ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມ​ ​ເພີ່ມ​ມາດຕະ​ການ ດ້ານ​ຄວາມ​ປອດ​ໄພ ຢູ່ຕາມ ສະໜາມ​ບິນ ຕ່າງໆ


ສະໝາ​ມບິນ​ຫວຽດນາມ
ສະໝາ​ມບິນ​ຫວຽດນາມ
ສະໜາມ​ບິນຕ່າງໆໃນ​ຫວຽດນາມ​ໄດ້​ເພີ່ມ​ມາດຕະ​ການຮັກ
ສາ​ຄວາມ​ປອດ​ໄພ ​ໃນຂະ​ນະ​ທີ່​ປະເທດດັ່ງກ່າວ​ສືບ​ຕໍ່​ຊອກ
​ຄົ້ນ​ຫາ​ເຮືອບິນສາຍ​ການ​ບິນມາ​ເລ​ເຊຍ​ທີ່​ຫາຍ​ສາບ​ສູນ​ໄປ
​ນັ້ນ.

ທ່ານ Pham Anh Tuan ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​
ຂັ້ນສູງ ທີ່ສະໜາມ​ບິນນາໆ​ຊາດ​ Noi Bai ໃນນະຄອນຫຼວງ
ຮາໂນ່ຍ ບອກ​ກັບ VOA ພາກພາສາຫວຽດນາມວ່າ ການ
​ຮັກສາ​ຄວາມ​ປອດໄພ ​ແມ່ນ​ໄດ້ປະຕິບັດຕາມຄຳສັ່ງຂອງ​
ລັດຖະບານຢ່າງເຂັ້ມງວດ ທີ່​ຈັດໃຫ້ຫວຽດ ນາມຢູ່ໃນລະດັບ
ທຳອິດ ຂອງລະບົບເຕືອນໄພ ທີ່ມີທັງໝົດ 3 ລະດັບ.

ທ່ານ Pham ກ່າວ​ວ່າ “ຖ້າ​ພວກ​ພະນັກງານ​ຂອງ​ພວກ​ເຮົາ​ ໄດ້​ເຫັນ​ສິ່ງ​ຂອງ​ອັນໃດ
ກໍ​ຕາມ​ທີ່ໜ້າ​ສົງ​ໄສແລະ​ຜິດ​ປົກກະຕິແລ້ວ​ນັ້ນ ພວກ​ເຂົາ​ເຈົ້າ​ຈະ​ຕ້ອງ​ໄດ້​ລາຍງານ​
ໃຫ້​ກຳລັງຮັກສາ​ຄວາມ​ປອດ​ໄພຮູ້ໃນ​ທັນທີ. ພວກ​ເຮົາ​ໄດ້​ກວດ​ເບິ່ງ​ຢ່າງ​ໃກ້ຊິດ​
ເບິ່ງທຸກໆເລື່ອງ​ໃນ​ສະໜາມ​ບິນ ແລະໄດ້​ເອົາ​ມາດ​ຕະການ​ກວດຜູ້​ໂດຍ​ສານ​
ແລະ​ຫີບ​ເຄື່ອງນຸ່ງຂອງພວກເຂົາເຈົ້າ ແບບ​ສຸ່ມ​ເອົາ ເຖິງ​ແມ່ນວ່າພວກ​ຜູ້​ໂດຍສານ
ເຫຼົ່ານີ້​ໄດ້​ຜ່ານ​ການ​ກວດກາຈາກ​ຄະນະ​ຮັກສາ​ຄວາມ​ປອດ​ໄພ ​ແລ້ວ​ກໍ​ຕາ​ມ.”


ຫຼັງ​ຈາກໄດ້​ມີ​ລາຍ​ງານ​ກ່ຽວ​ກັບຜູ້​ໂດຍສານ​ສອງ​ຄົນ ​ໃນເຮືອບິນສາຍ​ການບິນ​ມາ​ເລ​ເຊຍ
ໄດ້ ​ເດີນທາງ​ດ້ວຍໜັງສື​ຜ່ານ​ແດນ​ທີ່​ຖືກ​ລັກ​ມາ​ນັ້ນ ທ່ານໄດ້ກ່າວ​ວ່າ ສະໜາມ​ບິນ
Hanoi ໄດ້ຈັດຝຶກ​ອົບ​ຮົມ​ບັນດາ​ພະນັກງານ​ຢ່າງ​ເຄັ່ງ​ຄັດ ​ເພື່ອ​ປ້ອງ​ກັນ​ເລື່ອງ​ຕ່າງໆ
ເຊັ່ນເອ​ກະສາ​ນ ທີ່ມີການປອມແປງນັ້ນ.

ທ່ານ Nhuyen Cong Dung ຈາກ​ສະໜາມ​ບິນ Da Nang ​ໃນ​ພາກ​ກາງຂອງຫວຽດ
ນາມ ກໍ​ໄດ້​ຢືນຢັນວ່າ ທີ່ສະໜາມ​ບິນ​ຂອງ​ທ່ານ​ ກໍ​ໄດ້​ເພີ່ມ​ການ​ຮັກສາ​ຄວາມ​ປອດ​ໄພ
​ຢ່າງ​ເຂັ້ມງວດຂຶ້ນຄືກັນ.

ໄດ້ມີການເພີ່ມການກວດກາເຄື່ອງຈັບລະເບີດ ແລະເພີ່ມພະນັກງານຮັກສາຄວາມປອດໄພ
ຢູ່ທີ່ຕຶກອາຄານຕ້ອນຮັບຜູ້ໂດຍສານທັງຂາເຂົ້າແລະຂາອອກ ທັງພາຍໃນປະເທດແລະຕ່າງ
ປະເທດ ຕາມສະໜາມບິນທີ່ໃຫຍ່ໆ ໃນກຸງຮາໂນາຍ ແລະນະຄອນໂຮຈິມິນ.
XS
SM
MD
LG