ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານຫງຽນຕັນຢຸງ ຖືກເລືອກ ເປັນ ນາຍົກ ລມຕ ອີກ


ທ່ານ Nguyen Tan Dung ຖືກເລືອກເປັນນາຍົກລັດຖະມົນຕີ
ຫວຽດນາມອີກສະໄໝໜຶ່ງ
ທ່ານ Nguyen Tan Dung ຖືກເລືອກເປັນນາຍົກລັດຖະມົນຕີ ຫວຽດນາມອີກສະໄໝໜຶ່ງ

ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຄັດ​ເລືອກ​ເອົາ​ນາຍົກລັດຖະມົນຕີຫງຽນ ຕັນ​ຢຸງ ​ດໍາລົງ​ຕໍາ
ແໜ່​ງເປັນສະ​ໄໝ​ທີ​ສອງ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງເສີມ​ບົດບາດຂອງ​ທ່ານ​ໃຫ້​ແຂງ​ແຮງ​ຂຶ້ນ​ໃນ
ຖານະ​ເປັນ​ນັກ​ການ​ເມືອງ​ທີ່​ມີ​ອໍານາດ​ຫລາຍ​ທີ່​ສຸດ​ຂອງ​ປະ​ເທດ.

ການ​ລົງມະຕິເຫັນ​ດີ​ຢ່າງ​ຖ້ວມ​ລົ້ນ​ຈາກ​ສະພາ​ແຫ່ງ​ຊາດ​ທີ່​ມີ​ສະມາຊິກ 500 ທ່ານ​ນັ້ນ​ຖື​ວ່າ​
ເປັນ​ພິທີ​ທາງ​ການ​ອັນ​ໜຶ່ງ​ຫລັງ​ຈາກ​ທ່ານ​ຢຸງ​ໄດ້​ຮັບການ​ສະໜັບສະໜຸນ​ຈາກກອງ​ປະຊຸມ​
ຫລວງ​ຂອງ​ພັກ​ຄອມ​ມີ​ວນິດ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ໃນ​ເດືອນ​ມັງກອນ​ຕົ້ນ​ປີ​ນີ້.

ໃນ​ການ​ດໍາລົງ​ຕໍາ​ແໜ່​ງສະ​ໄໝ​ທໍາ​ອິດ​ຂອງ​ທ່ານນັ້ນ ທ່ານ​ຢຸງ​ໄດ້​ນໍາພາ​ປະ​ເທດ​ຜ່ານ​ຜ່າ​
ຊ່ວງ​ເວລາ​ທີ່​ການ​ເສດຖະກິດມີການ​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ ຮວມທັງ​ການ​ເຂົ້າ​ເປັນ​ສະມາຊິກ
ອົງການ​ການ​ຄ້າ​ໂລກ ​ແຕ່​ທ່ານ​ໄດ້​ປະ​ເຊີນ​ກັບການ​ຕໍາ​ໜິຕິຕຽນ​ຢ່າງ​ຮ້າຍ​ແຮງ​ໃນ​ປີ​ແລ້ວ
ນີ້ ຫລັງ​ຈາກ​ບໍລິສັດ ​ວິ​ສາ​ຫະກິດ​ຕໍ່​ເຮືອ​ແຫ່ງ​ຊາດ​ Vinashin ​ໄດ້​ເປັນ​ໜີ້​ສິນ​ຢ່າງຫຼວງ
ຫຼາຍ ເຮັດ​ໃຫ້​ບໍລິສັດ​ດັ່ງກ່າວ​ເກືອບ​ພັງ​ທະລາ​ຍລົງ​ນັ້ນ.

ເພື່ອ​ຮັບປະກັນ​ໃຫ້​ທ່ານ​ໄດ້​ຖືກ​ເລືອກ​ຕັ້ງ​ໃໝ່​ນັ້ນ ທ່ານ​ຢຸງ​ໄດ້​ຕໍ່ສູ້​ກັບ​ການ​ທ້າ​ທາຍ​ຈາກ​
ທ່ານ ​ເຈືອງຕັນ​ຊັງ ​ເຈົ້າ​ໜ້າ​ທີ່ສຳຄັນຂອງ​ພັກ ທີ່ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ປະທານ​ປະ​ເທດ
ຊຶ່ງ​ສ່ວນ​ໃຫຍ່​ເປັນ​ຕໍາ​ແໜ່​ງໃນ​ພິທີການ​ຊື່ໆ​ໃນ​ວັນ​ຈັນ​ວານ​ນີ້. ຫລັງ​ຈາກ​ທ່ານ​ຖືກ​ເລືອກ
ຕັ້ງ​ແລ້ວ ທ່ານ​ຊັງ ​ໄດ້​ສະ​ເໜີ​ແຕ່ງ​ຕັ້ງ​ຢ່າງ​ເປັນ​ທາງ​ການໃຫ້​ທ່ານ​ຢຸງ​ໃຫ້​ດໍາລົງ​ ຕໍາແໜ່ງ
ນາຍົກລັດຖະມົນຕີ.

XS
SM
MD
LG