ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອ ສຳພາດ ຍານາງສຸພາວະດີ ບຸນລືໄຕ ທະນາຍຄວາມ ອາເມຣິກັນ ເຊື້ອສາຍລາວ


ຍານາງສຸພາວະດີ ບຸນລືໄຕ ທະນາຍຄວາມອາເມຣິກັນ ເຊື້ອສາຍລາວ ທີ່ເມືອງ Takoma ລັດ Washington.
ຍານາງສຸພາວະດີ ບຸນລືໄຕ ທະນາຍຄວາມອາເມຣິກັນ ເຊື້ອສາຍລາວ ທີ່ເມືອງ Takoma ລັດ Washington.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍການ​ຊີວິດ​ຊາວ​ລາວມື້ນີ້ ​ເຮົາ​ຂໍ​ແນະນຳ​ໃຫ້​ທ່ານ​ຮູ້ຈັກ ​ກັບຍາ​ນາງ​ສຸພາ​ວະ​ດີ ທີ່ມີ​ຊື່​ນ້ອຍ​ວ່າ Sou ບຸນ​ລືໄຕ ຄົນອາ​ເມ​ຮິ​ກັນ​ເຊື້ອສາຍ​ລາວ ທີ່​ເປັນ​ທະນາຍ​ຄວາມຝ່າຍ​ຢ່າ​ຮ້າງ ການບາດ​ເຈັບ​ຍ້ອນອຸປະຕິ​ເຫດ ແລະ​ກົດໝາຍຄົນ​ເຂົ້​າ​ເມືອງ ທີ່ນະຄອນ Seattle ລັດ Washington. ຍານ​າງ Sou ​ໄດ້​ຮັບ​ໃຊ້​ສັງຄົມອາ​ເມຣິກັນ ມາ​ເປັນ​ເວລາ​ 10 ກວ່າປີ​ແລ້ວ. ຊີວິດ​ການ​ເປັນ​ຢູ່ຂອງຍານາງ Sou ​ເປັນ​ມາ​ຢ່າງ​ໃດ​ນັ້ນ ກິ່ງສະຫວັນ ມີລາຍ
ລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຂໍແນະນຳທ່ານໃຫ້ຮູ້ຈັກກັບ ຍານາງສຸພາ
ວະດີ ບຸນລືໄຕ ທີ່ມີຊື່ນ້ອຍວ່າ Sou ​ແລະເຮົາຈະ​ໃຊ້ຮ້ອງນາງຢູ່ໃນເລື່ອງນີ້. ສະຕີລາວ
ອາເມຣິກັນເຊື້ອສາຍລາວຄົນນິ້ ເປັນລູກສາວດຽວຂອງທ່ານມະນີວົງ ແລະຍານາງເສົາ
ວະນີ ບຸນລືໄຕ. ໃນປີ 1981 ຄອບຄົວບຸນລືໄຕ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ທີ່​ເມືອງ Blackford ຊຶ່ງ​ເປັນເມືອງນ້ອຍໆ​ແຫ່ງ​ນຶ່ງທາງພາກຕາເວັນອອກສຽງໃຕ້ ຂອງລັດ
Idaho. ເວລານັ້ນ Sou ມີອາຍຸພຽງແຕ່ 9 ປີ ຍັງບໍ່ສາມາດປາກເວົ້າພາສາອັງກິດ ຕ້ອງໄດ້
ເລີ້ມຮຽນພາສາ ວັດທະນະທໍາ ແລະສິ່ງແວດລ້ອມໃໝ່. ແຕ່ນາງບໍ່​ໄດ້​ລົດລະ​ກັບການຮັກ
ສາ​ໃນ​ດ້ານການປາກພາສາລາວ.

ລັດ Idaho ຮູ້ກັນດີວ່າເປັນບ່ອນປູກຝັງມັນຝຣັ່ງ ທຸກໆສອງສາມເດືອນຄອບຄົວບຸນລືໄຕ ຕ້ອງໄດ້ຂີ່ລົດສີ່ຊົວໂມງ ​ໄປນະຄອນຫລວງ Boise ຂອງ​ລັດ Idaho ເພື່ອຊື້ອາຫານການ
ກິນເອເຊຍເຊັ່ນວ່າເຂົ້າສານ ນໍ້າປາ​ແລະເຄື່ອງ​ໃຊ້​ຂອງ​ສອຍອື່ນໆ. Sou ກ່າວວ່າ ການ
ເຕີບໃຫຍ່ຂອງນາງຢູ່ໃນຂົງເຂດແຫ່ງນີ້ມີຄວາມຍາກລຳບາກ ແຕ່ນາງບໍ່ໄດ້ລົດລະໃນ
ຄວາມຮູ້ສຶກຮັບຜິດຊອບກ່ຽວກັບຄອບຄົວ ແລະຕັ້ງໃຈຮຽນຊຶ່ງ Sou ໄດ້​ແນະນຳ​ຕົນ​ເອງ
ດັ່ງ​ນີ້ :

sou 3
sou 3

ຫລັງຈາກຮຽນຈົບມັດທະຍົມ​ແລ້ວ Sou ໄດ້ໄປສຶກສາຕໍ່ ທີ່ມະຫາວິທະຍາໄລ Puget Sound ທີ່ເມືອງ Tacoma ລັດ Washington ອັນເປັນສະຖາບັນທີ່ໄດ້ຫລໍ່ຫລອມ ເປີດຫູເປີດຕາ​ໃຫ້​ແກ່​ນາງ. Sou ສຳເລັດປະລິນຍາຕີຝ່າຍລັດຖະສາດ ແລະລັດຖະບານ. ຫລັງຈາກນັ້ນ Sou ໄດ້ກັບມາຫາຄອບຄົວຢູ່ທີ່ລັດ Idaho ແລະສຶກສາດ້ານກົດໝາຍຕໍ່ອີກ ສາມປີ ທີ່ມະຫາວິທະຍາໄລ Idaho. Sou ໄດ້ກ່າວເຖິງປະສົບການຂອງການເປັນນັກຮຽນ ເວລາ​ມາ​ຮອດສະຫະລັດໃໝ່ໆສູ່​ຟັງ ຊຶ່ງພາສາອັງກິດບໍ່ແມ່ນພາສາກຳເນີດຂອງນາງ. ຍ້ອນວ່າ Sou ໄດ້ຍິນຄຳເວົ້າທີ່ມີຊື່ສຽງອັນສຳຄັນຕອນນຶ່ງຂອງທ່ານ Abraham Lincoln ອະດີດ ປະທາ
ນາທິບໍດີສະຫະລັດຄົນທີ 16 ທີ່ໄດ້ກ່າວໄວ້ວ່າ “Government of the people, by the people, for the people, shall not perish from the earth.” ຊຶ່ງມີຄວາມໝາຍວ່າ “ລັດຖະບານຂອງປະຊາຊົນ ໂດຍປະຊາຊົນ ແລະເພື່ອປະຊາຊົນຈະລືບລ້າງໄປຈາກຜືນ
ແຜ່ນດິນບໍ່ໄດ້” ຄຳເວົ້າອັນໂດ່ງດັງດັ່ງກ່າວນີ້ ໄດ້ກາຍມາເປັນອຸດົມການຂອງ Sou ທີ່ໄດ້
ຍຶດໝັ້ນຢ່າງໜັກແໜ້ນ ແຕ່ນັ້ນມາ ແລະ Sou ໄດ້ຕັດສິນໃຈເລືອກເອົາວິຊາທີ່ຈະເປັນທະ
ນາຍຄວາມ ຊຶ່ງ Sou ກ່າວໃນຕອນນີ້ວ່າ :

ສະຫະລັດອາ​ເມຣິກາ ​ເປັນ​ປະ​ເທດ​ທີ່​ເປີດ​ໂອກາດໃຫ້​ແກ່​ທຸກໆ​ຄົນ ທີ່​ຊອກສະແຫວ​ງຫາ​
ອິດ​ສະຫລະ​ພາບ ​ສິດເສຣີພາບ ​ແລະຄວາມສະ​ເໝີ​ພາບ ​ໂດຍ​ສະ​ເພາະ​ໃນ​ການ​ສຶກສາ. Sou ເປັນແມ່ຍິງອາເມຣິກັນເຊື້ອສາຍລາວຂອງສັດຕະວັດທີ 21 ຄົນນຶ່ງ ທີ່ພິສູດໃຫ້ເຫັນ
ຄວາມສາມາດ ອົດທົນ ເຂັ້ມແຂງ ວາງບົດບາດຂອງການເປັນຜູ້ນໍາ ແລະຄວາມ​ເປັນ​ອິດ
ສະຫຼລະຂອງຕົນເອງ. ເປັນເວລາ ກວ່ານຶ່ງທົດສະວັດຜ່ານມາແລ້ວ Sou ໄດ້ປົກປ້ອງຜົນ
ປະໂຫຍດລູກຄວາມຂອງຍານາງ ໃຫ້ໄດ້ຮັບຄວາມຍຸຕິທໍາ ພາຍໃຕ້ກົດໝາຍອັນສັກສິດ ຂອງສະຫະລັດ ແນະນຳກົດໝາຍຄອບຄົວ ຫລືການຢ່າຮ້າງ ກົດໝາຍຜູ້ທີ່ໄດ້ຮັບບາດ
ເຈັບຈາກອຸປະຕິເຫດ ແລະກົດໝາຍຄົນເຂົ້າເມືອງໃຫ້ແກ່ຜູ້ທີ່ຢາກເຂົ້າມາຕັ້ງຖິ່ນຖານ
ຢູ່ໃນສະຫະລັດ ທີ່ນະຄອນ Seattle ຊຶ່ງ Sou ໄດ້ກ່າວກ໋ຽວກັບເລື່ອງນີ້ວ່າ :

Sou ​ເປັນ​ທະນາຍຄວາມ​ທີ່​ສື່​ສັດ ​ມີ​ຄວາມ​ປານີຕໍ່​ເພື່ອນ​ມະນຸດ​ດ້ວຍ​ກັນ ​ເຫັນໃຈຜູ້​ມາ​ຂໍ​ການ​ຊ່ວຍ​ເຫລືອ ຊຶ່ງ​ໃ​ນບາ​ງຄັ້ງກໍ​ໄດ້ອາສາ​ສະໝັກ​ໄປ​ຊ່ວຍ ເຖິງແມ່ນ​ຈະສ່ຽງ​ຕໍ່​ການເສຍ​ໄຊ ​ແຕ່ກໍ​ໃຫ້​ຄຳ​ແນະນຳ​ຢ່າງ​ກົງ​ໄປ​ກົງ​ມາ ຊຶ່ງ​ Sou ກ່າວ​ວ່າ :

ຍານາງ Sou ໄດ້ຮັບ​ໃຊ້​ສັງຄົມ​ການເປັນ​ທະນາຍຄວາມ​ມາ​ໄດ້ກວ່າ​ນຶ່ງທົດ​ສະ​ວັດແລ້ວ ​ແລະ​ມີ​ຄວາມພາກ​ພູມ​ໃຈທີ່​ສຸດກັບໜ້າ​ທີ່​ວຽກການຊື່​ງ ຍານາງ Sou ​ໄດ້​ກ່າວ​ມ້ວນທ້າຍດັ່ງ​ນີ້.

ຍານາງ​ສຸພາ​ວະ​ດີ ບຸນ​ລື​ໄຕ ກໍ​ແມ່ນ​ອີກ​ຜູ້​ນຶ່ງທີ່​ ວີ​ໂອ​ເອ ​ໄດ້ນຳມາ​ສະ​ເນີທ່ານ ​ກ່ຽວ​ກັບ​ຜົນ​ສຳ​ເລັດ ໃນ​ການ​ຕັ້ງຊີວິດ​ໃໝ່ ຢູ່​ໃນ​ສະຫະລັດ. ຍານ​າງສຸພາວະ​ດີ ​ໄດ້​ພິສູດ​ໃຫ້​ເຫັນ​ເຖິງ​ຄວາ​ມສາມາດ ​ຄວາມວ່ອງໄວ ​ແລະສະຫລຽວສະຫລາດ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ມີອຳນາດຂອງ​
ການເປັນແມ່ຍິງ ຢູ່ໃນປະເທດທີ່ມີກົດໝາຍອັນສັກສິດ ແລະເປັນພົນລະເມືອງດີ​ຂອງປະ​ເທດ.

XS
SM
MD
LG