ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຂຽນຂ່າວ ອິນເຕີແນັດ ຫວຽດນາມ ຖືກດຳເນີນຄະດີ ໃນຂໍ້ຫາ ຂຽນບົດຄວາມ ຕ້ານລັດຖະບານ


ນັກຂຽນ ທ່ານ JB Nguyen Huu Vinh (ໜ້າ) ກຳລັງຖ່າຍຮູບ ໃນຂະນະທີ່ປະທ້ວງຕໍ່ຕ້ານຈີນ ໃນນະຄອນ Hanoi.
ນັກຂຽນ ທ່ານ JB Nguyen Huu Vinh (ໜ້າ) ກຳລັງຖ່າຍຮູບ ໃນຂະນະທີ່ປະທ້ວງຕໍ່ຕ້ານຈີນ ໃນນະຄອນ Hanoi.

ນັກ​ຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດ​ຫວຽດນາມ​ທີ່ມີ​ຊື່​ສຽງ​ຄົນ​ໜຶ່ງ ແລະ​ຜູ້​
ຊ່ວຍ​ຂອງ​ລາວ ​ໄດ້​ຖືກ​ດຳ​ເນີນ​ຄະດີ​ຢູ່​ໃນ​ນະຄອນຫຼວງ Hanoi
​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ຂໍ້​ຫາພິມ​ເຜີຍ​ແຜ່ບົດ​ຄວາມຕິຕຽນ​ລັດຖະບານ.

ທ່ານ Nguyen Huu Vinh ​ແລະ Nguyen Thi Minh Thuy ​
ໄດ້​ຖືກ​ຄຸມຂັງມາ ນັບ​ແຕ່​ເຂົາ​ເຈົ້າ​ໄດ້​ຖືກ​ຈັບ​ໃນ​ປີ 2014. ບັນດາ​
ໄອ​ຍະ​ການ ກ່າວ​ວ່າ ບົດ​ຄວາມ​ຫລາຍ​ໆ​ສະບັບ​ຂອງທ່ານ
Nguyen Huu Vinh ອາຍຸ 60 ປີນັ້ນ ທີ່ໄດ້​ພິມ​ເຜີຍ​ແຜ່​ທາງ​ອິນ​
ເຕີ​ແນັດ​ນັ້ນ ​ເປັນ​ບົດ​ຄວາມ​ທີ່​ບິດ​ເບືອນ ເປັນແນວ​ຄິດ​ແຕ່ ພຽງ
ຂ້າງ​ດຽວ​ຂອງພັກ​ຄອມ​ມິ​ວນິສ ທີ່​ກຳລັງ​ປົກຄອງ​ປ​ະ​ເທດ​ຢູ່​ໃນ​ເວລາ ຊຶ່ງ​ຈະ​ເປັນຜົນ​ກະທົບ​ຕໍ່​ຄວາ​ມເຊື່ອ​ໝັ້ນຂອງ​ປະຊາຊົນ​ກັບ​ບັນດາ​ຜູ້ນຳ​ຂອງ​ຕົນ.

ທ່ານ Vinh ​ເປັນ​ທີ່​ຮູ້ກັນ​ໃນ​ອີກຊື່​ນຶ່ງ​ວ່າ Anh Ba Sam ​ໄດ້​ເລີ້ມລາຍ​ງານ​ຂ່າວທາງອິນ​
ເ​ຕີແນັດ “Ba Sam” ຂຶ້ນ​ໃນ​ປີ 2007. ລາຍ​ງານ​ຂອງ​ທາງ​ໄດ້​ເຊື່ອມ​ຕໍ່​ໃສ່ເລື້ອງຕ່າງໆ​
ຈາກແຫ​ລ່ງຂ່າວລັດຖະບານ ພ້ອມ​ລາຍ​ງານ​ຂ່າວ​ຂອງ​ບັນດາ​ນັກ​ເຄື່ອ​ນ​ໄຫວ​ທັງຫລາຍ.
ບັນດາ​ໄອ​ຍະ​ການ ກຳລັງ​ຮຽກຮ້ອງໃຫ້​ຈຳ​ຄຸກ​ທ່ານ Vinh ຫ້າຫາ​ຫົກ​ປີ ​ແລະ​ສອງ​ຫາ​ສາມ
​ປີ​ແກ່ ທ່ານນາງ Thuy.

ບັນດາ​ຜູ້​ສະໜັບສະໜູນ​ທ່ານ Vinh ຫລາຍ​ສິບຄົນ​ ພາກັນ​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ສານ ​ໃນ
​Hanoi ນະຄອນຫລວງ​ຫວຽດນາມ ​ເພື່ອ​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ​ທ່ານ.

ບັນ​ດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ໄດ້​ຕິຕຽນ​ຫວຽດນາມ ​ໃນ​ການ​ຈັບ​ກຸມ​ນັກ​ຂຽນ ​ແລະ​ບັນ
ດາ​ນັກ​ເຄື່ອນ​ໄຫວຕາມ​ອຳ​ເພີ​ໃຈ ​ໃນ​ການສ​ະ​ແດງ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ​ອອກ​ມາ​ແບບ​ສັນຕິ.

XS
SM
MD
LG