ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ອໍານວຍການ VOA ຢ້ຽມຢາມ ມຽນມາ


ຜູ້​ອໍານວຍ​ການ VOA ທ່ານ David Ensor (ຂວາ) ກັບ​ ປະທານສະພາ​ມຽນມາ ທ່ານ Thura Shwe Mann (ກາງ) ແລະຫົວໜ້າວີໂອເອພະແນກພາສາມຽນມາ ທ່ານ Than Lwin Htun (ຊ້າຍ), ທີ່ນະຄອນຫລວງເນປີດໍ, ວັນທີ 4 ມີຖຸນາ 2012.
ຜູ້​ອໍານວຍ​ການ VOA ທ່ານ David Ensor (ຂວາ) ກັບ​ ປະທານສະພາ​ມຽນມາ ທ່ານ Thura Shwe Mann (ກາງ) ແລະຫົວໜ້າວີໂອເອພະແນກພາສາມຽນມາ ທ່ານ Than Lwin Htun (ຊ້າຍ), ທີ່ນະຄອນຫລວງເນປີດໍ, ວັນທີ 4 ມີຖຸນາ 2012.

ທ່ານ David Ensor ຜູ້ອໍານວຍການໃຫຍ່ຂອງ VOA ເດີນທາງ​ໄປ​ຮອດມຽນມາແລ້ວ ​
ເພື່ອ​ພະຍາຍ​າມ​ເຈລະຈາ​ກ່ຽວ​ກັບ​ເງື່ອນ​ໄຂ ​ໃນ​ການອໍານວຍ​ໃຫ້ວີ​ໂອ​ເອ ໄດ້​ເປີດ​ສໍານັກງານ​
ຂ່າວຂຶ້ນ ​ໃນ​ປະ​ເທດ​ທີ່​ຢູ່​ຢ່າງໂດດດ່ຽວມາ​ເປັນ​ເວລາ​ນານ ໃນ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້ແຫ່ງນັ້ນ.

ທ່ານ Ensor ​ໄດ້ທໍາ​ການໂອ້​ລົມ​ສົນທະນາແບບ​ເປັນ​ການ​ແນະ​ນໍາ​ຕົວ​ເອງ ໃນ​ວັນ​ຈັນ​ວານ​ນີ້
​ທີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ ກັບ​ປະທານ​ສະພາ​ແຫ່ງ​ຊາດ​ມຽນມາ ທ່ານ Thura Shwe Mann.

ທ່ານ Ensor ກ່າວ​ວ່າ “​ເບິ່ງ​ຄື​ວ່າ ທ່ານປະທານ​ສະພາ​ເປັນ​ຄົນ​ທີ່ເປີດ​ກ້ວາງ​ແລະສົນ​ໃຈ​
ນໍາ​ຄໍາ​ແນະ​ນໍາ​ກ່ຽວ​ກັບ​ວ່າ ຄວນ​ຈະ​ດໍາ​ເນີນ​ການ​ໄປ​ແບບ​ໃດ ຄວນ​ຈະ​ເຮັດ​ວິທີໃດ​ຈຶ່ງ​ຈະ​ດີ
​ທີ່​ສຸດ ​ເພື່ອນໍາ​ເອົາ​ປະຊາທິປະ​ໄຕ​ມາສູ່​ມຽນມາຫລາຍ​ຂຶ້ນ​ນັ້ນ. ມັນ​ເປັນການພົບ​ປະ​ກັນ​ທີ່
​ດີ ​ແລະຄວາ​ມສົນ​ໃຈ​ຂອງ​ພວກ​ເຮົານັ້ນ ກໍ​ແມ່ນ​ຢາກໃຫ້ VOA ພາກ​ພາສາ​ມຽນມາ ມີ
​ຄວາມ​ສາມາດລາຍ​ງານ​ຂ່າວ​ຢູ່​ກັບ​ບ່ອນ ​ໃນມຽນມານີ້​ ໄດ້ໂດຍກົງຫລາຍ​ຂຶ້ນ.”

ການ​ຢ້ຽມຢາມຄັ້ງ​ນີ້ແມ່ນ​ສ່ວນ​ນຶ່ງ​ຂອງ​ການລິ​ເລີ້ມທາງ​ການ​ທູດ​ໃນ​ຫລາຍ​ແບບ​ຕ່າງ​ກັນ ທີ່
​ແນ​ໃສ່​ເພື່ອເປີດ​ກ້ວາງ​ມຽນມາ ສູ່ຝ່າຍຕາ​ເວັນ​ຕົກ ຫຼັງ​ຈາກ​ທີ່ຢູ່​ໃຕ້ການປົກຄອງ​ໂດຍ​ຝ່າຍ
ທະຫານຢ່າງ​ເຄ່ງ​ຄັດ ​ມາ​ເປັນ​ເວລາ​ຫຼາຍ​ທົດ​ສະຫວັດ​ແລ້ວ​ນັ້ນ.

ການ​ປົກ​ຄອງ​ຂອງທະຫານ​ ບວກ​ກັບການ​ລົງ​ໂທດທາງ​ດ້ານ​ເສດຖະກິດຈາກບັນດາ​ປະ​ເທດ
​ຕາ​ເວັນ​ຕົກ​ ໄດ້ເຮັດໃຫ້ມຽນມາລ້າຫຼັງ ບັນດາ​ປະ​ເທດ​ເພື່ອນ​ບ້ານ ​ຢ່າງ​ຫລວງຫລາຍ ​ໃນດ້ານ
​ການ​ຄ້າ ການພານິດ ສິດທິ​ມະ​ນຸດ ​ແລະຮ່ອງຮອຍ​ດ້ານ​ອື່ນໆ​ຂອງ​ການ​ດໍ​າລົງ​ຊີ​ວິດ​ຢ່າງມີເສລີ
​ປະຊາທິປະ​ໄຕນັ້ນ.

ທ່ານ Ensor ກ່າວ​ວ່າ ​ທ່ານຈະໃຊ້ເວລາ 4 ມື້ຂອງການ​ຢ້ຽມຢາມ​ຄັ້ງນີ້ ​ພົບ​ປະ​ກັບ​ບຸກຄົນ
​ສໍາຄັນຫຼາຍໆທ່ານ ໃນ​ວົງ​ການ​ລັດຖະບານ​ພົນ​ລະ​ເຮືອນ​ແຕ່​ໃນ​ນາມ ຊຸດໃໝ່​ ທີ່​ໄດ້​ຂຶ້ນ​ມາກໍາ
​ອໍານາດ​ໃນ​ປີ​ກາຍ​ນັ້ນ.



XS
SM
MD
LG