ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສດຖະກິດ ຫວຽດນາມ ຂະຫຍາຍໂຕ ທັງໆທີ່ ການປະຕິຮູບ ຍັງບໍ່ແລ້ວ


Vietnam Sees Strong Economic Growth Despite Incomplete Reforms
please wait

No media source currently available

0:00 0:02:49 0:00

ຫວຽດນາມ ໄດ້ຫັນປ່ຽນເສດຖະກິດຄອມມູນິສຂອງຕົນ ໃຫ້ກາຍເປັນນຶ່ງ ໃນບັນດາປະ ເທດ ທີ່ມີເສດຖະກິດເຕີບໂຕໄວທີ່ສຸດໃນໂລກ. ໃນຂະນະທີ່ການປະຕິຮູບ ຍັງບໍ່ທັນສຳ ເລັດເສັດສິ້ນເທື່ອ ບໍລິສັດລະຫວ່າງປະເທດທັງຫຼາຍ ກໍມອງເຫັນຜົນກຳໄລ ໃນອະນາ ຄົດຢູ່ຫວຽດນາມ ແລະກໍພາກັນໄປລົງທຶນ ເປັນຈຳນວນຫລວງຫລາຍ​. Jim Randle ຜູ້ສື່ຂ່າວວີໂອເອ​ມີລາຍງານກ່ຽວກັບເລື້ອງນີ້ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ການຈະລາຈອນ ທີ່ແອອັດ ໃນຫວຽດນາມ ແມ່ນໄດ້ສະທ້ອນໃຫ້ເຫັນ ກິດຈະການທາງ ດ້ານເສດຖະກິດທີ່ພວມເຕີບໃຫຍ່ຂະຫຍາຍໂຕຢູ່ໃນປະເທດທີ່ມີປະຊາກອນ 90 ລ້ານ ກວ່າຄົນແລະມີຮ່ອງຮອຍສະແດງໃຫ້ເຫັນວ່າເປັນນຶ່ງໃນເສດຖະກິດທີ່ເຕີບໂຕໄວທີ່ສຸດ ໃນໂລກ.

ປະທານທະນາຄານໂລກ ທ່ານ Jim Yong Kim ກ່າວວ່າ "ການປະຕິຮູບເສດຖະກິດ ແມ່ນໝາຍຄວາມວ່າ ມີການຊີ້ນຳ ໜ້ອຍລົງ ຈາກລັດຖະບານ ແລະມີການຕັດສິນໃຈ ຫລາຍຂຶ້ນ ໂດຍຕະຫລາດເປັນຜູ້ກຳນົດ​."

ການບັນລຸຜົນໃນການພັດທະນາຂອງຫວຽດນາມ ໃນໄລຍະ 25 ປີຜ່ານມານີ້ແມ່ນເປັນ ທີ່ໜ້າປະທັບໃຈຫຼາຍ. ໃນຊ່ວງໄລຍະດັ່ງກ່າວນີ້ ຊີວິດການເປັນຢູ່ຂອງຊາວຫວຽດນາມ ໄດ້ມີການປ່ຽນແປງຢ່າງໃຫຍ່ຫລວງ.

ທ່ານ Jim Yong Kim ກ່າວຕໍ່ພວກເຈົ້າໜ້າທີ່ຢູ່ນະຄອນຫຼວງຮາໂນ່ຍວ່າ "ຫວຽດນາມ ຍັງຈຳເປັນທີ່ຈະຕ້ອງໄດ້ປັບປຸງ ກຳລັງແຮງງານຂອງຕົນ ປົກປັກຮັກສາ ສິ່ງແວດລ້ອມ ແລະປົກຄອງແບບມີຄວາມໂປ່ງໃສຫຼາຍຂຶ້ນ. ແຕ່ທ່ານກ່າວວ່າ ການເຕີບໂຕຂອງເສດ ຖະກິດຢ່າງເຂັ້ມແຂງໃນໄລຍະຫລາຍໆປີຜ່ານມານີ້ ແມ່ນເປັນບົດຮຽນສຳລັບປະເທດ ຕ່າງໆໃນໂລກ."

ຫວຽດນາມໄດ້ຫລຸດລະດັບຄວາມທຸກຍາກຢ່າງຮ້າຍແຮງ ລົງຈາກ 50 ເປີເຊັນ ໃນໄລ ຍະພຽງ 25 ປີ ມາເປັນ 3 ເປີເຊັນໃນທຸກມື້ນີ້.

ອົງການຈັດລະດັບສິນເຊື່ອ S&P Global Rating ກ່າວວ່າ ຫວຽດນາມ ມີພະລັງບົ່ມ ຊ້ອນທີ່ເສດຖະກິດຈະເຕີບໂຕຢ່າງແຂງຂັນແລະກຳລັງປັບປຸງເງື່ອນໄຂຕ່າງໆໃນການ ເຮັດທຸລະກິດ ໂດຍສະເພາະແລ້ວ ທຸລະກິດຂະນາດໃຫຍ່. ແຕ່ທ່ານ Kim Eng Tan ນັກວິເຄາະຂອງອົງການ S&P Global Rating ທີ່ສິງກະໂປ ກ່າວວ່າ ຍັງມີບັນຫາຢູ່ ໃນເລື້ອງການສໍ້ລາດບັງຫລວງແລະພື້ນຖານໂຄງລ່າງຍັງບໍ່ເຂັ້ມແຂງພໍ.

ພື້ນຖານໂຄງລ່າງໃນຫວຽດນາມຍັງລ້າຫລັງຫລາຍໆປະເທດທີ່ກຳລັງພັດທະນາອື່ນໆ ແລະຍັງມີວຽກການທີ່ຈະຕ້ອງໄດ້ເຮັດຖ້າທ່ານເບິ່ງໄປຍັງສະໜາມບິນ ຖະໜົນຫົນທາງ ແລະໂດຍສະເພາະແລ້ວແມ່ນທາງລົດໄຟ.

ບໍລິສັດ General Electric ຫຼື GE ແມ່ນຮວມຢູ່ໃນຫລາຍໆບໍລິສັດລະຫວ່າງປະເທດ ທີ່ເຂົ້າໄປລົງທຶນຢູ່ໃນຫວຽດນາມ ເພື່ອຂາຍຜະລິດຕະພັນຂອງຕົນ ຢູ່ໃນຕະຫຼາດພາຍ ໃນປະເທດແລະແຫ່ງອື່ນໆ. ມີຄົນງານ 900 ຄົນ ກຳລັງເຮັດວຽກກ່ຽວກັບອຸບປະກອນ ຮາຍເທັກດ້ານການແພດ ຈັກເຮືອບິນອາຍພົ່ນຕະຫລອດທັງຜະລິດຕະພັນອື່ນໆແລະ ເວລານີ້ກຳລັງຂະຫຍາຍວຽກການເຮັດ ​ອີງຕາມຫົວໜ້າປະຕິບັດງານຂອງບໍລິສັດ GE ໃນເຂດອາຊ່ຽນ.

ທ່ານ Wouter Van Wersch ກ່າວວ່າ "ໂອກາດອັນສຳຄັນ ທີ່ພວກເຮົາມອງເຫັນໃນ ດ້ານຂອງພວກເຮົາ ກໍແມ່ນການຜະລິດໄຟຟ້າ ທັງຖ່ານຫີນ ແຕ່ກໍຮວມທັງ ແກັສ ແລະ ພະລັງງານທົດແທນເປັນຈຳນວນຫຼວງຫຼາຍ ລົມກໍກຳລັງມາແຮງແລະນ້ຳຕົກກໍມີຄວາມ ເຂັ້ມແຂງຢູ່ໃນປະເທດ. ແນ່ນອນກໍຈະມີເຄື່ອງຈັກປັ່ນໄຟຟ້າທີ່ຈຳເປັນເພື່ອຈະໃຊ້ເຮັດ ວຽກ ແລະບ່ອນໃດທີ່ພວກເຮົາມີຄຳຕອບແລ້ວ.

ນັກຊ່ຽວຊານກ່ຽວກັບການພັດທະນາຂອງຫວຽດນາມຄົນນຶ່ງກ່າວວ່າ ສະພາບການທີ່ ທຸ່ນທ່ຽງທາງດ້ານການເມືອງ ເຮັດໃຫ້ເປັນການງ່າຍຂຶ້ນສຳລັບບໍລິສັດຕ່າງໆທີ່ຈະເຂົ້າ ໄປເຮັດທຸລະກິດ ດີກວ່າຢູ່ໃນບາງປະເທດ ທີ່ມີຕະຫຼາດພຸ່ງພົ້ນໃໝ່. ແຕ່ມັນກໍອາດຈະ ໃຊ້ເວລາ ເຖິງນຶ່ງທົດສະວັດ ກ່ອນທີ່ຈະຄວບຄຸມການສໍ້ລາດບັງຫລວງໄດ້ ຊຶ່ງໄດ້ສ້າງ ຄວາມເສຍຫາຍໃຫ້ແກ່ບໍລິສັດຕ່າງໆໂດຍສະເພາະບໍລິສັດຂະໜາດນ້ອຍອີງຕາມສາ ສະດາຈານ Ahn Tran ທີ່ມະຫາວິທະຍາໄລອິນດຽນນາ.

ທ່ານ Ahn Tran ກ່າວຜ່ານທ່ານ Skype ວ່າ ລັດຖະບານພວມທຳການທົດລອງກັບ ຫລາຍໆວິທີ ເພື່ອຮັບມືກັບເລື້ອງນັ້ນ. ຂ້າພະເຈົ້າຄິດວ່າໃນທີ່ສຸດຫວຽດນາມກໍຈະສາ ມາດຫລຸດຜ່ອນການສໍ້ລາດບັງຫລວງລົງໄດ້ຢ່າງຫລວງຫຼາຍ ແຕ່ຂັ້ນຕອນນີ້ຈະໃຊ້ເວ ລາອັນຍືດຍາວ.

ສາສະດາຈານ Tran ກ່າວຕື່ມວ່າ ຫວຽດນາມສາມາດດຶງດູດເອົາການລົງທຶນ ແລະ ວຽກງານໄດ້ຕື່ມອີກ ຖ້າຫວຽດນາມ ຫາກກະກຽມ ພວກຄົນງານຂອງຕົນ ໃຫ້ຮຽນຮູ້ ວຽກງານທາງດ້ານເທັກຕິກ.

ອ່ານຂ່າວເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG