ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຳພາດ ຍານາງ ສຸວັນທະມາລີ ແກ້ວບໍຣະກົດ ທີ່ນະຄອນ ມົງເຣອານ ປະເທດ ການາດາ


ຍານາງສຸວັນທະມາລີ ແກ້ວບໍຣະກົດ ທີ່ນະຄອນມົງເຣອານ ປະເທດການາດາ.
ຍານາງສຸວັນທະມາລີ ແກ້ວບໍຣະກົດ ທີ່ນະຄອນມົງເຣອານ ປະເທດການາດາ.

ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ ວີໂອເອ ມື້ນີ ທ່ານຈະໄດ້ຟັງການສຳ
ພາດກັບ​ ຍານາງສຸວັນ​ທະ​ມາລີ ແກ້​ວບໍຣ​ະກົດ ສະຕີ​ກາ​ນາ​ດາ​ເຊື້ອສາຍ​ລາວ ປັດຈຸບັນ
​ຕັ້ງ​ຖິ່ນ​ຖານ​ຢູ່ ນະຄອນ Montreal ປະ​ເທດ​ກາ​ນາດາ. ຍານາງ​ສຸວັນ​ທະ​ມາລີ ​ໄດ້​ແບ່ງ
ປັນ​ຄວາມ​ເປັນ​ມາ​ຂອງ​ຊີວິດ ທີ່​ໄດ້​ຫລົບ​ລີ້​ໜີ​ໄພ​ການ​ເມືອງ ​ແລະ​ສົງຄາມຢູ່​ໃນ​ປະ​ເທດ
​ລາວ​ ມາ​ແຕ່​ຍັງ​ນ້ອຍ. ​ໃນ​ທີ່​ສຸດ​ຍານາງ​ກໍໄດ້​ເຂົ້າ​ມາ​ຕັ້ງ​ຊີວິດ​ໃໝ່​ ຢູ່​ປະ​ເທດ​ກາ​ນາ​ດາ
ສ້າງ​ຄອບຄົວ ມີໜ້າ​ທີ່​ການ ​ແລະ​ຮັບ​ໃຊ້​ສັງຄົມ​ຢ່າງ​ເປັນລໍ້າເປັນສັນ. ເລື່ອງຄວາ​ມ​ເປັນ
​ມາ​ຂອງ​ຍານາງ​ສຸວັນທະມາລີ ​ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານໃນ
​ອັນ​ດັບຕໍ່​ໄປ.

ຍານາງສຸວັນທະມາລີ ແກ້ວບໍຣະກົດ ທີນະຄອນ Montreal ປະເທດ Canada.
ຍານາງສຸວັນທະມາລີ ແກ້ວບໍຣະກົດ ທີນະຄອນ Montreal ປະເທດ Canada.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຂໍແນະນຳ
ໃຫ້ທ່ານຮູ້ຈັກກັບ ຍານາງສຸວັນທະມາລີ ແກ້ວບໍລະກົດ ຕັ້ງຖິ່ນຖານຢູ່ນະຄອນ
Montreal ປະເທດ Canada. ຍານາງສຸວັນທະມາລີ ແມ່ນສະຕີການາດາເຊື້ອສາຍ
ລາວຄົນນຶ່ງ ທີ່​ໄດ້ຜ່ານປະສົບການຊີວິດ ຂອງ​ການເປັນອົບພະຍົບ ​ໄດ້​ຖືກຍົກຍ້າຍ
ບ່ອນຢູ່ອາໄສມາແຕ່ນ້ອຍ ຕັ້ງແຕ່ສະໄໝຢູ່ປະເທດລາວ ແລະໃນທີ່ສຸດກໍໄດ້ເຂົ້າມາຕັ້ງ
ຊີວິດໃໝ່ຢູ່ ນະຄອນ Montreal ປະເທດ Canada ເກືອບສີ່​ສິບ​ປີ​ທີ່​ຜ່ານ​ມາ. ຍານາງ​
ສຸວັນ​ທະ​ມາລີ ຍັງ​ສືບ​ຕໍ່​ເຮັດ​ວຽກ​ການ ມີ​ລູກສາມ​ຄົນ ​ຮັບ​ໃຊ້​ສັງຄົມ ​ແລະ​ຮັກສາ​ຮີດຄອງ​
ປະ​ເພ​ນີລາວໄວ້ຢ່າງໜ້າ​ສັນລະ​ເສີນ.

ຕະຫລອດ​ປະຫວັດສາດອັນ​ຍາວ​ນານ​ຂອງຊົນ​ຊາດ​ລາວ ໃນທຸກໆ​ສະ​ໄໝ ເຂົາ​ເຈົ້າ​ໄດ້
ປະສົບກັບໄພສົງຄາມ ການເປັນຫົວເມືອງຂຶ້ນ ແລະປ່ຽນລະບອບການປົກຄອງມາເປັນ
ໄລຍະໄລຍະ. ຍານາງສຸວັນທະມາລີ ແມ່ນໂຕຢ່າງຂອງອະດີດລູກຫລານລາວຄົນນຶ່ງ ທີ່
ໄດ້​ເປັນ​ພິຍານ​ຫລັກ​ຖານ ຜ່ານ​ຜ່າໄພສົງຄາມມາ​ແຕ່​ຍັງນ້ອຍໆ ພ່າຍໜີຈາກບ້ານ​ເກີດ
ເມືອ​ງນອນບ່ອນຢູ່​ອາ​ໄສ. ຍານາງ​ສຸວັນ​ທະ​ມາລີ ໄດ້ລື້​ງ​ເຄີຍກັບ​ການ​ຖືກ​ຍົກຍ້າຍ ກັບ​
ຄອບຄົວຢູ່​ໃນ​ປະ​ເທດ​ລາ​ວ​ມາ​ຕະຫລອດ ​ແລະໃນ​ທີ່​ສຸດ​ກໍ​ໄດ້​ເຂົ້າ​ມາ​ຕັ້ງ​ຊີວິດ​ໃໝ່​ຢູ່​ນະ
ຄອນ Montreal ປະ​ເທດ Canada ບ່ອນ​ທີ່​ບໍ່​ໄດ້ຄາດ​ຝັນ​ໄວ້​ກ່ອນ. ​ຍານາງ​ສຸວັນ​ທະ
​ມາລີ ​ໄດ້​ເລົ່າ​ເຖິງ​ຊີວິດເບື້ອງ​ຕົ້ນໃຫ້ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ການ​ຕັ້ງ​ຊີວິດ​ໃໝ່​ຂອງ​ຊາວ​ອົບ​ພະຍົບ​ອິນດູຈີນໃນ​ເວລາ​ນັ້ນ ແມ່ນການເລີ້ມ​ຕົ້ນ ​ໃໝ່
ທຸກໆ​ຢ່າງ​ເຊັ່ນ ຮຽນ​ພາສາ​ໃໝ່ ວັດທະນາ​ທຳ​ໃໝ່ ປັບໂຕເຂົ້າ​ກັບສິ່ງ​ແວດ​ລ້ອມ​ໃໝ່
ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ຮຽນ​ຮູ້​ຮັບເອົາ​ຄວາມ​ຮັບຜິດຊອບ​ສູງ ຊຶ່ງຍານ​າງສຸວັນ​ທະ​ມາ​ລີ
​ໄດ້​ກ່າວ​ໃນ​ບັ້ນ​ນີ້​ວ່າ:

ການຕັ້ງ​ຊີ​ວິດ​ໃໝ່ ສ້າງປະຊາ​ຄົມ​ໃໝ່ ​ແມ່ນບາດກ້າວ​ທຳ​ອິດ ທີ່​ສະ​ແດງ​ອອກ​ມາ​ໃຫ້​
ເຫັນ​ການທ້ອນໂຮມສາ​ມະ​ຄີ​ກັນ​ໃຫ້​ເປັນ​ກ້ອນ​ເປັນ​ໜ່ວຍ. ​ເພາະສະ​ນັ້ນ ​ເຂົາ​ເຈົ້າຈຶ່ງ
ໄດ້ພາ​ກັນ​ຈັດ​ຕັ້ງ​ສະມາຄົມ ​ແລະ​ສ້າງສາ​ວັດວາ​ອາ​ຮາ​ມ ​ເພື່ອ​ໃຫ້​ເປັນ​ສູນ​ກາງສັງຄົມ
ອັນ​ເປັນສັນຍາ​ລັກ​ຂອງເຊື້ອ​ສາຍລາວ ຊຶ່ງ​ຍານາງ​ສຸວັນ​ທະ​ມາລີ​ ໄດ້​ກ່າວ​ສູ່​ຟັງ​ດັ່ງ​ນີ້:

ບັນດາ​ພໍ່​ແມ່​ຜູ້​ປົກຄອງ​ ຜູ້​ເປັນ​ຫົວ​ເຮືອ ນຳ​ພາ​ຄອບຄົວ ​ໄດ້ພາກັນ​ສູ້​ທົນ​ເຮັດ​ວຽກ​ລ້ຽງ​
ລູກເຕົ້າ​ ໃຫ້​ໃຫຍ່​ກ້າ​ໜ້າບານ ​ຊຸກຍູ້​ໃຫ້ເຂົາ​ເຈົ້າໄດ້​ຮັບ​ການ​ສຶກສາ​ສູງ​ເທົ່າ​ທີ່​ຄວນ. ​
ຫລາຍໆທົດ​ສະ​ຫວັດ​ ຂອງ​ການ​ຕັ້ງຕົ້ນ​ຊີວິດ​ໃໝ່ໄດ້ຜ່າ​ນພົ້ນ​ໄປ ບັດ​ນີ້​ເຮົາ​ຈະ​ສັງ​ເກດ
​ເຫັນ​ຄວາມ​ກ້າວໜ້າ​ຂອງ ບັນດາ​ເຍົາວະ​ຊົນ​ເຊື້ອສາຍ​ລາວ​ ທີ່​ໄດ້ມາ​ເກີດ ​ແ​ລະ​ໃຫຍ່
​ກາຍ​ມາ​ເປັນ​ພົນ​ລະ​ເມືອງ​ດີ​ຂອງ​ປະ​ເທດ. ເຂົາ​ເຈົ້າ​ໄດ້ສຳ​ເລັດ​ການ​ສຶກສາ​ສູງ ປະ​ກອບ
ວິຊາ​ອາຊີບເປັນ​ນັກວິຊາກ​ການ​ຢູ່​ໃນຫລາຍໆຂະ​ແໜງ ຊຶ່ງ​ຍານາງ​ສຸວັນ​ທະ​ມາລີ ​ໄດ້​
ກ່າວ​ຕໍ່​ໄປ​ວ່າ:

ນັ້ນ​ແມ່ນ​ການ​ສຳພາດ​ກັບ ຍານາງສຸວັນ​ທະ​ມາລີ ​ແກ້ວ​ບໍ​ລະກົດ ສະ​ຕີ​ກາ​ນາ​ດາ​ເຊື້ອ
ສາຍລາວ ທີ່ນະຄອນ Montreal ປະເທດ Canada.

XS
SM
MD
LG