ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຮຽນຫວຽດນາມ ຖືກຄຸກ ຍ້ອນລົງຂ່າວ ທາງເຟສບຸກ ໃຫ້ຄົນຂັບລົດ ຫຼີກຕຳຫຼວດ


ເຄື່ອງໝາຍຂອງເຟສບຸກ
ເຄື່ອງໝາຍຂອງເຟສບຸກ

ນັກຮຽນ​ຫວຽດນາມ​ຄົນ​ນຶ່ງ ແລະ​ໝູ່​ຂອງ​ລາວ ​ໄດ້​ຖືກ​ຕັດສິນ​ຈຳ
​ຄຸກ 6 ​ເດືອນຍ້ອນ​ລົງ​ຂ່າວ​ໃນ​ເຟສບຸກແນະນຳ​ໃຫ້​ພວກ​ຄົນ​ຂັບ
​ລົດ​ ຫລົບ​ຫລີກ​ດ່ານ​ກວດ​ຊົ່ວ​ຄາວ​ຂອງ​ຕຳຫຼວດ ທີ່​ນະຄອນ​ໄຮ​
ຟອງ ໃນ​ພາກ​ເໜືອ​ຂອງຫວຽດນາມ.

​ໃນ​ອາທິດ​ນີ້ ສານ​ໄດ້​ພົບ​ເຫັນ​ວ່າ ທ້າວ​ Nguyen Duc Hao
ອາຍຸ 21 ປີແລະ​ທ້າວ Tran Huy Lieu ອາຍຸ 23 ປີ ມີ​ຄວາມ​
ຜິດ ​ໃນ​ຖານ​ອອກ​ຂ່າວທາງ​ອິນ​ເຕີ​ແນັດ​ແບບ​ຜິດ​ກົດໝາຍ​ຫຼັງ
​ຈາກ​ບຸກຄົນ​ທັງ​ສອງ​ຖືກ​ເຈົ້າໜ້າ​ທີ່​ຈັບມາ​ໄດ້ 4 ​ເດືອນ​ແລ້ວ.

ທະນາຍຄວາມ ​ຂອງ​ພວກ​ນັກຮຽນ ທ່ານ Tran Thu Nam
ກ່າວ​ວ່າ ການ​ຕັດສິນ​ລົງ​ໂທດ​ນີ້ ເປັນ​ການ​ເຄື່ອນ​ໄຫວ​ທີ່​ສ່ຽງ​ຫລາຍ.

ທ່ານ Nam ກ່າວ​ວ່າ ​ພວກ​ເຂົາ​ເຈົ້າ​ໄດ້​ໃຊ້​ເຟສບຸກ ​ເພື່ອ​ສະ​ແດງ​ອອກຄວາມ​ຄິດຄວາມ​
ເຫັນ​ຂອງ​ພວກ​ເຂົາ​ເຈົ້າແລະ​ທ່ານ​ກ່າວ​ຕື່ມ​ວ່າ ການ​ລົງ​ໂທດ​ພວກ​ເຂົາ​ເຈົ້າຍ້ອນ​ລົງ​ຂ່າວ
​ທາງ​ເຟສບຸກນີ້​ແມ່ນ​ເປັນການ​ຕັດສິນ​ທີ່​ເປັນ​ອັນຕະລາຍເພື່ອ​ເປັນ​ຕົວ​ຢາງແລະ​ອາດ​ລະ
​ເມີດ​ຕໍ່ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ​ກໍ​ເປັນ​ໄດ້.

​ໃນ​ຂະນະ​ທີ່​ພວກ​ນັກຮຽນ ​ຖືກ​ກ່າວ​ຫາ​ວ່າ ​ເຜີຍ​ແຜ່​ຂ່າວ​ທີ່​ມີ​ເນື້ອ​ໄນ​ໃສ່​ຮ້າຍ​ປ້າຍ​ສີ​ແລະ​
ສ້າງ​ພາບ​ພົດ​ທີ່​ບໍ່​ດີ ​ໃຫ້​ແກ່​ຕຳຫຼວດ. ​ແຕ່​ປະຊາຊົນ​ຈຳນວນ​ນຶ່ງ​ໃນ​ນະຄອນ​ໄຮ​ຟອງ​ກ່າວ​
ວ່າ ​ເຟສບຸກ​ໄດ້​ເປີດ​ເຜີຍ​ການ​ກະທຳ​ຜິດ​ຂອງ​ພວກ​ເຈົ້າ​ໜ້າ​ທີ່ ​ແລະຊ່ອຍ​ປະຊາຊົນ​ຫລີກ​ເວັ້ນຈາກ​ຕຳຫຼວດຈາລະ​ຈອນທີ່​ມັກ​ຫຼົບ​ລີ້ຢູ່​ໃນ​ບ່ອນ​ທີ່​ບໍ່ຄາດ​ຄິດກັນເພື່ອ​ຈັບກຸມ​ແລະ​ປັບ
​ໃໝ​ພວກ​ທີ່​ລະ​ເມີດ.

ອີງ​ຕາມ​ສະຖິຕິ​ຂອງ​ເຈົ້າໜ້າ​ທີ່​ແລ້ວ​ ມີ​ຜູ້​ໃຊ້​ເຟສບຸກຫລາຍ​ກວ່າ 30 ລ້ານ​ຄົນ​ຢູ່​ໃນ​ຫວຽດ
ນາມ ​ແລະ​ນັກ​ຊ່ຽວຊານ​ດ້ານ​ສື່​ມວນ​ຊົນ ທ່ານ Huynh Ngoc Chenh ອະດີດ​ບັນນາທິ
ການ​ບໍລິຫານ​ຂອງ​ໜັງສື​ພິມ​ລາຍ​ວັນ Thanh Nien ກ່າວ​ວ່າ ຕາໜ່າງສື່​ສັງຄົມ​ໄດ້​ມີ​ຜົນ​
ຢ່າງ​ໃຫຍ່ຫຼວງ​ຕໍ່​ປະ​ເທດ​ຕ່າງໆ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ບ່ອນ​ທີ່​ອົງການ​ຂ່າວ
​ຕ່າງໆ​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ລັດຖະບານ​ນັ້ນ.

XS
SM
MD
LG