ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການຕົກແຕ່ງອະໄວຍະວະເພດຍິງ ກໍາລັງເປັນບັນຫາ ຖົກຖຽງກັນ ຢູ່ຫວຽດນາມ


ຄູ່ສົມລົດໃໝ່ຊາວຫວຽດນາມຄູ່ນຶ່ງ ຍ່າງຢູ່ໃນສວນ Reunification Park ໃນນະຄອນຫລວງຮ່າໂນຍ (AP Photo/Chitose Suzuki)
ຄູ່ສົມລົດໃໝ່ຊາວຫວຽດນາມຄູ່ນຶ່ງ ຍ່າງຢູ່ໃນສວນ Reunification Park ໃນນະຄອນຫລວງຮ່າໂນຍ (AP Photo/Chitose Suzuki)

ແພດຍິງຜ່າຕັດສັນຍະກໍາຕົກແຕ່ງ ທີ່ຄລີນິກເອກະຊົນແຫ່ງນຶ່ງ ໃນນະຄອນຫລວງຮ່າໂນຍ ໄດ້ດຶງຄວາມສົນໃຈໄປໃສ່ບັນຫາທາງເພດໃນຫວຽດນາມ ຫລັງຈາກທີ່ນາງໄດ້ສະເໜີທໍາ ການຜ່າຕັດສັນຍະກໍາຕົກແຕ່ງອະໄວຍະວະເພດໃຫ້ແມ່ຍິງ ໂດຍບໍ່ຄິດຄ່າ ເພື່ອສະເຫລີມ ສະຫລອງວັນແມ່ຍິງສາກົນ ເມື່ອວັນທີ 8 ເດືອນມີນານີ້. ຜູ້ສື່ຂ່າວວີໂອເອ Marianne Brown ສົ່ງລາຍງານຈາກຮ່າໂນຍ ຊຶ່ງດາຣາຈະນໍາມາສະເໜີທ່ານ.

ຟັງລາຍງານໂດຍເຕັມ:

ຫລາຍໆ​ມື້​ກ່ອນ​ຈະ​ຮອດວັນ​ແມ່ຍິງສາກົນ​ ຄື​ວັນ​ທີ 8 ​ຜ່ານ​ມາ​ນັ້ນ Dr. Thi Kim Dung ປະກາດວ່າ​ ຄລີນິກສ່ວນ​ໂຕຂອງ​ລາ​ວຈະ​ທໍາ​ການ ຜ່າຕັດ​ຟີ​ ມື້​ນຶ່ງ ​ໃຫ້​ພວກ​ແມ່ຍິງ ​ເພື່ອຕົກ​ແຕ່ງ​ອະ​ໄວ​ຍະ​ວະ​ເພດໃຫ້​ເບິ່ງ​ຄື​ວ່າ ພວກ​ເຂົາ​ເຈົ້າຍັງ​ເປັນ​ສາວບໍລິສຸດ​ຜຸດ​ຜ່ອງຢູ່.

ຂັ້ນ​ຕອນ​ກາ​ນຜ່າຕັດ​ດັ່ງກ່າວ ກໍ​ຄື​ການ​ຫຍິບ​ເນື້ອ​ເຍື່ອອັດຊ່ອງ​ຄອດ ຫລື​ທີ່​ເອີ້ນ​ວ່າ ເນື້ອເຍື່ອ
ພົມມະຈາລີ ທີ່ຖືກ​ທໍາລາຍ​ໃນ​ລະ​ຫວ່າງ​ມີ​ເພດ​ສໍາພັນ​ເທື່ອ​ທໍາ​ອິດ ຊຶ່ງ​ພາ​ໃຫ້​ແມ່ຍິງ​ມີເລືອດ​ອອກ​ມານັ້ນ.

ແພດ​ຍິງ Dung ກ່າວ​ວ່າ ຂັ້ນ​ຕອນ​ກາ​ນຜ່າຕັດ​ນີ້ ​ໄວ​ແລະ​ງ່າຍໆ ​ແລະ​ແມ່​ຍິງຫລາຍ​ຄົນ​ກໍ
ເຕັມ​ໃຈ​ທີ່​ຈະ​ຈ່າຍ​ຄ່າ​ຜ່າຕັດ ​ເຖິງ​ແມ່ນ​ລາຄາ​ຈະ​ຕົກ​ຢູ່ປະມານ 300 - 350 ​ໂດລາ​ກໍ​ຕາມ.

ດຣ. Dung ກ່າວ​ວ່າ ​ຜູ້​ຊາຍ​ບາງ​ຄົນ​ຢາກ​ແຕ່ງງານ​ກັບ​ແມ່ຍິງ​ພົມມະຈາລີຫລື​ບໍລິສຸດ​ ບໍ່​ເຄີຍ​
ມີ​ເພດ​ສໍ​າພັນ​ມາ​ກ່ອນ ໂດຍ​ເຊື່ອ​ວ່າ​ມັນ​ຈະ​ນໍາ​ໂຊກລາບ​ມາ​ໃຫ້ ​ແລະ​ລາວ​ຮູ້ສຶກໂກດ​ແຄ້ນ​ກັບ
ທ່າ​ທີ​ແບບ​ນັ້ນ. ດຣ. ຢຸງ ກ່າວ​ອີກ​ວ່າ ລາວຢາກ​ຊ່ວຍ​ພວກ​ແມ່ຍິງ​ ​ທີ່ບໍ່​ໝັ້ນ​ໃຈ ​ຍ້ອນ​ວ່າ
ພວກ​ເຂົາ​ເຈົ້າມີ​ເພດ​ສໍາພັນ​ມາ​ແລ້ວ​ກ່ອນ​ແຕ່ງງານ ບໍ່​ວ່າ​ຈະ​ເປັນ​ດ້ວຍ​ຄວາມ​ສະມັກ​ໃຈ ຫລື
ຖືກ​ຂົ່ມຂືນ​ກໍ​ຕາມ.

ການ​ຜ່າຕັດ​ດັ່ງກ່າວ​ນີ້ ກໍາລັງ​ເປັນ​ທີ່​ນິຍົມ​ກັນ. ດຣ. Dung ກ່າວ​ວ່າ ​ເມື່ອ​ຫ້າ​ປີກ່ອນ ລາວມີ​
ລູກ​ຄ້າ​ມາ​ຜ່າຕັດ​ພຽງ​ນຶ່ງ​ຫລື​ສອງ​ຄົນຕໍ່​ເດືອນ ​ແຕ່​ມາ​ບັດ​ນີ້ ​ ມີ​ຫລາຍຂຶ້ນ ປະມານ 30 ຄົນ​
ຕໍ່​ເດືອນ.

ພະນັກງານສາວຫວຽດນາມ ຂາຍໂທລະສັບມືຖື ຢູ່ຮ້ານ Nokia ໃນນະຄອນຫລວງຮ່າໂນຍ (AP Photo/Chitose Suzuki)
ພະນັກງານສາວຫວຽດນາມ ຂາຍໂທລະສັບມືຖື ຢູ່ຮ້ານ Nokia ໃນນະຄອນຫລວງຮ່າໂນຍ (AP Photo/Chitose Suzuki)

ເຫດຜົນ​ຂອງ​ໂຕ​ເລກ​ທີ່​ເພີ່ມ​ຂຶ້ນ​ນີ້
ຍັງ​ຄຸມ​ເຄືອ​ຢູ່. ບາງ​ຄົນ​ໂຕ້​ແຍ້​ງ
ວ່າ ຢູ່​ໃນ​ຫວຽດນາມ ການ​ຜ່າ
ຕັດແບບ​ນັ້ນສາມາດ​ໃຫ້​ອໍານາດ
ແກ່​ແມ່ຍິງ​ເພີ່ມ​ຂຶ້ນ ຍ້ອນ​ວ່າມັນ​
ໃຫ້​ທາງ​ເລືອກໃນການ​ມີ​ເພດ​ສໍາ
ພັນ​ກ່ອນ​ແຕ່ງງານ​ໄດ້້​ ໂດຍ​ຈະ
ບໍ່​ທໍາລາຍ​ໂອກາດ​ທີ່​ຈະ​ຊອກ​ຄູ່​
ຄອງ​ຜູ້​ທີ່​ຕົນ​ມັກ​ນັ້ນ​ອີກ.

ໝໍ​ Dung ກ່າວ​ວ່າ ​ແມ່ນ​ແຕ່​
ໃນ​ກໍລະນີ​ທີ່​ພວກ​ຜູ້​ຊາຍ​ອາດ
ເລືອກ​ແຕ່ງງານກັບ​ແມ່ຍິງ​ທີ່​ບໍ່​
ບໍ​ລິ​ສຸດ ປະສົບ​ການທາງ​ເພດ
ສໍາພັນຂອງ​ແມ່ຍິງ​ກໍອາດສາ
ມາດກາຍ​ເປັນ​ຕົ້ນຕໍ​ຂອງ​ບັນ
ຫາ​ຜົວ​ເມຍ​ຜິດກັນ​ໄດ້ ​ໃນ
ອະນາຄົດ.

ນາງ Khuat Thu Hong ຜູ້​ອໍານວຍ​ການ​ສະ​ຖາ​ບັນ​ວິ​ທະຍາ​ສາດ​ສັງຄົມ ​ໃນ​ຫວຽດນາມ​ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ຫວຽດນາມໄດ້ກາຍ​ເປັນ​ປະ​ເທດ​ເສລີ​ເປີດກວ້າງ​ທາງ​ເພດ​ສໍາພັນ​ຫລາຍ​ຂຶ້ນກໍ​ຕາມ ​ແຕ່​ກໍ​ຍັງ​ມີປະ​ເພນີຄ່າ​ນິຍົມໃນ​ຄວາມ​ສໍາຄັນ​ຂອງ​ຍິງ​ພົມມະຈາລີນັ້ນ​ຢູ່.

“ປັດຈຸບັນ​ນີ້ ບໍ່​ມີ​ໃຜ​ດອກທີ່​ຈະ​ປະຫລາດ​ໃຈ​ກ່ຽວ​ກັບເລຶ່ອງມີ​ເພດ​ສໍາພັນ​ກ່ອນ​
ແຕ່ງງານ. ​ມັນ​ຖື​ເປັນ​ເລຶ່ອງທໍ​າມະ​ດາ​ໄປ​ແລ້ວ ​ດັ່ງ​ນັ້ນ ພວກ​ຜູ້​ຊາຍ​ຈຶ່ງເຂົ້າ​ໃຈ
ດີ​ວ່າ​ ມັນ​ຍາກທີ່​ຈະ​ຊອກ​ຫາ​ແມ່ຍິງ​ບໍລິສຸດ​ໄດ້. ແຕ່​ວ່າໃນ​ຄວາມ​ເປັນ​ຈິງ​ແລ້ວ
ມັນ​ແຕກ​ຕ່າງ​ໄປຈາກທີ່​ພວກ​ຄົນ​ເວົ້າກັນ.”

ນອກ​ນີ້​ແລ້ວ ​ມັນ​ກໍ​ຍັງ​ມີຄວາມ​ຮຽກຮ້ອງ​ຕ້ອງການ​ການຜ່າຕັດ​ຈາກພວກແມ່ຍິງ​ ​ທີ່ຖືກ​ລະ
ເມີດ​ທາງ​ເພດ. ດຣ.Ngyuen Thu Giang ແພດຝ່າຍ​ແມ່ຍິງ ກ່າວວ່າ ການຜ່າຕັດ​ອາດ
ສາມາດ​ຊ່ວຍ​ປິ່ນປົວ​ບາດ​ແຜ​ທີ່​ໄດ້​ຮັບຈາກ ຄວາມຊອກ​ຊໍ້າ​ນັ້ນ​ໄດ້. ​ແຕ່ ​ດຣ. ຈຽງ ກ່າ​ວວ່າ
ການ​ບໍາບັດ​ແບບ​ນີ້ ບໍ່ຄື​ກັນ​ກັບ​ການ​ສ້າງ​ເຍື່ອພົມມະຈາລີ​ຄືນໃໝ່ ​ໃຫ້​ເປັນສາວບໍລິສຸດ​ທຽມ​ນັ້ນ.

“ມັນແຕກ​ຕ່າງກັນ. ສະຖານະ​ການ​ອັນທໍາ​ອິດນັ້ນ​ບໍ່​ຖືກຕ້ອງ ພວກ​ເຂົາ​ເຈົ້າ
ພະຍາຍາມ​ເອົາພົມມະຈາລີ​ຄືນ​ມາ. ສ່ວນ​ສະຖານະ​ການ​ທີ່​ສອງ ​ແມ່ນ​ເພື່ອ
ປິ່ນປົວ​ບາດແຜ​ ທີ່​ໄດ້​ຮັບ​ຈາກ​ການຖືກ​ລະ​ເມີດ​ທາງ​ເພດ​ນັ້ນ.”

ເຖິງ​ແມ່ນ​ວ່າການຜ່າຕັດ​ຈະ​ສ້ອມ​ແຊມ​ບາດ​ແຜທາງ​ຮ່າງກາຍ​ ຈາກການ​ຖືກ​ຝ່າຝືນ​ທາງ​ເພດ​
ກໍ​ຕາມ ​ແຕ່​ມັນກໍ​ບໍ່​ສາມາດ​ລົບ​ລ້າງ​ຄວາມຊອກ​ຊໍ້າ​ສະ​ເທືອ​ນໃຈຂ​ອງພວກ​ແມ່ຍິງ​ໄດ້. ດຣ.
ຈຽງ ​ກ່າວ​ວ່າ ພວກ​ແມ່ຍິງ​ທີ່​ຖືກ​ຂົ່ມຂືນ ບາງ​ຄົນ​ທີ່​ຄິດ​ວ່າ ຈະ​ໄປ​ຮັບການ​ຜ່າຕັດ​ນັ້ນ ​ໄດ້​
ປ່ຽນ​ຄວາມຄິດ​ຂອງ​ພວກ​ເຂົາ​ເຈົ້າ ພາຍຫລັງ​ໄດ້ລະບາຍ​ຄວາມ​ຮູ້ສຶກ​ກ່ຽວ​ກັບປະສົບ​ປະ
ການ​ຂອງ​ເຂົາ​ເຈົ້າ ຜ່ານ​ການ​ປຶກສາຫາລືກັບ​ລາວ.

“ຖ້າ​ຫາກ​ວ່າ​ລາວ​ຈະ​ຜ່າຕັດ​ເພື່ອໃຫ້​ໄດ້ແຕ່ງງານ​ນັ້ນ ບາງ​ເທື່ອ​ ພວກ​ເຮົາ
ກໍບອກ​ໃຫ້​ລາວ​ກັບ​ມາ​ໃໝ່​ ພ້ອມ​ກັບ​ແມ່​ຫລື​ແຟ​ນ ​ແລະ​ບາງທີ​ແຟນຂອງ​ລາວ
ກໍຍອມຮັບ​ເລຶ່ອງທີ່​ລາວ​ຖືກ​ຂົ່ມຂືນ. ບາງ​ເທື່ອ​ແຟນ ຂອງ​ລາວ​ກໍເວົ້າວ່າ ລາ​ວ
ບໍ່​ຈໍາ​ເປັນ​ຜ່າຕັດກໍ​ໄດ້.”

ດຣ. ຈຽງ ຍັງ​ມີ​ຕໍາ​ແໜ່​ງ​ເປັນ ຮອງຜູ້​ອໍານວຍ​ການ​ສະ​ຖາ​ບັນສຸຂະພາບ​ປະຊາ​ຄົມ​ແລະ​
ການ​ພັດທະນາປະຊາ​ຄົມ ຫລື​ທີ່ເອີ້ນ​ວ່າ LIGHT ຫລື​ແສງ​ສະຫວ່າງ​ນັ້ນ. ໝໍ​ຈຽງ​ກ່າວ​ວ່າ
ສູນ​ກາງຂອງ​ລາວມີແມ່ຍິງ ສາມ​ຫາ​ສີ່​ຄົນ​ຕໍ່ເດືອນ​ ເຂົ້າມາ​ຂໍ​ປິ່ນປົວ​ອາການ​ເລືອ​ດອອກ
ບໍ່​ຢຸດ ຫລື​ອັກ​ເສບ​ຫລັງ​ຈາກ​ການຜ່າຕັດ​ຕົກ​ແຕ່ງ​ອະ​ໄວ​ຍະ​ວະແລ້ວ ຊຶ່ງບັນຫາ​ດັ່ງກ່າວ​ນີ້
ອາດ​ເປັນ​ໄພ​ເຖິງ​ຂັ້ນ​ບໍ່​ສາມາດ​ມີ​ລູກ​ໄດ້.

ນອກຈາກ​ຄວາມ​ສ່ຽງ​ທາງ​ຮ່າງກາຍ​ແລ້ວ ນັກ​ສັງຄົມ​ວິ​ທະຍາ Khuat Thu Hong ກ່າວ​ວ່າ
ການ​ປະຕິບັດ​ນີ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສະຖານະ​ພາບ​ທາງ​ສັງຄົມ​ຂອງ​ສະຕີ​ໄດ້.

“ແນ່ນອນ​ ​ເວລາ​ພວກ​ເຮົາ​ເວົ້າ​ເຖິງ​ຄວາມ​ສະ​ເໝີພາ​ບທາງເພດ​ເນາະ
ເປັນ​ຫຍັງ​ພວກ​ຜູ້​ຊາຍ​ຈຶ່ງ​ບໍ່​ພາກັນເຮັດສິ່ງ​ໃດ​ສິ່ງ​ນຶ່ງ ເພື່ອ​ໃຫ້​ເປັນ​ຂອງ​
ຂວັນ​ແກ່​ພວກ​ແມ່ຍິງແດ່? ຍາມໃດ ກໍມີ​ແຕ່​ພວກ​ແມ່ຍິງ​ເອງ ທີ່​ຕ້ອງ​ໄດ້
ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ນັບ​ຕັ້ງ​ແຕ່​ການສ້ອມ​ແປງເຍື່ອພົມມະຈາລີ​ຄືນໃໝ່
ເພື່ອ​ເຮັດ​ໃຫ້​ຊ່ອງ​ຄອດ​ງາມ​ຄື​ເກົ່າ. ຂ້ອຍວ່າ​ມັນເປັນ​ເລຶ່ອງຕະລົກອີ​ຫລີ.”

ນາງຮົງ ກ່າວ​ຕໍ່​ໄປ​ວ່າ ການ​ສ້າງ​ເຍື່ອພົມມະຈາລີ​ຄືນ​ໃໝ່​ນັ້ນ​ແມ່ນ​ເຮັດ​ໃຫ້​ຄວາມ​ບໍ່​ສະ​ເໝີ
ພາບ​ທາງ​ເພດ ​ແຮ່ງ​ຊໍ້າ​ຮ້າຍລົງ​ໄປຢູ່​ໃນ​ຫວຽດນາມ ເພາະ​ມັນກົດ​ດັນພວກ​ແມ່ຍິງ ​ໃຫ້​
ປະຕິ​ບັດ​ຕາມ​ຄວາມ​ຕ້ອງການ​ຂອງເພດຊາຍທີ່​ ມີ​ແນວ​ຄິດລ້າ​ສະ​ໄໝ​ນັ້ນ.

XS
SM
MD
LG