ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວີໂອເອ ສຳພາດ ທ່ານໄຊຍະການ ສີສຸວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສະຫະລາດຊະອານາຈັກ ອັງກິດ


ເອກອັກຄະລັດຖະທູດ ໄຊຍະການ ສີສຸວົງ ສະເໜີສານຕາຕັ້ງ ວັນທີ 13 ພະຈິກ 2014 ຕໍ່ພະຣາຊີນີເອລິຊາເບັດ ທີ່ພະລາດຊະວັງ Buckingham ສະຫະລາດຊະອານາຈັກອັງກິດ.
ເອກອັກຄະລັດຖະທູດ ໄຊຍະການ ສີສຸວົງ ສະເໜີສານຕາຕັ້ງ ວັນທີ 13 ພະຈິກ 2014 ຕໍ່ພະຣາຊີນີເອລິຊາເບັດ ທີ່ພະລາດຊະວັງ Buckingham ສະຫະລາດຊະອານາຈັກອັງກິດ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳວັນພະຫັດ
ມື້ນີ້ ເຮົາຈະນໍາພາທ່ານໄປຟັງການສຳພາດກັບ ທ່ານ ໄຊຍະການ ສີສຸວົງ ເອກອັກ
ຄະລັດຖະທູດ ສປປ ລາວ ປະຈຳສະຫະລາດ​ຊະ​ອານາຈັກ​ອັງກິດ ທີ່ນະຄອນຫລວງ
ລອນດອນ. ທ່ານ ໄຊຍະການ ສີສຸວົງ ແມ່ນລູກບ້ານຫລານເມືອງນະຄອນຫລວງ
ວຽງຈັນ ທ່ານໄດ້ເຂົ້າຮັບໃຊ້ ກະຊວງການຕ່າງປະເທດ​ ມາ​ແຕ່​ປີ 1983 ແລະໄດ້ຖືກ
ແຕ່ງຕັ້ງໄປເປັນເອກອັກຄະລັດທູດ ສປປ ລາວ ຄົນທຳອິດປະຈຳປະເທດອັງກິດ ​ໃນ
ປີ 2014. ສ່ວນວ່າ ຄວາມເປັນມາຂອງທ່ານໄຊຍະການ ເປັນຢ່າງໃດ ກິ່ງສະຫວັນ
ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານໄຊຍະການ ສີສຸວົງ ເອກອັກຄະລັດຖະທູດ ປະຈຳ ສະຫະລາດຊະອານາຈັກອັງກິດ
ທ່ານໄຊຍະການ ສີສຸວົງ ເອກອັກຄະລັດຖະທູດ ປະຈຳ ສະຫະລາດຊະອານາຈັກອັງກິດ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ​ໃນ​ລາຍການ​ຊີ​ວິດ​ຊາວ​ລາວ​ຂອງ ວີ​ໂອ​ເອ ມື້ນີ້ຂ້າພະ
ເຈົ້າຈະຂໍແນະນຳທ່ານ ໃຫ້ຮູ້ຈັກກັບ ທ່ານໄຊຍະການ ສີສຸວົງ ເອກອັກຄະລັດຖະທູດ
ສປປ ລາວ ຄົນທຳອິດ ປະຈຳນະຄອນຫລວງລອນດອນ ສະຫະລາດ​ຊະ​ອານາຈັກອັງ
ກິດ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫລື ສປປ ລາວ ໄດ້ກຳອຳນາດ
ການປົກຄອງມາແຕ່ປີ 1975 ຕໍ່​ມາ ໄດ້ຂາດຄວາມສຳພັນດ້ານການ​ທູດກັບສະຫະລາດ
ຊະອານາຈັກອັງກິດ ​ໃນ​ປີ 1982 ມາເປັນເວລາເກືອບ 30 ປີ.

ສປປ ລາວ ​ແລະ​ສະຫະລາດຊາ​ອານາຈັກ​ອັງກິດ ໄດ້ເລີ້ມແລກປ່ຽນ​ການທູດກັນ​ຄືນ
​ໃໝ່ໃນ​ປີ 2014 ​ໂດຍ​ເປີດ​ສະຖານທູດໃນນະຄອນຫລວງລອນດອນ​ ​ແລະ​ນະຄອນ
ຫລວງວຽງ​ຈັນ. ທ່ານໄຊຍະການ ສີສຸວົງ ​ແມ່ນເອກອັກຄະລັດຖະທູດ ສປປ ລາວ ຜູ້ມີ​
ອຳນາດເຕັມຄົນທຳອິດ ທີ່ໄດ້ຖືກແຕ່ງຕັ້ງຈາກ ພະນະທ່ານຈູມມະລີ ໄຊຍະສອນ
ອະດີດປະທານປະເທດ ສປປ ລາວ ຊຶ່ງ ທ່ານ​ໄຊ​ຍະ​ການ ​ໄດ້​ໂອ້​ລົມ​ກ່ຽວກັບຄວາມ​
ເປັນ​ມາ​ຂອງ​ທ່ານໃນ​ເບື້ອງ​ຕົ້ນ ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

ພິທີເປີດສະຖານທູດ ສປປ ລາວ ປະຈຳ ສະຫະລາດຊະອານາຈັກອັງກິດ ຄືນໃໝ່ ທີ 6 ພະຈິກ ປີ 2014.
ພິທີເປີດສະຖານທູດ ສປປ ລາວ ປະຈຳ ສະຫະລາດຊະອານາຈັກອັງກິດ ຄືນໃໝ່ ທີ 6 ພະຈິກ ປີ 2014.

ຄວາມ​ສຳພັນ​ດ້ານ​ການ​ທູດ​ລະຫວ່າງ ປະ​ເທດ​ລາວ ​ກັບສະຫະ​ລາດ​ຊະ​ອານາຈັກ​ອັງ
ກິດໄດ້​ເລີ້ມ​ມີ​ມາ​ແຕ່​ປີ 1955 ຫລັງ​ຈາກລາວ​ໄດ້​ຮັບ​ເອກ​ກະລາດ​ຈາກ​ຝຣັ່ງ​. ຕົກ​ມາ​ເຖິງ
ປີ1975 ຫັລງຈາກ​ໄດ້​ມີ​ການ​ປ່ຽນ​ແປ່​ງລະບອບ​ການ​ປົກຄອງຢູ່​ໃນ​ປະ​ເທດ​ລາວ ຈົນ​
ຮອດ​ປິ 1982 ​ສຳພັນ​ທາງ​ການ​ທູດ​ລະຫວ່າງລາວ ​ກັບສະຫະ​ລາດ​ຊະ​ອານາຈັກ​ອັງກິດ
ກໍໄດ້​ຂາດສະບັ້ນ​ມາ ​ເປັນ​ເວລາເກືອບ ​30 ປີ ​ຊຶ່ງ​ ​ທ່ານ​ເອກ​ອັກຄະ​ລັດຖະທູດ
ໄຊ​ຍະ​ການ ​ໄດ້​ກ່າວເຖິງ​ຊ່ວງເວລານີ້​ວ່າ :

ງານກິນລ້ຽງຄົບຮອບ 40 ປີ 2015 ວັນຊາດ ສປປ ລາວ ທີ່ສະຖານທູດ ສປປ ລາວ ນະຄອນຫລວງລອນດອນ.
ງານກິນລ້ຽງຄົບຮອບ 40 ປີ 2015 ວັນຊາດ ສປປ ລາວ ທີ່ສະຖານທູດ ສປປ ລາວ ນະຄອນຫລວງລອນດອນ.

ຕັ້ງແຕ່ນັ້ນມາ ສປປ ລາວ ​ກັບ​ສະຫະລາດ​ຊະ​ອານາຈັກ​ອັງກິດ ​ກໍໄດ້​ແລກປ່ຽນເອກ​
ອັກຄະ​ລັດຖະທູດ ຜູ້​ມີ​ອຳນາດ​ເຕັມ​ມາ​ປະຈຳ​ຢູ່​ສະຖານທູດ​ຂອງ​ໃຜລາວ. ​ທ່ານ​ໄຊ​ຍະ
​ການ​ໄດ້​ກ່າວ​ເຖິງ​ການ​ປະຕິ​ບັດ​ງານ​ຂອງ​ສະຖານທູດ ສປປ ລາວ​ ​ໃນ​ນະຄອນຫລວງ​
ລອນ​ດອນດັ່ງ​ນີ້:

ສະຫລອງວັນຊາດ ຄົບຮອບ 40 ປີ ຢູ່ສະຖານທູດ ສປປ ລາວ ທີ່ນະຄອນຫລວງລອນດອນ.
ສະຫລອງວັນຊາດ ຄົບຮອບ 40 ປີ ຢູ່ສະຖານທູດ ສປປ ລາວ ທີ່ນະຄອນຫລວງລອນດອນ.

ນັບ​ແຕ່ລັດຖະບານ​ ສປປ ລາວ ​ໄດ້​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ 42 ປີ ຕົກ​ມາ​ເຖິງ​
ປັດຈຸບັນ ໄດ້​ຂະຫຍາຍ​ສຳພັນ​ທາງ​ດ້ານ​ການ​ທູດ​ຢູ່​ທົ່ວ​ໂລກ ແລກປ່ຽນ​ການ​ຄ້າ ​ແລະ
​ການ​ລົງ​ທຶນ​ຢູ່​ໃນ​ປະ​ເທດ​ຢ່າງ​ກວ້າງ​ຂວາງ ທ່ານ​ໄຊ​ຍະ​ການ ​ໄດ້​ໃຫ້​ຂໍ້​ຄິດ​ເຫັນກ່ຽວ​
ກັບ​ເລື່ອງ​ນີ້​ວ່າ :

ທ່ານໄຊຍະການ ສີສຸວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳນະຄອນຫລວງລອນດອນ.
ທ່ານໄຊຍະການ ສີສຸວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳນະຄອນຫລວງລອນດອນ.

ສະຫະລາດ​ຊະ​ອານາຈັກ​ອັງກິດ ​ໄດ້ເລີ້ມເຂົ້າ​ເປັນ​ສະມາຊິກ​ສະຫະພາບ​ຢູ​ໂຣບ ​ໂດຍ​
ໄດ້ປະກາດ​ຢ່າງ​ເປັນ​ທາງ​ການ​ໃນ ​ປີ 1951​ ປັດຈຸບັນນີ້​ມີ​ສະມາຊິກ​ຢູ່ 28 ປະ​ເທດຢູ
​ໂຣບດ້ວຍ​ກັນ. ບັດ​ນີ້ ສະຫະລາດຊະ​ອານາຈັກ​ອັງກິດ ​ກຳລັງ​ຈະ​ຖອນ​ໂຕ​ອອກ​ຈາກ​
ການ​ເປັນສະມາຊິກ ອັນເປັນທີ່​ຮູ້​ກັນ​ວ່າ Brexit ຊຶ່ງເປັນ​ການ​ເຄື່ອນ​ໄຫວ​ທີ່​ໂຕ້​ແຍ້​ງຝົດ
ເດືອດ​ຢູ່​ໃນ​ປະ​ເທດ​ອັງກິດ ​ແລະ​ຢູ​ໂຣບ​. ​ທ່ານ​ໄຊ​ຍະ​ການ ​ໄດ້​ໃຫ້​ຂໍ້ຄິດ​ເຫັນ​ກ່ຽວ​ກັບ
​ເລື່ອງ​ນີ້​ຕໍ່ ວີ​ໂອ​ເອ ວ່າ :

ວີ​ໂອ​ເອ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄຊຍະ​ການ
ສີ​ສຸ​ວົງ ​ເປັນ​ຢ່າງ​ສູງ​ທີ່ໄດ້​ອະທິບາຍ​ນະ​ໂຍບາຍ ຄວາມ​ສຳພັນ​ລະຫວ່າງ ສປປ ລາວ
​ກັບສະຫະ​ລາດ​ຊະ​ອານາຈັກ​ອັງກິດ ​ແລະການ​ປະຕິ​ບັດ​ງານ​ຂອງ​ທ່ານສູ່ຟັງ.

XS
SM
MD
LG