ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ຫວຽດນາມ 4 ຄົນ ເສຍຊີວິດ ຍ້ອນ ເຮືອບິນ ເຮລິຄອບເຕີ ຕົກ


ແຜນທີ່ ປະເທດຫວຽດນາມ
ແຜນທີ່ ປະເທດຫວຽດນາມ

ເຮືອບິນ​ເຮ​ລິ​ຄອບ​ເຕີທະຫານຫວຽດນາມລຳນຶ່ງ ທີ່​ສ້າງ​ໂດຍ
ສະຫະລັດ ​ໄດ້ປະ ສົບອຸປະຕິເຫດ​ຕົກ ​ຢູ່​ນອກ​ນະຄອນ Ho
Chi Minh ​ເຮັດ​ໃຫ້​ທະຫານ​ຫວຽດນາມ​ສີ່ຄົນ ​ເສຍ​ຊີວິດ.

ນາຍ​ພົນ​ໂທ Vo Van Tuan ຮອງ​ຫົວໜ້າເສນາ​ທິການ​
ກອງ​ທັບປະຊາຊົນ​ຫວຽດນາມ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​
ໃນ​ວັນ​ພຸດ​ມື້​ນີ້​ວ່າ ​ເຮືອບິນ​ເຮ​ລິ​ຄອບ​ເຕີ UH-1 Iroquois
ຮູ້​ກັນໃນ​ອີກຊື່ນຶ່ງ​ວ່າ “Huey” ​ໄດ້​ຕົກ​ພຽງ​ບໍ່​ເທົ່າ​ໃດ​ນາ​ທີ
ຫຼັງ​ຈາກ​ໄດ້​ບິນ​ຂື້ນ​ຈາກຖານ​ທັບ​ອາກາດແຫ່ງນຶ່ງ​ ​ໃນ​
ນະຄອນ Ho Chi Minh.

ນາຍພົນ Tuan ກ່າວ​ວ່າ “​ເຮືອບິນ​ເຮ​ລິ​ຄອບ​ເຕີ UH-1 ຂອງ​ກອງທັບ​ອາກາດ​ຫວຽດນາມ
​ໄດ້​ທຳ​ການ​ເຝິກຊ້ອມ. ​ເຮືອບິນ​ໄດ້​ບິນ​ຂຶ້ນ​ໃນ​ເວລາ 7 ​ໂມງ 15 ນາ​ທີ ຕອນ​ເຊົ້າ​ຈາກ ​ເດີ່ນ
​ບິນ Tan Son Nhat. 8 ນາທີຫລັງ​ຈາກ​ບິນຂຶ້ນກໍ ໄດ້ສູນເສຍການຕິດຕໍ່ກັບຫໍຄວບຄຸມ
ອາກາດສະຍານ. ທ່ານເວົ້າວ່າ ຫລັງຈາກ ນັ້ນ ກໍໄດ້ໄດ້ຮັບການຢືນຢັນ​ວ່າ ຕົກ​ທີ່ຄຸ້​ມ
Pham Van Hai ໃນ​ເຂດ​ເມືອງ Binh Chanh ​ຂອງ​ນະຄອນ Ho Chi Minh. ​ເຮືອບິນ
​ເຮ​ລິ​ຄອບ​ເຕີ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ທັງ​ໝົດ ​ແລະ​ສີ່​ຄົນ​ໄດ້​ເສຍ​ຊີວິດ. ພວກ​ເຮົາ​ກຳລັງ
ກວດສອບ ກ່ຽວກັບ​ສາ​ເຫດທີ່ພາໃຫ້ເຮືອບິນຕົກ.

​ເຮືອບິນ​ເຮ​ລິ​ຄອບ​ເຕີ ທີ່​ເຮັດ​ຢູ່​ໃນສະຫະລັດຈຳນວນນຶ່ງ​ຍັງຕົກ​ຄ້າງ​ຢູ່​ໃນຫວຽດນາມ ຫລັງ
​ຈາກ​ໃຊ້​ຢູ່ໃນ​ ສົງຄາມ​ຫວຽດນາມ ທີ່​ສີ້​ນສຸດ​ລົງ​ເມື່ອສີ່​ທົດ​ສະ​ວັດ​ກ່ອນ.

XS
SM
MD
LG