ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ວີໂອເອ ປະຕິເສດ ຕໍ່ຄໍາກ່າວຫາ ຂອງ ທາງການຈີນ (ວີດີໂອ)


VOA Denies Chinese Allegations on Tibetan Self-Immolations
please wait

No media source currently available

0:00 0:02:15 0:00
ລິງໂດຍກົງ

ທ່ານ David Ensor ຜູ້ອໍານວຍການວິທະຍຸ ວີໂອເອ (VOA)

ວິທະຍຸ​ວີ​ໂອ​ເອ ຫຼືສຽງ​ອະ​ເມ​ຣິກາ​ ປະຕິ​ເສດ​ຕໍ່​ຄໍາ​ກ່າວ​ຫາ​ຂອງ​ລັດຖະບານ ຈີນທີ່​ວ່າ ອອກ​ອາກາດ​ຂ່າວຊຸກຍູ້​ໃຫ້​ພວກ​ປະ​ທ້ວງ​ຊາວ​ທິ​ເບ​ດຈູດ​ເຜົາ​ຕົນ​ເອງ.

ຂໍ້​ກ່າວ​ຫາ​ເຫຼົ່ານັ້ນ ​ແມ່ນ​ເຮັດ​ຂຶ້ນ​ໂດຍ​ໜັງສືພິມຂອງທາງ​ການຈີນ China Daily ​ແລະ​ໂດຍໂທລະພາບ​ລັດ​ຂອງ​ຈີນ. ນອກ​ນີ້​ແລ້ວ​ໜັງສືພິມ​ແລະ​ໂທ ລະ​ພາບຈີນ​ ຍັງກ່າວ​ຫາ​ວີ​ໂອ​ເອວ່າ ​ໃຊ້​ລະຫັດ​ລັບ​ທີ່​ບໍ່ເຈາະ​ຈົງ​ ເພື່ອ​ສົ່ງ​ຂໍ້ ຄວາມ​ຂ່າວສານ​ ໄປ​ໃຫ້​ປະຊາຊົນ​ຢູ່​ພາຍ​ໃນ​ທິ​ເບ​ດ ຕາມ​ຄຳ​ສັ່ງຂອງອົງດາ​ໄລ ລາ​ມະ ຜູ້​ນໍາທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບ​ດ.

ທ່ານ David Ensor ຜູ້​ອໍານວຍ​ການ​ວີ​ໂອ​ເອ ​ໄດ້​ເອີ້ນ​ການ​ກ່າວ​ຫາ​ດັ່ງ ກ່າວ​ຂອງ​ລັດຖະ ບານ​ຈີນ​ວ່າ ​ໄຮ້​ສາລະ ​ແລະບໍ່​ມີ​ມູນ​ຄວາມຈິງ​ ຊຶ່ງ​ທ່ານ Ensor ​ໄດ້ຮຽກຮ້ອງ​ໃຫ້​ສື່​ມວນ​ຊົນ​ຈີນ ​ຈົ່ງ​ຖອນ​ການ​ກ່າວ​ຫາທີ່ໄດ້​ອອກ ໄປ​ແລ້ວ​ນັ້ນ​.

ວີ​ໂອ​ເອ ທັງ​ພະ​ແນ​ກພາສາ​ອັງກິດ ​ແລະ​ພາສາ​ທິ​ເບ​ດ ​ໄດ້​ສະໜອງ​ຂ່າວ ມາ​ຕະຫຼອດກ່ຽວ​ກັບ​ການ​ຈູດ​ເຜົາ​ຕົນ​ເອງ​ຂອງ​ຊາວ​ທິ​ເບ​ດ​ເກືອບ 100 ຄົນ​ທີ່ເລີ້ມມາຕັ້ງ​ແຕ່​ປີ 2009 ​ເພື່ອ​ປະ​ທ້ວງ ຕໍ່ຕ້ານ​ການ​ກົດ​ຂີ່​ປາບ​ປາມ​ຂອງ​ຈີນ​ທີ່​ມີ​ການກ່າວ​ຫາວ່າ ​ເກີດ​ຂຶ້ນຢູ່​ໃນ​ເຂດ​ຂອງ​ພວກ​ເຂົາ​ເຈົ້ານັ້ນ.

ຜູ້​ອໍານວຍ​ການ​ວີ​ໂອ​ເອ ທ່ານ Ensor ​ເອີ້ນ​ເລຶ່ອງການ​ຈູດ​ເຜົາ​ຕົນ​ເອງ​ວ່າ ​ເປັນ​ເລຶ່ອງເສົ້າ​ສະຫຼົດ​ໃຈ ​ແລະ​ເປັນ​ຮ່ອງຮອຍ​ຢ່າງ​ນຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ເສຍ​ໃຈ​ທີ່​ສຸດ​ຢູ່​ໃນ​ທິ​ເບ​ດ


ທ່ານ ​ເອັນ​ຊໍ ​ເວົ້າ​ວ່າ “ພວກ​ເຮົາ​ລາຍ​ງານ​ຂ່າວ​ຂອງ​ພວກ​ເຂົາ​ເ​ຈົ້າ ​ແຕ່​ບໍ່ໄດ້​ຊຸກຍູ້​ພວກ​ເຂົາ​ເຈົ້າ ບໍ່ໄດ້​ເຮັດ​ຢ່າງເດັດຂາດ.”

ລາຍການ​ຂ່າວ ​CCTV ​ໂຮມ​ທັງ​ຕອນ​ນຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຊາຍ​ຄົນ​ນຶ່ງ ທີ່​ນອນ​ຢູ່​ຕຽງໃນໂຮງໝໍ​ ທີ່ເວົ້າວ່າລາວ​ເປັນ​ຊາວ​ທິ​ເບ​ດທີ່ໄດ້ພະຍາ​ຍາມຈູດ ​ເຜົາ​ຕົນ​ເອງ​ແຕ່​ບໍ່​ປະສົບ​ຜົນ​ສໍາ​ເລັດ. ຊາຍຄົນ​ດັ່ງກ່າວ​ອະທິບາຍ​ ​ແລະ​ເວົ້າ​ວ່າ ລາວ​ຈູດ​ເຜົາ​ຕົນ​ເອງ ຫຼັງຈາກ​ເບິ່ງ​ລາຍ​ການ​ອອກ​ອາກາດ​ຂອງ​ວີ​ໂອ​ເອ ​ແລ້ວ.

ທ່ານ Losang Gyatso ຫົວໜ້າ​ວີ​ໂອ​ເອ ພະ​ແນ​ກພາສາ​ທິ​ເບ​ດຍັງ​ປະຕິ ​ເສດ​ວ່າ ຂ່າວ​ໃດໆກໍ​ຕາມ​ທີ່ລາຍ​ງານ​ໄປ​ນັ້ນ​ ແມ່ນບໍ່​ເຄີຍ​ໄດ້​ຮັບອິດ​ທິພົນ​ກົດ​ດັນ​ ຈາກ​ອົງ​ດາ​ໄລ ລາ​ມະ ຫຼື ລັດຖະບານ​ພັດ​ຖິ່ນ​ທິ​ເບ​ດ. ທ່ານ Gyatso ​ໃຫ້​ຂໍ້​ສັງ​ເກດ​ອີກ​ວ່າ ລາຍ​ງານ​ຂ່າວ​ຂອງ​ວີ​ໂອ​ເອ​ພະ​ແນ​ກພາສາ​ທິ​ເບ​ດນັ້ນ ມັກຈະ​ສະ​ເໜີ​ທັດສະນະ​ຂອງ​ທາງ​ການ​ຈີນຄວບ​ຄູ່​ໄປ​ນຳ.
XS
SM
MD
LG