ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ທີມບາສເກັດບອລ Villanova ຊະນະທີມ North Carolina ໃນການແຂ່ງຂັນ ຊິງແຊັ້ມ ແຫ່ງຊາດ


ນັກບາສເກັດບອລຂອງທີມ Villanova ທ້າວ Jalen Brunson (1), ທ້າວ Mikal Bridges (25) ແລະ ເພື່ອນຮ່ວມທີມຂອງພວກເຂົາເຈົ້າສະເຫຼີມສະຫຼອງ ຫຼັງຈາກສິ້ນສຸດການແຂ່ງຂັນກິລາບາສເກັດບອລ ມະຫະວິທະຍາໄລແຫ່ງຊາດ ກັບທີມ North Carolina Tar Heels ໃນວັນຈັນວານນີ້. 4 ເມສາ, 2016.
ນັກບາສເກັດບອລຂອງທີມ Villanova ທ້າວ Jalen Brunson (1), ທ້າວ Mikal Bridges (25) ແລະ ເພື່ອນຮ່ວມທີມຂອງພວກເຂົາເຈົ້າສະເຫຼີມສະຫຼອງ ຫຼັງຈາກສິ້ນສຸດການແຂ່ງຂັນກິລາບາສເກັດບອລ ມະຫະວິທະຍາໄລແຫ່ງຊາດ ກັບທີມ North Carolina Tar Heels ໃນວັນຈັນວານນີ້. 4 ເມສາ, 2016.

ທີມບາສເກັດບອລ Villanova Wildcats ໄດ້ເອົາຊະນະທີມ North Carolina Tar Heels ດ້ວຍຄະແນນ 77 ຕໍ່ 74 ໃນການແຂ່ງຂັນຊິງແຊັມກິລາບາສເກັດບອລຊາຍ ສາຍ ທີ 1 ຂອງສະມາຄົມກິລາມະຫາວິທະຍາໄລແຫ່ງຊາດ ໃນນະຄອນ Houston ລັດ Texas ໃນວັນຈັນວານນີ້.

ສອງທີມດັ່ງກ່າວ ໄດ້ປ່ຽນກັນມີແຕ້ມນຳໜ້າຫຼາຍຄັ້ງ ກ່ອນທີ່ ທ້າວ Marcus Paige ຂອງທີມ North Carolina ເຊິ່ງເປັນເຕັງໜຶ່ງໃນການແຂ່ງຂັນ ໄດ້ຍິງ ລູກ 3 ຄະແນນທີ່ ສ້າງຄວາມຄຶກຄື້ນ ເຊິ່ງເຮັດໃຫ້ເກມການແຂ່ງຂັນມີຄະແນນເທົ່າກັນທີ່ 74 ຕໍ່ 74 ຄະ ແນນ, ດ້ວຍປະມານ 4 ວິນາທີຍັງເຫຼືອໃນເວລາການແຂ່ງຂັນ. ແຕ່ວ່າ ທ້າວ Kris Jenkins ຂອງທີມ Villanova ໄດ້ສົ່ງບານກາຍເສັ້ນເຄິ່ງສະໜາມພຽງໜ້ອຍດຽວ ແລະ ໄດ້ຍິງລູກ 3 ຄະແນນຊະນະເລີດໃຫ້ກັບທີມອັນດັບ 2 Villanova Wildcats ໃນເວລາທີ່ ສຽງແກໝົດເວລາໄດ້ດັງຂຶ້ນ.

ການແຂ່ງຂັນຄັ້ງນີ້ເປັນການຊີງແຊັມພຽງຄັ້ງທີ 2 ຂອງທີມ Villanova ໃນການແຂ່ງຂັນ ຊິງ ແຊັມບາສເກັດບອລ ຂອງສະມາຄົມກິລາ ມະຫາວິ ທະຍາໄລແຫ່ງຊາດ, ເຊິ່ງຄັ້ງທຳ ອິດໄດ້ ເກີດຂຶ້ນໃນປີ 1985, ເມື່ອພວກເຂົາເຈົ້າໄດ້ເອົາຊະນະທີມ Georgetown Hoyas ທີ່ມີ ຄວາມແຂງແກ່ນກວ່າພວກເຂົາເຈົ້າໃນເວລານັ້ນ. ໄຊຊະນະຄັ້ງນີ້ ກໍຍັງແມ່ນ ການໄດ້ແຊັມ ຄັ້ງທຳອິດສຳລັບຄູຝຶກສອນ Jay Wright ໃນຊິວິດການເຮັດວຽກເປັນຜູ້ຝຶກ ສອນກິລາ ບາສເກັດບອລ 22 ປີຂອງລາວ.

Read this news item in English

XS
SM
MD
LG