ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮາໂນ່ຍ ຈະຖອນໂຕຈາກ ການເປັນເຈົ້າພາບ ງານແຂ່ງຂັນກິລາ ເອເຊຍ ປີ 2019


ຫວຽດນາມ​ກ່າວ​ວ່າ ຕົນ​ຈະ​ຖອນ​ໂຕ ອອກ​ຈາກ​ການ​ເປັນ​
ເຈົ້າພາບ​ງານ​ມະຫະກຳ​ແຂ່ງຂັນ​ກິລາ ​ເອ​ເຊຍ ປີ 2019
​ໂດຍ​ອ້າງ​ເຖິງ​ບັນຫາ​ທາງ​ການ​ເງິນ.

ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ປະກາດ​ຂ່າວ​
ນີ້ ​ໃນ​ວັນພະຫັດ​ວານ​ນີ້ ທາງ​ເວັບ​ໄຊ້ທ໌ຂອງ​ລັດຖະບານ ຊຶ່ງ​
ທ່ານ​ກ່າວ​ວ່າ ດ້ວຍ​ການ​ທີ່​ເສດຖະກິດ​ຂອງ​ຫວຽດນາມ ຍັງ
​ຢູ່​ໃນ​ສະພາວະ​ດິ້ນຮົນ​ຕໍ່ສູ້​ຢູ່ນີ້ ລັດ​ຈຶ່ງ​ມີ​ງົບປະມານ​ຈຳກັດ ທີ່​
ຈະ​ຕ້ອງ​ນຳ​ໃຊ້​ໃນ​ວຽກ​ງານ​ສະ​ເພາະ​ໜ້າ​ອື່ນໆ.

ບັນດາ​ຜູ້​ຕ້ອງ​ຕິ ​ພາກັນ​ກ່າວ​ວ່າ ງານ​ແຂ່ງຂັນ​ກິລາ​ດັ່ງກ່າວ ​
ແມ່ນ​ສິ້ນ​ເປືອງ​ລາຍ​ຈ່າຍ​ຫລາຍ​ເກີນ​ໄປ. ​ໃນເດືອນ​ແລ້ວ​ນີ້ ລັດຖະບານຫວຽດນາມ​ເວົ້າ​ວ່າ ການ​ເປັນ​ເຈົ້າພາບງານ​ນີ້ ຈະ​ໃຊ້​ເງິນ​ປະມານ 150 ລ້ານ​ໂດ​ລາ ແຕ່​ຄົນ​ອື່ນໆ​ກ່າວວ່າ ​
ໂຕ​ເລກ​ດັ່ງກ່າວ​ ສາມາດ​ເພີ້​ມຂຶ້ນ​ໄດ້.

ຮາ​ໂນ່ຍ ​ໄດ້ຖືກ​ເລືອກ​ໃຫ້​ເປັນ​ເຈົ້າພາບ​ຈັດ​ງານ​ນີ້ ​ເມື່ອ​ປີ 2012 ​ໂດຍ​ໄດ້​ຊະນະ​ເມືອງ
Surabaya ຂອງ​ອິນ​ໂດ​ເນ​ເຊຍ. ຕອນ​ນີ້ ຍັງ​ບໍ່​ຮູ້​ກັນ​ເທື່ອ​ວ່່າ ຈະ​ມີ​ການ​ຄັດ​ເລືອກ​ໃຫ້​
ເມືອງ​ໃດ ​ເປັນ​ເຈົ້າພາບ​ງານ​ແຂ່ງຂັນ ກິລາ ​ເອ​ເຊຍ ​ປີ 2019.
XS
SM
MD
LG