ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເສຍຊີວິດ ຂອງທ່ານ Ngo ປະຄຳຖາມ ສໍ້ລາດບັງ​ຫຼວງ ໄວ້ເບື້ອງຫຼັງ


US actresses Parker Posey (L) and Emma Stone pose during a photocall for the film "Irrational Man" at the 68th Cannes Film Festival in Cannes, southeastern France.
US actresses Parker Posey (L) and Emma Stone pose during a photocall for the film "Irrational Man" at the 68th Cannes Film Festival in Cannes, southeastern France.
ບັນດາ​ທະນາຍຄວາມສິດທິ​ມະນຸດ ຫວຽດນາມ ແລະ​ພວກນັກ
​ເຄື່ອ​ນໄຫວ​ອື່ນໆກ່າວ​ວ່າ ການ​ເສຍ​ຊີວິດ​ຢ່າງ​ກະທັນຫັນ ​ຂອງ
ຮອງ​ລັດຖະມົນຕີ ຮັກສາ​ຄວາມໝັ້ນຄົງ​ພາຍ​ໃນ ​ຂອງ​ປະ​ເທດ
ທ່ານ Pham Quy Ngo ​ໄດ້​ສ້າງຄວາມ​ຕື່ນຕົກໃຈ​ໃຫ້​ແກ່​ຫຼາຍ
​ຄົນແຕ່​ຍັງໄດ້ປະປ່ອຍໃຫ້ການ​ກ່າວ​ຫາກ່ຽວກັບການສໍ້​ລາດ​ບັງ​
ຫລວງຕໍ່ທ່ານ ບໍ່​ໄດ້​ຮັບຄຳຕອບ.

ທ່ານ Ngo ຜູ້​ທີ່​ຈະ​ໄດ້ຮັບການຈັດພິທີສົ່ງສະການ ​ໃນຖານະ
ເຈົ້າໜ້າທີ່​ລະດັບ​ສູງນັ້ນເສຍ​ຊີວິດ​ໃນ​ວັນ​ອັງຄານແລ້ວນີ້ ຫຼັງ​
ຈາກ​ມີ​ລາຍ​ງານ​ວ່າ ​ໄດ້​ຕໍ່ສູ້​ກັບ​ມ​ະ​ເຮັງຕັບ ມາຊົ່ວໄລຍະນຶ່ງ​.

ທ່ານ Ngo ​ໄດ້​ເສຍ​ຊີວິດ ນຶ່ງ​ມື້​ຫລັງ​ຈາກເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ນຶ່ງ ​ໄດ້​ສະ​ເໜີໃຫ້ປົດທ່ານ
ອອກຈາກໜ້າທີ່​ ຊຶ່ງພົວພັນ​ກັບການ​ສື​ບສວນ​ ກ່ຽວກັບກັບ​ກິດຈະການ​ຂອງທ່ານ.

ທ່ານໄດ້​ປະຕິ​ເສດ​ມາ​ກ່ອນ​ ໃນ​ການ​ກ່າວ​ຫາຕໍ່ທ່ານ.

ຂ່າວການ​ເຈັບ​ປ່ວຍ​ຂອງທ່ານໄດ້​ຮົ່ວ​ໄຫລຼອອກ​ມາ​ໃນ​ເດືອນ​ແລ້ວ​ນີ້ ຫຼັງ​ຈາກທ່ານ Duang
Chi Dung ອ​ະດີດ​ຫົວໜ້າ ບໍລິສັດ​ຂົນ​ສົ່ງ​ລັດວິສາຫະກິດ ທີ່ຖືກປົດຢ່າງອັບອາຍ ກ່າວ​ວ່າ
ທ່ານໄດ້ຮູ້​ຈາກທ່ານ Ngo ວ່າ ທ່ານຕົກເປັນ​ເປົ້າ​ ໃນການລົງໂທດ. ດ້ວຍ​ການ​ຮູ້ເລືອງລ່ວງ
​ໜ້າ ທ່ານ Dung ກ່າວວ່າ ທ່ານ​ສາມາດທີ່​ຈະ​ຫລົບໜີ​ຈາກຫວຽດນາມໄດ້.

ອະດີດ​ຫົວໜ້າບໍລິສັດ​ຂົນ​ສົ່ງ ​ໄດ້​ຖືກ​ສົ່ງ​ໂຕ​ໃຫ້ໃນເວລາຕໍ່ມາຈາກກໍາປູ​ເຈຍ ໄດ້​ຖືກ​ດໍາ​ເນີນ​ຄະດີ ​ແລະຖືກ​ລົງ​ໂທດ​ປະຫານຊີວິດ ​ໃນ​ຖານ​ຍັກ​ຍອກ​ເງິນ. ທ່ານ ​ໄດ້​ໃຫ້ການ​ວ່າ ທ່ານໄດ້​
ຈ່າຍເງິນ​ສິນ​ບົນຫລາຍ​ກວ່າ 1 ລ້ານ 5 ​ແສນ ​ໃຫ້​ແກ່ທ່ານ Ngo.
XS
SM
MD
LG