ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຄົນ ໃນ ສຫລ ໂຮມຊຸມນຸມ ລະນຶກເຖິງ ຜູ້ເຄາະຮ້າຍ ທີ່ຖືກ ຕຳຫຼວດ ຍິງຕາຍ (ສະໄລດ໌/ວີດີໂອ)


Jordan Johnson (ຊ້າຍ) ອາຍຸ 8 ປີ ຈາກວໍຊິງຕັນ Camille Chrysostom ຈາກ Bowie ລັດແມຣີແລນ ແລະ Jaimee Swift ຈາກ Philadelphia ພວມພາກັນຢືນສະຫງົບ ສະຕິອາລົມ ທີ່ Meridian Hill Park ຊຶ່ງຮູກັນໃນອີກຊື່ນຶ່ງວ່າ Malcom X Park ທີ່ວໍຊິງຕັນ ໃນວັນພະຫັດ ທີ 14 ສິງຫາ 2014.
Jordan Johnson (ຊ້າຍ) ອາຍຸ 8 ປີ ຈາກວໍຊິງຕັນ Camille Chrysostom ຈາກ Bowie ລັດແມຣີແລນ ແລະ Jaimee Swift ຈາກ Philadelphia ພວມພາກັນຢືນສະຫງົບ ສະຕິອາລົມ ທີ່ Meridian Hill Park ຊຶ່ງຮູກັນໃນອີກຊື່ນຶ່ງວ່າ Malcom X Park ທີ່ວໍຊິງຕັນ ໃນວັນພະຫັດ ທີ 14 ສິງຫາ 2014.

ປະຊາຊົນຈຳນວນຫຼາຍພັນຄົນພາກັນໂຮມຊຸມນຸມປະທ້ວງໃນ
ທົ່ວສະຫະລັດ ເພື່ອລະລຶກເຖິງ ຊາຍໜຸ່ມຜິວດຳ ທີ່ບໍ່ມີອາວຸດ
ຄົນນຶ່ງ ໄດ້ຖືກຕຳຫຼວດຍິງຕາຍ ທີ່ລັດ Missouri.

ທີ່ບ່ອນໂຮມຊຸມນຸມເພື່ອສະແດງຄວາມເປັນນ້ຳນຶ່ງໃຈດຽວຢູ່ໃນ
ເກືອບ 100 ຫົວເມືອງໃນແລງວັນພະຫັດວານນີ້ ພວກປະທ້ວງ
ໄດ້ພາກັນຢືນສະຫງົບ ສະຕິອາລົມ ໃຫ້ແກ່ Michael Brown
ອາຍຸ 18 ປີ ແລະບຸກຄົນອື່ນໆ ທີ່ໄດ້ເສຍຊີວິດຍ້ອນນ້ຳມືຂອງ
ຕຳຫຼວດ.

​ກ່ອນໜ້ານັ້ນ ໃນວັນພະຫັດວານນີ້ ປະທານາທິບໍດີບາຣັກ ໂອບາມາ ໄດ້ຮຽກຮ້ອງໃຫ້ຕັ້ງ ຢູ່ໃນຄວາມສະຫງົບ ຂະນະທີ່ຕຳຫຼວດ ປ່ຽນວິທີການຮັບມືກັບການປະທ້ວງຢ່າງຮຸນແຮງ ຢູ່ລັດ Missouri ບ່ອນທີ່ທ້າວ Brown ຖືກຍິງຕາຍ.

ຕຳຫຼວດ ແລະພວກປະທ້ວງ ໄດ້ປະທະກັນເກືອບທຸກໆມື້ ນັບຕັ້ງແຕ່ໄດ້ມີການຍິງ ທ້າວ Brown ຕາຍ ຢູ່ນອກນະຄອນ St. Louis ເມື່ອວັນທີ 9 ສິງຫາຜ່ານມາ.

ທ່ານໂອບາມາເວົ້າວ່າ ມັນຈະບໍ່ມີຄຳແກ້ຕົວໃດໆໃນການກໍ່ຄວາມຮຸນແຮງຕ້ານຕຳຫຼວດ ຫຼືສຳລັບພວກທີ່ສວຍໃຊ້ໂສກນາດຕະກຳນີ້ ເປັນເຄື່ອງບັງໜ້າເພື່ອທຳລາຍຊັບສິນຫຼືລັກ ຂະໂມຍເອົາເຄື່ອງຂອງຈາກຮ້ານຄ້າຮ້ານຂາຍຕ່າງໆ.

ນອກນັ້ນ ປະທານາທິບໍດີໂອບາມາຍັງເວົ້າວ່າ ມັນຈະບໍ່ມີຂໍ້ແກ້ຕົວໃດໆສຳຫລັບຕຳຫຼວດ ທີ່ຈະໃຊ້ກຳລັງເກີນຂອບເຂດ ຕໍ່ການໂຮມຊຸມນຸມປະທ້ວງແບບສັນຕິຫລືການຈັບກຸມຄຸມ ຂັງພວກປະທ້ວງ ທີ່ໄດ້ຊົມໃຊ້ຢ່າງຖືກຕ້ອງຕາມກົດໝາຍສິດທິທີ່ບົ່ງໄວ້ໃນບົດແກ້ໄຂເພີ້ມ ຕື່ມຂໍ້ທີນຶ່ງຂອງລັດຖະທຳມະນູນ.

US POLICE SHOOTING VO
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG