ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຫຼາຍຮ້ອຍຄົນ ໃນຫວຽດນາມ ປະທ້ວງ ການຕິດຕັ້ງ ຖານເຈາະບໍ່ນ້ຳມັນ ຂອງຈີນ (ວີດີໂອ)


ປະມານ 500 ຄົນ ພາກັນໄປໂຮມຊຸມນຸມ ຢູ່ສວນສາທາລະນະແຫ່ງນຶ່ງ ໃນນະຄອນຫລວງຮາໂນ່ຍ ເພື່ອປະທ້ວງການຕິດຕັ້ງ ຖານເຈາະນ້ຳມັນຂອງຈີນ ໃນເຂດທະເລຈີນໃຕ້, ວັນທີ 11 ພຶດສະພາ 2014. (Marianne Brown/VOA)
ປະມານ 500 ຄົນ ພາກັນໄປໂຮມຊຸມນຸມ ຢູ່ສວນສາທາລະນະແຫ່ງນຶ່ງ ໃນນະຄອນຫລວງຮາໂນ່ຍ ເພື່ອປະທ້ວງການຕິດຕັ້ງ ຖານເຈາະນ້ຳມັນຂອງຈີນ ໃນເຂດທະເລຈີນໃຕ້, ວັນທີ 11 ພຶດສະພາ 2014. (Marianne Brown/VOA)
ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ​ ພາກັນໄປໂຮມ​ຊຸມນຸມ ຢູ່​ນອກ
​ສະຖານທູດ​ຈີນ​ທີ່​ນະຄອນຫຼວງ​ຂອງຫວຽດນາມ ​ໃນ​ວັນ​
ອາທິດ​ມື້​ນີ້ ​ເພື່ອ​ທຳ​ການ​ປະ​ທ້ວງຕໍ່ການສົ່ງ​ຖານ​ເຈາະ​ບໍ່
ນ້ຳມັນ​ຂອງ​ຈີນ ​ໄປຕິດ​ຕັ້ງ​ຢູ່​ໃນ​ເຂດ​ນ່ານນ້ຳ​ທະ​ເລ​ຈີນ​ໃຕ້
ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ ​ໃກ້ໆ​ກັບ​ໝູ່​ເກາະ Paracel.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ທັງນອກ​ເຄື່ອງ​
ແບບ​ແລະ​ໃນເຄື່ອງ​ແບບ ເຝົ້າ​ຈັບ​ຕາ​ເບິ່ງ​ພວກ​ປະ​ທ້ວງ
​ແລະ​ຕັ້ງ​ສິ່ງ​ກີດຂວາງ​ຂຶ້ນ ​ເພື່ອກັ້ນ​ພວກ​ປະ​ທ້ວງ​ໄວ້ ​ໃຫ້
​ຢູ່​ອີກບ່ອນ​ນຶ່ງ​ຂອງ​ຖະໜົນຢູ່​ຕໍ່ໜ້າສະຖານທູດ​ນັ້ນ.

​ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ​ຈີນ ທີ່​ຖື​ວ່າ​ເປັນຄັ້ງໃຫຍ່​ທີ່​ສຸດຄັ້ງ​ນຶ່ງຂອງ​ຫວຽດນາມ​ ​ເທົ່າທີ່​
ເຄີຍ​ເຫັນມາ​ນັ້ນ ພວກປະ​ທ້ວງ​ພາກັນໂບກ​ປ້າຍ​ຄຳ​ຂວັນ​ຕ່າງໆ ​ແລະ​ຮ້ອງ​ໂຮ​ຕໍ່ຕ້ານ​ຈີນ.

ຫວຽດນາມ​ໄດ້​ສົ່ງ​ເຮືອ​ຫຼາຍ​ລຳ​ໄປ​ຍັງ ​ບ່ອນ​ທີ່​ຈີນຕິດ​ຕັ້ງ​ອຸບປະກອນ​ເຈາະ​ບໍ່ນ້ຳມັນ
​ນັ້ນ ບໍ່​ດົນ​ຫຼັງ​ຈາກ​ຈີນ​ໄດ້​ສົ່ງ​ເຄື່ອງ​ອຸບປະກອນ​ດັ່ງກ່າວ​ໄປໃນ​ວັນ​ທີ 1 ພຶດສະພາ ​
ແຕ່​ບໍ່​ສາມາດ​ຜ່ານ​ຜ່າ​ວົງ​ລ້ອມ ຂອງ​ພວກ​ເຮືອ​ຈີນ​ ທີ່ປົກ​ປ້ອງ​ບໍລິ​ເວນ​ນັ້ນ ​ເຂົ້າ​ໄປ
ໄດ້.

ຈີນ​ອ້າງ​ກຳມະສິດ​ເໜືອ​ນ່ານນ້ຳ​ທະ​ເລ​ຈີນ​ໃຕ້​ເກືອບທັງ​ໝົດ ຊຶ່ງ​ເປັນ​ການ​ອ້າງ​ເອົາ​ກຳມະສິດກວມກັນ​ກັບ​ຫວຽດນາມ ບຣູ​ໄນ ມາ​ເລ​ເຊຍ ຟີ​ລິບ​ປິນ ​ແລະ​ໄຕ້​ຫວັນ.
vietnamchinaprotest11may14
please wait

No media source currently available

0:00 0:00:44 0:00
XS
SM
MD
LG