ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍລາວ ກຽມປ່ອນບັດ ເລືອກເອົາ ປະທານາທິບໍດີ ຄົນທີ 45 ຂອງ ສະຫະລັດ


ຜູ້ຖືກສະເໜີເປັນ ປະທານາທິບໍດີ ຕາງໜ້າພັກຣີພັບບລິກັນ ທ່ານ Donald Trump.
ຜູ້ຖືກສະເໜີເປັນ ປະທານາທິບໍດີ ຕາງໜ້າພັກຣີພັບບລິກັນ ທ່ານ Donald Trump.

ທ່ານຜູ້ຟັງທີ່ເຄົາລົບທັງຫຼາຍ ເນື່ອງຈາກວ່າ ວັນອັງຄານ ທີ 8 ເດືອນພະຈິກ ອາທິດໜ້ານີ້ ຈະເປັນວັນເລືອກຕັ້ງເອົາ ປະທານາທິບໍດີ ສະຫະລັດຄົນໃໝ່ ທີ່ເຄີຍມີຂຶ້ນຕາມປະເພນີ
ທຸກໆສີ່ປີ ເພາະສະນັ້ນ ລາຍການຊີວິດຊາວລາວຂອງເຮົາມື້ນີ້ ຈຶ່ງຈະແມ່ນການ ສຳພາດ
ກັບບັນດາສະມາຊິກໃນສັງຄົມລາວ-ອາເມຣິກັນ ທັງຍິງ ແລະຊາຍ ທີ່ເປັນ ສັນຊາດອາເມ
ຣິກັນ ແລະເປັນຜູ້ມີສິດປ່ອນບັດ. ສ່ວນວ່າບັນດາທ່ານເຫລົ່ານີ້ຈະແມ່ນໃຜ ຢູ່ລັດໃດ ສັງ
ກັດພັກໃດ ແລະເປັນຫຍັງເຂົາເຈົ້າຈຶ່ງຈະປ່ອນບັດເອົາ ຜູ້ສະໝັກໃນພັກຂອງເຂົາເຈົ້າ ກິ່ງສະຫວັນ ຈະພາທ່ານໄປຟັງເຫດຜົນ ຈາກພວກເຂົາເຈົ້າ ໃນອັນດັບຕໍ່ໄປ.

In Photos: US Early Voting in Full Swing
please wait

No media source currently available

0:00 0:00:58 0:00

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ. ວັນອັງຄານ ທີ 8 ເດືອນພະຈິກ ປີ 2016 ອາທິດໜ້ານີ້ ແມ່ນວັນປ່ອນບັດເລືອກຕັ້ງເອົາ ປະທານາທິບໍດີສະຫະລັດ ຄົນທີ 45 ຊຶ່ງມີຂຶ້ນທຸກໆສີ່ປີ ແລະເຄີຍໄດ້ປະຕິບັດກັນມາເປັນເວລາ 240 ປີແລ້ວ. ຂະນະນີ້ ການໂຄສະນາຫາສຽງ ຂອງບັນດາຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກສອງພັກການເມືອງໃຫຍ່ໆຄື ພັກເດໂມແຄຣັດ ພັກຣີພັບບລິກກັນ ແລະອີກສອງພັກນ້ອຍໆຄື ພັກອິດສະຫລະ ແລະ ສີຂຽວ.

ການໂຄສະນາຫາສຽງໄດ້ເລີ້ມມາເປັນເວລາດົນກວ່ານຶ່ງປີແລ້ວ ຊຶ່ງບັນດາຜູ້ສະໝັກໄດ້ ຜ່ານການເລືອກຕັ້ງມາຫລາຍຂັ້ນຕອນ. ມາບັດນີ້ ສ່ວນໃຫຍ່ຂອງຜູ້ສະໝັກຈາກພັກຕ່າງໆ ໄດ້ຖອນໂຕອອກໄປແລ້ວ ຍັງເຫລືອແຕ່ສອງທ່່ານ ທີ່ໄດ້ຖືກສະເໜີໃຫ້ເປັນຜູ້ຕາງໜ້າພັກ ເດໂມແຄຣັດຄື ທ່່ານນາງ Hillary Clinton ກັບທ່ານ Donald Trump ທີ່ເປັນຜູ້ຕາງໜ້າ ພັກຣີພັບບລິກກັນ ທີ່ພວມແຂ່ງຂັນກັນຢ່າງເອົາແທ້ເອົາວ່າ.

ຄວາມສຳຄັນອັນນຶ່ງໃນການໄດ້ເປັນສັນຊາດອາເມຣິກັນກໍຄື ໄດ້ຮັບສິດທິອອກສຽງປ່ອນ ບັດເລືອກຕັ້ງ ບໍ່ວ່າຈະເປັນຂັ້ນທ້ອງຖິ່ນ ຫຼືລະດັບຊາດກໍເຊັ່ນກັນ. ອັນເປັນໜ້າທີ່ຂອງພົນ ລະເມືອງດີ. ຊາວອາເມຣິກັນເປັນປະຊາຊົນຜູ້ໂຊກດີທີ່ສຸດ ທີ່ມີສິດປາກເວົ້າ ມີຫລາຍພັກ ການເມືອງ ທີ່ສາມາດເລືອກເອົາໄດ້ຢ່າງເສລີ ໃນຄວາມເຊື່ອໝັ້ນກັບນະໂຍບາຍຂອງພັກ ທີ່ຈະນຳພາປະເທດໄປສູ່ຈຸດທີ່ໝາຍ.

ດ້ວຍເຫດຜົນດັ່ງກ່າວ ເຮົາຈຶ່ງຢາກໃຫ້ທ່ານຜູ້ຟັງຂອງເຮົາໄດ້ຮູ້ຈັກຄວາມຄິດເຫັນຂອງບັນ
ດາປະຊາກອນອາເມຣິກັນເຊື້ອສາຍລາວ ຜູ້ມີສິດປ່ອນບັດຢູ່ທົ່ວປະເທດວ່າ ເຂົາເຈົ້າຈະ
ປ່ອນບັດເອົາໃຜ ແລະດ້ວຍເຫດຜົນອັນໃດ.

ຜູ້ຖືກສະເໜີ ເປັນຜູ້ຕາງໜ້າ ພັກເດໂມແຄຣັດ ສະໝັກເປັນປະທານາທິບໍດີ ສະຫະລັດ ທ່ານນາງ Hillary Clinton ໂບກມືຕໍ່ບັນດານັກຂ່າວ.
ຜູ້ຖືກສະເໜີ ເປັນຜູ້ຕາງໜ້າ ພັກເດໂມແຄຣັດ ສະໝັກເປັນປະທານາທິບໍດີ ສະຫະລັດ ທ່ານນາງ Hillary Clinton ໂບກມືຕໍ່ບັນດານັກຂ່າວ.

ຜູ້ທຳອິດທີ່ເຮົາໄດ້ສຳພາດມາກໍຄື ທ່ານວິນສອນ ສີວົງຊະນະ ປັດຈຸບັນນີ້ຕັ້ງຖິ່ນຖານຢູ່ ນະຄອນ Honolulu ລັດ Hawaii ທ່ານໄດ້ກ່າວຕໍ່ວີໂອເອ ກ່ຽວກັບການເລືອກຕັ້ງປະທາ ນາທິບໍດີປີ 2016 ນີ້ວ່າ :

US Campaign
please wait
Embed

No media source currently available

0:00 0:02:05 0:00

ບັດນີ້ຂ້າພະເຈົ້າຈະຂໍແນະນຳໃຫ້ທ່ານຮູ້ຈັກກັບ ຍານາງສັນທິ ສູນຍະເດດ ຕັ້ງຖິ່ນຖານຢູ່ ນະຄອນ Dallas ລັດ Texas ພາກກາງຕອນໃຕ້ສຸດຂອງສະຫະລັດ :

Electoral College Plays Key Role in US Vote
please wait

No media source currently available

0:00 0:01:00 0:00

ສັນຊາດອາເມຣິກັນເຊື້ອສາຍລາວຄົນຕໍ່ໄປໄດ້ແກ່ Prince Chandethka ທີ່ເມືອງ Elgin ລັດ Illinois ຕັ້ງຢູ່ພາກກາງຂອງສະຫະລັດ ຊຶ່ງທ່ານ ໄດ້ ໃຫ້ຄວາມຄິດເຫັນຕໍ່ ວີໂອເອ ດັ່ງນີ້ :

ລິງໂດຍກົງ

Souvenir Sales Indicate Voter Preference
please wait

No media source currently available

0:00 0:01:55 0:00

ສັນຊາດອາເມຣິກັນເຊື້ອສາຍລາວ ອີກຄົນນຶ່ງກໍໄດ້ແກ່ ທ່ານສົມບຸນ ສຸຂະພົນ ຕັ້ງຖິ່ນ ຖານຢູ່ລັດ Pennsylvania ໄດ້ໃຫ້ທັດສະນະດັ່ງນີ້ :

ເຖິງແມ່ນການເລືອກຕັ້ງທົ່ວປະເທດຈະເລີ້ມຂຶ້ນໃນ ວັນອັງຄານທີ 8 ພະຈິກ ອີກຫ້າມື້ຂ້າງ ໜ້ານີ້ກໍຕາມ ແຕ່ບາງລັດກໍໄດ້ເປີດໃຫ້ມີການປ່ອນບັດລ່ວງໜ້າຊຶ່ງມີ 26 ລ້ານຄົນໄດ້ລົງ ຄະແນນສຽງໄປແລ້ວ. ສຳລັບວັນປ່ອນບັດເລືອກຕັ້ງດັ່ງກ່າວ ທາງ ວີໂອເອ ຈະໄປຖ່າຍ ທອດສົດກ່ຽວກັບຂັ້ນຕອນຕ່າງໆຂອງການປ່ອນບັດ ຜ່ານທາງ face book life. ກະລຸນາ ລໍຄອຍຕິດຕາມເບິ່ງ.

Asian-American Voters Share Domestic, Asian Concerns
please wait

No media source currently available

0:00 0:02:29 0:00

XS
SM
MD
LG