ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານສົມເດດ ສົມສານ ທີ່ຕາບອດ ຈະເຂົ້າແຂ່ງຂັນ ກິລາມະນຸດເຫຼັກ ຢູ່ ລັດຮາວາຍ


Game Changers - Overcoming Obstacles for Ironman - from YouTube
please wait

No media source currently available

0:00 0:04:16 0:00

ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ເຮົາຈະສະເໜີການສຳພາດ ກັບທ່ານ Michael ສົມສານ ຄົນອາ​ເມຣິກັນ​ເຊື້ອສາຍ​ລາວ ອະດີດນາຍຮ້ອຍ​ໂທທະຫານກອງທັບ​ບົກສະຫະລັດ. ທ່ານ Michael ​ໄດ້​ຮັບບາດ​ເຈັບ ຈຶ່ງໄດ້​ກາຍ​ມາ​ເປັນຄົນຕາບອດທັງ​ສອງ​ເບື້ອງ. ​ແຕ່​ວ່າ​ຂອບ​ເຂດ​ໃນຊິວິດຂອງ​ທ່ານ Michael ບໍ່​ໄດ້ຈຳກັດ​ຄວາມກ້າຫານຂອງ ທ່ານ ​ຕໍ່ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ເຫັນ​ວ່າ​ເປັນ​ໄປ​ບໍ່​ໄດ້. ທ່ານ Michael ​ໄດ້​ຖືກ​ເລືອກ​ໃຫ້​ເຂົ້າ​ແຂ່ງຂັນ​ກິລາ triathlon ທີ່ເປັນກິລາສາມ​ຂະແໜງຄື ​ແລ່ນ ລອຍ​ນໍ້າ ​ແລະ​ຂີ່​ລົດຖີບ. ການ ແຂ່ງຂັນ​ກິລາ​ແຊ​ມປ້ຽນມະນຸດ​ເຫລັກ​ ຫລື Iron man ​ລະດັບໂລກ ຊຶ່ງຈະ​ຈັດ​ຂຶ້ນຢູ່ເມືອງ Kona ລັດ Hawaii ​ໃນ​ວັນ​ທີ 8 ​ເດືອນ​ຕຸລາຈະ​ມາ​ເຖິງ​ນີ້. ເຊີນທ່ານພົບກັບ ກິ່ງສະຫ​ວັນ ໄດ້.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ທີ່​ທ່ານ​ໄດ້​ຟັງ​ຜ່າ​ນ​ໄປ​ນັ້ນ​ແມ່ນ​ພາກສ່ວນ​ນຶ່ງ​ຂອງ​ເພງ the sound of silent ​ເປັນ​ເພ​ງອາ​ເມຣິກັນ​ທີ່​ມີ​ຊື່​ສຽງ​ໃນ​ຊຸມ​ປີ 1960 ​ແລະ​ຍັງ​ເປັນ​ທີ່​ນິຍົມຢູ່​ເທົ່າ​ທຸກວັນ​ນີ້ ທີ່​ເວົ້າ​ເຖິງ​ຄົນພິການ​ຕາ​ບອດ. ​ເພງ​ນີ້​ເປັນ​ຜົນງານ​ຂອງ​ນັກ​ສິນລະ​ປີນ Paul Simon c]t Gar Funkle. ການ​ທີ່​ນຳ​ເພ​ງນີ້ມາ​ສະ​ເໜີ​ກໍເພື່ອ​ເປັນ​ກຽດ​ແກ່ ​ທ່ານສົມເດດ ມີ​ຊື່​ເປັນ​ພາສາ​ອັງກິດວ່າ Michael ທ່ານເປັນບຸລຸດ​ເຫ​ລັກອາ​ເມຣິກັນ​ເຊື້ອ​ສາຍ​ລາວ ທ່ານ​ເປັນ​ຄົນ​ຕາບອດ ​ແລະ​ເປັນ ອະດີດ​ຮ້ອຍ​ໂທທະ​ຫານ​ກອງທັບບົກ​ ​ສະຫະລັດ ປັດຈຸບັນ​ນີ້ ຕັ້ງ​ຖິ່ນ​ຖານ​ຢູ່ລັດ Arizona ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະຫະລັດ.

ຊີວິດ​ຄວາມ​ເປັນ​ມາ​ຂອງ ທ່ານ Michael ​ເປັນ​ທີ່​ໜ້າ​ສັນລະ​ເສີນ. ປັດຈຸບັນ ອາຍຸ 44 ປີ ​ຕາບອດມາໄດ້ 13 ປີ​ແລ້ວ​ຈາກ​ການ​ຖືກ​ຍິງໃສ່​ໜ້າ ທ່ານ​ໄດ້ລາ​ອອກ​ຈາກ​ທະຫານ ​ແລ້ວ ມາບັດ​ນີ້ ​ປະກອບ​ວິຊາ​ອາຊີບເປັນ​ທະນາຍ​ຄວາ​ມ. ສະພາບ​ຄວາ​ມ​ພິການຂອງທ່ານ Michael ພາໃຫ້ຫລາຍໆ​ຄົນ​ເຫັນ​ວ່າ ຈະ​ບໍ່ສຳ​ເລັດໃນ​ອາຊີບທະນາຍຄວາມ ​ແຕ່​ໃນ​ທີ່​ສຸດ ທ່ານ Michael ກໍໄດ້ພິສູດ​ໃຫ້​ເຫັນວ່າ ທ່ານໄດ້​ກາຍ​ມາເປັນ​ທະນາຍຄວາມທີ່ໄດ້​ປະສົບ ກັບຜົນສຳ​ເລັດ​. ນອກນັ້ນ ທ່ານ Michael ຍັງຈະ​ທ້າ​ທາຍ ແລະ​ພິສູດ​ໃຫ້​ເຫັນຫຼາຍຢ່າງ ​ທີ່​ຫລາຍໆ​ຄົນ​ເຫັນ​ວ່າ ​ເປັນໄປ​ບໍ່ໄດ້. ນັ້ນ​ກໍ​ຄື ທ່ານ Michael ຈະເຂົ້າ​ແຂ່ງຂັນກິລາ​ມະນຸດ​ເຫລັກ​ ຫລື Iron man ມັນ​ເປັນ​ການ​ແຂ່ງຂັນ​ກິລາ​ທີ່ ໜັກໜ່ວງ ຕ້ອງ​ລອຍ​ນໍ້າ 2.4 ​ໄມ​ລ ຂີ່​ລົດຖີບ 112 ​ໄມ​ລ ​ແລະ​ແລ່ນທົນ 26.2 ​ໄມລ ຊຶ່ງກິລາ​ດັ່ງກ່າວ​ນີ້ ​ໄດ້​ດຶງດູດ​ເອົາ​ບັນດານັກ​ກິລາອາຊີບ ມາຈາກ​ທົ່ວໂລກ ຊຶ່ງຈະ​ຈັດ​ຂຶ້ນ​ຢູ່​ເມືອງ Kona ລັດ​ Hawaii ​ໃນ​ເດືອນຕຸລາ ​ຈະ​ມາ​ເຖິງ​ນີ້.

ການ​ແຂ່ງຂັນ​ກິລາມະນຸ​ດ​ເຫລັກ​ ​ເປັນ​ເຫດ​ການ​ພິ​ເສດ​ສຳລັບ ທ່ານ Michael. ​ໃນນາ​ມ​ເປັນ​ຊາວ​ເກາະ​ຮາ​ວາຍ ທີ່​ໄດ້​ເຕີບ​ໃຫຍ່​ຢູ່​ທີ່​ນັ້ນ Michael ມີ​ຄວາມໄຝ່ຝັນ​ຢາກຈະ​ເຂົ້າ​ແຂ່ງຂັນ​ກິລາ​ດັ່ງກ່າວ​ມາ​ຕະຫລອດ. ​ເຖິງ​ແມ່ນ​ວ່າຜູ້ກ່ຽວໄດ້​ກາຍ​ມາ​ເປັນ​ຄົນ​ເສຍ​ອົງ​ຄະກໍ​ຕາມ ກິລາ​ມະນຸດ​ເຫລັກ​ໄດ້ສິດ​ສອນ​ໃຫ້​ Michael ຮູ້ສຶກ​ເຖິງ​ຄວາມ​ໝາຍ​ໃນ​ຄຳ​ວ່າ ທ່ານ​ບໍ່​ໄດ້​ພິການ​ທາງ​ດ້ານ​ສະ​ໝອງ ​ແລະ​ຈິດ​ໃຈ. ​ບັດ​ນີ້​ເຮົາ​ມາ​ຟັງ​ການ​ໂອ້​ລົມ​ກ່ຽວກັບຄວາມ​ເປັນ​ມາຂອງ ທ່ານ Michael ເໜາະວ່າຜູ້ກ່ຽວ​ແມ່ນ​ໃຜມາຈາກ​ໃສ ຊຶ່ງຜູ້ກ່ຽວ​ໄດ້​ເລົ່າ​ເປັນ​ບັ້ນເປັນ​ຕອນ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້.

“ສະບາຍດີ ຂ້ານ້ອຍຊື່ Michael ສົມສານ ຂ້ານ້ອຍໄດ້ເຂົ້າມາຕັ້ງ​ຖິ່ນ​ຖານ​ຢູ່ໃນ​ສະຫະ ລັດອາເມຣິກາກັບຄອບຄົວ ​ໃນ​ປີ 1975 ເວລານັ້ນຂ້ານ້ອຍມີອາຍຸ ຫ້າປີ ແລະມາຕົກ ຢູ່ເມືອງ Champagne ລັດ Illinois. ຫລັງຈາກຮຽນຈົບ ມັດທະຍົມແລ້ວ ຂ້ານ້ອຍໄດ້ ໄປຮຽນຕໍ່ຢູ່ ມະຫາວິທະຍາໄລ Hawaii ສຳ​ເລັດ ປະລິນຍາຕີຝ່າຍທຸລະກິດ ​ແລະໄດ້ຕໍ່ ເອົາປະລິນຍາໂທຝ່າຍທຸລະກິດ​ເຊັ່ນ​ກັນ ແລະໃນຕອນທ້າຍສຸດໄດ້ກາຍ​ມາ​ເປັນທະ ນາຍຄວາມ. ທ່ານຕ້ອງເຂົ້າໃຈວ່າ ຊີວິດຂ້ານ້ອຍຈາກເບື້ອງຕົ້ນມາຈົນເທົ່າເຖິງປັດຈຸ ບັນ ໄດ້ຖືກຍົກຍ້າຍ​ໄປຢູ່​ຫລາຍໆບ່ອນ ບໍ່ໄດ້ຢູ່ແຕ່ບ່ອນດຽວ ເຄີຍໄດ້ຢູ່ລັດ Illinois, Texas, Virginia, ປະເທດ Germany, New York, Hawaii, ປະເທດ Iraq ແລະ Arizona.”

Michael ແມ່ນອະດີດນາຍທະຫານກອງທັບສະຫະລັດ ແລະໄດ້ຮັບໃຊ້ປະເທດຊາດ ເປັນ ເວລາແປດປີ ກ່ອນທີ່ທ່ານຕ້ອງໄດ້ລາອອກຈາກໜ້າທີ່ ເນື່ອງຈາກອຸປະຕິເຫດໃນປີ 1995 ຖືກຍິງຢູ່ໜ້າ ເຮັດໃຫ້ທ່ານຕາບອດເສຍອົງຄະມາຈົນເທົ່າເຖິງ ປັດຈຸບັນນີ້ ຊຶ່ງ ທ່ານ Michael ໄດ້ອະທິບາຍວ່າ :

“ໃນເວລາຂ້ານ້ອຍໃຊ້ຊີວິດເປັນນັກສຶກສາຢູ່ລັດ Hawaii ນັ້ນ ຂ້ານ້ອຍໄດ້ ເຂົ້າຮັບ ໃຊ້ເປັນທະຫານສຳລອງເປັນເວລາສີ່ປີ ຕໍ່ມາໄດ້ຮັບໃຊ້ຢູ່ໃນກອງທັບ ສະຫະລັດເຕັມ ເວລາເປັນເວລາອີກສີ່ປີ ໄດ້ຮັບຊັ້ນຮ້ອຍໂທ ​ແລະ​ໄດ້ໄປ​ປະຈຳການ​ຢູ່​ຫລາຍ​ແຫ່ງ​. ຂ້ານ້ອຍ ເກີດ​ມາ​ມີ​ສຸຂະພາບ​ດີ​ຄົບ​ຖ້ວນ ສາມາດ​ເຫັນ​ໂລ​ກອັນ​ງົດ​ງາມ ຈາກ​ການ​ເດີ​ນ ທາງ​ໄປ​ຫລາຍ​ໆແຫ່ງ. ໃນ​ປີ 1995 ​ ຂ້ານ້ອຍໄດ້​ຖືກຍິງ​ຢູ່ໃນລັດ Texas ຈາ​ກການ​ເຂົ້າ​ໄປ​ຫ້າມຄົນ​ຕີ​ກັນ ​ແລະ​ໄດ້​ຖືກ​ຍິງ​ໃສ່ໜ້າ ​ແລະ​ກໍ​ໄດ້​ເສຍ​ສາຍຕາ​ຕັ້ງ​ແຕ່​ນັ້ນ​ມາ.

Michael ​ໄດ້​ເລົ່າ​ເຫດການ ທີ່ໄດ້ປ່ຽນ​ແປງ​ຊີວິດ​ຜູ້ກ່ຽວມາ​ຈົນ​ເຖິງ​ເທົ້າ​ທຸກ​ມື້​ນີ້​ວ່າ :

“ຂ້າ​ນ້ອຍຖືກ​ຍິງ​ໃນ​ປີ 1995 ທີ່​ບໍ່​ພົວພັນກັບ​ວຽກການທະຫານ ​ແຕ່​ເກີດ​ຈາກ​ການ​ກໍ່​ຄວາມ​ວຸ້ນວາຍຢູ່​ໃນ​ຄຸ້ມ​ບ້ານ ຂ້າ​ນ້ອຍ​ເກີດມາມີ​ຕາ​ດີ ​ເຄີຍໄດ້​ເຫັນທຸກ​ສິ່ງ​ທຸກ​ຢ່່າງທີ່ ມີຢູ່ໃນໂລກ ເຊັ່ນດຽວກັບຄົນອື່ນໆ. ມາ​ບັດ​ນີ້ ຂ້ານ້ອຍບໍ່​ສາມາດ​ເບ່ິງເຫັນ​ຫຍັງ​ໝົດ ແລະ​ແນ່ນອນ​ມັນ​ເປັນ​ເລື້ອງ​ໂສກ​ເສົ້າ ​ໃນ​ເວລາ​ທີ່ພາກສ່ວນ​ໃດສ່ວນນ່ຶງຂອງ​ຮ່າງ ກາຍເສຍໄປ ​ແລະແນ່ນອນ​ ຂ້າ​ນ້ອຍ​ຄິດ​ຮອດ​ຫາສິ່ງ​ທີ່ເຄີຍ​ມີ ເຄີຍໄດ້​ເຫັນ ​ແລະ​ມີ ຄວາມຜິດ​ຫວັງ. ​ໃນເວລາ​ເກີດ​ເຫດ​ໃນປີ 1995 ນັ້ນ ​ຂ້ານ້ອຍ​ມີ​ຄວາມ​ຫງອຍ​ເຫງົາ ​ແລະ​ໃຈ​ຮ້າຍ ​ແລະ​ນັ້ນ​ເປັນ​ເວລາ 20 ປີ​ຜ່າ​ນມາ​ແລ້ວ. ບັດ​ນີ້​ຫລາຍສິ່ງຫຼາຍ​ຢ່າງ​ໄດ້​ ມີ​ການ​ປ່ຽນ​ແປງ. ຂ້ານ້ອຍ​ທັງເຄີຍ​ໄດ້​ເຫັນ ແລະໄດ້​ຍິນ. ແຕ່ມາບັດ​ນີ້​ໄດ້​ຍິນ​ແຕ່​ສຽງ ບາງ​ຄັ້ງ​ມັນ​ເຮັດ​ໃຫ້​ຂ້າ​ນ້ອຍຢາກເຫັນ​ຮູບ​ພາບ​ທີ່​ເຄີຍ​ໄດ້​ເຫັນມາ ​ແຕ່​ດຽວ​ນີ້ລື້​ງ​ແລ້ວ ​ແລະ​ຂ້ານ້ອຍ​ມີ​ວຽກ​ຫລາຍ​ ບໍ່​ມີ​ເວລາ​ຈະ​ໄປຄິດ​ນຳແຕ່​ເລ້ື້ອງນີ້. ຂ້ານ້ອຍເປັນ​ທະນາຍ ຄວາມ​ເຕັມ​ເວລາ ​ເປັນ​ພໍ່ລ້ຽງລູກ​ສາວ​ສອງ​ຄົນບໍ່​ມີ​ແມ່ ມີ​ໝາ​ໂຕ​ນຶ່ງ ​ແລະ​ແມວ​ໂຕ​ນຶ່ງ ​ເພາະສະ​ນັ້ນ​ຈຶ່ງບໍ່​ມີ​ເວລາ​ມາ​ນັ່ງ​ຄຶດ. ກ່ຽວກັບ​ການ​ໄປໆ​ມາໆ ຂ້ານ້ອຍມີເລຂານຳພາ​ຂັບ​ລົດ​ໄປມາ. ​ແຕ່​ເວລາ​ຢູ່​ໃນ​ບ້ານ​ເຮື​ອນ​ ຂ້ານ້ອຍ​ສາມາດ​ຊ່ວຍ​ຕົນ​ເອງ​ໄດ້ ຂ້າ​ນ້ອຍ ມີ​ລູກສາວ​ສອງ​ຄົນ ອາຍຸ 15 ປີ ​ແລະ 22 ປີ.

ກ່ຽວ​ກັບ​ວິຊາ​ອາຊີບ​ການ​ເປັນ​ທະນາຍຄວາມ​ທ່ານ Michael ​ໄດ້​ເລົ່າເຖິງ​ຄວາມ​ຮັບຜິດ ຊອບ​ໃນ​ຕອນ​ນີ້​ວ່າ :

“ຂ້ານ້ອຍ​ເປັນ​ທະນາຍຄວາ​ມຕາງໜ້າ​ປ້ອງ​ກັນ​ໃຫ້ແກ່​ຄະດີຕ່າງໆ ​ເຊັ່ນວ່າ ຄະດີຢ່າ​ຮ້າງ ຄະດີ​ຄົນ​ຂັບ​ລົດ​ມຶນ​ເມົາ ຄະດີ​ການທຳຮ້າຍ ປ້ອງ​ກັນ​ຜູ້​ອະ​ວຸ​ໂສ​ກ່ຽວ​ກັບ​ການ​ໂອນ​ຊັບ​ສົມບັດ​ໄປ​ໃຫ້​ສະ​ມາ​ຊິກຄອບຄົວ ​ແລະ​ອີກ​ຫລາຍໆ​ຢ່າງ​ມາ​ເປັນ​ເວລາ 15 ປີ​ແລ້ວ ຂ້ານ້ອຍ​ມີ​ວຽກຫລາຍ​ແທ້ໆ ​ແລະ​ຕ້ອງ​ເຮັດ​ໃຫ້​ມີ​ເວລາ​ໃນ​ການ​ເ​ຝິກຊ້ອມ​ກິລາ. ນອກ ຈາກ​ນັ້ນ​ແລ້ວ​ ຂ້ານ້ອຍ​ພະຍາຍາມ​ທີ່​ຈະ​ຊອກ​ຫາ​ທຶນ​ມາສົມທົບໃນ​ການ​ເຂົ້າ​ແຂ່ງ​ຂັນ​ຄັ້ງ​ນີ້ ​ເພາະ​ຕ້ອງ​ໄດ້​ໃຊ້​ເງິນ​ຫລາຍ. ນີ້​ແມ່ນ​ການ​ແຂ່ງ​ຂັນ​ທີ່​ຍິງ​ໃຫຍ່​ສຸດຄື​ກັບ​ຊຸບ​ເປີ​ໂບລ ຂອງສະຫະລັດ.

ບັດ​ນີ້​ຫັນ​ມາ​ຟັງເ​ລື້ອງ​ການ​ແຂ່ງຂັນ​ກິລາ Iron man ຫລື ​ກິລາ​ມະນຸ​ດ​ເຫລັກ ຈັກບາດ ເໜາະທ່ານ. ກິລານີ້ ຈັດ​ຂຶ້ນ​ທຸກໆ​ປີ ​ມີ​ນັກ​ກິລາ​ຊັ້ນອາຊີບເຂົ້າ​ມາຮ່ວມຈາກ​ທົ່ວ​ໂລກ ຊຶ່ງ​ທຸກ​ຄົນ​ຕ້ອງ​ຜ່ານ​ຂັ້ນ​ຕອນ​ຄຸນ​ນະ​ວຸດ​ທິ ​ແລະຄວາ​ມສາມາດມາຫຼາຍຢ່າງ. ​ແຕ່​ສຳລັບ Michael ​ແລ້ວ ຜູ້ກ່ຽວ​ເຄີ​ຍ​ເປັນ​ທະ​ຫານ ໄດ້​ຜ່ານ​ການ​ເຝິກ​ແອບດ້ານ​ຮ່າງກາຍ ​ແລະ​ມີ​ຄວາມ​ອົດທົນມາແລ້ວ. ບັດ​ນີ້ Michael ເປັນ​ນັກ​ກິລາມະນຸດ​ເຫລັກ​ ​ອາ​ເມ​ຣິກັນ​ເຊື້ອສາຍ​ລາວ ຄົນ​ທຳ​ອິດ ​ແລະ​ກໍ​ເປັນ​ນັກ​ກິລາຕາບ​ອດຄົນ​ດຽວ ທີ່​ໄດ້​ຖືກ​ຮັບ​ຮູ້ ​ໃຫ້​ເຂົ້າ​ແຂ່ງ​ຂັນ ຊຶ່ງ Michael ​ໄດ້​ກ່າວ​ຕໍ່​ໄປ​ວ່າ :

“ການ​ແຂ່​ງຂັນ​ກິລາຢູ່​ເມືອງ Kona ມີ​ລອຍ​ນໍ້າ ​ແລ້ວ​ປ່ຽນ​ມາ​ຂີ່​ລົດຖີບ ​ແລະ​ຕໍ່​ມາ​ກໍ​ແມ່ນ​ແລ່ນທົນ. ກິລາ Iron man ນີ້​ເປັນ​ກິລາ​ທີ່​ໃຊ້ເວລາ ​ແລະໄລຍະ​ໄກ​ທີ່ ຕ້ອງ​ລອຍ​ນໍ້າ 2.4 ​ໄມ​ລ໌ຢູ່​ໃນ​ທະ​ເລ ຫລັງ​ຈາກ​ນັ້ນຂີ່​ລົດຖີບ 112 ​ໄມ​ລ໌ ​ແລະ​ແລ່ນທົນອີກ 26.2 ​ໄມລ໌. ໃນ​ການ​ແຂ່ງຂັນ​ດັ່ງກ່າວ​ນີ້ ຂະນ້ອຍຕ້ອງ​ໄດ້ມີເພື່ອນນັກ​ກິລາ​ອີກ​ຄົນ​ນຶ່ງ​ ເອົາ​ເຊືອກ​ມາມັດ​ຕໍ່​ກັນກັບ​ຂະນ້ອຍ. ລາວເປັນ​ຜູ້ນຳພາ ຖ້າວ່າ​ລາວ​ບໍ່​ໄປ ຂ້າພະ​ເຈົ້າ​ກໍ​ໄປ​ບໍ່​ໄດ້. ​ເພາະສະ​ນັ້ນ ຂ້າ​ນ້ອຍຕ້ອງ​ໄດ້​ເຝິກ​ຫັດ​ເປັນ​ປະ​ຈຳ​ເພື່ອ​ໃຫ້​ຢູ່​ໃນ​ຄວາມ​ໄວ​ທີ່​ໄດ້​ຕັ້ງ​ໄວ້.”

ສົມ​ເດດ ຫລື Michael ສົມ​ສານ ຈະ​ເຂົ້າ​ຮ່ວມແຂ່ງຂັນ​ກິລາ​ Iron man ຫລື​ກິລາ​ມະນຸດ​ເຫລັກ​ ຍິ່ງ​ໃຫຍ່​ປະ​ຈຳປີ ຄັ້ງ​ທີ 38 ຢູ່ເມືອງ Kona ລັດ Hawaii ​ໃນເດືອນ​ຕຸລາ ຈະ​ມາ​ເຖິງ​ນີ້. ທ່າ​ນຈະສາມາດ​ຕິດຕາມ​ເບິ່ງລາຍ​ລ​ະ​ອຽດ ກ່ຽວ​ກັບທ່ານ Michael ສົມສານ ​ໄດ້​ທີ່​ໜ໊າ​ແວັບ​ໄຊ​ຕ໌ www.michaelsomsan ​.

XS
SM
MD
LG