ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ຄັດຄ້ານ ລັດຖະບານ ຫວຽດນາມ ຖືກໂຈມຕີ ທີ່ ຮາໂນ່ຍ


ທ່ານ Nguyen Bac Truyen ຜູ້ຄັດຄ້ານ​ລັດຖະບານ ຫວຽດ
ນາມ ທີ່​ມີ​ຊື່​ສຽງ​ຄົນ​ນຶ່ງ ​ແລະພັນ​ລະຍາ ທີ່ ສະຖານທູດອອສເຕຣເລຍ
ທ່ານ Nguyen Bac Truyen ຜູ້ຄັດຄ້ານ​ລັດຖະບານ ຫວຽດ ນາມ ທີ່​ມີ​ຊື່​ສຽງ​ຄົນ​ນຶ່ງ ​ແລະພັນ​ລະຍາ ທີ່ ສະຖານທູດອອສເຕຣເລຍ
ຜູ້ຄັດຄ້ານ​ລັດຖະບານຫວຽດນາມ ທີ່​ມີ​ຊື່​ສຽງ​ຄົນ​ນຶ່ງ ​ແລະພັນ​ລະ
ຍາຂອງ​ລາວ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຖືກຕໍາຫລວດໂຈມ​ຕີ​ຢ່າງທາ
ລຸນ​ໃນ​ວັນ​ຈັນ​ວານ​ນີ້ໃນ​ຂະນະ​ທີ່​ເຂົ້າ​ເຈົ້າກໍາລັງ​ເດີນທາງ​ໄປ​ຍັງ
ສະຖານ​ທູດອອສ​ເຕຣ​ເລຍ ​ເພື່ອ​ສົນທະນາ​ ກ່ຽວກັບ​ເລື້ອງສິດທິ​
ມະນຸດ.

ທ່ານ Nguyen Bac Truyen ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກພາສາ​
ຫວຽດນາມວ່າ ຕົນ​ແລະພັນ​ລະ​ຍາໄດ້​ຖືກ​ດັກ​ໂຈມ​ຕີຢູ່​ນອກສະ
ຖານທູດຍີ່​ປຸ່ນ ໃນ​ວັນ​ຈັນ​ວານ​ນີ້. ທ່ານ Nguyen ​ເວົ້າ​ວ່າ “ຂ້າ
ພະ​ເຈົ້າຖືກ​ໂຈມ​ຕີ​ ​ໂດຍຕໍາຫລວດ​ນອກ​ເຄື່ອງ​ແບບສີ່​ຄົນໃນ​ຂະ
ນະທີ່​ຂ້າພະ​ເຈົ້າກໍາລັງ​ເດີນທາງ​ໄປສະຖານທູດອອສ​ເຕຣ​ເລຍ.
ພວກ​ຜູ້​ຊາຍ​ເຫລົ່າ​ນີ້ ໄດ້​ພາກັນ​ຕິດຕາມຂ້າພະ​ເຈົ້າຢ່າງ​ໃກ້ຊິດ ນັ​ບຕັ້ງ​ແຕ່ຂ້າພະ​ເຈົ້າ​ໄດ້
ເດີນທາງ​ມາ​ເຖິງນະຄອນຮາ​ໂນ່ຍ. ​ເຂົາ​ເຈົ້າຢຸດ​ລົດຕັກຊີຂອງຂ້າພະ​ເຈົ້າ ໃນ​ທັນ​ທີແລະ ໂຈມຕີ​ພວກ​ຂ້າພະ​ເຈົ້າ ​ໂດຍ​ບໍ່ເວົ້າ​ຫຍັງເລີຍ. ​ເຂົາ​ເຈົ້າຊົກ​ໜ້າຂ້າພະ​ເຈົ້າ ແລະຊົກໜ້າ​
ເມຍຂ້າພະ​ເຈົ້າ ​ແລະທຸບ​ຕີພວກ​ຂ້າພະ​ເຈົ້າຢ່າງໂຫດຮ້າຍ.”

ທ່ານ Nguyen ກ່າວ​ວ່າ ລາວຈື່​ຜູ້​ໂຈມ​ຕີ​ສອງ​ຄົນ​ໄດ້ ​ເພາະວ່າ ​ເຂົາ​ເຈົ້າໄດ້​ຕິດຕາມລາວ
ນັບ​ຕັ້​ງ​ແຕ່​ລາວ​ໄປ​ເຖິງນະຄອນ​ຮາໂນ່ຍ ອາທິດ​ແລ້ວ​ນີ້.

ຮູບ​ພາບ​ທີ່ ທ່ານ Nguyen ​ເອົາ​ອອກ​ເຜີຍ​ແຜ່​ທາງ Facebook ສະ​ແດງ​ໃຫ້​ວ່າ ໜ້າທ່ານ
​ມີ​ເລືອດ​ໄຫລ​ອອກມາ ຈາກ​ບາດແຜ​ຢູ່​ທີ່​ຫົວ ດັງ​ຫັກ ​ແລະ​ຕາໄຄ່. ຫລັງ​ຈາກ​ຖືກ​ໂຈມ​ຕີ ທັງ​
ສອງ​ຄົນກໍໄດ້ພະຍາຍາມໄປ​ຍັງສະຖານທູດ ອອສ​ເຕຣເລຍ ຈົນ​ຮອດ ​ແລະ​ກໍ​ໄດ້​ພົບ​ປະ​ກັບ​
ພວກ​ເຈົ້າ​ໜ້າ​ທີ່​ສະຖານທູດ​ຕາມ​ຄາດໝາຍ. ຫລັງ​ຈາກ​ນັ້ນ ພະນັກງານ ສະຖານທູດອອສ​
ເຕຣ​ເລຍ ​ໄດ້​ພາ​ເຂົາ​ເຈົ້າ ໄປຮັບ​ກາ​ນປິ່ນປົວ ຢູ່​ໂຮງໝໍ ທີ່ຢູ່ໃກ້​ນັ້ນ.

ຕໍາຫລວດຫວຽດນາມ ​ໃນ​ນະ​ຄອນ​ຫລວງຮາ​ໂນ່ຍ ບໍ່​ມີ​ຄໍາ​ເຫັນ​ໃດໆ ຕໍ່​ການ​ກ່າວ​ຫາ​ຈາກ
ທ່ານ Nguyen ທີ່​ເວົ້າວ່າ ທ່ານໄປ​ຮາ​ໂນ່ຍເພື່ອ​ປຸກລະດົມໃຫ້​ນາໆ​ຊາດ​ໃຊ້​ຄວາມ​ກົດ​ດັນ
ຕໍ່ຫວຽດນາມ​ຫລາຍ​ຂື້ນ ​ເພື່ອໃຫ້ປັບປຸງ​ປະຫວັດ ດ້ານສິດທິ​ມະນຸດ.
XS
SM
MD
LG