ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ​ຫວຽດນາມ ຢ້ຽມຢາມ ກຸງວໍຊິງຕັນ ຢ່າງເປັນທາງການ (ວີດີໂອ)


ທ່ານ ​ເຈືອງ ຕັນ ສັງ ປະທານາທິບໍດີ​ຫວຽດນາມ
ທ່ານ ​ເຈືອງ ຕັນ ສັງ ປະທານາທິບໍດີ​ຫວຽດນາມ
ທ່ານ ​ເຈືອງ ຕັນ ສັງ ປະທານາທິບໍດີ​ຫວຽດນາມ ທໍາ​ການຢ້ຽມຢາມ
ສະຫະລັດ ​ໃນອາທິດ​ນີ້ ​ໂດຍ​ມີ​ກໍານົດ​ຈະ​ພົບ​ປະ​ກັບ​ປະທານາທິບໍ
ດີ​ໂອ​ບາ​ມາ​ ທີ່​ທໍານຽບຂາວໃນ​ວັນ​ພະຫັດ​ມື້​ນີ້. ບັນດາ​ນັກວິ​ເຄາະ​
ເວົ້າ​ວ່າ ການ​ມາ​ຢ້ຽມຢາມ​ສະຫະລັດ​ຂອງ​ປະທານາທິບໍດີ​ຫວຽດ
ນາມຄັ້ງ​ນີ້ ມີ​ຂຶ້ນ​ໃນ​ຊ່ວງ​ເວລາ​ທີ່​ຫວຽດນາມ ​ຊຶ່ງ​ເປັນ​ປະ​ເທດ​ໃນ
​ຂົງເຂດເອ​ເຊຍ​ຕາ​ອອກ​ຕົກ​ສຽງ​ໃຕ້ນັ້ນ ກໍາລັງ​ປະ​ເຊີນ​ກັບ​ຄວາມ
​ກົດ​ດັນ​ທີ່ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆ ​ໃຫ້ຕັດສິນ​ໃຈ​ກ່ຽວກັບ​ອະນາຄົດ
​ຂອງ​ຕົນ.

ບັນດາ​ສະມາຊິກ​ສະພາ​ສະຫະລັດ ​ແລະ ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ
​ມະນຸດ ​ໄດ້​ຮຽກຮ້ອງ​ລັດຖະບານ​ໂອ​ບາ​ມາ ໃຫ້ ສວຍ​ເອົາໂອກາດ​ນີ້​
ຜັກ​ດັນ​ຫວຽດນາມ​ໃຫ້​ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ເປັນ​ປະ​ຊາ​ທິປະ​ໄຕຫຼາຍຂຶ້ນ.

ທ່ານ ຈອນ ​ແຄຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ເປັນ​ເຈົ້າພາບ​ລ້ຽງອາຫານ​ທ່ຽງ
ເຮັດ​ວຽກ​ໄປ​ພ້ອມ ໃຫ້​ແກ່ປະທານາທິບໍດີ​ຫວຽດນາມ ​ໃນ​ວັນ​ພຸດ​ວານ​ນີ້. ທ່ານ​ແຄຣີ ໄດ້​
ສະ​ແດງໃຫ້​ເຫັນ​ຄວາມ​ຫວັງ​ໃນ​ຄໍາ​ປາ​ໄສ ຂອງ​ທ່ານ ຊື່​ງທ່ານ​ໄດ້​ກ່າວ​ໃນຕອນ​ນຶ່ງ​ວ່າ:

“ຊາວ​ຫວຽດນາມ​ໄດ້ຖອດ​ຖອນ​ບົດຮຽນ​ຈາກ​ປະຫວັດສາດ​ຂອງ​ຕົນ​ເອງ​ວ່າ ພວກ​ເຮົາ​
ທັງ​ໝົດບໍ່​ມີ​ສັດຕູ​ຕະຫຼອດ​ໄປ ມີ​ແຕ່​ຈະ​ສ້າງ​ມິດ​ໄປ​ເລື້ອຍໆ​ເທົ່າ​ນັ້ນ.”


ເກືອບ​ສີ່​ສິບ​ປີຫຼັງຈາກທີ່​ສົງຄາມ​ຫວຽດນາມ​ໄດ້​ສິ້ນ​ສຸດ​ລົງ​ ຫວຽດນາມແມ່ນ​ກໍາລັງຫັນ
ມາຫາ​ສະຫະລັດຫຼາຍຂຶ້ນ​ ​ເພື່ອ​ຊອກ​ຫາ​ການ​ຄໍ້າປະກັນທາງ​ຍຸທະ​ສາດ ເພື່ອ​ຕ້ານ​ຢັນ
ອ້າຍ​ໃຫຍ່ຄອມ​ມິ​ວນິສ​ຂອງ​ຕົນ ກໍຄື​ຈີນ ນັ້ນ​ເອງ.

Vietnamese President in Washington Seeking New Relationship
please wait

No media source currently available

0:00 0:03:45 0:00
ລິງໂດຍກົງ

ທ່ານ Brantly Womack ນັກລັດຖະສາດ​ການເມືອງ​ປະ​ຈໍາ​ມະຫາວິທະຍາໄລ​ລັດເວີ​ຈິ​ເນຍ
ທີ່​ໄດ້​ຕິດຕາມ​ເບິ່ງຄວາມ​ສໍາພັນ​ລະຫວ່າງ​ສະຫະລັດ​ແລະ​ຫວຽດນາມ​ ມາ​ເປັນ​ເວລາ​ດົນນານນັ້ນ
​ກ່າວ​ຕໍ່​ວີ​ໂອ​ເອວ່າ: “​ເວລາ​ຫວຽດນາມ​ຮູ້ສຶກ​ວ່າ​ຕົນ​ບໍ່ປອດ​ໄພນັ້ນ ຫວຽດນາມຈະ
ຮູ້ສຶກ​ແບບ​ນັ້ນຍ້ອນ ປະ​ເທດ​ໃດ? ຍ້ອນລາວ​ບໍ່? ຍ້ອນກໍາປູ​ເຈຍ​ບໍ່? ຍ້ອນ​ໄທ​ບໍ່?
ຫຼືວ່າ​ຍ້ອນ​ສະຫະລັດ​ ທີ່ຢູ່​ຫ່າງ​ໄກ​ເກີນ​ໄປ? ສະ​ນັ້ນ ກໍ​ຕ້ອງແມ່ນ​ຍ້ອນ​ຈີນ.”


ສໍາລັບ​ພວກ​ທີ່​ປະສົງ​ຈະ​ເຫັນ​ຫວຽດນາມ​ຫັນ​ປ່ຽນ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕນັ້ນ ຄວາມ​
ເຄັ່ງ​ຕຶງ​ລະຫວ່າ​ງຫວຽດນາມແລະ​ຈີນ ຕະຫຼອດ​ທັງ​ການຫັນ​ໄປ​ເພິ່ງ​ພາສະຫະລັດ ໃນດ້ານ​
ການ​ຄ້າ​ແລະ​ການ​ລົງທຶນ​ ຫຼາຍ​ຂຶ້ນ​ໄປ​ນັບ​ມື້​ ຂອງ​ຫວຽດນາມນັ້ນ ​ແມ່ນເປັ​ນການສະໜອງ​
ໂອກາດ​ ສໍາລັບ​ການຫັນ​ປ່ຽນ​ ໄປ​ສູ່ປະຊາທິປະ​ໄຕ​ ຢູ່​ໃນ​ຫວຽດນາມ.
XS
SM
MD
LG