ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍຄົນ ເສຍຊີວິດ ໃນຄວາມຮຸນແຮງ ໃກ້ໆນະຄອນຫຼວງ ບູຣຸນດີ​


ປະຊາຊົນພວມຫຸ້ມເບິ່ງ ສົບຄົນຕາຍ​ ທີ່ເຂດ Cibitoke ໃນນະຄອນຫຼວງ Bujumbura ຂອງບູນຣຸນດີ. (9​ ທັນວາ 2015)
ປະຊາຊົນພວມຫຸ້ມເບິ່ງ ສົບຄົນຕາຍ​ ທີ່ເຂດ Cibitoke ໃນນະຄອນຫຼວງ Bujumbura ຂອງບູນຣຸນດີ. (9​ ທັນວາ 2015)

ສຽງ​ປືນ ​ແລະ​ສຽງ​ລະ​ເບີດ​ໄດ້​ດັງ​ຂຶ້ນຢູ່​ນອກ​ນະຄອນຫຼວງບູຣຸນດີ​
​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້​ຫຼັງ​ຈາກ​ມີ​ລາຍ​ງານ​ວ່າ ພວກ​ຫົວ​ຮຸນ​ແຮງ
​ໄດ້​ໂຈມ​ຕີ​ສະຖານ​ທີ່​ທາງ​ທະຫານ 2 ​ແຫ່ງ.

ມີ​ລາຍ​ງານ​ວ່າ​ ຫລາຍໆ​ຄົນ​ໄດ້​ເສຍ​ຊີວິດ ​ໃນ​ການ​ປະ​ທະ​ກັນ​ລະ
ຫວ່າງ​ທະຫານແລະພວກ​ບຸກ​ໂຈມ​ຕີ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີລາຍ​ລະ
ອຽດ​ກ່ຽວ​ກັບ​ເລື້ອງນີ້ຍັງ​ບໍ່ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ.

ອົງການ​ຂ່າວ​ເອພີ ລາ​ຍງານ​ວ່າ ລົດ​ຕຳຫຼວດ​ແລະ​ທະຫານ ພວມ
​ທຳ​ການ​ລາດຕະ​ເວນຢູ່​ຕາມ​ຖະໜົນ​ຫົນທາງ​ ໃນ​ນະຄອນຫຼວງບູ
ຈຸມບູຣາ​ແລະ​ກໍ​ມີການວາງ​ເຄື່ອງ​ກີດຂວາງ​ຕັນ​ທາງເພື່ອ​ບໍ່​ໃຫ້​ພົນ
ລະ​ເຮືອນ​ໃຊ້​ຖະໜົນ​ຫົນທາງ​ເຫລົ່ານີ້.

ບູຣຸນດີ​ໄດ້​ຕົກ​ຢູ່​ໃນ​ວິ​ກິດ​ການ​ເມື່ອ​ເດືອນ​ເມສາ​ຜ່ານ​ມາເວລາ​ປະທານາທິບໍດີ​ໄດ້ປະກາດ​
ວ່າ​ ທ່ານ​ຈະລົງ​ແຂ່ງຂັນເອົາ​ຕຳ​ແໜ່​ງ ເປັນ​ສະ​ໄໝ​ທີ 3.​ ພວກ​ຕິຕຽນກ່າວວ່າ ທ່ານ​ໄດ້​ລະ​
ເມີດ​ລັດຖະທຳ​ມະນູນ ​ທີ່​ກຳນົດ​ໃຫ້​ປະທານາທິບໍດີ​ ດຳລົງ​ຕຳ​ແໜ່​ງ​ໄດ້ ​ບໍ່​ກາຍ​ 2 ສະ​ໄໝ
​ ພ້ອມ​ທັງ​ຂໍ້​ຕົກລົງ​ທີ່​ຍຸຕິ​ສົງຄາມ​ກາງ​ເມືອງໃນ​ບູຣຸນດີ​ທີ່​ໄດ້ດຳ​ເນີນ​ມາ​ເປັນ​ເວລາ 12 ປີ.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ນັບ​ແຕ່​ນັ້ນມາ​ວິ​ກິດ​ການ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ
​ແລ້ວ​ຫຼາຍກວ່າ 240 ຄົນ​ ​ແລະ​ພາ​ໃຫ້​ຊາວ​ບູຣຸນດີ​ຫລາຍ​ກວ່າ 200 ພັນ​ຄົນ​ພາກັນ​ຫລົບ​
ໜີ​ອອກ​ຈາກ​ປະ​ເທດ.​ ປະທານາທິບໍດີຖືກ​ເລືອກ​ໃຫ້​ເຂົ້າຮັບ​ຕຳ​ແໜ່​ງຕື່ມ​ອີກ ເມື່ອ​ເດືອນ
​ກໍລະກົດ​ທີ່​ຜ່ານ​ມາ​ ​ໃນ​ການ​ເລືອກ​ຕັ້ງທີ່​ພັກ​ຝ່າຍຄ້ານ​ພາກັນ​ບໍ່​ເຂົ້າຮ່ວມ​.

XS
SM
MD
LG