ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊື້ອໄວຣັສ 3 ຊະນິດ ທີ່ຄຸກຄາມ ຜູ້ຄົນ ທົ່ວໄປ ໃນໂລກ ສຳລັບ ປີ 2016


ພາບ ສີ ດິດຈິໂຕລ ນີ້ ຖ່າຍເມື່ອປີ 2016 ຈາກກ້ອງຈຸລະທັດ ອີເລັກຕຣອນ ທີ່ໄດ້ຖືກເຜີຍແຜ່ ໂດຍສູນຄວບຄຸມ ແລະປ້ອງ
ກັນ ພະຍາດ ສະແດງໃຫ້ເຫັນວ່າໄວຣັສ Zika ທີ່ເປັນສີແດງ
ນັ້ນ ມີຂະໜາດ ປະມານ 40 ແນໂນແມັດ ເສັ້ນຜ່ານສູນກາງ.
ພາບ ສີ ດິດຈິໂຕລ ນີ້ ຖ່າຍເມື່ອປີ 2016 ຈາກກ້ອງຈຸລະທັດ ອີເລັກຕຣອນ ທີ່ໄດ້ຖືກເຜີຍແຜ່ ໂດຍສູນຄວບຄຸມ ແລະປ້ອງ ກັນ ພະຍາດ ສະແດງໃຫ້ເຫັນວ່າໄວຣັສ Zika ທີ່ເປັນສີແດງ ນັ້ນ ມີຂະໜາດ ປະມານ 40 ແນໂນແມັດ ເສັ້ນຜ່ານສູນກາງ.

ພວກເຮົາຈະເພັ່ງເລັງໃສ່ ເຊື້ອໄວຣັສ 3 ຊະນິດ ທີ່ເຮັດໃຫ້ພວກເດັກທາລົກເກີດມາ ບໍ່ສົມປະກອບ, ເກີດຄວາມຜິດຫວັງ ແລະ ເກີດການເສຍຊີວິດ ໃນປີ 2016 ນັ້ນ ກໍຄື
ໄວຣັສ Zika, ເປ້ຽລ່ອຍ ແລະ HIV. ນັກຂ່າວຂອງວີໂອເອ Carol Pearson ມີລາຍ
ງານກ່ຽວກັບ ພວກໄວຣັຊດັ່ງກ່າວ ທີ່ໄດ້ເກີດເປັນຂ່າວໃນທົ່ວໂລກ ພ້ອມກັນກັບການ ຄົ້ນຄວ້າຕ່າງໆ ແລະ ຄວາມກ້າວໜ້າໃນການຄວບຄຸມ ພວກມັນ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ.

Zika ເປັນໄວຣັສ ຊະນິດທີ່ ເຮັດໃຫ້ຄົນປ່ວຍ ແບບເບົາໆ ຊຶ່ງພວກຄົນສ່ວນໃຫຍ່ ບໍ່ຮູ້ສຶກວ່າ ມີເຊື້ອໄວຣັສນີ້ເລີຍ. ແຕ່ໃນໄລຍະ 2 ປີທີ່ຜ່ານມາ ມີຈຳນວນຂອງທາລົກ ທີ່ເກີດໃໝ່ ໂດຍມີຫົວລີບ ເພີ່ມສູງຂຶ້ນ ຢູ່ໃນຊີກໂລກທາງຕາເວັນຕົກ ຊຶ່ງໄດ້ສະແດງ ໃຫ້ໂລກ ເຫັນວ່າ ໄວຣັສ Zika ນີ້ ບໍ່ຮ້າຍແຮງຫຼາຍ ທັງບໍ່ເປັນອັນຕະລາຍນຳ.

ໄວຣັວດັ່ງກ່າວ ໄດ້ກຳເນີດມາຈາກປະເທດ ອູການດາ ເມື່ອຫຼາຍກວ່າ 60 ປີ ຜ່ານມາ. ມັນແຜ່ລະບາດ ໂດຍຍຸງ ແລະ ໂດຍເພດສຳພັນ. ເມື່ອບໍ່ດົນມານີ້ ໄວຣັສ Zika ໄດ້ ປາກົດໂຕຂຶ້ນມາ ຢູ່ໃນປະເທດ ບຣາຊີລ ຕໍ່ຈາກນັ້ນມາ ກໍໄດ້ເພີ່ມສູງຂຶ້ນ ຢູ່ທາງພາກ
ເໜືອ. ມີຫລາຍກໍລະນີເກີດຂຶ້ນ ຢູ່ໃນລັດ ຟລໍຣີດາ. ບັນດາເຈົ້າໜ້າທີ່ ສາທາລະນະສຸກ ໃນລັດ ເທັກຊັດມີຄວາມເປັນຫ່ວງວ່າ ໄວຣັສນີ້ ອາດຈະລະບາດ ຢູ່ທີ່ນັ້ນ.

ດຣ. Anthony Costello, ຫົວໜ້າ ພະແນກ ສຸຂະພາບ ແມ່ ທາລົກເກີດໃໝ່ ແລະ ເດັກນ້ອຍ ຢູ່ທີ່ອົງການອະນາໄມໂລກ ຫຼື WHO ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ໃນນະຄອນ Geneva ຂອງປະເທດສະວິດເຊີແລນ, ວັນທີ 2 ກຸມພາ 2016.
ດຣ. Anthony Costello, ຫົວໜ້າ ພະແນກ ສຸຂະພາບ ແມ່ ທາລົກເກີດໃໝ່ ແລະ ເດັກນ້ອຍ ຢູ່ທີ່ອົງການອະນາໄມໂລກ ຫຼື WHO ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ໃນນະຄອນ Geneva ຂອງປະເທດສະວິດເຊີແລນ, ວັນທີ 2 ກຸມພາ 2016.

ດຣ. Anthony Costello, ທີ່ອົງການອະນາໄມໂລກ ຫຼື WHO ໄດ້ກ່າວວ່າ ແມ່ນກະ ທັ່ງເດັກຄົນດຽວ ທີ່ຕິດເຊື້ອໄວຣັສນີ້ ກໍຈະສົ່ງຜົນກະທົບ ຢ່າງຍິ່ງໃຫຍ່ ຕໍ່ແຫລ່ງຊັບພະ ຍາກອນຂອງຊຸມຊົນ ແລະ ຄວາມອາດສາມາດ ຂອງຄອບຄົວ ໃນການຮັບມືກັບມັນ.

ທ່ານໝໍ Costello ເວົ້າວ່າ “ມັນເປັນບັນຫາຄວາມກັງວົນ ດ້ານສາທາລະນະສຸກ ອັນໃຫຍ່ຫຼວງ ສຳລັບໂລກ. 69 ປະເທດ ໄດ້ພົບເຫັນເຊື້ອໄວຣັສ Zika ທີ່ປາກົດ
ຂຶ້ນມາ ໃນສອງປີທີ່ຜ່ານມາ. ພວກເຮົາກຳລັງເວົ້າກັນ ກ່ຽວກັບ ໄວຣັສ ທີ່ກໍ່ໃຫ້ ເກີດການທຳລາຍຂອງສະໝອງ ແລະ ໃນທີ່ສຸດຈະກາຍເປັນຄົນພິການ ຕະຫຼອດ
ຊີວິດ ຊຶ່ງເປັນຜົນກະທົບຕໍ່ຄອບຄົວ ຢ່າງໜັກໜ່ວງ.”

ປັດຈຸບັນນີ້ ພວກທ່ານໝໍ ພຽງແຕ່ສາມາດ ໃຫ້ການແນະນຳ ແກ່ພວກແມ່ຍິງ ບໍ່ໃຫ້ ເດີນທາງໄປ ສະຖານທີ່ ບ່ອນທີ່ມີໄວຣັສດັ່ງກ່າວ ທີ່ກຳລັງລະບາດຢູ່ນັ້ນ ເພື່ອຫລີກລ່ຽງ ບໍ່ໃຫ້ຍຸງຂົບ ຫຼື ໃຫ້ເລື່ອນການຖືພາອອກໄປ. ຍັງບໍ່ມີຢາວັກຊີນປ້ອງກັນ Zika ເທື່ອ ແຕ່ອາດມີຢາຊະນິດໜຶ່ງໃຫ້ໃຊ້ ໃນປີ 2018.

ຢູ່ໃນປະເທດໄນຈີເຣຍ ໄວຣັສ ເປ້ຍລ່ອຍ ຫຼື polio ປາກົດຂຶ້ນມາອີກເທື່ອໜຶ່ງ ໃນເຂດ ສ່ວນໜຶ່ງທາງພາກເໜືອ ຂອງປະເທດ ທີ່ໄດ້ປະເຊີນກັບຄວາມຮຸນແຮງ ບ່ອນທີ່ມັນ ຍາກລຳບາກ ທີ່ຈະຮັບປະກັນໄດ້ ວ່າ ພວກເດັກນ້ອຍໝົດທຸກຄົນ ຈະໄດ້ຮັບການ ສັກຢາວັກຊີນປ້ອງກັນ. ເດັກນ້ອຍ 3 ຄົນ ໄດ້ຖືກວິນິດໄສວ່າ ມີໄວຣັສ ໂປລີໂອ ໃນ ເວລາບໍ່ດົນເທົ່າໃດ ທີ່ໄນຈີເຣຍ ຊຶ່ງເຄີຍຄິດວ່າ ໃກ້ຈະກາຍເປັນປະເທດທີ່ປອດຈາກ
ໄວຣັສ ໂປລີໂອ ແລ້ວ.

ໄວຣັສດັ່ງກ່າວ ຍັງມີຢູ່ຕໍ່ໄປ ໃນເຂດຂັດແຍ່ງອື່ນໆ ເຊັ່ນ ຢູ່ຕາມຊາຍແດນລະຫວ່າງ ປາກິສຖານ ແລະ ອັຟການິສຖານ. ພວກທີ່ຢູ່ເບື້ອງຫຼັງການພະຍາຍາມສັກຢາວັກຊີນ ກ່າວວ່າ ພວກເຂົາເຈົ້າ ມຸ້ງໝັ້ນ ທີ່ຈະກວດລ້າງພະຍາດດັ່ງກ່າວໃຫ້ໝົດໄປ. ການຕິດ ແປດໂປລີໂອ ໄດ້ຫລຸດລົງເຖິງ 99 ເປີເຊັນ ນັບຕັ້ງແຕ່ປີ 1988 ເປັນຕົ້ນມາ ຈາກປະ
ມານ 350,000 ກໍລະນີ ໃນຕອນນັ້ນ ມາເປັນຕ່ຳກວ່າ 36 ກໍລະນີ ໃນປີ 2016.

ທ່ານໝໍ Anthony Fauci ຢູ່ທີ່ສະຖາບັນສາທາລະນະສຸກ ແຫ່ງຊາດ ໄດ້ປະກາດເລີ່ມຕົ້ນ ການທົດລອງທີ່ສຳຄັນ ຂອງຢາວັກຊີນ ປ້ອງກັນໄວຣັສ ທີ່ເຮັດໃຫ້ເປັນໂຣກ AIDS, ວັນທີ 11 ກູມພາ 2016.
ທ່ານໝໍ Anthony Fauci ຢູ່ທີ່ສະຖາບັນສາທາລະນະສຸກ ແຫ່ງຊາດ ໄດ້ປະກາດເລີ່ມຕົ້ນ ການທົດລອງທີ່ສຳຄັນ ຂອງຢາວັກຊີນ ປ້ອງກັນໄວຣັສ ທີ່ເຮັດໃຫ້ເປັນໂຣກ AIDS, ວັນທີ 11 ກູມພາ 2016.

ເມື່ອຕົ້ນເດືອນທັນວານີ້ ທ່ານໝໍ Anthony Fauci ຢູ່ທີ່ສະຖາບັນສາທາລະນະສຸກ ແຫ່ງຊາດ ໄດ້ປະກາດເລີ່ມຕົ້ນ ການທົດລອງທີ່ສຳຄັນ ຂອງຢາວັກຊີນ ປ້ອງກັນໄວຣັສ ທີ່ເຮັດໃຫ້ເປັນໂຣກ AIDS.

ທ່ານໝໍ Fauci ເວົ້າວ່າ “ຢາວັກຊີນ ປ້ອງກັນ HIV ແມ່ນບໍ່ເປັນເລື່ອງງ່າຍດາຍ. ພວກເຮົາອາດຈະບໍ່ຮູ້ໄດ້ເລີຍ ວ່າ ພວກເຮົາຈະໄດ້ຮັບຢາວັກຊີນ ຫຼືບໍ່.”

ທ່ານໝໍ Fauci ໄດ້ອະທິບາຍວ່າ ຄວາມກ້າວໜ້າ ໃນດ້ານການປິ່ນປົວ ໂຣກ AIDS ກໍໄດ້ຮັບຜົນດີ ຢ່າງໜ້າປະທັບໃຈ.

ທ່ານໝໍ Fauci ເວົ້າວ່າ “ມື້ນີ້ ການປະສົມປະສານໃນດ້ານການຮັກສາປິນປົວຕ່າງໆ ທີ່ພວກເຮົາມີ ໃຫ້ແກ່ແຕ່ລະຄົນ ເຊັ່ນວ່າ ສຳລັບບຸກຄົນ ຜູ້ທີ່ຢູ່ໃນໄວ 20 ປີ ແລະ ໄດ້ ຕິດເຊື້ອໄວຣັສ ແລະໄດ້ເຂົ້າມາຫາພວກເຮົາ ແລະ ໄດ້ຮັບຢາປະສົມປະສານກັນໄປ ທ່ານກໍສາມາດຄາດໄດ້ວ່າ ພວກເຂົາ ອາດມີຊີວິໄດ້ຕື່ມຮອດ 50 ປີ. ອັນນັ້ນ ເປັນ
ຄວາມກ້າວໜ້າອັນໜຶ່ງ ທີ່ມະຫັດສະຈັນທີ່ສຸດ ໃນການປ່ຽນແປງ ຈາກການຄົ້ນຄວ້າ
ແບບພື້ນຖານ ໄປຫາການແຊກແຊງທີ່ເໝາະສົມ ໃນຂະແໜງຕ່າງໆ ຂອງວິຊາການແພດ.”

ຖ້າຫາກສາມາດຄົ້ນຄວ້າພົບ ຢາວັກຊີນທີ່ມີປະສິດທິພາບ ໃນທີ່ສຸດ ມັນກໍອາດໝາຍ ເຖິງການສິ້ນສຸດ ຂອງພວກໄວຣັສ ທີ່ໄດ້ຕິດແປດຜູ້ຄົນມາຫຼາຍກວ່າ 70 ລ້ານຄົນ ແລະ ໄດ້ເອົາຊີວິດຂອງຄົນໄປແລ້ວ 35 ລ້ານຄົນ ໃນຕະຫຼອດເຄິ່ງສັດຕະວັດ ທີ່ຜ່ານມານີ້.

We're going to focus on three viruses that caused deformed babies, disappointment and death in 2016 - Zika, polio and HIV. VOA's Carol Pearson reports the viruses made news the world over, along with scientific discoveries and advances in controlling them.

Zika is such a mild illness that most people don't know they have it. But in the past two years, a surge of babies born with extremely small heads in the Western Hemisphere showed the world that the Zika virus is anything but harmless.

The virus originated in Uganda more than 60 years ago. It is spread by mosquitos and by sex. The virus recently emerged in Brazil, then surged north. There were cases in Florida. Health officials in Texas are concerned the virus might be spreading there.

Dr. Anthony Costello, with the World Health Organization, said even one affected child has a very big impact on community resources and a family's ability to cope.

(( Dr. Anthony Costello, with the World Health Organization ))

"It is a public health problem of huge concern for the world. Sixty-nine countries have seen the Zika virus emerge in the last two years. We are talking about a virus that causes brain damage and potentially lifelong disability which is a huge blow to families."

Right now, doctors can only advise women not to travel to areas where the virus is spreading, to avoid mosquito bites or to delay pregnancy. There's no vaccine against Zika, but one could be available in 2018.

In Nigeria, the polio virus re-emerged in the violence-wracked northern part of the country where it's hard to make sure that every child gets vaccinated. Three children were diagnosed with polio just when Nigeria was thought to be close to becoming polio free.

The virus also exists in another conflict zone: along the border of Pakistan and Afghanistan. Those behind the vaccination effort say they are determined to eliminate the disease. Polio infections have decreased by 99 percent since 1988, from about 350,000 cases then, to less than three dozen in 2016.

At the beginning of December, Dr. Anthony Fauci at the National Institutes of Health announced the start of a major trial of an experimental vaccine against the AIDS virus.

(( Dr. Anthony Fauci at the National Institutes of Health ))

"An HIV vaccine is not going to be easy. We may not even know if we're going to get a vaccine."

Fauci described the advances in AIDS treatment as nothing short of spectacular.

(( Dr. Anthony Fauci at the National Institutes of Health ))
"Today, the combinations of therapies we have for individuals - for someone who is in their 20s and gets infected and comes in and gets on a combination of drugs - you could predict that they could live an additional 50 years. That is one of the most extraordinary advances in the transition from basic research to an applicable intervention in any field of medicine."

If an effective vaccine can be found, it could finally mean the end for a virus that has infected more than 70 million people and killed 35 million people over the past half-century.

XS
SM
MD
LG