ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິຣ່ານ ຖະແຫຼງວ່າ ການ​ລົງ​ໂທດ ທີ່​ແນ​ໃສ່ ​​ລູກ​ສອນ​ໄຟ ​ຂີປະນາວຸດ ຂອງຕົນ​ນັ້ນ ​ຈະບໍ່​ມີ​ຜົນ​ກະທົບໃດໆ


ພາບທີ່ນຳອອກເຜີຍແຜ່ ຈາກທາງການອິຣ່ານ ທີ່ສະແດງເຖິງ
ການທົດລອງລູກສອນໄຟ ໃນສະຖານທີ່ບໍ່ເປີດເຜີຍ, 11 ຕຸລາ, 2015.
ພາບທີ່ນຳອອກເຜີຍແຜ່ ຈາກທາງການອິຣ່ານ ທີ່ສະແດງເຖິງ ການທົດລອງລູກສອນໄຟ ໃນສະຖານທີ່ບໍ່ເປີດເຜີຍ, 11 ຕຸລາ, 2015.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອິຣ່ານ ທ່ານ Hossein
Dehqan
​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ການ​ລົງ​ໂທດ​ຄັ້ງ​ໃໝ່
​ຂອງ​ສະຫະລັດ ທີ່​ແນ​ເປົ້າ​ໝາຍ​ໃສ່​ໂຄງການ​ລູກ​ສອນ​ໄຟຂີ​ປະ​ນາ
​ວຸດ​ຂອງຕົນ​ນັ້ນ ​ຈະບໍ່​ມີ​ຜົນ​ກະທົບຕໍ່​ການພັດທະນາລູກ​ສອນ​ໄຟ​
ຂອງ​ຕົນ​ແຕ່​ຢ່າງ​ໃດ​ເລີຍ.

ສະຫະລັດ​ໄດ້​ທຳການລົງ​ໂທດ​ຮອບໃໝ່ ​ໃນ​ວັນ​ອາທິດ​ຜ່ານ​ມານີ້
ຕໍ່​ຊາວອິຣ່ານ 5 ຕົນ ​ແລະ ​ເຄື່ອຂ່າຍ​ຂອງ​ບັນດາ​ບໍລິສັດ ທີ່​ເຊື່ອມ​
ໂຍງກັບ​ກິ​ດຈະການລູກ​ສອນ​ໄຟ​ທີ່​ມີ​ການ​ເກືອດ​ຫ້າມ​ ອັນ​ເປັນ
ການ​ເຄື່ອນ​ໄຫວ​ທີ່ມີ​ຂຶ້ນ​ ລຸນ​ຫຼັງ​ການ​ຍົກ​ເລີກ​ການລົງ​ໂທດ​ທາງ​
ດ້ານ​ເສດຖະກິດທີ່​ພົວພັນ​ກັບໂຄງການ​ອາ​ວຸດ​ນິວ​ເຄລຍຂອງ​ອິຣ່ານ.

ລັດຖະມົນຕີປ້ອງກັນປະເທດອິຣ່ານ ທ່ານ Hossein Dehqan
ລັດຖະມົນຕີປ້ອງກັນປະເທດອິຣ່ານ ທ່ານ Hossein Dehqan

ທ່ານ Dehqan ​ໄດ້​ກ່າວ​ວ່າ ການ​ລົງ​ໂທດຕໍ່​ການ​ໂຄງການລູກ​ສອນ​ໄຟ​ຂີປະ​ນາ​ວຸດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສະຫະລັດ​ແມ່ນ​ເປັນ “ປໍ​ລະ​ປັກ” ຕໍ່​ອິຣ່ານ ​ແລະ​ທ່ານ​ໄດ້​ປະຕິຍານ​ຕົນ​ວ່າ
ຈະ​ເປີດ​ເຜີຍ​ກ່ຽວ​ກັບການ​ພັດ​ທະນາ​ລູກ​ສອນ​ໄຟ​ໃນ​ໄວໆ​ນີ້.

​ໂຄສົກ​ຂອງ​ກະຊວງການ​ຕ່າງປະ​ເທດ​ຂອງ​ອິຣ່ານ ທ່ານ Hossein Jaber Ansari ​ໄດ້​ເອີ້ນ ການລົງໂທດ​ຄັ້ງ​ໃໝ່ ນີ້​ວ່າ ບໍ່​ຖືກຕ້ອງ​ຕາມ​ກົດໝາຍ.

ປະທານາທິບໍດີອິຣ່ານ ທ່ານ Hassan Rouhani (ກາງ), ລັດຖະມົນຕີປ້ອງກັນປະເທດ ທ່ານ Hossein Dehqan, ທີ 2 ຈາກຂວາ, ຢ້ຽມຢາມການສະແດງອາວຸດ ໃນນະຄອນ Tehran, 24 ສິຫາ, 2014.
ປະທານາທິບໍດີອິຣ່ານ ທ່ານ Hassan Rouhani (ກາງ), ລັດຖະມົນຕີປ້ອງກັນປະເທດ ທ່ານ Hossein Dehqan, ທີ 2 ຈາກຂວາ, ຢ້ຽມຢາມການສະແດງອາວຸດ ໃນນະຄອນ Tehran, 24 ສິຫາ, 2014.

ອິຣ່ານ ​ໄດ້​ຖືກ​ປະນາມ ​ຈາກ​ສະຫະລັດ ​ແລະບັນດາ​ປະ​ເທດ​ມະຫາ​ອຳນາດ​ຕາ​ເວັນ​ຕົກ ​ໃນ​ການ​ທົດ​ລອງລູກ​ສອນ​ໄຟຂີ​ປະວຸດສອງ​ຄັ້ງ ​ໃນ​ທ້າຍ​ປີ​ກາຍ​ນີ້​ວ່າລະ​ເມີດ​ຕໍ່​ມະຕິ​ຂອງ​ອົງການ ສະຫະປະຊາ​ຊາດ. ອິຣ່ານ ກ່າວປົກ​ປ້ອງ​ການ​ທົດ​ລອງ​ນີ້ວ່າ​ເປັນ​ເລື້ອງຂອງ​ຄວາມ​ປອດ​ໄພ ແຫ່ງ​ຊາດຂອງ​ຕົນ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ປະຕິບັດ​ການ​ລົງ​ໂທດ ຢ່່າງ​ເຂັ້ມ​ແຂງ ຕໍ່​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ອີຣ່ານ.

XS
SM
MD
LG