ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການລາວເສລີ ຍື່ນຄຳຮ້ອງທຸກ ຕໍ່ສະພາ ແລະປະທ້ວງ ທີ່ ສະຖານທູດ ສປປ ລາວ


ອົງການລາວເສລີ ປະທ້ວງຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ ທີ່ນະຄອນຫລວງວໍຊິງຕັນ.
ອົງການລາວເສລີ ປະທ້ວງຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ ທີ່ນະຄອນຫລວງວໍຊິງຕັນ.

ໃນລາຍການ​ຊີວິດ​ຊາວ​ລາວມື້​ນີ້ ​ເຮົາ​ຈະ​ສະ​ເໜີ​ການສຳພາດກັບ ບັນດານັກ​ເຄື່ອນ​ໄຫວ ​ອາ​ເມຣິກັນ​ເຊື້ອສາຍ​ລາວກຸ່ມ​ນຶ່ງຊື່​ວ່າ Free Lao Campaign ຫລືອົງການ​ລາວເສລີທີ່ ​ໄດ້​ມາ​ຮ້ອງທຸກ ​ຕໍ່ສະພາ​ສະຫະລັດ ກ່ຽວ​ກັບ​ສະ​ພາບ​ການ​ປົກຄອງ ​ໂດຍ​ສະ​ເພາະ ດ້ານ ສິດທິ​ມະນຸດ ການ​ຄ້າມະ​ນຸດ ​ຢາ​ເສບ​ຕິດ ​ເສລີພາບ​ດ້ານ​ສາ​ສະໜາ ແ​ລະ​ອຶ່ນໆ ຢູ່ໃ​ນ ສປປ ລາວ. ​ໃນ​ວັນ​ຈັນ​ທີ 9 ສາມ​ມື້​ຜ່ານ​ມາ​ນີ້ ​ເຂົາ​ເຈົ້າ​ໄດ້​ມາ​ເຕົ້າ​ໂຮມກັນລາຍ​ງານຢູ່ຕຶກ Cannon House ຊຶ່ງ​ເປັນ​ຕຶກ​ນຶ່ງ ​ຂອງ​ລັດຖະສະພາ​ສະຫະລັດ ຫລັງ​ຈາກ​ນັ້ນ​ກໍ​ໄດ້​ໄປ ​ປະທ້ວງ​ຢູ່​ຕໍ່ໜ້າ​ສະຖານທູດ ສປປ ລາວ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເອົາລາຍງານກ່ຽວກັບ ເລື້ອງນີ້ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ປ້າຍຄຳຂວັນປະທ້ວງ
ປ້າຍຄຳຂວັນປະທ້ວງ

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນ​ຕອນ​ເຊົ້າ​ວັນ​ຈັນ ທີ 9 ພຶດສະພາອາທິດນີ້ ​ໄດ້​ມີ​ຄະນະ ​ນັກ​ເຄື່ອ​ນ​ໄຫວ ອົງການລາວເສລີຫລື Free Laos Campaign ມີສະມາຊິກເຂົ້າ​ຮ່ວມ ທັງ​ໝົດສິບ​ທ່ານ ​ທີ່ໄດ້​ເດີນທາງ​ມາ​ຈາກ ລັດ Oregon, Minnesota, Georgia ​ແລະ North Carolina ​ແລະ​ຈາກ​ເຂດ​ວໍຊິ​ງຕັນ ດີ​. ຊີ. ກອງ​ປະ​ຊຸມນີ້ ​ເປີດ​ກວ້າງ​ໃຫ້​ແກ່​ທຸກໆ ​ຄົນ ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 12 ທ່ານ. ຢູ່​ໃນ​ຫ້ອງ​ປະຊຸມ​ນ້ອຍ​ໃນ​ຕຶກ Cannon House ​ທີ່ວ່ານັ້ນ ມີບັນດາ​ຜູ້​ເຂົ້າ​ຮ່ວມສີ່​ທ່ານສັບ​ປ່ຽນ​ກັນ​ກ່າວ​ແຕ່ລະ​ຫົວ​ເລື້ອງ ແລະຈຳນ​ວນນຶ່ງ​ ບໍ່​ປະສົງ​ຢາກ​ໃຫ້​ອອກ​ຊື່. ​ເຂົາ​ເຈົ້າ​ພາກັນໃຊ້​ສິດທິ​ໃນ​ການ​ປາກ​ເວົ້າ ນຳ​ຮູບ​ພາບການ​ຂ້າ​ ຊາວ​ຄຣິສຕຽນ​ລາວ ທີ່​ໜ້າ​ສະຫຍອງ​ຂວັນ ມາສະ​ແດງ​ໃຫ້​ເຫັນ ຮ້ອງທຸກ​ຕໍ່​ສະພາ​ສະຫະ ລັດ ​ໃ​ນຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ປົກຄອງ ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ໂດຍ​ສະ ​ເພາະ​ດ້ານສິດທິ​ມະນຸດ ການ​ຄ້າ​ຢາ​ເສບ​ຕິດ ການ​ຄ້າ​ມະນຸດ ສິດ​ເສລີພາບ​ດ້ານ​ສາສະ ໜາ ​ແລະ​ຫົວເລື້ອງ​ສຳຄັນ​ອຶ່ນໆທີ່ເປັນບັນຫາຄ້າງຄາຢູ່ ດັ່ງ​ທີ່​ຍັງ​ໄດ້​ຍິນກັນ ​ຈາກ​ບັນດາ​ ນັກ​ເຄື່ອນ​ໄຫວ​ເຊື້ອສາຍ​ລາວ ​ຢູ່ນອກ​ປະ​ເທດເລື້ອຍມາ. ກອງປະຊຸມດັ່ງກ່າວ​ນີ້ໄດ້​ຮັບ​ຄວາມອຸບປະຖໍາ ​ຈາກຜູ້​ແທນ​ສະພາ​ຕໍ່າ ທ່ານ Rob Wooddall ຈາກ​ລັດ Georgia.

ອົງການລາວ​ເສລີ​ ຜູ້​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ ເປັນ​ອົງການ​ໜຸ່ມ​ນ້ອຍ​ທີ່ໄດ້ຕັ້ງຂຶ້​ນມາ​ເມື່ອ ​ສິບ​ປີ​ກ່ອນ ​ໂດຍ​ການ​ນຳພາ​ຂອງ​ທ່ານ ​ໂຈ ຣັດຕະນະ​ຄົມ ປັດຈຸບັນນີ້​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ລັດ Georgia. ທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ກ່ຽວ​ກັບ​ຈຸດປະສົງ​ຂອງ​ການ​ມາ​ປະ​ທ້ວງ​ຄັ້ງ​ນີ້​ວ່າ:

ທ່ານໂຈ ຣັດຕະນະຄົມ ປະທານອົງການລາວເສລີ
ທ່ານໂຈ ຣັດຕະນະຄົມ ປະທານອົງການລາວເສລີ

ລິງໂດຍກົງ

ທ່ານກາຣະ​ສາ ອິນຊີ​ທອງ ລູກບ້ານ​ຫລາ​ນ​ເມືອງ​ຈາກ​ແຂວງ​ສະຫວັນ​ນະ​ເຂດ ​ເດີນທາງ​ມາ​ຈາກ​ລັດ Minnesota ທ່ານ​ໄດ້​ກ່າວ​ຕໍ່ ວີໂອ​ເອ ວ່າ :

ທ່ານກາຣະສາ ອິນຊີທອງ
ທ່ານກາຣະສາ ອິນຊີທອງ

ລິງໂດຍກົງ

ຍານາງແອນນາ ສົມ​ວົງ ສະຕີ​ອາ​ເມຣິກັນ​ເຊື້ອສາຍ​ລາວ​ຄົນ​ດຽວ​ທີ່​ເດີ​ນທາງ​ມາ​ຈາກ​ລັດ Oregon ​ໄດ້​ກ່າວ​ເຖິງ​ຈຸດປະສົງ ​ແລະ​ຄວາມ​ຕັ້ງ​ໃຈ​ຂອງ​ການ​ເສຍສະລະ​ເວລາ​ມາ​ຮ່ວມ ດັ່ງ​ນີ້ :

ນາງແອນນາ ສົມວົງ
ນາງແອນນາ ສົມວົງ

ລິງໂດຍກົງ

ອາຈານສອນສາສະໜາ​ຄຣິສ ທ່ານ​ຄອນ ພົມມະ​ສານ ຈາກ​ໂບດ The Mission Church
ທີ່ເມືອງ High Point ລັດ North Carolina ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ ດ້ານສາສະໜາ​ຢູ່​ໃນ ສປປ ລາ​ວ ວ່າ :

ອາຈານສອນສາສະໜາກຣິສ ທ່ານຄອນ ພົມມະສານ
ອາຈານສອນສາສະໜາກຣິສ ທ່ານຄອນ ພົມມະສານ

ລິງໂດຍກົງ
ສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ.
ສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ.

ພາຍ​ໃຕ້​ດິນ​ຟ້າ​ອາກາດ​ອັນ​ປຽກ​ຊຸ່ມ​ຕອນ​ສວາຍ ຂອງ​ວັນ​ດຽວ​ກັນ​ນີ້ ຢູ່​ໜ້າ​ສະຖານທູດ ສປປ ລາວ ບັນດາ​ຜູ້​ເຂົ້າ​ຮວ​ມກອງ​ປະຊຸມຈຳນວນ​ນຶ່ງ ກໍໄດ້ພາກັນ​ຖື​ປ້າຍ ​ແລະ​ທຸງຊາດ ​ຊ້າງສາມ​ຫົວຮ້ອງ​ໂຮ ລະ​ບາຍ​ຄວາມ​ຮູ້ສຶກ​ອອກ​ມາ ​ໂດຍມີ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຮັກສາສະ ຖານທູດຂອງສະຫະລັດ ​ຢືນ​ສັງ​ເກ​ດຮັກສາຄວາມ​ປອດ​ໄພຢູ່. ທ່ານໂຈ ຣັດຕະນະ​ຄົມ ຜູ້ນຳ​ພາ​ປະ​ທ້ວງ ​ໄດ້​ພະຍາຍາມ​ນຳ​ສົ່ງ​ເອກ​ກະສາ​ນ ​ເຄາະ​ປະຕູ​ສະຖານທູດ ສປປ ລາວ ​ແຕ່​ບໍ່​ໄດ້​ຮັບ​ຄຳຕອບ ​ແລະ​ເຈົ້າ​ໜ້າທີ່ ສະຖານທູດ ສປປ ລາວ ກໍ​ບໍ່​ໄດ້​ສະ​ແດງ​ປະຕິກິ​ລິ​ຍາຫຽັງ ​ແລະ​ບໍ່ໄດ້ ອອກ​ຖະ​ແຫລ​ງ​ໃດໆ​ກ່ຽວ​ກັບ​ເລື້ອງນີ້. ການໃຊ້​ສິດປະ​ທ້ວງເປັນ​ເວລາ​ເກຶຶອບ​ສອງ​ຊົ່ວ​ໂມງ​ ໄດ້​ຜ່ານ​ພົ້ນ​ໄປ​ດ້ວຍ​ຄວາ​ມສະ​ຫງົບ ​ແລະ​ເປັນ​ທີ່​ຮຽບຮ້ອຍ​ດີ.

XS
SM
MD
LG