ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄົນຮັ່ງມີ ຢູ່ໃນ ຫວຽດນາມ ເພີ່ມຈຳນວນຂຶ້ນ


ຊາຍຄົນນຶ່ງກໍາລັງເລືອກຄຳຮູບປະພັນ ທີ່ຮ້ານຂາຍຄໍາ Bao Tin Minh Chau ທີ່ນະຄອນຮາໂນ່ຍ
ຊາຍຄົນນຶ່ງກໍາລັງເລືອກຄຳຮູບປະພັນ ທີ່ຮ້ານຂາຍຄໍາ Bao Tin Minh Chau ທີ່ນະຄອນຮາໂນ່ຍ
ກອງປະຊຸມ​ເສດຖະກິດ​ຫວຽດນາມ​ທີ່​ເບິ່ງ​ໄປໃນ​ແງ່​ຮ້າຍກຳລັງ​
ຫັນປ່ຽນ​ໃໝ່​ຢູ່​ໃນ​ລາຍ​ງານສະບັບນຶ່ງທີ່​ອອກຫວ່າງ​ໄວໆມາ​ນີ້
​ໂດຍ​ແຈ້ງ​ ລາຍ​ລະອຽ​ດ​ໃຫ້​ຮູ້ ​ກ່ຽວ​ກັບ​ ການ​ເຕີບ​ໂຕ​ຂຶ້ນ​ ຂອງ​
ຄວາມຮັ່ງ​ຢ່າງ​ຫລວງຫລາຍ​ທີ່​ສຸດ​ຂອງ​ປະ​ເທດ.

ລາຍ​ງານ​ທີ່​ບໍລິສັດ​ສືບ​ລັບ​ກ່ຽວ​ກັບ​ຄວາມ​ຮັ່ງມີ​ຂອງເອກ​ກະ​ຊົນ
Wealth-X​ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ສິງກະ​ໂປ ແລະ​ທະນາຄານ
UBS ຂອງ​ສະ​ວິດ​ເຊີ​ແລນ ເປີດ​ເຜີຍ​ໃຫ້​ຮູ້​ໃນ​ເດືອນ​ນີ້ກ່ຽວ​ກັບ​
ຄວາມ​ຮັ່ງມີ​ທີ່​ສຸດ​ ຂອງ​ຫວຽດນາມເພີ້ມຂຶ້ນ ໃນ​ຊ່ວງ​ ປີ 2012
​ໂດຍ​ມີ​ຊັບ​ສິນ​ຫຼາຍ​ເຖິງ 20 ຕື້​ໂດ​ລາ​ສະຫະຣັດ.

​ໃນ​ຂະນະ​ດຽວ​ກັນ ບັນດາ​ນັກ​ເສ​ດຖະສາດ​ຫວຽດນາມ​ກ່າວ​
ເຕືອນ​ວ່າ ປະ​ເທດ​ຢູ່​ໃນເຂດ​ເອ ​ເຊຍຕາ​ເວັນ​ອອກສຽງ​ໃຕ້​ແຫ່ງ​
ນີ້ ອາດ​ຈະ​ພາດ​ເປົ້າ​ໝາຍ​ເສດຖະກິດໄລຍະ 5 ປີ​ຂອງ​ຕົນ.

ທີ່​ກອງ​ປະຊຸມ​ດ້ານ​ເສດຖະກິດ​ທີ່​ນະຄອນຫລວງ​ຮາ​ໂນ​ຍ​ໃນ​ສັບ
ປະດາ​ນີ້ ບັນດາ​ນັກ​ຊ່ຽວຊານ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​
ພາກັນ​ອອກສຽງ​ໃນ​ແງ່​ບໍ່​ດີ​ກ່ຽວ​ກັບ​ພາບ​ພົດ​ທາງ​ດ້ານ​ການ​ເງິນຂອງ​ປະ​ເທດ. ມີ​ການ​ອ້າງ​
ຄຳ​ເວົ້າ​ຂອງ​ບາງ​ຄົນ​ທີ່​ກ່າວ​ວ່າ ຫວຽດນາມ​ກຳລັງ​ລ້າ​ຫລັງ​ປະ​ເທດ​ອື່ນໆຢ່າງ​ຫລວງ​
ຫລາຍ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ໃນຫລາຍໆ​ດ້ານ​ທາງ​ດ້ານ​ເສດຖະກິດ.

ເຖິງ​ຢ່າງ​ໃດ​ກໍ​ດີ ລາຍ​ງານ​ກ່ຽວ​ກັບ​ຄວາມ​ຮັ່ງມີ ກ່າວ​ວ່າ ພວກ​ທີ່​ຮັ່ງມີ​ທີ່​ສຸດ​ຂອງຫວຽດ
ນາມຊຶ່ງ​ມີ​ຊັບ​ສິນ​ມູນ​ຄ່າ​ຢ່າງ​ໜ້ອຍ 30 ລ້ານ​ໂດ​ລາ ກຳລັງ​ຮັ່ງ​ຂຶ້ນ​ນັບ​ມື້ ຊຶ່ງ​ເປັນ​ອັດຕາ​
ສູງ​ສຸດອັນ​ດັບ​ສອງ​ໃນ​ເຂດ​ຕາ​ເວັນ​ອອກສຽງ​ໃຕ້ຮອງ​ຈາກ​ໄທ​ແລະ​ອິນ​ໂດ​ເນ​ເຊຍ​ມາ​ໃນ
ອັນ​ດັບ 3.

ທ່ານ Le Dang Doanh ນັກ​ເສດຖະສາດ​ຫວຽດນາມ​ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນ​ກຫວຽດ ນາມ​ວ່າ ທ່ານ​ບໍ່​ມີ​ຄວາມ​ແປກ​ໃຈ​ຫຍັງ​ກ່ຽວ​ກັບ​ການ​ພົບ​ເຫັນ​ທີ່​ວ່າ​ນີ້. ອະດີດ​ທີ່​ປຶກສາ​ຂອງ​ລັດຖະບານ​ຫວຽດນາມ​ທ່ານ​ນີ້ ກ່າວ​ຕື່ມ​ວ່າ ຊ່ອງ​ຫວ່າງ​ລະຫວ່າງຄົນ​ຮັ່ງ​ແລະ​ຄົນ​ທຸກ​ໃນ​ຫວຽດນາມ​ກຳລັງ​ກວ້າງ​ອອກ​ໄປ.
XS
SM
MD
LG