ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາບຸກຄົນສຳຄັນ ຂອງພັກລັດ ໄດ້ຮັບ ການເລືອກຕັ້ງ ເປັນສະມາຊິກສະພາ ແຫ່ງຊາດລາວ ຊຸດທີ 8


ທ່ານນາງປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ແລະປະທານສະພາແຫ່ງ
ຊາດລາວ ຊຸດທີ 7 ໄດ້ຮັບເລືອກຕັ້ງ ເປັນອັນດັບທີ 1 ຈາກເຂດເລືອກຕັ້ງທີ 6 ແຂວງຫຼວງ
ພະບາງ.
ທ່ານນາງປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ແລະປະທານສະພາແຫ່ງ ຊາດລາວ ຊຸດທີ 7 ໄດ້ຮັບເລືອກຕັ້ງ ເປັນອັນດັບທີ 1 ຈາກເຂດເລືອກຕັ້ງທີ 6 ແຂວງຫຼວງ ພະບາງ.

ບັນດາບຸກຄົນສຳຄັນຂອງພັກປະຊາຊົນປະຕິວັດລາວຕ່າງກໍໄດ້
ຮັບການເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດລາວ ຊຸດທີ 8
ຕາມຄາດໝາຍ ແລະແຜນການທີ່ພັກໄດ້ວາງເອົາໄວ້ທຸກປະການ.

ທ່ານກຸແກ້ວ ອັກຄະມົນຕີ ໂຄສົກປະຈຳຄະກຳມະການເລືອກຕັ້ງລະດັບຊາດລາວ ຖະ
ແຫລງຢືນຢັນວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະສະມາຊິກ
ສະພາປະຊາຊົນຂັ້ນແຂວງທົ່ວປະເທດ ເມື່ອວັນທີ 20 ມີນາ 2016 ທີ່ຜ່ານມາ ໄດ້ສິ້ນ
ສຸດລົງດ້ວຍຜົນສຳເລັດອັນຈົບງາມ ຊຶ່ງໄດ້ສະແດງອອກຈາກການທີ່ມີປະຊາຊົນລາວ
ຈຳນວນເຖິງ 3,657,026 ຄົນ ໄດ້ອອກມາໃຊ້ສິດ ໃນການເລືອກຕັ້ງຄັ້ງນີ້ ໂດຍຄິດເປັນ
97.9 ເປີເຊັນ ຂອງຈຳນວນຜູ້ມີສິດເລືອກຕັ້ງທັງໝົດ 3,733,932 ຄົນ ໃນທົ່ວປະເທດ.

ໂດຍເຖິງແມ່ນວ່າ ຈະບໍ່ເປັນໄປຕາມເປົ້າໝາຍຊຸກຍູ້ໃຫ້ປະຊາຊົນລາວອອກມາໃຊ້ສິດ
ໃນການເລືອກຕັ້ງຄັ້ງນີ້ ຢ່າງຄົບຖ້ວນ ທັງ 100 ເປີເຊັນ ກໍຕາມ ຫາກແຕ່ກໍເປັນການໃຊ້
ສິດເລືອກຕັ້ງ ຢ່າງຖືກຕັ້ງທັງ 100 ເປີເຊັນ ທັງຍັງຮັບປະກັນຄວາມສະຫງົບໄດ້ທັງ 100
ເປີເຊັນ ອີກດ້ວຍ ດັ່ງທີ່ ທ່ານກຸແກ້ວ ໄດ້ຖະແຫລງຢືນຢັນວ່າ:

“ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 8 ໄດ້ດຳເນີນດ້ວຍຄວາມ
ເປັນເຈົ້າການ ແລະເປັນເອກະພາບ ໃນ 18 ເຂດເລືອກຕັ້ງ ໃນທົ່ວປະເທດ ຜູ້ມາໃຊ້
ສິດຕົວຈິງມີ 3,657,026 ຄົນ ຫຼືປະມານ ເກືອບ 98 ເປີເຊັນ ຂອງຈຳນວນຜູ້ໃຊ້ສິດ
ທັງໝົດ.”

ທ່ານໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ ແລະຮອງປະທານ ສະພາແຫ່ງຊາດລາວ ຊຸດທີ 7 ກໍຖືກເລືອກຕັ້ງ ເປັນອັນດັບທີ 1 ຈາກ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ.
ທ່ານໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ ແລະຮອງປະທານ ສະພາແຫ່ງຊາດລາວ ຊຸດທີ 7 ກໍຖືກເລືອກຕັ້ງ ເປັນອັນດັບທີ 1 ຈາກ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ.

​ໂດຍສຳລັບບຸກຄົນສຳຄັນຂອງພັກປະຊາຊົນປະຕິວັດລາວ ທີ່
ໄດ້ຮັບການເລືອກຕັ້ງ ໃນຄັ້ງນີ້ ກໍເປັນໄປຕາມຄາດໝາຍ ແລະ
ແຜນການທີ່ພັກວາງໄວ້ທຸກປະການ ຕົວຢ່າງກໍຄື ທ່ານນາງປານີ
ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ແລະປະທານສະ
ພາແຫ່ງຊາດລາວ ຊຸດທີ 7 ໄດ້ຮັບເລືອກຕັ້ງເປັນອັນດັບທີ 1
ຈາກເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໃນຂະນະທີ່ ທ່ານ
ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ
ແລະຮອງປະທານສະພາແຫ່ງຊາດລາວ ຊຸດທີ 7 ກໍຖືກເລືອກຕັ້ງ
ເປັນອັນດັບທີ 1 ຈາກເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ.

ນອກຈາກນັ້ນ ກໍມີທ່ານບຸນປອນ ບຸດຕະນະວົງ ກຳມະການບໍລິຫານງານສູນກາງພັກ
ແລະ ຮອງນາຍົກລັດຖະມົນຕີ ທີ່ໄດ້ຮັບເລືອກຕັ້ງເປັນອັນດັບທີ 1 ຈາກເຂດເລືອກຕັ້ງ
ທີ 12 ແຂວງຄຳມ່ວນ, ທ່ານສົມພັນ ແພງຄຳມີ ກຳມະການບໍລິຫານງານສູນກາງພັກ
ແລະຮອງປະທານສະພາແຫ່ງຊາດລາວ ຊຸດທີ 7 ໄດ້ຮັບເລືອກຕັ້ງເປັນອັນດັບ 1 ຈາກ
ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ, ພົນໂທແສງນວນ ໄຊຍະລາດ ກຳມະການບໍລິ
ຫານງານສູນກາງພັກ ແລະລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ທີ່ໄດ້ຮັບ
ເລືອກຕັ້ງເປັນອັນດັບ 1 ຈາກເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະທ່ານ
ເອກສະຫວ່າງ ວົງວິຈິດ ກຳມະການກົມການເມືອງສູນກາງພັກ ແລະລັດຖະມົນຕີວ່າ
ການກະຊວງສາທາລະນະສຸກ ທີ່ໄດ້ຮັບການເລືອກຕັ້ງ ເປັນອັນດັບ 2 ຈາກແຂວງ ສະຫວັນນະເຂດ ເປັນຕົ້ນ.

ທາງດ້ານທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄດ້ສະແດງຄວາມເຊື່ອ
ໝັ້ນວ່າ ສະມາຊິກສະພາແຫ່ງຊາດລາວ ທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ຈະສາມາດ
ຈັດຕັ້ງປະຕິບັດຕາມແຜນຍຸດທະສາດ ການພັດທະນາທີ່ພັກປະຊາຊົນປະຕິວັດລາວ
ໄດ້ວາງອອກໄດ້ ເປັນຢ່າງດີ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ການມາໃຊ້ສິດປ່ອນບັດຄັ້ງນີ້ ຫລະແມ່ນມີຄວາມໝາຍສຳຄັນຫຼາຍ ເພາະວ່າ
ປະເທດ ຊາດຂອງພວກເຮົານີ້ ຕັ້ງແຕ່ນີ້ ຫາປີ 2020 ນີ້ ມັນເປັນບາດລ້ຽວປະຫວັດ
ສາດ ໃຫ້ແກ່ການພັດທະນາປະເທດ ຊຶ່ງມັນຕ້ອງການຜູ້ທີ່ດີເດັ່ນ ຜູ້ທີ່ດຸມັ່ນຫ້າວຫັນ
ຜູ້ທີ່ຕິດແທດກັບປະຊາຊົນ ສາມາດນຳພາປະຊາຊົນ ໄປຕາມເສັ້ນທາງທີ່ພັກເຮົາ
ໄດ້ກຳນົດໄວ້.”

ການເລືອກຕັ້ງຄັ້ງນີ້ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດລາວ ຊຸດ
ທີ 8 ທີ່ຖືກຮັບຮອງຈາກພັກປະຊາຊົນປະຕິວັດລາວ ຈຳນວນທັງໝົດ 211 ຄົນ ເພື່ອໃຫ້
ປະຊາຊົນລາວເລືອກເອົາ 149 ຄົນ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ໃນວັນທີ 20
ມີນາ 2016 ຊຶ່ງກໍເປັນມື້ດຽວກັນກັບການເລືອກຕັ້ງສະມາຊິກ ສະພາປະຊົນຂັ້ນແຂວງ
ຈຳນວນ 360 ຄົນ ຈາກຜູ້ສະໝັກ ຈຳນວນ 508 ຄົນ ທັງໃນເຂດນະຄອນຫຼວງວຽງຈັນ
ແລະ 17 ແຂວງທົ່ວປະເທດ.

ສຳລັບກ່ຽວກັບຄຸນສົມບັດຂອງຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ
ຊຸດທີ 8 ກໍຄື ເປັນສະມາຊິເພດຍິງ 41 ຄົນ ຈາກທັງໝົດ 149 ຄົນ ທີ່ແບ່ງເປັນ 55 ຄົນ
ຈາກສູນກາງ ແລະ 94 ຄົນ ຈາກທ້ອງຖິ່ນ ສ່ວນກ່ຽວກັບລະດັບການສຶກສານັ້ນ ກໍປາ
ກົດວ່າ ມີ 6 ຄົນ ທີ່ຈົບຊັ້ນກາງ, 22 ຄົນ ຈົບການສຶກສາຊັ້ນສູງ, 47 ຄົນ ຈົບປະລິນຍາຕີ,
48 ຄົນ ຈົບປະລິນຍາໂທ ແລະ 26 ຄົນ ຈົບປະລິນຍາເອກ ຕາມລຳດັບ.

XS
SM
MD
LG