ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕໍາຫຼວດສາກົນ ຊ່ອຍຊຸກຍູ້ ການປົກປ້ອງເສືອ ໃນເຂດເອເຊຍ


ຕໍາຫຼວດສາກົນ ຊ່ອຍຊຸກຍູ້ ການປົກປ້ອງເສືອ ໃນເຂດເອເຊຍ
ຕໍາຫຼວດສາກົນ ຊ່ອຍຊຸກຍູ້ ການປົກປ້ອງເສືອ ໃນເຂດເອເຊຍ

ອົງການຕຳຫຼວດສາກົນເລີ່ມທຳການປຸກລະດົມເພື່ອຊ່ອຍໃນການຄຸ້ມຄອງເສືອຈຸສຸດທ້າຍທີ່ຍັງ
ເຫຼືອຢູ່ໃນ 13 ປະເທດ ເຂດເອເຊຍ.

ອົງການຕຳຫຼວດສາກົນກ່າວວ່າ ໂຄງການນີ້ຈະເຊື່ອມໂຍງພວກເຈົ້າໜ້າທີ່ປົກປ້ອງສັດປ່ານາໆ
ຊາດກັບພວກພາສີ ແລະເຈົ້າໜ້າທີ່ປະຕິບັດກົດໝາຍ ຢູ່ໃນຣັດເຊຍ ຈີນ ເຂດເອເຊຍຕາເວັນ
ອອກສຽງໃຕ້ແລະອະນຸທະວີບອິນເດຍ ເພື່ອປາບປາມພວກລັກລອບລ່າແລະລັກລອບຄ້າຂາຍ
ຊິ້ນສ່ວນຂອງເສືອທີ່ນຳໃຊ້ໃນການປຸງຢາແຜນໂບຮານລາຄາແພງໆນັ້ນ.

ຂໍ້ລິເລີ່ມທີ່ມີຊື່ວ່າໂຄງການ Predator ໄດ້ມີການເປີດເຜີຍໃຫ້ຊາບໃນອາທິດນີ້ທີ່ກອງປະຊຸມ
ປະຈຳປີີຂອງອົງການຕຳຫຼວດສາກົນຊຶ່ງໃນປີນີ້ໄດ້ຈັດຂຶ້ນທີ່ນະຄອນຫຼວງຮາໂນ່ຍຂອງຫວຽດ
ນາມ.

ພວກນັກຊ່ຽວຊານ ກ່າວວ່າ ຈຳນວນປະຊາກອນເສືອໄດ້ຫຼຸດຈາກປະມານ 100 ພັນໂຕໃນ
ຕອນເລີ່ມຕົ້ນຂອງສັດຕະວັດທີ 20 ລົງມາເຫຼືອຢູ່ ຫຼາຍກວ່າ 3,500 ໂຕໃນທຸກມື້ນີ້. ການ
ຫຼຸດລົງຂອງຈຳນວນເສືອແມ່ນເນື່ອງມາຈາກທັງການລັກລອບລ່າແລະການສູນເສຍບ່ອນຢູ່ອາ
ໄສຂອງເສືອ.

XS
SM
MD
LG