ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສົງຄາມຫວຽດນາມ ຍັງຄົງ ເປັນເລື້ອງທີ່ ໂຕ້ຖຽງກັນຢູ່ ຫຼັງຈາກ 50 ປີຜ່ານມາແລ້ວ

ທ່ານ Ignacio Perez ທະຫານຜ່ານເສີກ ຫວຽດນາມ ມີອາ ການຕື້ນຕັນໃຈ ໃນຂະນະທີ່ ທ່ານນາງ Luci Baines Johnson, ລູກສາວຂອງມື້ລາງ ປະທານາທິບໍດີ Lyndon B. Johnson, ຕິດຫຼຽນໄຊ ໃສ່ເສື້ອຂອງທ່ານ ຢູ່ກອງປະຊຸມສຸດ ຍອດ ສົງຄາມຫວຽດນາມ ທີ່ຫ້ອງສະໝຸດ ປະທານາທິບໍດີ LBJ ໃນນະຄອນ Austin, ລັດ Texas ເມື່ອວັນພຸດ ທີ 27 ເມສາ 2016.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວຄຳປາ​ໄສທີ່ສະເທືອນ ຈິດໃຈ ໃນກອງປະຊຸມສຸດຍອດ ສົງຄາມຫວຽດນາມ ຢູ່ທີ່ຫ້ອງສະໝຸດ ປະທານາທິບໍດີ Lyndon B. Johnson ​ໃນວິທະຍາ ເຂດ ມະຫາວິທະຍາໄລ Texas ໃນນະຄອນ Austin. ທ່ານ Kerry ຜູ້ທີ່ໄດ້ຮັບໃຊ້ປະເທດຊາດ ເປັນທະຫານ ປະຈຳການໃນ ຫວຽດນາມ ແລະ ຫຼັງຈາກນັ້ນ ໄດ້ປະທ້ວງຕໍ່ຕ້ານສົງຄາມ ໄດ້ສະ​ແດງອາການໂສກເສົ້າ ​ເປັນໄລຍະສັ້ນໆ ໃນຂະນະທີ່ ທ່ານໄດ້ກ່າວເຖິງ ການສູນເສຍຊີວິດ ທີ່ໂຫດຮ້າຍ ໂດຍ ພວກທີ່ເປັນທະຫານຫຼາຍໆຄົນ ທີ່ຮັບໃຊ້ປະເທດຊາດ ຕໍ່ສູ້ໃນບັນຫາຂັດແຍ້ງນັ້ນ ໃນ ຂະນະທີ່ ​ມີ​ການ​ຫັນປ່ຽນ ​ໃນ​ຄວາມ​ສຳພັນ ລະຫວ່າງ ສະຫະລັດ ກັບ ຫວຽດນາມ ໂດຍ ຜ່ານສາຍສຳພັນທາງການຄ້າ ແລະ ດ້ານອື່ນໆ ຂອງການຮ່ວມມື ທີ່ທ່ານກ່າວວ່າ ໄດ້ເຮັດ ໃຫ້ອະດີດຄູ່ສັດຕູ ກາຍມາເປັນຄູ່ພາຄີ.

ນັກຖ່າຍຮູບ ຈາກອົງການຂ່າວ AP ທ່ານ Horst Faas ໄດ້ຮັບມອບໝາຍໃຫ້ ປະຈຳການກັບ ພວກທະຫານສະຫະບັດ ໃນຫວຽດນາມໃຕ້.
ນັກຖ່າຍຮູບ ຈາກອົງການຂ່າວ AP ທ່ານ Horst Faas ໄດ້ຮັບມອບໝາຍໃຫ້ ປະຈຳການກັບ ພວກທະຫານສະຫະບັດ ໃນຫວຽດນາມໃຕ້.

ແຕ່ ໃນຂະນະທີ່ ສົງຄາມ ຍັງເປັນເລື້ອງທີ່ຖົກຖຽງກັນຢູ່ຕໍ່ໄປ ການເຂົ້າຮ່ວມໃນງານ ຂອງ ທ່ານ Kerry ຍັງໄດ້ປະສົບກັບການໂຕ້ແຍ້ງໃນບາງສ່ວນ. ພວກທະຫານຜ່ານເສີກ ສົງຄາມຫວຽດນາມ ບາງສ່ວນ ແມ່ນມີບັນຫາ ກ່ຽວ​ກັບບົດບາດຂອງທ່ານ Kerry ໃນງານ ດັ່ງກ່າວ ໂດຍເຍາະເຍີ້ຍ ທ່ານວ່າ ເປັນບຸກຄົນ ທີ່ໄດ້ຫັນຫລັງ ຕໍ່ເຫດຜົນທີ່ພວກເຂົາເຈົ້າ ໄດ້ຕໍ່ສູ້ເພື່ອ ຢູ່ໃນຫວຽດນາມ ກໍຄືການຊ່ອຍປົກປ້ອງ ຫວຽດນາມໃຕ້ ຈາກການຮຸກຮານ ຂອງພວກຄອມມິວນິສ.

ພວກວິພາກວິຈານ ທ່ານ Kerry ບາງສ່ວນ ໄດ້ໄປຮ່ວມໃນງານ ກອງປະຊຸມສຸດຍອດ ຫວຽດນາມ ແລະ ຢູ່​ໃນພິທີທີ່​ຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ໃຫ້ ​ແກ່ການຮັບໃຊ້ຊາດ ຂອງພວກ ທີ່ໄດ້ປະຕິບັດການຢູ່ໃນຫວຽດນາມ ທີ່ໄດ້ຈັດຂຶ້ນ ຢູ່ດ້ານນອກຂອງຫໍສະໝຸດດັ່ງກ່າວນັ້ນ. ທ່ານ Edward Zielinki ຜູ້ທີ່ໄດ້ຂັບເຮືອບິນເຮລິຄອບເຕີ້ ໃນຫວຽດນາມ ໃນປີ 1969 ຫາ 1970 ໄດ້ມີຄວາມບໍ່ພໍອົກພໍໃຈ ກັບການມີໜ້າຂອງທ່ານ Kerry.

ທ່ານ Zielinki ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນເປັນຄວາມລະອາຍ ຍ້ອນວ່າ ຂ້າ ພະເຈົ້າຄິດວ່າ ລາວເປັນຜູ້ທໍລະຍົດ ໂດຍສະເພາະສຳລັບ ພວກທະຫານຜ່ານເສີກ ຫວຽດນາມ.”

ພັນໂທ ເບ້ຍບຳນານ ຂອງກອງທັບບົກ ສະຫະລັດ ທ່ານ Thomas Goff, ຜູ້ທີ່ນຳພາການລາດຕະເວນ ຕໍ່ສູ້ໃນຫວຽດນາມ ໄດ້ກ່າວວ່າ ທ່ານໃຫ້ "ການເຄົາລົບເປັນຢ່າງສູງ" ຕໍ່ທ່ານ Kerry. (G. Flakus/VOA)
ພັນໂທ ເບ້ຍບຳນານ ຂອງກອງທັບບົກ ສະຫະລັດ ທ່ານ Thomas Goff, ຜູ້ທີ່ນຳພາການລາດຕະເວນ ຕໍ່ສູ້ໃນຫວຽດນາມ ໄດ້ກ່າວວ່າ ທ່ານໃຫ້ "ການເຄົາລົບເປັນຢ່າງສູງ" ຕໍ່ທ່ານ Kerry. (G. Flakus/VOA)

​ແຕ່​ພວກ​ນັກ​ລົບ​ເກົ່າ​ຄົນ​ອື່ນໆ​ບໍ່​ເຫັນ​ພ້ອມ​ນຳ. ທ່ານ Thomas Goff ພັນ​ໂທ​ເບ້ຍ​ບຳນານ​ຂອງ​ກອງທັບ​ບົກ​ທີ່​ນຳພາ​ການ​ປະຕິບັດ​ງານ​ສູ້​ລົບ ລາດຕະ​ເວນ​ໃນ​ຫວຽດນາມ ກ່າວ​ວ່າ ທ່ານ​ໃຫ້ການ​ເຄົາລົບ​ເປັນ​ຢ່າງ​ສູງ ຕໍ່​ທ່ານ Kerry.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG