ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄຳຖະແຫຼງ ຂອງທ່ານນາງ Bennett ຜູ້ອຳນວຍການ ສຽງອາເມຣິກາ ໃນໂອກາດ ຄົບຮອບ 40 ປີ ຂອງກົດບັດ


ທ່ານນາງ Amanda Bennett (ຊ້າຍ) ສາບານຕົວ ເຂົ້າຮັບຕຳແໜ່ງ ເປັນຜູ້ອຳວຍການ ວິທະຍຸສຽງອາເມຣິກາ ຫລື VOA.
ທ່ານນາງ Amanda Bennett (ຊ້າຍ) ສາບານຕົວ ເຂົ້າຮັບຕຳແໜ່ງ ເປັນຜູ້ອຳວຍການ ວິທະຍຸສຽງອາເມຣິກາ ຫລື VOA.

ອາທິດນີ້ ​ແມ່ນ​ຂີດ​ໝາຍ​ວັ​ນຄົບຮອບ​ທີ່​ສຳຄັນສຳລັບສຽງ​ອາ​ເມຣິກາ ​ຫລື VOA. ​ເມື່ອ 40 ປີ​ກ່ອນ ​ໃນ​ວັນ​ທີ​ 12 ກໍລະ​ກົດ ປີ 1976 ປະທານາທິບໍດີ Gerald Ford ​ໄດ້​ລົງ​ນາມໃຫ້ກົດ​ບັດ​ຂອງ VOA ກາຍເປັນ​ກົດໝາຍ ​ເພື່ອເຮັດໃຫ້ມາດຕະຖານ ທີ່ໄດ້ມີການປະຕິບັດກັນມາເປັນເວລາດົນນານ ກ່ຽວ​ກັບການ​ເກັບ​ກຳ​ຂ່າວ​ທີ່​ດີ​ເລີດຂອງ VOA ໃຫ້ກາຍ​ເປັນຫຼັກ ນັ້ນຄຳ​ເວົ້າຂອງ​ທ່ານ​ນາງ Amanda Bennett ຜູ້ອຳນວຍການ​ຂອງ VOA.

ນັບ​ແຕ່​ໄດ້​ມີ​ການ​ສ້າງຕັ້ງຂຶ້ນມາ ​ແຕ່​ຕອນ​ເລີ້ມຕົ້ນ ຂອງ​ສົງຄາມ​ໂລກ​ຄັ້ງທີ 2 ສຽງອາເມຣິກາຫຼື VOA ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ ຈະ​ລາຍ​ງານ​ໃຫ້​ບັນດາ​ຜູ້​ຟັງ​ ໄດ້ຊາບ​ເຖິງ​ຄວາມ​ເປັນ​ຈິງ. ​ໂດຍ​ຜ່ານ​ວັນ​ເວລາ​ທີ່​ມືດ​ມົນ​ສຸດ ​ຂອງ​ບັນຫາ​ຂັດ​ແຍ້​ງ ຄວາມ​ວຸ້ນວາຍຂອງ​ສົງຄາມ​ເຢັນ ການ​ກໍ່​ການ​ຮ້າຍ ​ແລະ​ການ​ດີ້ນຮົນ​ຂອງ​ຜູ້​ຄົ​ນທີ່​ໄຝ່ຝັນ​ຢາກມີ​ອິດສະຫຼະພາບ​ໃນ​ທຸກ​ມື້ນີ້ ລາຍ​ງານ​ຂອງ​ VOA ໄດ້​ເປັນຕົວຢ່າງ​ໃຫ້​ແກ່​ໂລກ​ ​ໂດຍ​ຍຶດໝັ້ນ​ໃນ​ຫລັກການ​ຂອງອົງການ​ຂ່າວ​ທີ່​ເສລີ.

ກົດບັດ​ຂອງ​ສຽງອາເມຣິກາ VOA ​ແມ່ນ​ຫ້ອມ​ລ້ອມ​ດ້ວຍ​ຫຼັກຄຸນຄ່າ​ແກນ​ກາງ 3 ຢ່າງ ຄື​ນຶ່ງ VOA ຈະ​ເປັນ​ແຫ​ລ່ງຂ່າວ​ທີ່ໜ້າ​ເຊື່ອ​ຖືແລະ​ບໍ່ມີຄວາມສົງໄສ. ຂ່າວ​ຂອງ VOA ຈະ​ເປັນ​ຂ່າວ​ທີ່​ຖືກຕ້ອງ​ ບໍ່ເຂົ້າຂ້າງອອກ ​ແລະ​ຄົບຖ້ວນ. ພວກ​ເຮົາ​ເຊື່ອ​ວ່າ ຄວາມ​ເຫັນ​ບໍ່ຄວນ​ຖືກນຳມາເປັນ​ພາກສ່ວນ​ຂອງ​ຂ່າວ. ດ້ວຍ​ການ​ລາຍ​ງານ​ແຕ່​ຄວາມ​ຈິງນັ້ນ ພວກ​ເຮົາ​ຈະ​ປ່ອຍ​ໃຫ້​ບັນດາ​ຜູ້​ຟັງ​ເປັນ​ຜູ້​ຕັດສິນ​ໃຈ​ເອົາ​ເອງ. ດັ່ງ​ທີ່​ພວກ​ເຮົາໄດ້​ກ່າວ​ໄວ້ ​ໃນ​ການ​ກະຈາຍສຽງເທື່ອ​ທຳ​ອິດ​ເມື່ອ​ປີ 1942 "ຂ່າວ​ອາດ​ຈະ​ດີ​ຫຼືຮ້າຍ ພວກ​ເຮົາ​ຈະ​ເວົ້າ​ແຕ່​ຄວາມ​ຈິງ."

ສອງ​ມາ ສຽງອາເມຣິກາຫຼື VOA ຈະ​ນຳ​ສະ​ເໜີ​ທ່ານ​ຢ່າງຄົບຖ້ວນ ​ກ່ຽວ​ກັບ​ສະຫະລັດ​ອາ​ເມຣິກາ. ພວກ​ເຮົາ​ຕາງໜ້າ​ໃຫ້​ອາ​ເມຣິກາ ບໍ່​ແມ່ນ​ພາກສ່ວນ​ໃດ​ສ່ວນ​ນຶ່ງ​ຂອງ​ສັງຄົມ​ອາ​ເມ ຣິກາ ​ແລະ​ເພາະສະນັ້ນ ​ຈຶ່ງ​ຈະ​ນຳ​ສະ​ເໜິທີ່​ສຳຄັນ ກ່ຽວກັບແນວ​ຄິດ​ແລະ​ສະ​ຖາ​ບັນ​ຕ່າງໆ​ຂອງ​ຊາວ​ອາ​ເມຣິກັນ​ແບບ​ກ້ຳ​ເກິ່ງແລະຄົບຖ້ວນ. ຈາກ​ການ​ຕີ​ຄວາມໝາຍຂອງ​ລັດຖະທຳ​ມະນູນ​ສະຫະລັດ ຕະຫລອດ​ເຖິງບັນຫາ​ໂຕ້​ແຍ້​ງຕ່າງໆ​ໃນດ້ານ​ສັງຄົມ ທີ່​ຊາວ​ອາ​ເມຣິກັນ​ກຳລັງ​ປະ​ເຊີນ​ຢູ່​ນັ້ນ ສຽງອາເມຣິກາຫຼື VOA ຈະ​ໂອ້​ລົມ​ກັບ​ຜູ້​ຄົນຈາກ​ທຸກ​ວຽກ​ງານ​ອາຊີບ ​ເພື່ອ​ລົງ​ເລິກຄວາມ​ຄິດ​ຄວາມ​ເຫັນ​ຂອງ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບ​ສະຫະລັດ.

ສາມ​ມາ ຍ້ອນ​ພວກ​ເຮົາ​ແມ່ນສຽງອາເມຣິກາຫຼື VOA ພວກ​ເຮົາ​ຈຶ່ງ​ໃຫ້ການ​ອະ​ທິບາຍ​ກ່ຽວ​ກັບນະ​ໂຍບາຍການ​ຕ່າງປະ​ເທດ​ແລະ​ພາຍ​ໃນ​ປະ​ເທດ​ຂອງ​ສະຫະລັດ ​ເພື່ອ​ໃຫ້​ໂລກ​ຮູ້ຈັກ​ວ່າປະ​ເທດ​ເຮົາ​ຕ່າງ​ໜ້າ​ໃຫ້​ຫຍັງ ​ແລະ​ມີ​ຫລັກ​ຄຸນຄ່າ​ແບບ​ໃດ ​ແລະ​ບໍ່​ຄື​ກັບ​ຢູ່​ໃນ​ຫລາຍໆ​ປະ​ເທດ ບ່ອນ​ທີ່​ປະຊາຊົນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຊັກຖາມ​ລັດຖະບານ​ຂອງ​ຕົນ​ນັ້ນ ສຽງອາເມຣິກາຫຼື VOA ​ເກືອບສະ​ເໝີ​ໄປ ​ແມ່ນ​ເປັນ​ຜູ້ຈັດ​ໃຫ້​ມີການ​ໂອ້​ລົມ​ແບບ​ມີ​ຄວາມ​ຮັບ ຜິດຊອບ​ແລະ​ການອອກ​ຄວາມ​ເຫັນກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ສະຫະລັດ. ພວກ​ເຮົາ​ບໍ່​ໄດ້​ຊຸກຍູ້​ພັກ​ການ​ເມືອງ ຫລື​ນັກ​ການ​ເມືອງ​ຄົນ ​ໃດ​ຄົນ​ນຶ່ງ​ຢ່າງ​ເປັນ​ການສະ​ເພາະ.

ທ່ານນາງ Bennett ກ່າວມ້ວນທ້າຍວ່າ ສິ່ງເຫລົ່ານີ້ແມ່ນຫລັກການຂອງອົງການຂ່າວທີ່ເສລີ. ນີ້ແມ່ນສຽງອາເມຣິກາຫຼື VOA.

XS
SM
MD
LG