໂລກມາ​ຈົນເທົ້າເຖິງປັດຈຸບັນນີ້. ເຈົ້າ​
ຄໍາຜາຍ​ແມ່ນ​ອະດີດ​ລູກ​ບ້ານຫລານ​ເມືອງນະຄອນ​ຫລວງ​ພະ​ບາງ ທ່ານໄດ້​ກ່າວ​ເຖິງ
ຊີວິດຄວາມເປັນ​ມາ ທີ່​ພົວພັນ​ກັບ​ການ​ປະພັນ​ເພງ​ຕໍ່​ວີ​ໂອ​ເອດັ່ງ​ນີ້:

ລິງໂດຍກົງ

ເຈົ້າ​ຄຳ​ຜາຍ ​ມີ​ພອນ​ສະຫວັນດ້ານສຳນວນ​ພາສາລາວ​ຢ່າງເລິກ​ເຊິ່ງ ແລະໄດ້ຮຽນ​ຮູ້
ສັງ​ເກດ​ການຈາກ​ບັນດາ​ນັກ​ປະພັນເພງ​ອາ​ວຸ​ໂສລາ​ວຫລາຍໆ​ທ່ານ.​ ​ເຈົ້າ​ຄຳ​ຜາຍ​ໄດ້
ເລີ້ມ​ປະ​ພັນ​ເພງ​ໃນ​ເວ​ລາ​ຢູ່​ໃນ​ສູນອົບ​ພະຍົບ ປະ​ເທດ​ໄທ ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ
ຕໍ່​ໄປ​ອີກ​ວ່າ:

ລິງໂດຍກົງ

ຫລັງ​ຈາກ​ເຈົ້າ​ຄຳ​ຜາຍ​ໄດ້​ເຂົ້າ​ໄປ​ຕັ້ງ​ຖິ່ນ​ຖານຢູ່ປະ​ເທດ​ຝຣັ່ງ​ໃນ​ປີ 1979 ແລ້ວ ທ່ານ​
ກໍໄດ້​ຕັ້ງ​ຄະນະ​ວົງ​ດົນຕີຂຶ້ນ ມີ​ຊື່ວ່າ ‘Mekong Vert” ຫລື​ ແມ່ຂອງ​ຂຽວ ຊຶ່ງ​ເວລາ​ນັ້ນ
ໝູ່​ຄະນະຍັງເປັນ​ຊາຍ​ໂ​ສດຢູ່ ຍັງບໍ່​ມີ​ຄວາມ​ຮັບຜິດ​ຊອບ​ທາງ​ດ້ານ​ຄອບຄົວເທື່ອ ​ແລະ​ໄດ້ພາກັນເຕົ້າ​ໂຮມກັນຮ້ອງ​ເພງລາວ ​ຊຶ່ງ​ເຈົ້າ​ຄຳ​ຜາຍ​ໄດ້​ເລົ່າສະພາບການຊີວິດຕອນ
ນັ້ນວ່າ :

ລິງໂດຍກົງ

ເຈົ້າ​ຄຳ​ຜາຍ ​ໄດ້​ອະທິ​ບາຍ​ເຖິງ​ລົດ​ນິຍົມ ຄວາມ​ແຕກ​ຕ່າງ ​ແລະ​ບັນຍາ​ກາດ​ຂອງ​ເພງ
ທີ່ບັນດາ​ຜູ້​ຟັງ​ມັກ ​ເຊັ່ນວ່າເພງສຸກ​ສັນ​ວັນ​ເກີດ ຕິດຕາ​ມ ມາ​ດ້ວຍເພງ “ພາບ​ແຫ່ງ​
ຄວາມ​ຫລັງ” ​ທີ່ເປັນ​ເພງທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ ທີ່​ນັກ​ສິນລະ​ປີນ Tom Rainbow
ໄດ້​ຂໍອະ​ນຸຍາດ​ນຳໄປ​ຮ້ອງ​

ເຈົ້າຄຳຜາຍ ກຸນລະວຸດ
ເຈົ້າຄຳຜາຍ ກຸນລະວຸດ

ລິງໂດຍກົງ

ບັນດາ​ນັກ​ປະ​ພັນ​ເພງ​ອາວຸ​ໂສຫລາຍໆ​ທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ດ້ວຍ​ຄວາມ​ພາກພູມ​
ໃຈ ທີ່ຜົນງານໄດ້​ຮັບ​ຄວາມ​ນິຍົມ​ຈາກແຟນໆ​ເພ​ງ ແຕ່​ວ່າຜິດ​ຫວັງ ທີ່​ເພງ​ຂອງ​ພວກ​
ທ່ານ​ເຫລົ່າ​ນີ້ໄດ້​ຖືກ​ນັກ​ສິນລະ​ປີນ​ຄົນ​ອື່ນໆ​ເອົາ​ໄປ​ຮ້ອງ ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ
ນອກ​ນັ້ນ​ຍັງ​ດັດແປງ​ຄວາມ​ເວົ້າ ​ໂດຍບໍ່ພິຈາລະນາເຖິງ​ສິດທິ​ຂອງ​ຜູ້​ປະພັນ ຊຶ່ງເຈົ້າ
​ຄຳ​ຜາ​ຍ​ໄດ້​ກ່າວກ່ຽວກັບ​ເລື່ອງ​ນີ້​ວ່າ :

ລິງໂດຍກົງ

ນັກ​ປະພັນ​ເພງແມ່ນ​ຜູ້ມີ​ພອນ​ສະຫວັນ ​ແລະ​ມີຈີນ​ຕະນາ​ການ ຫລາຍໆ​ຄັ້ງເກີດ​ຈາກ
​ປະສົບ​ການ​ໃນຊີວິດ​ຕົນ​ເອງ ​ແລະ​ສິ່ງ​ແວດ​ລ້ອມຂອງສັງຄົມ​ຊີວິດ ຊຶ່ງ​ເຈົ້າ​ຄຳ​ຜາຍ​
ໄດ້​ກ່າວ​ມ້ວນທ້າຍ​ດັ່ງ​ນີ້:

ລິງໂດຍກົງ

ວີ​ໂອ​ເອ ​ຂໍສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ເຈົ້າ​ຄຳ​ຜາຍ ກຸ​ນລະ​ວຸດ ທີ່​ໄດ້ກ່ອມ​ອາລົມ​
ຊາວ​ລາວ ທັງທີ່ຢູ່​ນອກ ​ແລະຢູ່​ໃນ​ປະ​ເທດ​. ກ່ອນ​ຈາກ​ໄປ​ວັນ​ນີ້ ຂ້າພະ​ເຈົ້າ​ຂໍ​ມອບ​
ສຽງ​ເພງ ກຸຫລາບ​ປາກ​ເຊ ໃຫ້ແດ່​ທຸກໆ​ທ່ານ ເນື້ອ​ຮ້ອງ​ທຳນອງໂດຍ​ເຈົ້າ​ຄຳ​ຜາຍ
​ແລະ​ຂັບ​ຮ້ອງ​ໂດຍປະລິນຍາ.

XS
SM
MD
LG