ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກແລ່ນຍິງ ລາວ-ອາເມຣິກັນ ໄປແລ່ນ ຢູ່ລາວ ເພື່ອຫາທຶນຊ່ວຍເຫລືອ ຜູ້ໄດ້ຮັບເຄາະ ຈາກການຄ້າມະນຸດ


ພິທີເປີດ ການແລ່ນລະຍະໄກ ຈາກ ປາກເຊ ຫາ ອັດຕະປື ເມື່ອວັນທີ 1 ຕຸລາ ປີ 2013 ທີ່ ສປປ ລາວ
ພິທີເປີດ ການແລ່ນລະຍະໄກ ຈາກ ປາກເຊ ຫາ ອັດຕະປື ເມື່ອວັນທີ 1 ຕຸລາ ປີ 2013 ທີ່ ສປປ ລາວ
ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ໃນແລງວັນ​ພະ​ຫັດ​ມື້​ນີ້ ຂ້າ​ພະ
​ເຈົ້າ ຈະພາ​ທ່າ​ນ ໄປຢ້ຽມ​ຢາມ ສ​ປ​ປ ລາວ ແລະ​ສຳ​ພາດ ກັບ
ບັນ​ດາສະ​ຕີ ລາວ​-ອາ​ເມ​ຣິ​ກັນ ​ແລະ​ນັກ​ແລ່ນ ມາລາ​ທອນ​ ໄລ
​ຍະ​ໄກ ຈາກ​ເມືອ​ງ ປາກ​ເຊ ​ໄປຫາ ​ແຂວ​ງອັດ​ຕະປື. ການ​ແລ່ນ
ເພື່ອກຸສົນຄັ້ງ​ນີ້ ​ໄດ້ມີການ​ຫ້າງ​ຫາ​ກະກຽ​ມມາ​ເປັນ​ເວລາ​ເກືອບ​
ນຶ່ງ​ປີ ແລະ​ໃນ​ທີ່​ສຸດ ​ເມື່ອ​ວັນທີ 1 ຫາ ທີ ​3 ເດືອນຕຸລາຜ່ານມາ
ນີ້ ​ເຂົາ​ເຈົ້າກໍ​ໄດ້ປະສົບຜົນ​ສໍາ​ເລັດ ສົມ​ຄວາມ​ມຸ້ງ​ມາດ​ປາດ​ຖະ
ໜາ ໂດຍໃຊ້​ເວ​ລາ​ສາມ​ວັນ ໃນການ​ແລ່ນ​ໄລ​ຍະ​ທາງ 209
ຫລັກ ກັບ 215 ​ແມັດ ຫລື 130 ໄມ​ລ໌. ​

​ເຫດຜົນ​ອັນ​ໃດ ທີ່​ດົນ​ບັນດານ​ໃຫ້​ເຂົາ​ເຈົ້າ ​ໄດ້ເດີນທາງ​ອັນ​ກວ້າງ​
ໄກຈາກ ສະຫະລັດ ມາແລ່ນ​ດ້ວຍ​ຄວາມ​ເພີ່ງ​ພໍ​ໃຈຢູ່​ເມືອງ​ລາວນັ້ນ
​ເຮົາ​ຈະ​ເຂົ້າ​ໃຈເຖິງ​ຈຸດ​ປະ​ສົງຂອງ​ການ​ແລ່ນຄັ້ງ​ນີ້ໃນອັນ​ດັບ​ຕໍ່​ໄປ.
ສາມສະຕີ ລາວ-ອາເມຣິກັນ ກໍາລັງເປີດພິທີ
ສາມສະຕີ ລາວ-ອາເມຣິກັນ ກໍາລັງເປີດພິທີ

ບັນດາ​ສະຕີ​ເຫລົ່າ​ນີ້​ພາກັນ​ແລ່ນ ເພື່ອ​ຫາທຶນ​ມາ​ຊ່ອຍເຫລືອພວກ
​ເຄາະ​ຮ້າຍ​ຈາກການ​ຄ້າ​ມະ​ນຸດ. ​ ຄໍາວ່າ ການ​ຄ້າ​ມະ​ນຸດ​ແມ່ນ ການ​
ລັກ​ລອບເອົາ​ມະ​ນຸດຂ້າມ​ຊາຍ​ແດນ ໄປ​ຂາຍ ຢູ່ນອກ​ປະ​ເທດ ​ເພື່ອ
ເປັນ​ຂ້າ​ທາດ​ທາງ​ເພດ ບັງ​ຄັບ​ໃຫ້ອອກ​ແຮງ​ງານ ​ແລະບາງ​ຄັ້ງ ກໍ​ຂ້າ
ເອົາ​ຊິ້ນ​ສ່ວນ​ເຄຶ່ອງ​ໃນ​ຂອງ​ຮ່າງ​ກາຍ​ໄປ​ຂາຍ. ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ
ສ່​ວນ​ໃຫ​ຍ່​ແມ່ນ​ຜູ້​ຍິງ ທີ່ໄດ້ຖືກນຳ​ໄປຂາຍ​ເປັນ​ຂ້າ​ທາດ​ທາງ​ເພດ
​ແລະ ນຳ​ເອົາ​ໄປ​ສະ​ແດງຮູບ​ເງົາໂຄ​ສະ​ນາທາງ​ເພດ ​ຫລື​ບໍ່​ດັ່ງ​ນັ້ນ
ບໍ່​ວ່າ​ຍິງ ຫຼື​ຊາຍຈະຖືກ​ນຳ​ໄປ​ເປັນ​ຂ້າ​ທາດ ບັງ​ຄັບ​ໃຫ້ເຮັດ​ວຽກ ຢູ່​
ໃນໂຮງ​ຈັກ​ໂຮງ​ງານ ​ໃນສວນ​ຢາງ ຮັບ​ໃຊ້​ຢູ່​ໃນ​ເຮືອນ​ຊານ ໂດຍບໍ່
​ໄດ້​ຄ່າຈ້າງ​ແຮງ​ງານ​ໃດໆ.

​ເຖິງ​ແມ່ນ​ວ່າການ​ຄ້າ​ມະ​ນຸດ ຈະເປັນ​ການ​ປະ​ຕິ​ບັດ​ທີ່​ໄຮ້​ມະ​ນຸດ​ສະ​ທຳ ຜິດ​ກົດ​ໝາຍນາໆ​ຊາດ
ກໍ​ຕາມ ປັດ​ຈຸ​ບັນ​ນີ້ມະ​ນຸດດ້ວຍ​ກັນ ​ກໍຍັງ​ທໍາການ​ຫລອກລວງ ລັກ​ນຳເອົາຄົນຂ້າມ​ຊາຍ​ແດນອອກ​ໄປ​ຂາຍ​ຢູ່ນອກ​ປະ​ເທດຢູ່​ເລື້ອຍ​ມາ. ກິດ​ຈະກຳການຄ້າ​ມະ​ນຸດດັ່ງ​ກ່າວ ແມ່ນ​ສ້າງ​ຜົນ​ກໍ​າ​ໄລ​ງາມ​ທີ່​ສຸດ ທີ່ຄາດ​ຄະ​ເນ​ວ່າ ເປັນ​ລາຍ​ໄດ້​ເຖິງ 32 ພັນ​ລ້ານ​ໂດ​ລາ​ຕໍ່​ປີ ຢູ່​ເກືອບ​ທົ່ວ​ໂລກ. ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ ສ່ວນ​ໃຫ​ຍ່​ຂອງຜູ້​ເຄາະ​ຮ້າຍ ​ໄດ້ຖືກ​ນຳມາຈາກ ບັນ​ດາປະ​ເທດ
​ທີ່​ກຳ​ລັງ​ພັດທະ​ນາ ອັນ​ເກີດ​ມາ​ຈາກ​ສາ​ເຫດ​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ກົດໝາຍ​ບໍ່​ມີ
ປະສິດ​ທິ​ຜົນ.

ຊົງ​ຣິດ ​ໂພນ​ເງິນ ນັກ​ຂ່າວ ວີ​ໂອ​ເອ ທີ່ບາງ​ກອກ ​ໄດ້ລາຍງານກ່ຽວ​ກັບ​ເລື້ອງ​ນີ້ ເມື່ອ​ວັນ​ຈັນ ທີ 25 ພະຈິກ ທີ່​ຜ່ານ​ມາ​ນີ້ວ່າ:
ຊ່ອງໂສເພນີ ແຫ່ງນຶ່ງ ໃນພາກອີ່ສານຂອງໄທ
ຊ່ອງໂສເພນີ ແຫ່ງນຶ່ງ ໃນພາກອີ່ສານຂອງໄທ


ປັດຈຸບັນ​ນີ້​ເປັນ​ທີ່​ຄາດ​ກັນ​ວ່າ​ມີ​ແຮງ​ງານ​ລາວ ​ທີ່ລັກລອບ​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ໃນ ປະ​ເທດ​ໄທ ​ຫລາຍ​ກວ່າຫົກ​ແສນ​ຄົນ ​ແລະ​ໃນ​ນັ້ນແມ່ນມີ​ແຮງ​ງານ​ຜູ້ຍິງ​ເຖິງ 56 ​ເປີ​ເຊັນທີ່​ຖືວ່າ​ເປັນ​ກຸ່ມ​ສ່ຽງ ຫລື​ສະມັກໃຈ​ຂາຍ​ບໍລິການ​ທາງ​ເພດຢູ່​ໃນ​ໄທ ​ໂດຍ​ມີ​ສາ​ເຫດມາ​ຈາກ​ຄ່າ​ຈ້າງ​ໃນ​ລາວ​ຕໍ່າ​ຫລາຍ ​ໃນ​ຂະນະ​ທີ່ຄ່າ​ຄອງ​ຊີບ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນຶ່ອງ. ​ສະພາບ​ການ ຂອງ​ການ​ຄ້າ​ມະນຸດນີ້ ບໍ່​ເຄີຍມີ ​ບໍ່​ເຄີຍໄດ້​ຍິນ ​ແລະບໍ່ມີ​ປະສົບ​ປະການ​ມາ​ກ່ອນ​ ຢູ່ໃນປະ​ຫວັດ​ສາດ ສັງຄົມຊີວິດ​ລາວ.

ໃນ​ຄວາມ​ເປັນ​ຫ່ວງດ້ານ​ມະນຸດສະ​ທໍາ ​ແລະຕິດຕາມ​ກ່ຽວ​ກັບ​ເລື້ອງ​ນີ້ ນາງທູ​ນີ ແສນຍາກອນ
ເຈົ້າ​ໜ້າ​ທີ່ພະ​ແນກ​ສື່​ສານ​ຂອງອົງການ Village Focus International ຫລື​ ສູນ​ຈຸດສຸມ​ສາ​ກົນ
ຢູ່ ສປປ ລາວ ຊຶ່ງ​ເປັນ​ອົງການ​ກຸສົນ ທີ່​ພົວພັນ​ກ່ຽວ​ກັບ​ເລື້ອງ​ນີ້ ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ນາງ ທູນີ ແສນຍະກອນ
ນາງ ທູນີ ແສນຍະກອນ
ລິງໂດຍກົງ

ສະຕີ​ລາວ-ອາ​ເມຣິກັນ​ອີກ​ຄົນ​ນຶ່ງ ທີ່​ມີ​ຄວາມ​ເປັນ​ຫ່ວງ​ ​ແລະຕິດ
ຕາມ​ພົວພັນກ່ຽວ​ກັບ​ການ​ຄ້າ​ມະນຸດ​ ກໍຄື ນາງ Nonnarath Dunn ​
ຜູ້​ກໍ່​ຕັ້ງ​ອົງການ Village Run ຜູ້​ບໍ​ລິ​ຫານ ແລະ​ນັກ​ແລ່ນ​ໄລຍະ​ໄກ
ມີ​ຫ້ອງການ​ຢູ່​ໃນສະຫະລັດ ໄດ້​ກ່າວ​ເຖິງ​ຄວາມ​ມຸ້ງ​ໝາຍ​ຂອງນາງ
​ແລະ ​ການ​ແລ່ນ​ ເພື່ອ​ຫາ​ທຶນມາ​ຊ່ວຍ​ຄັ້ງ​ນີ້​ ວ່າ :
ນາງ Dunn (ແລ່ນຢູ່ກາງ)
ນາງ Dunn (ແລ່ນຢູ່ກາງ)

ລິງໂດຍກົງ


​Nancy ສຸດ​ທິສານ ສະຕີ​ສາວ ເກີດ​ຢູ່ໃນສະຫະລັດ ປັດ​ຈຸ​ບັນ​ນີ້
ເປັນເຈົ້າ​ໜ້າ​ທີ່​ຝ່າຍ ວິໄຈ​ການ​ຄ້າ​ຕະ​ຫລາດ ​ໃຫ້ແກ່ບໍ​ລິ​ສັດ Nike
ຊຶ່ງ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ເຄື່ອງ​ນຸ່ງຫລິ້ນ​ກິ​ລາ ທີ່​ມີ​ຊື່​ສຽງຢູ່​ໃນ ສະຫະລັດ ຊຶ່ງ​ກໍ​ເປັນ​ນັກ​ແລ່ນ​ຄົນ​ນຶ່ງ ທີ່​ໄດ້ອາສາ​ສະມັກ​ເຂົ້າ​ຮ່ວມ​ແລ່ນ​ເພື່ອ​ການ​ກຸສົນນີ້. ນາງ​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :
ນາງ Nancy ສຸດທິສານ
ນາງ Nancy ສຸດທິສານ

ລິງໂດຍກົງ

ນາງ ສີ​ຣິ​ວັນ ເກດ​ຕະ​ວົງ ອະ​ດີດ​ນັກ​ແລ່ນມາ​ລາ​ທອນ ທີ​ມ​ຊາດ ສ​ປ​ປ ລ​າວ ກໍແມ່ນ​ອີກ​ຜູ້​ນຶ່ງ​ທີ່ໄດ້ເຂົ້າ​ຮ່ວມ​ແລ່ນ​ເຊັ່ນ​ກັນ ນາງ​ໄດ້​ກ່າວ​ຕໍ່ ​ວີໂອ​ເອ ວ່າ :
ນາງ ສີຣິວັນ ເກດຕະວົງ (ຊ້າຍສຸດ)
ນາງ ສີຣິວັນ ເກດຕະວົງ (ຊ້າຍສຸດ)

ລິງໂດຍກົງ

ພິທີ​ເປີດ​ການ​ແລ່ນ​ຄັ້ງ​ນີ້ ​ໄດ້​ຮັບ​ກຽດ​ຈາກ ເອກ​ອັກຄະ​ລັດຖະທູດ
ສະຫະລັດ ທ່ານ Daniel Clune ທີ່​ໄດ້​ເຂົ້າ​ຮ່ວມ​ແລ່ນ​ເປີດ​ພິທີ
ພ້ອມ​ດ້ວຍ​ບັນດາ​ບຸກຄົນ​ສໍາຄັນ​ໃນ​ຖັ້ນ​ແຖວ​ຂອງ ລັດຖະບານ
ສ​ປປ ລາວ. ພວກນັກ​ແລ່ນ​ເຫຼົ່າ​ນີ້ ​ໄດ້​ພາກັນສ້າງ​ບົດບາດ​ໄວ້​ຢ່າງໜ້າ​ສັນລະ​ເສີນ ແລະ​ໄດ້
​ກັບ​ຄືນ​ສູ່ ສະຫະລັດ ດ້ວຍ​ຄວາມ​ເພີ່ງ​ພໍ​ໃຈ.
ເອກອັກຄະລັດຖະທູດ ສະຫະລັດ ທ່ານ Daniel Clune (ຊ້າຍ)
ເອກອັກຄະລັດຖະທູດ ສະຫະລັດ ທ່ານ Daniel Clune (ຊ້າຍ)
XS
SM
MD
LG