ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະພາ​ ​ຫວຽດນາມ ​ເລືອກ​ເອົາ ​ທ່ານ Tran Dai Quang ​​ເປັນ​ປະທານປະ​ເທດຄົນໃໝ່


ຜູ້​ບັນຊາການຕຳຫຼວດຫວຽດນາມ ນາຍພົນ​ Tran ​Dai Quang (ກາງ) ຢືນຢູ່ກັບເລຂາທິການໃຫຍ່ພັກຄອມມິວນິສ ທ່ານ Nguyen Phu Trong (ຂວາ) ແລະສະມາຊິກ ກໍາມະການກົມການເມືອງສູນກາງພັກ ທ່ານ Dinh The Huynh (ຊ້າຍ)
ຜູ້​ບັນຊາການຕຳຫຼວດຫວຽດນາມ ນາຍພົນ​ Tran ​Dai Quang (ກາງ) ຢືນຢູ່ກັບເລຂາທິການໃຫຍ່ພັກຄອມມິວນິສ ທ່ານ Nguyen Phu Trong (ຂວາ) ແລະສະມາຊິກ ກໍາມະການກົມການເມືອງສູນກາງພັກ ທ່ານ Dinh The Huynh (ຊ້າຍ)

ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເລືອກ​ເອົາ​ຜູ້​ບັນຊາການ​ຕຳຫລວດ​ເຂົ້າ​ຮັບ​ຕຳ ​ແໜ່​ງ​ເປັນ​ ປະທານປະ​ເທດ​ຄົນ​ຕໍ່​ໄປ ​ໃນ​ຂະນະ​ທີ່ ​ປະ​ເທດຄອມ​ມິ​ວນິສດັ່ງກ່າວ ພວມເຄື່ອນໄຫວ​ໃນ ​ການ​ປ່ຽນ​ແປງ​ທາງການ​ເມືອງ ທີ່​ຈະເຫັນມີ​ການ​ເລືອກນາ ຍົກລັດຖະມົນຕີຄົນ​ໃໝ່ ​ໃນ​ບໍ່​ ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.

ບັນດາ​ສະມາຊິກ​ສະພາ ​ໄດ້ເລື​ອກ​ເອົາ​ທ່ານ Tran Dai Quang ​ເປັນ​ປະທານ ປະ​ເທດ ຊຶ່ງ​ເປັນ​ຕຳ​ແໜ່​ງ​ໃນ​ທາງ​ພິທີ​ການ​ເທົ່າ​ນັ້ນ ໃນວັນ​ເສົາ​ມື້​ນີ້. ຕຳ​ແໜ່​ງດັ່ງກ່າວ​ນີ້ ​ເຮັດ​ໃຫ້​ ທ່ານ​ເປັນ​ເຈົ້າ​ໜ້າ​ທີ່ສູງສຸດ​ອັນ​ດັບ​ສອງ​ຢູ່ໃນ​ປະ​ເທດ ​ໃນ​ນາມ​ປະ ມຸກຂອງປະ​ເທດ ​ແລະ​ ຜູ້​ບັນຊາ​ການ​ທະ​ຫານ​ສູງ​ສຸດ.

ບັນຫາ​ທ້າ​ທາຍ ທີ່​ກຳລັງ​ປະ​ເຊີນ​ໜ້າ​ທ່ານ Quang ​ແມ່ນຮວມທັງ​ການ​ຂັດ​ແຍ້​ງ​ ​ກ່ຽວ​ກັບ​ ເລື້ອງເຂດ​ນໍ້າ​ແດນ​ດິນ​ກັບ​ຈີນຢູ່​ທະ​ເລ​ຈີນ​ໃຕ້. ທ່ານ Quang ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ ຈະ​ຍົກ​ລະດັບ​ຊື່​ສຽງ​ຂອງ​ຫວຽດນາມ​ຢູ່​ໃນ​ປະ​ຊາ​ຄົມ​ສາກົນ.

ການ​ເລືອກ​ເອົາ​ທ່ານ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ປະທານ​ປະ​ເທດ​ນີ້​ແມ່ນ​ໄດ້​ເປັນ​ທີ່​ຄາດໝາຍ ກັນໄວ້ກ່ອນ​ແລ້ວ. ທ່ານ Quang ​ເປັນ​ຜູ້​ຫລ້າ​ສຸດຢູ່​ໃນ​ເສັ້ນ​ສາຍ​ບັນດາຜູ້​ບັນຊາການຕຳ ຫຼວດ​ທີ່​ຈະຖືກ​ເລືອກ​ໃຫ້ເຂົ້າຮັບ​ໜ້າ​ທີ່​ໃນ​ລະດັບ​ສູງຂອງ​ປະ​ເທດ.

​ໃນ​ອາທິດ​ໜ້າ ບັນດາ​ສະມາຊິກ​ສະພາ​ຈະ​ເລືອກ​ເອົາ​ນາຍົກລັດ​ຖະມົນຕີ ຜູ້​ທີ່​ນຳພາ​ລັດ ຖະບານ ​ແລະ​ກຳກັບນຳ​ເສດຖະກິດ​ຂອງ​ປະ​ເທດ.

ນີ້​ແມ່ນ​ເປັນ​ເວລາ​ສຳລັບ​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ເມືອງຢູ່ໃນ​ຫວຽດນາມ ​ໃນ​ຂະນະ​ ທີ່​ບັນດາ​ຜູ້ນຳ​ຫລາຍ​ຄົນ​ອອກກິນ​ເບ້ຍ​ບຳນານ. ນອກ​ນັ້ນ ຫວຽດນາມ​ຍັງ ​ກະກຽມ​ການ​ ເດີນທາງ​ໄປ​ຢ້ຽມຢາມ​ຂອງປະທານາທິບໍດີສະຫະລັດທ່ານ Barack Obama ​ໃນເດືອນ​ ໜ້ານີ້.

Vietnam Politics
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG