ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວີ​ໂອ​ເອ ​ແລະ ຊ່ອງ Democratic Voice of Burma ລົງ​ນາມ​ໃນ​ບັນທຶກ​ຂໍ້​ຕົກລົງກັນ


Amanda Bennett, ກາງ, ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ໃນ​ໂຮງ​ແຮມ Rangoon's Royal Park ​ໃນ​ຂໍ້​ຕົກລົງ​ທີ່​ຈະ​ແບ່ງປັນ ຂໍ້​ມູນ​ຂອງ Voice of America and the Democratic Voice of Burma, 16 ຕຸລາ, 2016.
Amanda Bennett, ກາງ, ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ໃນ​ໂຮງ​ແຮມ Rangoon's Royal Park ​ໃນ​ຂໍ້​ຕົກລົງ​ທີ່​ຈະ​ແບ່ງປັນ ຂໍ້​ມູນ​ຂອງ Voice of America and the Democratic Voice of Burma, 16 ຕຸລາ, 2016.

VOA ​ໄດ້ເຊັນ​ສັນຍາ​ໃນ​ຂໍ້ຕົກລົງທີ່​ຈະ​ແບ່ງປັນ​ສຽງ​ເສລີ​ຂອງ​ມຽນມາ ຫຼື Democratic Voice of Burma ຊຶ່ງ​ທ່ານ​ຈະ​ໄດ້​ເຫັນຂ່າວ​ລາຍ​ງານ​ຂອງ VOA ພາສາ​ມຽນມາ ​ໃນ​ຊ່ອງ​ຂອງ DVB.

DVB ​ແມ່ນ​ນຶ່ງ​ໃນ​ຊ່ອງ​ໂທລະພາບ​ຂອງ​ມຽນມາ​ທີ່​ມີ​ເຄືອ​ຄ່າຍ​ໃຫຍ່​ທີ່​ສຸດ​ອັນ​ນຶ່ງ ທີ່​ມີ​ຮາກ​ເຫງົ້າ ຢັ່ງ​ເລິກ​ໃນກຸ່ມ​ນັກ​ສຶກສາ​ພັດ​ຖິ່ນ​ໃນ​ແຖບ​ຕາ​ເວັນ​ອອກສຽງ​ໃຕ້​. ຕາໜ່າງຂອງ​ແຫຼ່ງ ຂ່າວ​ນີ້​ແມ່ນ ​ເຮັດ​ໃຫ້​ວິທະຍຸ ​ແລະ​ໂທລະພາບ ນຳ​ສະ​ເໜີ​ຂ່າວ​ແລະ​ເຫດການ​ທີ່​ກ້າວ​ທັນ​ໂລກ ​ໃນ​ມຽນມາ ​ສຳລັບ​ຜູ້ຟັງ ຜູ້​ຊົມ ທີ່​ນິຍົມ​ເສ​ລິ​ທິປະ​ໄຕ.

“ໂທ​ບະ​ພາບ ​ແລະ ການ​ອອກ​ອາກາດ​ນີ້ ​ແມ່ນ​ໄດ້​ມີ​ບົດບາດ​ອັນ​ໃຫຍ່ຫຼວງ ​ໃນ​ການ​ນຳ​ມາ​ຊຶ່ງ​ເສລີ​ປະຊາທິປະ​ໄຕ​ສູ່​ມຽນມາ,” ຊຶ່ງນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ U Phyo Min Thein ນາຍົກລັດຖະມົນຕີ ຝ່າຍຢ້າງ​ກຸ້ງ ທີ່​ໄດ້​ກ່າວ​ໃນ​ການ​ລົງ​ນາມ​ໃນການ​ບັນທຶກ​ຄວາມ​ເຂົ້າ​ໃຈທີ່​ໂຮງ​ແຮມ Rangoon’s Royal Park Hotel ​ໃນ​ມຽນມາ ​ຊຶ່ງໄດ້ມີ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ VOA ສີ່​ທ່ານ ​ເຂົ້າ​ຮ່ວ​ມ​ໃນ​ພິທີ​ດັ່ງກ່າວ ກັບ​ຄະນະ​ລັດຖະສະພາ​ມຽນມາ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ ​ໃນ​ມຽນມາ

XS
SM
MD
LG