ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວຫວຽດນາມ ຫຼາຍສິບຄົນ ປະທ້ວງຕໍ່ຕ້ານຈີນ


ພວກປະທ້ວງຊາວຫວຽດນາມ ທີ່ພາກັນຖືປ້າຍ ປະທ້ວງພຶດຕະກໍາ ຂອງຈີນ ໃນເຂດທະເລຈີນໃຕ້, ວັນທີ 2 ມິຖຸນາ 2013.
ພວກປະທ້ວງຊາວຫວຽດນາມ ທີ່ພາກັນຖືປ້າຍ ປະທ້ວງພຶດຕະກໍາ ຂອງຈີນ ໃນເຂດທະເລຈີນໃຕ້, ວັນທີ 2 ມິຖຸນາ 2013.
ຕໍາຫຼວດ​ໄດ້​ກວດ​ຕ້ອນເອົາ​ພວກ​ປະ​ທ້ວງຫຼາຍ
ສິບຄົນ ​ໃສ່ລົດບັສ​ໃນ​ຕອນ​ເຊົ້າວັນອາທິດ​ມື້​ນີ້ ​ໂຮມ​ທັງ​ແມ່
​ແລະ​ລູກນ້ອຍ​ຜູ້​ນຶ່ງ ຫຼັງຈາກມີ​ປະຊາຊົນ​ປະມານ 150 ໄ​ປ
ເຕົ້າ​ໂຮມ​ກັນ​ຢູ່​ເຂດໃຈກາງ​ນະຄອນຫຼວງຮາ​ໂນ່ຍ ເພື່ອ​
ປະ​ທ້ວງ​ພຶດຕິກໍາ​ຕ່າງໆ​ຂອງ​ຈີນ ​ໃນ​ເຂດທະ​ເລຈີນ​ໃຕ້.

​ໃນ​ເວລາ​ປະມານ 8 ໂມງ​ເຄິ່ງ ​ເຊົ້າມື້​ນີ້ ກຸ່ມ​ຄົນ​ທີ່​ມີຫຼາຍກວ່າ
100 ຄົນ ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່ແຄມ​ບຶງ Hoan Kiem ທີ່​
ເປັນຈຸດທ່ອງທ່ຽວທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ຮາໂນ່ຍ. ບາງ​ຄົນ​ໃສ່
​ເສື້ອ​ t-shirt ທີ່​ມີ​ຮູບ​ແຜນ​ທີ່​ຂອງ​ໝູ່​ເກາະ Paracel ​ແລະ
Spratly ຊຶ່ງ​ເປັນ​ເຂດ​ນໍ້າ​ແດນ​ດິນ ​ທີ່​ອ້າງເອົາ​ກໍາມະສິດໂດຍ​ທັງ​ຈີນ​ແລະ​ຫວຽດນາມນັ້ນ.

…ສຽງປະທ້ວງ…

ອີກ​ປ້າຍ​ນຶ່ງທີ່​ມີ​ຮູບ​ຂອງ​ນາຍ Nguyen Phuong Uyen ນັກ​ສຶກສາມະຫາ​ວິທະຍາ​ໄລ
ທີ່​ຖືກ​ຈໍາ​ຄຸກ​ເມື່ອ​ເດືອນ​ຜ່ານ​ມາ ​ຍ້ອນ​ໄດ້ແຈກ​ຢາຍ​ໃບ​ປິວ ທີ່​ຮຽກຮ້ອງ​ໃຫ້​ພວກ​ຄົນ​ລົງ
​ສູ່​ຖະໜົນເພື່ອ​ປະ​ທ້ວງອັນ​ທີ່​ເບິ່ງ​ເຫັນ​ກັນ​ວ່າ​ເປັນການ​ຂະຫຍາຍ​ເຂົ້າ​ໄປ​ໃນ​ຫວຽດນາມ ​ຂອງ​ຈີນ​ນັ້ນ.

ຫຼັງຈາກ​ພຽງ​ບໍ່​ເທົ່າ​ໃນ​ນາທີ ຕໍາຫຼວດກໍ​ໄດ້​ລວບ​ຕົວ​ພວກ​ປະ​ທ້ວງ​ຄົນ​ສໍາຄັນ ຈໍານວນນຶ່ງ ຂຶ້ນລົດ​ບັສທີ່ຢູ່ໃກ້ໆ​ນັ້ນ ​ໂຮມທັງ​ແມ່​ຍິງ​ຄົນ​ນຶ່ງ ທີ່​ກໍາລັງ​ອຸ້ມ​ລູກນ້ອຍ​ຂອງ​ລາວ​ນັ້ນ​ນໍາ.

ນາຍ Nguyen Anh Dung ຜູ້​ປະ​ທ້ວງ​ຄົນ​ນຶ່ງ ​ເວົ້າ​ວ່າ ໃນ​ຕອນ​ນັ້ນ ມີ 15 ຄົນ​ຖືກ​ຈັບ​ໄປ.

ນາຍ Dung ​ເວົ້າ​ອີກ​ວ່າ ລົດ​ບັສຄັນ​ດັ່ງກ່າວ ​ແມ່ນ​ແລ່ນມຸ່ງ​ໜ້າ​ໄປ​ຍັງ​ສູນ​ກັກ​ຂັງ Loc Ha ​ແລະ​ເວົ້າ​ຕໍ່​ໄປ​ວ່າ ຕົນ​ບໍ່​ຢ້ານ​ກົວ​ຫຍັງ ​ແລະ​ຈະ​ປະ​ທ້ວງ​ຕໍ່​ໄປ. ຫຼັງຈາກ​ນັ້ນ​ບໍ່​ດົນ ກໍ​ມີ​ລົດ​ບັສ​ອີກ​ຄັນ​ນຶ່ງ​ແລ່ນ​ມາ​ຈອດ​ໃກ້​ພວກ​ປະ​ທ້ວງ ​ແລະ​ນາຍ Dung ກໍ​ຖືກ​ລາກ​ໄປ​ຂຶ້ນລົດ​ບັສ​ຄັນ​ນັ້ນ.

ການ​ປະ​ທ້ວງ​ກໍາລັງ​ກາຍ​ມາ​ເປັນ​ເລື້ອງ​ປົກກະຕິ​ຫຼາຍຂຶ້ນເລື້ອຍໆ ຢູ່​ໃນ​ຫວຽດນາມ.

​ບໍ່​ດົນ​ ກ່ອນ​ການ​ປະ​ທ້ວງ​ຕໍ່ຕ້ານ​ຈີນ​ເລີ່​ມຂຶ້ນນັ້ນ ມີພວກ​ແມ່ຍິງ​ເຖົ້າກຸ່ມນ້ອຍໆ​ກຸ່ມ​ນຶ່ງ ພາ ກັນ​ຍ່າງ​ອ້ອມ​ບຶງ ຖື​ປ້າຍ​ປະ​ທ້ວງ​ການ​ຍຶດທີ່​ດິນ​ທໍາ​ກິນ. ປະມານ​ແປດ​ຄົນ​ໃນ​ກຸ່ມ​ດັ່ງກ່າວ ​ໄດ້​ຖືກ​ລວບ​ຕົວ ​ຂຶ້ນລົດ​ບັສ​ໄປ ຍັງ​ສູນ​ກັກ​ຂັງ.
XS
SM
MD
LG