ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ຂົ່ມຂູ່ ຈະທຳການເຄື່ອນໄຫວ ດ້ານກົດໝາຍ ຕໍ່ຈີນ (ວີດີໂອ)


vietnamchina22may14
please wait
Embed

No media source currently available

0:00 0:00:27 0:00

ເບິ່ງວີດີໂອເລື້ອງນີ້

ນາຍົກລັດຖະມົນຕີຫວຽດນາມ ທ່ານ​ຫງຽນ ຕັນ​ Dung ​ໄດ້​
ຂົ່ມຂູ່​ທີ່​ຈະ​ທຳການ​ເຄື່ອນໄຫວດ້ານ​ກົດໝາຍ​ຕໍ່​ຈີນທີ່​ຕິດ​ຕັ້ງ
​ແທ່ນ​ເຈາະ​ນ້ຳມັນຂອງ​ບໍລິສັດລັດວິສາຫະກິດ ​ໃນ​ເຂດ​ນ່ານ
ນ້ຳ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ​ນອກ​ຝັ່ງ​ທະ​ເລ​ຂອງ​ຫວຽດນາມ
​ນັ້ນ.

​ໃນ​ຖະ​ແຫລ​ງການ​ທີ່​ສົ່ງທາງ email ​ໄປ​ຫາ​ບັນດາ​ນັກ​ຂ່າວ ​ໃນ​
ວັນ​ພະຫັດ​ມື້​ນີ້ ນາຍົກລັດ​ມົນຕີ​ຫງຽນຕັນ Dung ກ່າວ​ວ່າ ຫວຽດ
ນາມ​ກຳລັງ​ພິຈາລະນາ “ທາງ​ເລືອກ ​ກ່ຽວກັບການປ້ອງ​ກັນ​
ຕ່າງໆ ຮວມທັງ​ການ​ເຄື່ອນ​ໄຫວ​ທາງ​ກົດໝາຍ “
ເພື່ອເປັນ
ການຕອບໂຕ້ຕໍ່​ການຕິດຕັ້ງແທ່ນ​ເຈາະ​ນ້ຳມັນ ​ໃນ​ເຂດ​ດັ່ງກ່າວ​ນີ້.

ຖະ​ແຫຼ​ງການ​ດັ່ງກ່າວ ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ເຮືອ​ຫວຽດນາມ​ແລະ​ຈີນ​ສືບ​ຕໍ່​ປະ​ເຊີນ
​ໜ້າ​ກັນ​ຢ່າງ​ເຄັ່ງຂຶມ ຢູ່​ໃກ້ໆ​ກັບ​ແທ່ນ​ເຈາະ​ນ້ຳມັນ​ໃນ​ທະ​ເລ​ເລິກ​ນັ້ນ. ພວກເຮືອ​ເຫຼົ່າ
​ນີ້​ໄດ້​ແລ່ນ​ຕຳກັນ​ຢ່າງ​ແຮງ ​ແລະ​ສີດນ້ຳ​ໃສ່​ເຂົ້າໃສ່ກັນ ຊຶ່ງ​ພາ​ໃຫ້​ມີ​ຄວາມ​ຢ້ານ​ກົວ​
ກັນ​ວ່າ​ອາດ​ຈະ​ເກີດ​ການ​ປະ​ທະ​ກັນ​ໃນຂອບເຂດທີ່ກວ້າງຂວາງ​ຂຶ້ນ​ຕື່ມ.

ທ່ານ Dung ກ່າວ​ເນັ້ນ​ວ່າ ຮາ​ໂນ່​ຍ ຈະ "ປ້ອງກັນ​ ​ອະທິປະ​ໄຕ​ຂອງ​ຕົນຢ່າງ​ເດັດ
ຂາດ”
​ແຕ່​ກໍກ່າວ​ວ່າ ທ່ານ​ຈະທຳ​ການ​ເຄື່ອນ​ໄຫວ​ທາງ​ທະ ຫານ​ເພື່ອ​ປ້ອງ​ກັນ​ເທົ່າ
​ນັ້ນ ​ໂດຍ​ກ່າວ​ວ່າ ທ່ານ​ບໍ່​ຢາກ​ເລີ້ມ​ທຳ​ສົງຄາມ.

​ໃນ​ວັນ​ທີ 1 ​ເດືອນ​ພຶດສະພາ​ນີ້ ປັກ​ກິ່ງ​ໄດ້​ຍ້າຍ​ແທ່ນ​ເຈາະ​ນ້ຳ​ຂອງ​ຕົນ​ໄປ​ຍັງ​ບໍລິ
ເວນ​ທີ່​ໃກ້​ກັບ​ໝູ່​ເກາະ Paracels ​ໃນ​ທະ​ເລ​ຈີນ​ໃຕ້ ພາຍໃນ ເຂດ​ທີ່​ຫວຽນາມຖື​
ວ່າ ​ເປັນເຂດ​ເສດຖະກິດ​ພິ​ເສດ​ຂອງ​ຕົນ​ນັ້ນ.

ບັນຫາ​ຂັດ​ແຍ້​ງດັ່ງກ່າວ ​ໄດ້​ພາ​ໃຫ້​ເກີດ​ການ​ປະ​ທ້ວງ​ຕໍ່ຕ້ານ​ຈີນ​ຂຶ້ນ​ໃນ ຫວຽດນາມ
ທີ່​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິ​ດ​ໄປ​ແລ້ວ​ຢ່າງ​ໜ້ອຍ 2 ຄົນ ​ແລະໄດ້​ຮັບ​ບາດ​ເຈັບ​ອີກ
​ຫຼາຍ​ສິບ​ຄົນ.

ອັນ​ນີ້​ເປັນ​ການ​ເຄື່ອນ​ໄຫວ​ຄັ້ງ​ຫລ້າ​ສຸດ ​ໂດຍ​ລັດຖະບານ​ປັກ​ກິ່ງ ທີ່​ໄດ້ ດຳເນີນການ
ຢ່າງແຂງ​ຂັນເພື່ອສະແດງໃຫ້ເຫັນວ່າບໍລິເວນດັ່ງກ່າວເປັນ ຂອງຕົນໃນການ​ອ້າງ​
ເອົາ​ກຳມະສິດຢູ່​ໃນ​ເຂດ​ທີ່​ເປັນ​ບັນຫາ​ຂັດ​ແຍ້ງ​ກັນໃນທະ​ເລ​ຈີນ​ໃຕ້.
XS
SM
MD
LG