ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂມນິກາ ພຣົມສະຫວັນ ນັກທຸລະກິດ ແຟຊັນຊັ້ນສູງ ຂອງສະຫະລັດ


ນາງສາວ ໂມນິກາ ພຣົມສະຫວັນ ນັກທຸລະກິດ ແຟຊັນຊັ້ນສູງ ຢູ່ນະຄອນນິວຢອກ ສະຫະລັດອາເມຣິກາ.
ນາງສາວ ໂມນິກາ ພຣົມສະຫວັນ ນັກທຸລະກິດ ແຟຊັນຊັ້ນສູງ ຢູ່ນະຄອນນິວຢອກ ສະຫະລັດອາເມຣິກາ.

ໃນ​ລາຍການ​ຊີວິດ​ຊາວ​ລາວ​ຂອງ ວີ​ໂອ​ເອ ມື​ນີ້ ​ເຮົາຈະ​ພາ​ທ່ານໄປ​ພົບ​ກັບ ນາງສາວ​ໂມ​ນິ ກາ ພຣົມສະຫວັນ ​ອາ​ເມຣິກັນ​ເຊື້ອສາຍ​ລາວ ​ເກີດ​ຢູ່​ປະ​ເທດ​ອາ​ເຈັນ​ຕີ​ນາ. ​ເວລາ​ອາຍຸ​ໄດ້ 17 ປີ ໂມ​ນິກາ ໄດ້​ເດີນທາງ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນສະຫະລັດ. ຊີ​ວິດ​ຂອງ​ໂມ​ນິກາ​ເຕັມ​ໄປ​ດ້ວຍການ​ຜະຈົນ​ໄພ ທຸ​ກຍາກ​ລຳບາກ ບຶກ​ບືນ ​ແລະປະ​ສົບ​ກັບ​ຄວາມ​ຜິດ​ຫວັງ​ຕ່າງໆ​ນາໆ ກ່ອນ​ທີ່​ນາງ​ຈະໄດ້​ກາຍ​ມາ​ເປັນ​ນັກທຸລະກິດ​ການ​ຄ້າ ​ແຟຊັນ​ຢູ່​ໃນລະດັບ​ສາກົນ. ​ໃນ​ວັນ​ທີ 13 ຫາ 14 ​ເດືອນ​ມິຖຸນາ ອາ​ທິດ​ແລ້ວ​ນີ້ ​ໂມ​ນິກາ ​ແລະບັນດາ​ສະ​ຕີ 5,000 ຄົນ ​ໄດ້​ເຂົ້າ​ຮ່ວມ​ກອງປະຊຸມສຸດ​ຍອດ The United State of Women Summit ທີ່​ນະຄອນ ຫລວງວໍ​ຊິງ​ຕັນ. ເພື່ອຢາກຮູ້ວ່າ​ໂມ​ນິກາ ມີຄວາມ​ເປັນ​ມາຢ່າງ​ໃດ ກິ່ງສະຫວັນ ຈະພາ​ທ່ານ​ໄປພົບກັບຜູ້ກ່ຽວ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ເຮົາຈະພາທ່ານໄປພົບກັບສະຕີອາເມຣິກັນ ເຊື້ອສາຍ ລາວ ນາງສາວ Monica ພຣົມສະຫວັນ ຫົວໜ້າບໍລິຫານທຸລະກິດ ແລະເຈົ້າຂອງຮ້ານຂາຍ ເຄຶ່ອງນຸ່ງ Modabox ເປັນຮ້ານເຄຶ່ອງນຸ່ງແຟຊັນແມ່ ຍິງລະດັບສາກົນລາຄາແພງ ແລະມີຊື່ ສຽງຢູ່ໃນນະຄອນນິວຢອກ. Monica ແມ່ນຜູ້ນຶ່ງທີ່ຜົນງານຖືກຮັບຮູ້ຖືກເຊີນເຂົ້າຮ່ວມຢູ່ໃນ ກອງປະຊຸມສຸດຍອດ ເຕົ້າໂຮມແມ່ຍິງສະຫະລັດ ຫລື The United Women Summitທີ່ທຳນຽບຂາວ ເປັນເຈົ້າພາບຈັດຂຶ້ນເປັນເທຶ່ອທຳອິດ ທີ່ນະຄອນຫລວງວໍຊິງຕັນ ເມື່ອວັນທີ 13 ຫາ 14 ມິຖຸນາ ທີ່ຜ່ານມາ. ຫົວຂໍ້ສຳຄັນຂອງກອງປະຊຸມນີ້ກໍຄື ເພື່ອແກ້ໄຂບັນ ຫາດ້ານ ການສຶກສາ ບັນຫາເສດຖະກິດ ບັນຫາການພົວພັນປະຊາຄົມ ການ ເປັນຜູ້ກໍ່ຕັ້ງທຸລະກິດ ດ້ານສາທາລະນະສຸກ ແລະສຳມະນາແກ້ໄຂບັນຫາຄວາມ ຮຸນແຮງຕ້ານແມ່ຍິງ ຊຶ່ງມີ​ຜູ້​ເຂົ້າ​ຮ່ວມສ່ວນ​ໃຫຍ່ແມ່ນ​ແມ່ຍິງ ລວມທັງ​ໝົດມີ 5,000 ຄົນ.​

ປະທານາທິບໍດີ ສະຫະລັດ ທ່ານ Barack Obama.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama.

ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໂດຍການກ່າວຄໍາປາໄສຂອງ ປະທານາມິບໍດີ ສະຫະລັດ ທ່ານ Barack Obama ຮອງປະທານາທິບໍດີ ທ່ານ Joe Biden ແລະ ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama.

ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama.
ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama.

ຕິດຕາມມາດ້ວຍບັນດາສະຕິອາເມຣິກັນ ໃນວົງລັດຖະການເຊັ່ນ ທ່ານນາງ Loretta Lynch ລັດຖະມົນຕີຍຸຕິທຳ

ທ່ານນາງ Loretta lynch ລັດຖະມົນຕີຍຸຕິທຳ ສະຫະລັດ.
ທ່ານນາງ Loretta lynch ລັດຖະມົນຕີຍຸຕິທຳ ສະຫະລັດ.

ພ້ອມ​ດ້ວຍບັນດານັກທຸລະກິດ ດາລາຮູບເງົາທີ່ມີຊື່ສຽງ ​ແລະ​ສະ​ຕີ​ທີ່​ປະກອບ​ວິຊາ​ອາຊີບ ເດັ່ນໆ ຢູ່​ໃນ​ຂະ​ແໜງ​ການອັນ​ສຳຄັນ​ສຳຄັນຕ່າງໆ ທີ່ໄດ້ມາ ແບ່ງປັນ ປະສົບການໃຫ້ກັນ ແລະກັນອັນມີ ນາງສາວ Monica ພຣົມສະຫວັນ ນັກທຸລະ ກິດ​ແຟຊັນ​ເຄຶ່ອງນຸ່ງ​ຂອງສັງຄົມ​ຊັ້ນສູງ ລາວ-ອາເມຣິກັນນຳຜູ້ນຶ່ງ.

Monica ອາຍຸ 32 ປີ ເກີດຢູ່ປະເທດ Agentina ອາເມຣິກາໃຕ້ ເປັນສະຕີ ສະຫລຽວ ສະຫລາດ ມີພອນສະຫວັນດ້ານກການຄ້າ ສູ້ທົນ ແລະມີພິກໄຫວ ອັນນຳມາສູ່ຜົນສຳເລັດ. ບັດນີ້ ລອງມາຟັງກ່ຽວກັບຄວາມເປັນມາຂອງ Monica ເບິ່ງຈັກບາດເໜາະທ່ານ:

Monica ສຳພາດໂດຍ ກິ່ງສະຫວັນ, ວີໂອເອ.
Monica ສຳພາດໂດຍ ກິ່ງສະຫວັນ, ວີໂອເອ.

ລິງໂດຍກົງ

ພໍ່ແມ່ຂອງ Monica ແມ່ນຮວມຢູ່ໃນບັນດາອົບພະຍົບລາວ ປະມານຮ້ອຍກວ່າ ຄອບຄົວ ທີ່ໄດ້ຖືກນຳໄປຕັ້ງຖິ່ນຖານຢູ່ໃນປະເທດ Agentina ລະຫວ່າງການ ປ່ຽນແປງລະບອບ ການປົກຄອງຢູ່ໃນປະເທດລາວເມື່ອ 40 ປີກ່ອນ ແລະໄດ້ ເປັນບ່ອນທີ່ Monica ເກີດ ແລະ ເຕີບໃຫຍ່ຢູ່ໃນສິ່ງແວດລ້ອມທີ່ເຕັມໄປດ້ວຍ ຊີວິດຂອງຄວາມທຸກຍາກລໍາບາກຕ່າງໆນາໆ ຢູ່ໃນດິນແດນແຫ່ງນັ້ນ. ແຕ່ສິ່ງທີ່ ໜ້າພາກພູມໃຈນຳທີ່ສຸດນັ້ນກໍຄືວ່າ Monica ສາມາດ ເວົ້າພາສາລາວ ແລະຮູ້ ຈັກຂະນົບທຳນຽມລາວເປັນຢ່າງດີ.

Monica (ຊ້າຍ ) ແລະບັນດາເພື່ອນນັກທຸລະກິດ.
Monica (ຊ້າຍ ) ແລະບັນດາເພື່ອນນັກທຸລະກິດ.

ໃນ​ປີ 2000 Monica ​ມີ​ອາຍຸ​ໄດ້ 17 ປີ ກຳລັງ​ຈະ​ເປັນ​ຜູ້ໃຫຍ່​ເຖິງ​ກະສຽນ ນາງ​ໄດ້​ມາ​ສົມທົບ​ຢູ່​ກັບ​ແມ່ ຜູ້​ທີ່​ໄດ້​ເດີນທາງມາຢູ່ອາເມຣິກາ​ກ່ອນ​ແລ້ວ. ເວລາ​ນັ້ນ Monica ຍັງບໍ່​ທັນສາມາດ​ປາກ​ເວົ້າ​ເຂົ້າ​ໃຈ​ພາສາ​ອັງກິດເທື່ອ ແລະ​ແນ່ນອນສຳ ລັບພາສາ​ສະ​ເປ​ນນັ້ນ ແມ່ນນາງ​ເວົ້າ​ໄດ້​ຢ່າງ​ຄ່ອງ​ແຄ່ວດີ. Monica ​ເປັນ​ຍິງ ສາວທີ່​ຖະນຸຖະໜອມຕົນ ອ່ອນ​ນ້ອມ ຍອມຮັບຂອບ​ເຂດ​ຈຳກັດ​ຂອງ​ຕົນເອງຢູ່ ​ສະ​ເໝີ​ວ່າ ນາງ​ບໍ່ໄດ້​ມີ​ໂອກາດ​ເຂົ້າ​ໂຮງຮຽນ ​ເໝືອນ​ດັ່ງຍິງ​ສາວ ຊາຍ​ໜຸ່ມຄົນ ອື່ນໆທົ່ວໄປທັງຫລາຍ. ນາງໄດ້​ໃຊ້​ຊີວິດ​ຢູ່​ກັບ​ແມ່ ຮຽນ​ຮູ້​ການ​ຄ້າຂາຍໂ​ດຍ​ໃຊ້​ສະຕິ​ປັນຍາ ພິ​ບໄຫວ ເຮັດ​ວຽກ​ໃຊ້ເຮື່ອ​ແຮງ ​ຄວາມ​ສະຫລຽວສະຫລາດ ​ແລະ​ພອນ​ສະຫວັນ​ດ້ານ​ການ​ຄ້າຂາຍ​ຊຶ່ງ Monica ​ໄດ້​ເຫລົ່າຊີວິດ​ສ່ວນນີ້​ສູ່ຟັງ​ວ່າ:

Monica ແລະເພື່ອນນັກອອກແບບແຟຊັນ.
Monica ແລະເພື່ອນນັກອອກແບບແຟຊັນ.

ລິງໂດຍກົງ

ຍ້ອນ​ຄວາມດຸ​ໝັ່ນ ມີ​ປະສົບ​ການ ​ແລ​ະພິກ​ໄຫວ​ດີ ​ແມ່ນ​ແຕ່​ບັນດາ​ຜູ້​ຮຽນ​ຈົບ​ໄດ້​ປະລິນຍາ ກໍ​ຍັງບໍ່​ສາມາດສຳ​ເລັດ​ໄດ້ ມາບັດ​ນີ້ Monica ຈຶ່ງ​ໄດ້​ເປັນ​ທີ່​ຮູ້ຈັກ ກັນດີ​ຢູ່​ໃນ​ວົງ​ການ​ແຟຊັນ​ລະດັບ​ສູງ​ ຈົນໄດ້​ຖືກ​ສຳພາດ​ໂດຍ ​ໂທລະພາບ CBS ​ແຫ່ງຊາດ​ຂອງ​ສະຫະລັດ ກ່ຽວ​ກັບ​ປະ​ວັດເບື້ອງ​ຫລັງ​ຂອງຄວາມທຸ​ກຍາກ ຈົນ​ໄດ້​ຕົກມາຢູ່​ໃນ​ເວ​ທີ່​ສາ​ກົນ ທີ່​ມີ​ຊື່​ສຽງໃນ​ນະຄອນ New York ຂອງ​ສະຫະລັດ. Monica ​ໄດ້​ກ່າວ​ເຖິງ​ໜ້າ​ທີ່ວຽກ​ງານ ການ​ບໍລິ​ຫານ ​ແລະການປະສານ​ງານ ຕ່າງໆຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ຮ້ານ Modabox ທີ່ນະຄອນນິວຢອກ.
ຮ້ານ Modabox ທີ່ນະຄອນນິວຢອກ.

ລິງໂດຍກົງ

ນອກຈາກ​ການ​ທຳທຸລະ​ກິດການ​ຄ້າ​ເປັນອາຊີບແລ້ວ Monica ຍັງ​ໄດ້​ໃຫ້ການ​ຮ່ວມ​ມື​ໃນການຫາ​ລາຍ​ໄດ້​ແກ່​ຫລາຍໆ​ອົງການ​ໃນ​ວົງ​ການສັງ​ຄົມອາ​ເມຣິກັນລາວນຳອີກ​. ໃນ​ເດືອນກໍ​ລະ​ກົດ​ຈະ​ມາ​ເຖິງ​ນີ້ Monica ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້ໄປ​ກ່າວ​ກ່ຽວ​ກັບ​ທຸລະ​ກິດ ຮ່ວມ​ກັບ​ບັນດາ​ນັກທຸລະ​ກິດທີ່​ມີ​ຊື່​ສຽງ​ທີ່ປະ​ເທດ ອອສ​ເຕຣ​ເລຍ.

https://m.youtube.com/watch?feature=youtu.be&v=5EqLd4AJNoU&t=5h52m30s

XS
SM
MD
LG