ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊາຍ ຫວຽດນາມ ໄວ 52 ປີ ເສຍຊີວິດ ຍ້ອນຕິດ ໄຂ້ຫວັດ​ ສັດ​ປີກ


incêndio destrói edifício da Cultura em Benguela, 28 de Março, 2015, Angola
incêndio destrói edifício da Cultura em Benguela, 28 de Março, 2015, Angola
ຊາຍ​ໄວ 52 ປີຄົນນຶ່ງ ​ໃນ​ນະຄອນ Ho Chi Minh ​ໄດ້​ກາຍ​ມາ
​ເປັນ​ຜູ້​ທໍາ​ອິດ​ໃ​ນຫວຽດນາມ​ ທີ່ໄດ້​ເສຍ​ຊີວິດ ​ຍ້ອນ​ໂຣກ​ໄຂ້ຫວັດ
​ສັດ​ປີກ ​ໃນ​ຮອບ 9 ​ເດືອນ.

​ບັນດາເຈົ້າ​ໜ້າ​ທີ່ສາທາລະນະສຸກຫວຽດນາມ ໄດ້​ກ່າວ​ໃນ​ວັນ
​ອັງຄານ​ມື້​ນີ້ວ່າ ຊາຍ​ຄົນ​ທີ່​ກ່າວ​ມາ​ນັ້ນ​ໄດ້​ເຂົ້າຮັບການປິ່ນປົວ
ທີ່​ໂຮງ​ພະຍາບານ​ໃນວັນ​ທີ 11 ​ເດືອນມັງກອນ ໂດຍມີອາການ
ໄຂ້ຂຶ້ນ​ສູງ ​ແລະ​ໄດ້​ເສຍ​ຊີວິດ​ໃນ​ອາທິດ​ຕໍ່​ມາ. ມີ​ການກວດ​ພົບ
​ວ່າ ລາວ​ໄດ້​ຕິດ​ເຊື້ອໄວຣັສ H5N1.

ກ່ອນ​ໜ້າ​ນີ້ ​ໄດ້​ມີ​ລາຍ​ງານ​ວ່າ​ຊາຍ​ຄົນ​ນີ້ ໄດ້​ຂ້າ​ເປັດຕົວ​ນຶ່ງ​ໃນ​
ຟາມ​ຂອງ​ລາວ ​ແລະ​ກໍ​ໄດ້​ຈັບ​ຕ້ອງ​ພວກ​ໄກ່​ໃນ​ຕະຫຼາດ ບ່ອນ​ທີ່​ພວກ​ສັດ​ປີກ​ຈຳນວນນຶ່ງ
ໄດ້ພາກັນ​ຕາຍ ໂດຍ​ບໍ່​ຊາບສາ​ເຫດ ໃນເວລາຕໍ່ມາ.

ກໍລະນີ​ການ​ເສຍ​ຊີວິດ​ຄັ້ງ​ນີ້ ​ແມ່ນ​ເປັນ​ລາຍ​ທໍາ​ອິດ ​ຕັ້ງ​ແຕ່​ເດືອນ​ເມສາ​ປີແລ້ວ​ ຊຶ່ງ​ໄດ້​ມີ​
ເດັກນ້ອຍ​ອາຍຸ 4 ປີຄົນນຶ່ງ ​ເສ​ຍຊີວິດ​ນັ້ນ.

ອົງການ​ອະນາ​ໄມ​ໂລກກ່າວ​ວ່າ ​ໄດ້​ມີ 63 ຄົນ​ແລ້ວ​ທີ່ເສຍ​ຊີວິດ​ຍ້ອນໂຣກ​ໄຂ້ຫວັດ​ສັດ​ປີກ
​ໃນ​ຫວຽດນາມ ຕັ້ງ​ແຕ່​ປີ 2003 ​ເປັນ​ຕົ້ນ​ມາ.

​ອົງການ​ອະນາ​ໄມ​ໂລກກ່າວ​ວ່າ ຢູ່ໃນ​ທົ່ວ​ໂລກ ​ໄດ້​ມີ 385 ຄົນ​ເສຍຊີວິດ​ແລ້ວ​ ຈາກ​ຈໍານວນ
​ທັງ​ໝົດ 649 ຄົນ ທີ່ໄດ້ຮັບການຢືນຢັນວ່າ​ ຕິດ​ເຊື້ອໄວຣັສ​ H5N1 ​ໃນ​ໝູ່ມວນ​ມະນຸດ.

ເຊື້ອໄວຣັສໄຂ້ຫວັດ​ສັດ​ປີກດັ່ງກ່າວ​ນີ້​ແມ່ນ​ຈະຕິດແປດໃສ່​ພວກ​ຜູ້​ຄົນ​ທີ່​ໄດ້​ແຕະຕ້ອງພວກ​
ສັດ​ປີກ​ທີ່​ຕິດເຊື້ອ​ເທົ່າ​ນັ້ນ.

​ພວກ​ນັກວິທະຍາສາດ​ບາງ​ຄົນຢ້ານ​ກົວ​ວ່າ ​ເຊື້ອໄວຣັສ H5N1 ອາດ​ຈະ​ກາ​ຍພັນ​ເປັນ​ໂຣ​ກ
ທີ່​ສາມາດ​ຕິດ​ແປດລະຫວ່າງມະນຸດໄດ້ ຊຶ່ງອາດ​ຈະສາ​ມາດ​ພາ​ໃຫ້​ມີ​ຄົນ​ຕາຍເປັນຈຳນວນ
ຫຼວງ ຫລາຍໄດ້.
XS
SM
MD
LG